ຜູ້ສະໝັກພັກເປັນກາງອຽງຂວາ ທ່ານອາເລັກຊານເດີ້ ສຕູບ (Alexander Stubb) ຈາກພັກລັດຖະບານປະສົມແຫ່ງຊາດຂອງຟິນແລນ ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຮອບທຳອິດຂອງປະເທດແບບຫວຸດຫວິດໃນວັນອາທິດວານນີ້ ແລະຈະປະເຊີນໜ້າກັບສະມາຊິກພັກເສລີສີຂຽວ ທ່ານເປັກກາ ຮາວິສໂຕ (Pekka Haavisto) ໃນການເລືອກຕັ້ງ ຮອບຕັດສິນຊີ້ຂາດ, ຕາມຂໍ້ມູນທາງການ, ອີງຕາມລາຍງານຂອງອົງການຂ່າວ Reuters.
ດ້ວຍການນັບຄະແນນສຽງທັງໝົດ, ທ່ານ ສຕູບ ມາເປັນອັນດັບນຶ່ງດ້ວຍການສະໜັບສະໜຸນ 27.2 ເປີເຊັນ, ຮອງລົງມາແມ່ນ ທ່ານ ຮາວິສໂຕ ດ້ວຍຄະແນນ 25.8 ເປີເຊັນ, ແລະອັນດັບ 3 ພັກຊາດນິຍົມ ທ່ານຈຸສຊີ ຮາລລາ-ອະໂຮ (Jussi Halla-aho) ດ້ວຍຄະແນນ 19 ເປີເຊັນ. ການແຂ່ງຂັນລະຫວ່າງຜູ້ທີ່ມີຄະແນນສູງສອງທ່ານໃນຮອບສຸກທ້າຍ ຈະຈັດຂຶ້ນໃນວັນທີ 11 ກຸມພາ ທີ່ຈະມາເຖິງນີ້.
ຟິນແລນ ກໍາລັງເລືອກຕັ້ງປະທານາທິບໍດີຄົນໃໝ່ ເພື່ອນໍາພານະໂຍບາຍການຕ່າງປະເທດ ແລະຄວາມໝັ້ນຄົງຂອງປະເທດ ໃນບົດບາດໃໝ່ພາຍໃຕ້ອົງການ NATO ລຸນຫຼັງແຍກອອກຈາກການບໍ່ຮ່ວມກຸ່ມ ມາຫຼາຍສິບປີ ເພື່ອຮ່ວມມືດ້ານຄວາມໝັ້ນຄົງ ກັບພັນທະມິດຕາເວັນຕົກ ໃນການຕອບໂຕ້ ຕໍ່ການຮຸກຮານ ຢູເຄຣນ ໂດຍ ຣັດເຊຍ.
ທ່ານ ສຕູບ, ອະດີດນາຍົກລັດຖະມົນຕີ ກ່າວຕໍ່ຜູ້ສະໜັບສະໜຸນຂອງທ່ານວ່າ "ເຈົ້າຮູ້ຫຍັງບໍ, ພວກເຮົາໄດ້ຜ່ານເຂົ້າມາຮອບສຸດທ້າຍ, ແຕ່ຂະນະນີ້ ການແຂ່ງຂັນຫາກໍເລີ້ມຕົ້ນຂຶ້ນ."
ຟໍຣັມສະແດງຄວາມຄິດເຫັນ