ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານລາວ ຍັງບໍ່ສາມາດແກ້ໄຂບັນຫາລັກລອບນຳເຂົ້າຍານພາຫານະຈາກປະເທດເພື່ອນບ້ານໄດ້ເລີຍ


ລົດທີ່ເຄື່ອນຍ້າຍຍູ່ຕາມຖະໜົນຝນ ສປປ ລາວ
ລົດທີ່ເຄື່ອນຍ້າຍຍູ່ຕາມຖະໜົນຝນ ສປປ ລາວ

ລັດຖະບານລາວ ຍັງບໍ່ສາມາດແກ້ໄຂບັນຫາລັກລອບນຳເຂົ້າຍານພາຫານະຈາກປະເທດເພື່ອນບ້ານໄດ້ເລີຍ ໂດຍສະເພາະ ແມ່ນຍານພາຫະນະທີ່ລັກ ລອບນຳເຂົ້າຈາກເຂດຊາຍແດນປະເທດຈີນນັ້ນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ເຈົ້າໜ້າທີ່ໃນແຂວງອຸດົມໄຊ ເປີດເຜີຍວ່າການລັກລອບນຳເຂົ້າລົດຍົນ ແລະຍານພາຫານະຕ່າງໆຈາກເຂດຊາຍແດນປະເທດເພື່ອນບ້ານເຂົ້າມາໃນລາວ ຍັງຖືເປັນບັນຫາໃຫຍ່ ແລະຍາກທີ່ຈະສະກັດກັ້ນໄດ້ຢ່າງແທ້ຈິງ ເນື່ອງຈາກວ່າ ລາວມີຊາຍແດນທີ່ຕິດຕໍ່ກັບເພື່ອນບ້ານເຖິງ 5 ປະເທດ ໃນເຂດລຸ່ມແມ່ ນໍ້າຂອງດ້ວຍກັນ ໂດຍເມື່ອປະກອບກັບການເປີດຊາຍແດນທຸກດ່ານ ເພືື່ອຮອງຮັບນັກທ່ອງທ່ຽວຈາກຕ່າງປະເທດ ໃນຂະນະທີ່ລັດຖະບານລາວ ກໍມີຈຳນວນພະນັກງານຢ່າງຈຳກັດດ້ວຍແລ້ວ ຈຶ່ງເຮັດໃຫ້ການກວດກາໄດ້ຢ່າງບໍ່ທົ່ວເຖິງ ໂດຍສະເພາະແມ່ນກວດການັກທ່ອງທ່ຽວ ທີ່ີຂັບລົດມາດ້ວຍນັ້ນ ກໍຄືພາກສ່ວນທີ່ຫຍຸ້ງຍາກທີ່ສຸດ ດັ່ງທີີ່ເຈົ້າໜ້າທີ່ໃນແຂວງອຸດົມໄຊ ໄດ້ໃຫ້ການຢືນຢັນວ່າ:

“ເວົ້າເຖິງການແກ້ໄຂລົດເຖື່ອນ ກໍເປັນບັນຫາ ທີ່ພວກເຮົາສຸມໃສ່ຢ່າງຈິງຈັງຫັ້ນແຫລະ ແຕ່ວ່າມາຮອດດຽວນີ້ກະເຫັນວ່າແຜ່ຫລາຍ ຫລືວ່າເກີດຂຶ້ນຫລາຍເນາະ ໃນຊວງໄລຍະໂຄວິດ ລະພວກເຮົາກໍໄດ້ສຸມໃສ່ຄືວ່າສຳເລັດໂດຍພື້ນ ຖານຫັ້ນແຫລະ ແຕ່ວ່າພາຍຫລັງເປີດຊາຍແດນແລ້ວ ກໍຖືວ່າລົດເຖື່ອນນີ້ ຫລັ່ງໄຫລເຂົ້າມາຕື່ມ ເຂົ້າມາຈາກຊາຍແດນພຸ້ນ ແລ້ວມາໂຮມຢູ່ເຮົານີ້ ແຕ່ວ່າດຽວນີ້ໜີິ້ ແຕ່ນີ້ຮອດທ້າຍປີ ພວກເຮົາຈະໃຫ້ສຳເລັດຂາດໂຕເນາະ.

ໂດຍທາງການລາວໄດ້ກວດພົບລົດຍົນ ທີ່ລັກລອບນໍາເຂົ້າມາໃນລາວ ໂດຍຜິດກົດໝາຍຈຳນວນເຖິງ 30,471 ຄັນ ໃນປີ 2022 ຈຶ່ງໄດ້ປັບ​ໃໝຜູ້ທີ່ນຳເຂົ້າຍານພາຫະນະດັ່ງກ່າວ ສ່ວນໃນ 6 ເດືອນ ຕົ້ນປີ 2023 ກໍໄດ້ປັບໃໝ ຜູ້ທີ່ນຳເຂົ້າລົດຍົນ ໂດຍຜິດກົດໝາຍໄປແລ້ວຈຳນວນ 22,230 ກໍລະນີ ແລະກຳລັງດຳເນີນການປັບໃໝອີກເຖິງ 8,241 ກໍລະນີໃນປັດຈຸບັນທັງຍັງຈະຕ້ອງເພີ້ມ ຄວາມເຂັ້ມງວດເຂົ້າໃນການກວດຍານພາຫະນະທຸກຄັນທີ່ນຳເຂົ້າມາໃນລາວອີກດ້ວຍ ໂດຍສະເພາະແມ່ນຢູ່ໃນເຂດຊາຍແດນກັບຈີນ ແລະຫວຽດນາມນັ້ນ ດັ່ງທີ່ເຈົ້າໜ້າທີ່ໃນແຂວງພົງສາລີ ໄດ້ໃຫ້ການຢືນຢັນວ່າ:

ແມ່ນຢາກໃຫ້ປຶກສາຫາລື ແລະແກ້ໄຂບັນດາປ່ອງຂ້າມລອຍທີ່ຄົນບໍ່ດີເຄື່ອນໄຫວ ພົວພັນຂາຍ ໂຕຢ່າງທີ່ແຂວງພົງສາລີ ມີປ່ອງຂ້າມລອຍຕາມຊາຍແດນ ລວມທັງໝົດຍັງມີປ່ອງຂ້າມລອຍຢູ່ 91 ປ່ອງຂ້າມລອຍ ຢູ່ໃນນັ້ນຕິດກັບເບື້ອງຊາຍແດນລາວ ຈີນນີ້ 32 ປ່ອງຂ້າມຊາຍແດນ ແລະເບື້ອງຊາຍແດນຫວຽດນາມ 59 ປ່ອງ ສະນັ້ນຂໍໃຫ້ລັດຖະບານປະສານສົມທົບກັບເບື້ອງ ຫວຽດນາມ ເປື້ອງຈີນ ເພາະວ່າຢູ່ນີ້ ມັນເປັນບ່ອນສວຍໃຊ້ຊ່ອງຫວ່າງ ການລັກລອບເຂົ້າເມືອງຜິດກົດໝາຍ ຫລືວ່າການຄ້າຂາຍ ລຳລຽງການຂົນສົ່ງກໍແມ່ນນອນຢູ່ປ່ອງຂ້າມລອຍດັ່ງ​ກ່າວນີ້.

ນອກຈາກນີ້ ກະຊວງການເງິນ ກໍລາຍງານວ່າມີການລັກລອບນໍາເຂົ້ານໍ້າມັນຈາກຕ່າງປະເທດ ຄິດເປັນປະລິມານເກີນກວ່າ 700 ລ້ານລິດ ເພາະອີງຕາມຂໍ້ມູນ ທີ່ກະຊວງອຸດສະຫະກຳ ແລະການຄ້າ ໄດ້ລາຍງານຕໍ່ສະພາແຫ່ງຊາດເມື່ອບໍ່ນານມານີ້ ໄດ້ລະບຸວ່າລາວນຳເຂົ້ານໍ້າມັນຈາກໄທ ແລະຫວຽດນາມໃນປະລິມານລວມ 1,200 ລ້ານລິດ ໃນປີ 2022 ທີ່ຜ່ານມາ ແຕ່ຈາກການກວດສອບຂໍ້ມູນດ້ວຍການສອບຖາມໄປຍັງປະເທດຕົ້ນທາງກໍຄືໄທ ແລະຫວຽດນາມນັ້ນ ກໍໄດ້ຮັບຮູ້ຄວາມຈິງວ່າ ລາວໄດ້ນໍາເຂົ້ານໍ້າມັນ​ຈາກ​ໄທ ແລະ​ຫວຽດ​ນາ​ມ ໃນປະລິມານຮວມກັນເຖິງ 1,900 ລ້ານລິດ ໝາຍຄວາມວ່າ ໄດ້ມີການທຸດຈະລິດການນໍາເຂົ້ານໍ້າມັນ ໃນປະລິມານຮວມເຖິງ 700 ລ້ານລິດ ອັນເປັນການຮ່ວມມືລະຫວ່າງພະນັກງານລັດ ກັບຜູ້ປະກອບການຂອງບໍລິສັດ ທີ່ນຳເຂົ້ານໍ້າມັນຈາກຕ່າງປະເທດນັ້ນ.

ຍິງໄປກວ່ານັ້ນ ລາວກໍຕ້ອງປະເຊີນກັບການຂາດດຸນບັນຊີການຊຳລະເງິນຕາຕ່າງປະເທດ ໃນລະດັບທີ່ເກີນກວ່າ 10 ເປີເຊັນ ຂອງຍອດຜະລິດຕະພັນລວມພາຍໃນ (GDP) ທີ່ເຮັດໃຫ້ທຶນສຳລອງຂອງລາວຫລົດລົງ 1,263 ລ້ານໂດລາສະຫະລັດ ໃນປີ 2022 ເຫລືອພຽງ 1,068 ລ້ານໂດລາສະຫະລັດ ຫລືເທົ່າກັບການນຳເຂົ້າສິນຄ້າຕ່າງປະເທດໄດ້ບໍ່ເຖິງ 2 ເດືອນ ເທົ່ານັ້ນ ໂດຍມີສາເຫດທີ່ສຳຄັນມາຈາກການຂາດດຸນການຊໍາລະເງິນຕາກັບຕ່າງປະເທດ ທີ່ເກີດຈາກການທີ່ລັດຖະບານລາວຕ້ອງກູ້ຢືມເງິນຈາກຕ່າງປະ ເທດ ເພື່ອນຳມາດຸນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບ ໃນແຕ່ລະປີອັນເຮັດໃຫ້ລັດຖະບານລາວ ມີໜີ້ສິນຕ່າງປະເທດເພີ້ມຂຶ້ນເປັນເກີນກວ່າ 120 ເປີເຊັນ ຂອງມູນຄ່າ GDP ແລ້ວໃນປັດຈຸບັນນີ້.

XS
SM
MD
LG