ລິ້ງ ສຳຫລັບເຂົ້າຫາ
ຂ້າມ
ຂ້າມ
ຂ້າມໄປຫາ ຊອກຄົ້ນ
ໂຮມເພຈ
ລາວ
ຂ່າວຈີນ
ໂລກ
ອິດສະຫຼະພາບດ້ານການຂ່າວ
ເອເຊຍ
ອາເມຣິກາ
ຊີວິດຊາວລາວ
ຊຸມຊົນຊາວລາວ
ສຸຂະພາບ
ວິທະຍາສາດ-ເທັກໂນໂລຈີ
ທຸລະກິດ
ວີດີໂອ
ພາສາອັງກິດ
ວິທະຍຸ
ຕິດຕາມພວກເຮົາ ທີ່
ພາສາຕ່າງໆ
ຄົ້ນຫາ
ສົດ
ສົດ
ຄົ້ນຫາ
ກ່ອນ
ຕໍ່ໄປ
Breaking News
ວັນເສົາ, ໐໒ ທັນວາ ໒໐໒໓
ຊີວິດຊາວລາວ
ຍານາງຊູຫົວ ໂບເວິນ ຄົນອາເມຣິກັນເຊື້ອສາຍລາວ ຖືກເລືອກເປັນສະມາຊິກ ສະພາປົກຄອງ ເຂດ 5 ເມືອງ ແຊນ ລຽນໂດຣ ລັດຄາລິຟໍເນຍ
໒໑,໐໙,໒໐໒໓
ກິ່ງສະຫວັນ ປະຖັມມະວົງ
ຍານາງຊູຫົວ ໂບເວິນ ສະມາຊິກສະພາເມືອງແຊນ ລຽນໂດຣ ລັດຄາລິໂຟໍເນຍ
ຍານາງຊູຫົວ ໂບເວິນ ຄົນອາເມຣິກັນເຊື້ອສາຍລາວ ຖືກເລືອກເປັນສະມາຊິກ ສະພາປົກຄອງ ເຂດ 5 ເມືອງ ແຊນ ລຽນໂດຣ ລັດຄາລິຟໍເນຍ
Print
ໃນລາຍການຊີວິດຊາວລາວ ໃນຕ່າງແດນຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບຍານາງຊູຫົົວ ໂບເວີນ ອາຍຸ 41 ປີ ຄົນອາເມຣິກັນເຊື້ອສາຍລາວ ຊຶ່ງໃນປັດຈຸບັນນີ້ຍານາງຊິວຫົວ ເປັນສະມາຊິກສະພາເມືອງແຊນ ລຽນໂດຣ (San Leandro) ໃນລັດຄາລິຟໍເນຍ.
Embed
share
ເຊີນຟັງລາຍການຊີວິດຊາວລາວ
by
ສຽງອາເມຣິກາ ວີໂອເອລາວ
Embed
share
The code has been copied to your clipboard.
The URL has been copied to your clipboard
No media source currently available
0:00
0:04:56
0:00
ລິງໂດຍກົງ
128 kbps | ແອັມພີ 3
64 kbps | ແອັມພີ 3
ຄລິກເພື່ອເປີດ
ຍານາງຊູຫົວ ໂບເວີນ ອາຍຸ 41 ປີ ຄົນອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທີ່ໄດ້ຮັບໃຊ້ຢູ່ໃນ ອົງການຈັດຕັ້ງທີ່ບໍ່ຫາຜົນກຳໄລ ຕະຫລອດໄລຍະການປະກອບວິຊາອາຊີບ. ຍານາງໄດ້ມີບົດບາດອັນສຳຄັນໃຫ້ເຫັນຫຼາຍໆຢ່າງໂດຍການຮັບໃຊ້ສັງຄົມທົ່ວໄປ. ຍານາງເປັນປາກສຽງໃຫ້ແກ່ສັງຄົມ ໂດຍສະເພາະ ໃຫ້ແກ່ພວກແມ່ຍິງ ເດັກນ້ອຍ ແລະຄອບຄົວທີ່ມີໂອກາດໜ້ອຍ.
ໃນເດືອນພະຈິກ ປີ 2022 ຍານາງຊູຫົວ ເປັນແມ່ຍິງຄົນເອເຊຍ ແລະຄົນອາເມຣິກັນເຊື້ອສາຍລາວ ຄົນທຳອິດທີ່ຖືກເລືກຕັ້ງເປັນສະມາຊິກສະພາເມືອງແຊນ ລຽນໂດຣ ເຂດ 5 ຕັ້ງຢູ່ກົງກັນຂ້າມອ່າວນະຄອນແຊນແຟຣນຊິສໂກ ລັດຄາລິຟໍເນຍ ຊຶ່ງຍານາງຊູຫົວ ໄດ້ອະທິບາຍເຖິງໜ້າທີ່ຄວາມຮັບຜິດຊອບຕໍ່ວີໂອເອ ຟັງ ດັ່ງນີ້”
ບັນດາຍາ່ດຄິພີ່ນ້ອງ ແລະເພື່ອນຝູງ ທີ່ໃຫ້ການສະໜັບສະໜູນ
Embed
share
ເຊີນຟັງນາງຊິນຫົວ ໂບເວິນ
by
ສຽງອາເມຣິກາ ວີໂອເອລາວ
Embed
share
The code has been copied to your clipboard.
The URL has been copied to your clipboard
No media source currently available
0:00
0:02:27
0:00
ລິງໂດຍກົງ
128 kbps | ແອັມພີ 3
64 kbps | ແອັມພີ 3
ຄລິກເພື່ອເປີດ
“
ສະມາຊິກສະພາເມືອງແຊນ ລຽນໂດຣ ມີຢູ່ເຈັດຄົນ ພ້ອມດ້ວຍຜູ້ປົກຄອງເມືອງ. ຂ້າພະເຈົ້າເປັນຜູ້ຕາງໜ້າເຂດ 5 ພວກເຮົາມີໜ້າທີ່ດູແລ ຜູ້ບໍລິຫານເມືອງ ແລະທະນາຍຄວາມຂອງເມືອງ ໃນການບໍລິຫານເມືອງທັງໝົດ. ພວກເຮົາວາງນະໂຍບາຍ ເປັນຜູ້ຕາງໜ້າຊ່ວຍບໍລິການສະມາຊິກປະຊາຄົມ ພວກເຮົາຢູ່ໃນແຕ່ລະເຂດ ຂອງໃຜລາວໃນເມືອງແຊນ ລຽນໂດຣ. ຫລັງຈາກນັ້ນພວກຂ້າພະເຈົ້າພົບປະ ກັບຄະນະສະມາຊິກ ເພື່ອສົນທະນາວ່າ ຈະທຳການ ສ້າງສາຢ່າງໃດ. ປະຊາຊົນໃນເມືອງແຊນ ລຽນໂດຣ ມີຢູ່ປະມານ 95,000 ຄົນ ບໍ່ມີຊົນກຸ່ມໃຫຍ່ 38 ເປີເຊັນ ແມ່ນຄົນເອເຊຍທີ່ມາຈາກເຂດເອເຊຍປາຊິຟິກ ເພາະສະນັ້ນເກືອບ 40 ເປີເຊັນແມ່ນຄົນເຊຍ. ຄວາມຕ້ອງການອັນຮີບດ່ວນກໍຄືເຄຫະສະຖານທີ່ພັກເຊົາ ເມື່ອກ່າວເຖິງຄົນ ບໍ່ມີທີ່ຢູ່ອາໄສ ໂຄງຮ່າງ ແລະຄວາມປອດໄພສາທາລະນະ. ເທື່ອຫລ້າສຸດທີ່ພວກເຮົາໄດ້ນັບມີປະມານ 400 ກວ່າຄົນທີ່ບໍ່ມີທີ່ຢູ່ອາໄສ ໂຕເລກໄດ້ເພີ້ມຂຶ້ນ ນັບແຕ່ໄດ້ເກີດໂຄວິດ ຢູ່ໃນເຂດ Bay Area. ຢູ່ເມືອງແຊນ ລຽນໂດຣ ບໍ່ມີຄົນລາວຫລາຍ ໜ້າທີ່ວຽກການຂອງຂ້າພະເຈົ້າ ເປັນວຽກບໍ່ເຕັມເວລາ ແລະຂ້າພະເຈົ້າມີໜ້າທີ່ວຽກການຢູ່ກັບອົງການທີ່ບໍຫວັງຜົນກຳໄລ ແຫ່ງອື່ນ.”
ຍານາງສາຍສະໝອນ ພາພອນ ແມ່ນສະມາຊິກສັງຄົມເຊື້ອສາຍລາວຄົນນຶ່ງຢູ່ໃນເຂດເມືອງແຊນ ລຽນໂດຣ ແລະເປັນເພື່ອນຍານາງຊູຫົວ ຊຶ່ງໄດ້ກ່າວຕໍ່ ວີໂອເອ ດັ່ງນີ້:
Embed
share
ເຊີນຟັງຍານາງສາຍສະໝອນ ພາພອນ
by
ສຽງອາເມຣິກາ ວີໂອເອລາວ
Embed
share
The code has been copied to your clipboard.
The URL has been copied to your clipboard
No media source currently available
0:00
0:01:10
0:00
ລິງໂດຍກົງ
128 kbps | ແອັມພີ 3
64 kbps | ແອັມພີ 3
ຄລິກເພື່ອເປີດ
ຍານາງຊິວຫົວ ມີແຊລ ຈິງ ນ້ອງສາວຂອງຍານາງຊູຫົວ ແມ່ນຄົນລາວອາເມຣິກັນ ເກີດຢູ່ໃນສະຫະລັດ ຫາກໍສຳເລັດປະລິນຍາເອກຈາກ ມະຫາວິທະນາໄລຮາເວີດ ຝ່າຍການສຶກສາ ແລະຕັ້ງຖິ່ນຖານຢູ່ເມືອງແຊນ ລຽນໂດຣ ໄດ້ກ່າວມ້ວນທ້າຍ ກ່ຽວກັບເອື້ອຍຂອງຍານາງສູ່ຟັງດັ່ງນີ້:
Embed
share
ເຊີນຟັງຍານາງຊຽວຫົວ ໃຮແຊລ ຈິງ
by
ສຽງອາເມຣິກາ ວີໂອເອລາວ
Embed
share
The code has been copied to your clipboard.
The URL has been copied to your clipboard
No media source currently available
0:00
0:00:35
0:00
ລິງໂດຍກົງ
128 kbps | ແອັມພີ 3
64 kbps | ແອັມພີ 3
ຄລິກເພື່ອເປີດ
“ເອື້ອຍຂອງຂ້າພະເຈົ້າເປັນຄົນອີ່ດູຕົນຄົນ ສົນໃຈກັບບັນຫາທີ່ເປັນຜົນກະທົບຕໍ່ຄົນອື່ນ ແລະຄິດຊອກຫາສ່ອງທາງໃຫ້ການຊ່ວຍເຫລືອຢູ່ສະເໝີ. ລາວເປັນລູກສາວກົກ ລາວເຂົ້າໃຈວ່າຊີວິດສາມາດມີຄວາມລຳບາກ ແລະຢາກຊ່ວຍໃຫ້ດີຂຶ້ນ. ຂ້າພະເຈົ້າມີເອື້ອຍນ້ອງສາມຄົນ ຂ້າພະເຈົ້າເປັນນ້ອງສາວຫລ້າ ເກີດຢູ່ໃນສະ ຫະລັດ ແລະເອື້ອຍສອງຄົນ ເກີດຢູ່ສູນອົບພະຍົບ ປະເທດໄທ.”
ຍານາງຊູຫົວ ໂບເວິນ ໄດ້ຜ່ານປະສົບການຮັບໃຊ້ຢູ່ໃນອົງການທີ່ບໍ່ຫວັງຜົນກຳໄລຫລາຍໆອົງການ ໂດຍສະເພາະຢ່າງຍິງ ເປັນອະດີດອາສາສະໝັກ Peace Corp ຢູ່ຊົນນະບົດ ບ່ອນສອກຫລີກ ຂອງປະເທດ ກຽກກິສຖານ. ຍານາງສຳເລັດປະລິນຍາຕີ ຝ່າຍຈິດຕະວິທະຍາ ແລະຄວາມສຳພັນຕ່າງປະ ເທດຈາກມະຫາວິທະຍາໄລ Marquette ແລະປະລິນຍາໂທຝ່າຍໂຄງການບໍລິຫານ ຈາກມະຫາວິທະຍາໄລ Norwich.
ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ
Embed
share
Embed
share
The code has been copied to your clipboard.
width
px
height
px
The URL has been copied to your clipboard
No live streaming currently available
0:00
0:00
Live
ວີດີໂອ ພາສາລາວ
ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ຜັກດັນໃຫ້ຢຸດຍິງດ້ານມະນຸດສະທໍາ
ເບິ່ງຕື່ມ
ຂ່າວຫຼ້າສຸດກ່ຽວກັບລາວ
ABD ຄາດການວ່າ ເສດຖະກິດລາວຈະຂະຫຍາຍຕົວເພີ້ມຂຶ້ນໃນອັດຕາສະເລ່ຍ 3.7 ເປີເຊັນ ໃນຂະນະທີ່ນາຍົກລັດຖະມົນຕີໝັ້ນໃຈວ່າ ຈະຂະຫຍາຍໂຕຮອດ 4.8 ເປີເຊັນ
ຊາວກະສິກອນລາວ ປະເຊີນກັບສະພາວະຂາດນ້ຳເພື່ອການຜະລິດກະສິກຳ ຢ່າງໜັກໜ່ວງ ໃນລະດູແລ້ງປີ 2023
ທາງການລາວ ຢຶດສານເຄມີຕັ້ງຕົ້ນ ທີ່ໃຊ້ເປັນສ່ວນປະສົມຜະລິດຢາບ້າ ແລະໄອສ໌ ໄດ້ເກີນກວ່າ 93 ໂຕນ
Back to top
XS
SM
MD
LG