ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ກຽມ​ພ້ອມ​ ສຳ​ລັບ​ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ແລະ ກອງ​ປະ​ຊຸມ​ສຸດຍອດ ເອ​ເຊຍ​ກາງ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເດີນ​ທາງ​ອອກ​ຈາກ​ຮ້ານ​ອາ​ຫານ Il Cantinori ກັບ​ລູກ​ສາວ​ຂອງ​ທ່ານ​ໃນ​ນະ​ຄອນ ນິວຢອກ, 17 ກັນ​ຍາ 2023.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ເດີນ​ທາງ​ອອກ​ຈາກ​ຮ້ານ​ອາ​ຫານ Il Cantinori ກັບ​ລູກ​ສາວ​ຂອງ​ທ່ານ​ໃນ​ນະ​ຄອນ ນິວຢອກ, 17 ກັນ​ຍາ 2023.

ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແມ່ນ​ຢູ່​ໃນ​ນະ​ຄອນ ນິວຢອກ ກ່ອນ​ການ​ກ່າວ​ຄຳ​ປາ​ໄສ​ຂອງ​ທ່ານ​ ຢູ່ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສະ​ຫະ​ປະ​ຊາ​ຊາດ ໃນ​ວັນ​ອັງ​ຄານ​ມື້ນີ້, ເຊິ່ງ​ທ່ານ​ຈະ​ພະ​ຍາ​ຍາມ​ຊັກ​ຊວນ​ບັນ​ດາ​ຜູ້​ນຳ​ທັງຫຼາຍ​ວ່າ ວິ​ໄສ​ທັດ​ຂອງ​ທ່ານ ກ່ຽວ​ກັບ ການ​ນຳ​ພາ​ຂອງ​ ອາ​ເມ​ຣິ​ກັນ ແລະ ວິ​ທີ​ການຫຼາຍ​ຝ່າຍຕໍ່​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ ​ຈະ​ຊ່ວຍ​ແກ້​ໄຂ​ບັນ​ຫາ​ທີ່​ກົດ​ດັນ​ທີ່​ສຸດ​ຂອງ​ໂລກ.

ບາງ​ບັນ​ຫາ​ທີ່​ວ່າ​ນັ້ນ​ລວມ​ມີ​ສະ​ພາບ​ອາ​ກາດ​ປ່ຽນ​ແປງ ແລະ ສົງ​ຄາມ​ທີ່​ດຳ​ເນີນ​ຢູ່​ໃນ ຢູ​ເຄ​ຣນ ທີ່​ໄດ້​ສົ່ງ​ຜົນ​ກະ​ທົບ​ກວ້າງ​ອອກ​ໄປ​ ຕໍ່​ຕ່ອງ​ໂສ້​ອຸບປະ​ທານ​ໂລກ ແລະ ອັດ​ຕາ​ເງິນ​ເຟີ້.

ທ່ານ ໄບ​ເດັນ ອາດ​ມີ​ໂອ​ກາດ​ທີ່​ຈະ​ຄວບ​ຄຸ​ມ​ການ​ພົວ​ພັນ​ທາງ​ການ​ທູດ​ ໃນ​ນະ​ຄອນ ນິ​ວຢອກ, ໃນ​ຂະ​ນະ​ທີ່​ພວກ​ຜູ້​ນຳ​ຂອງ​ສັດ​ຕູ ສະ​ຫະ​ລັດ ແມ່ນບໍ່​ໄດ້​ເຂົ້າ​ຮ່ວມ​ການ​ເຕົ້າ​ໂຮມ​ກັນ​ດັ່ງ​ກ່າວ. ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ, ທີ່​ປະ​ເຊີນ​ກັບ​ໝາຍ​ຈັບ​ຈາກ​ສານ​ອາ​ຍາ​ສາ​ກົນ, ແມ່ນ​ຈະ​ບໍ່​ເຂົ້າ​ຮ່ວມ. ເຊັ່ນ​ດຽວ​ກັບ​ປະ​ທານ​ປະ​ເທດ​ ຈີນ ທ່ານ ສີ ຈິ່ນ ​ຜິງ, ຫຼື ນັກ​ການ​ທູດ​ລະ​ດັບ​ສູງ​ຂອງ​ທ່ານ, ທ່ານ ຫວັງ ຢີ.

ເປົ້າ​ໝາຍ​ທີ່​ສຳ​ຄັນ​ສຳ​ລັບ​ຄຳ​ປາ​ໄສ​ຂອງ​ທ່ານ ໄບ​ເດັນ ແມ່ນ​ເພື່ອ​ຮັກ​ສາ​ການ​ສະ​ໜັບ​ສະ​ໜູນ​ສຳ​ລັບ
ຢູ​ເຄ​ຣນ ທ່າມ​ກາງ​ການ​ຮຽກ​ຮ້ອ​ງ​ເພີ່ມ​ຂຶ້ນ ​ຈາກ​ປະ​ເທດ​ຕ່າງໆ​ໃນ​ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ​ເພື່ອ​ເລັ່ງ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ລະ​ຫວ່າງ ມົ​ສ​ກູ ແລະ ກີ​ຢິບ. ປະ​ຊາ​ຊົນ​ໃນ​ບັນ​ດາ​ປະ​ເທດ​ທີ່​ກຳ​ລັງ​ພັດ​ທະ​ນາ​ທີ່​ວ່ານີ້​ແບກ​ຮັບ​ພາ​ລະ​ຂອງ​ຜົນ​ກະ​ທົບ​ທັງ​ໝົດ​ຂອງ​ສົງ​ຄາມ ​ໃນ​ດ້ານ​ພະ​ລັງ​ງານ​ໂລກ ແລະ ລາ​ຄາ​ອາ​ຫານ ແລະ ມີຄວາມ​ເປັນ​ຫ່ວງ​ຍິ່ງ​ຂຶ້ນ ກ່ຽວ​ກັບ ໂອ​ກາດ​ຂອງ​ສົງ​ຄາມ​ທີ່​ຍືດ​ເຍື້ອ​ຍາວ​ນານ.

ໃນ​ຂະ​ນະ​ທີ່​ມັນ​ບໍ່​ມີ​ທັດ​ສະ​ນະ​ທີ່​ຄື​ກັນ​ຈາກ “ບັນ​ດາ​ປະ​ເທດ​ທີ່​ທຸກ​ຍາກ” ກ່ຽວ​ກັບ ສົງ​ຄາມ​ນັ້ນ, ສະ​ມາ​ຊິກ​ທີ່ບໍ່​ແມ່ນ​ປະ​ເທດ​ຕາ​ເວັນ​ຕົກ​ສ່ວນ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ຢາ​ກ​ເຫັນ​ການ​ຕົກ​ລົງ​ກັນ​ທາງ​ການ​ທູກ​ຕໍ່​ສົງ​ຄາມບໍ່​ຊ້າ​ກໍ​ໄວ, ອີງ​ຕາມ​ການ​ກ່າວ​ຂອງ​ທ່ານ ຣິ​ເຈີດ ໂກວານ, ນັກ​ຊ່ຽວ​ຊານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ​ຢູ່​ກຸ່ມ​ວິ​ກິດ​ການ​ສາ​ກົນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG