ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດນາມ ສະຫະລັດ ຍົກລະດັບພາ​ຄີສອງຝ່າຍ ​ແຕ່ພວກນັກເຄື່ອນໄຫວ ຕຳໜິ​ທີ່​ບໍ່​ເວົ້າ​ເຖິງ​ເລື້ອງສິດທິມະນຸດ


ປະທານາທິບໍດິສະຫະລັດ ທ່ານໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ຟາມ ມິນ ຈິນ ໃນນະຄອນຮາໂນ່ຍ ວັນທີ 11 ກັນຍາ 2023
ປະທານາທິບໍດິສະຫະລັດ ທ່ານໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ຟາມ ມິນ ຈິນ ໃນນະຄອນຮາໂນ່ຍ ວັນທີ 11 ກັນຍາ 2023

ຮາໂນ່ຍ ແລະວໍຊິງຕັນ ໄດ້ປະກາດຍົກລະດັບຄວາມສຳພັນສອງຝ່າຍ ຂຶ້ນ​ເປັນ​ພາ​ຄີຍຸດທະສາດ​ແບບກວມ​ລວມ ​ຊຶ່ງ​ເປັນລະດັບສູງສຸດ ໃນ​ຄວາມ​ສຳ​ພັນ​ທາງ​ການ​ທູດ​ຂອງຫວຽດນາມ. ຍຸດທະສາດຂອງສະຫະລັດ ໃນ​ການບໍ່ມີການແຊກແຊງເຂົ້າໃນການເມືອງພ​າຍ​ໃນ​ປະ​ເທດຂອງຫວຽດນາມເປັນ​ສິ່ງສຳຄັນຕໍ່ຮາໂນ່ຍທີ່ເຫັນ​ດີຕົກລົງ​ກ່ຽວ​ກັບ​ເລື້ອງນີ້ ບັນດາຜູ້ຊ່ຽວຊານກ່າວ ແຕ່ພວກນັກເຄື່ອນໄຫວ ແລະບັນດາກຸ່ມ​ປົກ​ປ້ອງສິດທິມະນຸດພາກັນ ບໍ່​ພໍ​ໃຈ​ທີ່ຂາດການເນັ້ນໜັກໃນ​ດ້ານສິດທິມະນຸດ ໃນຂະນະທີ່ມີການ​ປາບ​ປາມທັບມ້າງ​ຕໍ່​ກຸ່ມສັງຄົມພົນລະເຮືອນ​ຍິ່ງ​ທະ​ວີ​ຄວາມວ​ຮ້າຍ​ແຮງ​ຂຶ້ນ ຢູ່ປະເທດເອ​ເຊຍຕາເວັນອອກສຽງໃຕ້​ດັ່ງ​ກ່າວ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ໄປເຖິງຮາໂນ່ຍ ໃນວັນທີ 10 ກັນຍາ ເພື່ອພົບປະກັບເລຂາທິ ການໃຫຍ່ ຫວງຽນ ຟູ ຈອງ. ​ໃນ​ຕອນ​ບາຍ​ຂອງມື້ນັ້ນ ທ່ານ​ຈອງແລະທ່ານໄບເດັນ ໄດ້ປະກາດ ທີ່ເຂົາເຈົ້າໄດ້ເຫັນພ້ອມໃນ​ການ​ເປັນ​ພາ​ຄີຍຸດທະສາດ​ແບບກວມ​ລວມເພື່ອ​ເຫັນ​ແກ່ສັນຕິພາບ ການຮ່ວມມື ແລະ​ການ​ພັ​ດ​ທະ​ນາ​ແບບ​ຍືນ​ຍົງ. ຢູ່​ໃນ​ຖະ​ແຫຼງ​ການ​ຮ່ວມນັ້ນ ມີ​ວັກ​ນຶ່ງ ​ໄດ້​ກ່າວ​ເຖິງ “ການ​ຊຸກ​ຍູ້​ສົ່ງ​ເສີມ ແລະ​ປົກປ້ອງສິດທິມະນຸດ.”

ຮອງຫົວໜ້າກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ Human Rights Watch ເຂດເອເຊຍ ທ່ານຟິ​ລ ໂຣເບີດສັນ ໄດ້ກ່າວວ່າ ສິດທິມະນຸດ ໄດ້ຮັບ​ການປະຕິບັດ “ຫລັງຈາກ​ນຶກ​ຂຶ້ນ​ໄດ້​ໃນ​ພາຍ​ຫຼັງ” ລະຫວ່າງການຢ້ຽມຢາມ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG