ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໒ ກັນຍາ ໒໐໒໓

ຣັດເຊຍກ່າວວ່າ ການໂຈມຕີດ້ວຍລູກສອນໄຟຂອງຢູເຄຣນ ຕົກລົງໃສ່ອູ່ສ້ອມແປງເຮືອ ເຊວາສໂຕໂພລ


ລົດໂຮງໝໍຄັນນຶ່ງ ກຳລັງອອກຈາກເຂດ ອູ່ສ້ອມແປງເຮືອ ທີ່ລາຍງານວ່າຖືກລູກສອນໄຟຢູເຄຣນ ຍິງໃສ່ ໃນເມືອງ Sevastopol ຄຣາຍເມຍ ໃັນທີ 13 2023

ພວກເຈົ້າໜ້າທີ່ຣັດເຊຍ ກ່າວໃນວັນພຸດມື້ນີ້ວ່າ ລູກສອນໄຟຢູເຄຣນ ໄດ້ຕົກໃສ່ອູ່​ສ້ອມ​ແປງເຮືອ ຢູ່ໃນ​ເຂດໄຄຣເມຍ ທີ່ຣັດເຊຍ​ໄດ້​ຜະໜວກເອົາ.

ທ່ານມີຄາຍ ຣາຊໂວຊາເ​ຢບ ຜູ້ປົກຄອງເຂດທີ່ຖືກຣັດເຊຍແຕ່ງຕັ້ງຢູ່ເມືອງທ່າເຊວາສໂຕໂພລ ໄດ້ເຜີຍແຜ່ຮູບພາບຢູ່ເຕເລກຣາມສະແດງໃຫ້ເຫັນມີໄຟໄໝ້ ແລະຄວັນ​ກຸ້ມ​ຂຶ້ນຢູ່ບ່ອນເກີດເຫດ ແລະກ່າວວ່າ 24 ຄົນ ໄດ້ຮັບບາດເຈັບຈາກການ ໂ​ຈມຕີ.

ກະຊວງປ້ອງກັນປະເທດຂອງຣັດເຊຍ ກ່າວວ່າ ຢູເຄຣນໄດ້ແນເປົ້າໝາຍ ໃສ່ອູ່​ສ້ອມ​ແປງ​ເຮືອດ້ວຍລູກສອນໄຟນຳວິຖີ 10 ລູກ ແລະເຮືອທີ່ບໍ່​ມີ​ຄົນ​ຂັບສາມລໍາ ແລະການປ້ອງກັນທາງອາກາດຣັດເຊຍ ໄດ້ທຳລາຍລູກສອນໄຟເຈັດລູກ ແລະເຮືອທັງໝົດ.

ກະຊວງປ້ອງກັນປະເທດຍັງກ່າວວ່າ ການໂຈມຕີ​ນີ້ໄດ້ທຳລາຍເຮືອສອງລໍາ ທີ່ຢູ່ພາຍໃຕ້ການສ້ອມແປງ.

ຢູ່ຂົງເຂດໂອເດສາຂອງຢູເຄຣນ ພວກເຈົ້າໜ້າທີ່ກ່າວວ່າ ໂດຣນຣັດເຊຍ​ໄດ້ໂຈມຕີໃນຕອນເຊົ້າວັນພຸດມື້ນີ້ ໄດ້ທຳລາຍທ່າເຮືອ ແລະ​ພື້ນ​ຖານ​ໂຄງ​ລ່າງພົນລະເຮືອນໃນເມືອງອິສແມລ.

ທ່ານໂອເລ ກີເປີ ຜູ້ປົກຄອງຂົງເຂດ ກ່າວຢູ່ເຕເລກຣາມວ່າ ຫົກຄົນໄດ້ຮັບບາດເຈັບໃນການໂ​ຈມຕີ.

ເມືອງອິສແມລ ໄດ້ເປັນເປົ້າໝາຍການໂຈມຕີຂອງຣັດເຊຍຢູ່ເລື້ອຍໆ ຫວ່າງບໍ່ເທົ່າໃດເດືອນທີ່ຜ່ານມານີ້. ບັນດາ​ທ່າເຮືອທີ່ໃຊ້ເພື່ອສົ່ງອາຫານປະເພດເມັດ ຢູ່ຕາມແມ່ນໍ້າດານູບ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG