ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວ​ຮັບ​ ຕຳ​ແໜ່ງ​ປະ​ທານ​ວຽນ ອາ​ຊຽນ ປີ 2024 ຕໍ່ຈາກ​ອິນ​ໂດ​ເນ​ເຊຍ


ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ່ານສອນ​ໄຊ ສີ​ພັນ​ດອນ ໃນ​ລະ​ຫວ່າງ​ການ​ມອບ​ຮັບ​ປະ​ທານ ອາ​ຊຽນ. REUTERS/Willy Kurniawan/Pool
ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ທ່ານ ໂຈ​ໂກ ວິ​ໂດ​ໂດ ຈັບ​ມື​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ່ານສອນ​ໄຊ ສີ​ພັນ​ດອນ ໃນ​ລະ​ຫວ່າງ​ການ​ມອບ​ຮັບ​ປະ​ທານ ອາ​ຊຽນ. REUTERS/Willy Kurniawan/Pool

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ລາວ ທ່ານ​ສອນ​ໄຊ ສີ​ພັນ​ດອນ ໄດ້​ຮັບມອບ ຕຳ​ແໜ່ງ​ປະ​ທານ​ວຽນໃຫ້​ຄົນ​ຕໍ່​ໄປ​ຂອງ​ອາ​ຊຽນ ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂນ​ເນ​ເຊຍ ທ່ານ​ໂຈ​ໂກ ວີ​ໂດ​ໂດ ໃນ​ຕອນ​ທ້າຍ​ຂອງກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ ​ຄັ້ງ​ທີ 43 ທີ່​ນະ​ຄອນ​ຫຼວງ​ຈາ​ກາ​ຕາ ເມື່ອ​ວັນ​ທີ 7 ກັນ​ຍາ ປີ 2023 ອີງ​ຕາມຖະ​ແຫຼງ​ຂ່າວ​ຂອງອາ​ຊຽນ-ອິນ​ໂດ​ເນ​ເຊຍ ແລະ​ອົງ​ການ​ຂ່າວ​ຫວຽດ​ນາມ .

ປະ​ທາ​ນາ​ທິ​ບໍ​ດີ​ວີ​ໂດ​ໂດ ກ່າວ​ວ່າ “ມັນ​ເຖິງ​ເວ​ລາ​ແລ້ວ​ທີ່​ຈະ​ຕ້ອງມອບ​ການ​ເປັນ​ປະ​ທານໃຫ້​ແກ່ ສ​ປ​ປ ລາວ. ຂໍ​ໃຫ້​ພວກ​ເຮົາ​ຈົ່ງ​ສືບ​ຕໍ່​ ເສີມ​ຂະ​ຫຍາຍການ​ເຮັດ​ວຽກ​ແລະ​ການ​ຮ່ວມ​ມື​ກັນເພື່ອ​ໃຫ້​ອາ​ຊຽນ​ມີ​ຄວາມ​ວັດ​ທະ​ນາ​ຖາ​ວອນ ແລະ​ໂລກ​ກາຍ​ເປັນ​ບ່ອນ​ທີ່​ດີ​ຂຶ້ນ​ ສຳ​ລັບ​ທຸກໆ​ຄົນ.

​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ທ່ານສອນ​ໄຊ ​ສີ​ພັນ​ດອນ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ທ່ານ ຈະ​ສືບ​ຕໍ່ ​ຊຸກ​ຍູ້ຜົນ​ສຳ​ເລັດ​ທີ່​ອິນ​ໂດ​ເນ​ເຊຍ​ໄດ້ຮັບ​ມາ ໃນ​ລະ​ຫວ່າງ​ການ​ເປັນ​ປະ​ທານ​ຂອງປະ​ເທດ​ດັ່ງ​ກ່າວ.

ນອກນັ້ນ ທ່ານ​ຍັງ​ໄດ້​ກ່າວ​ຢ້ຳ​ວ່າ ໃນ​ຖາ​ນະ​ປະ​ທານ​ວຽນ​ຂອງ​ອາ​ຊຽນ​ປີ 2024 ລາວ​ຈະ​ເພັ່ງ​ເລັງ​ໃສ່​ການ​ຊຸກ​ຍູ້ການ​ເຊື່ອມ​ຕໍ່ ເປີດ​ໂອ​ກາດ​ໃຫ້​ມີ​ການ​ຮ່ວມ​ມືແລະ​ແກ້​ໄຂ​ບັນ​ຫາ​ທ້າ​ທາຍ​ຕ່າງໆຢູ່​ໃນ​ໂລກ​ທີ່​ພວມ​ມີ​ການ​ປ່ຽນ​ແປງ​ເມື່ອ​ເວົ້າ​ເຖິງ​ດ້ານ​ພູ​ມີ​ສາດ​ການ​ເມືອງ.

“ພວກ​ເຮົາ​ຍັງ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ການ​ເຊື່ອມ​ຕໍ່ ຫຼຸດ​ຜ່ອນ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາໃນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ອາ​ຊຽນ ຊຸກ​ຍູ້​ຄວາມ​ເປັນ​ກາງ​ທາງ​ດ້ານ​ຄາ​ບ່ອນ ແລະ​ຜັກ​ດັນ​ໃຫ້​ມີ​ການ​ຫັນ​ປ່ຽນ​ໄປ​ສູ່​ດີ​ຈີ​ໂຕ ຢູ່​ໃນ​ຂົ​ງ​ເຂດ” ທ່ານ​ສອນ​ໄຊ​ກ່າວ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອນ​ໄຊຍັງ​ໄດ້​ກ່​າວ​ວ່າ ສ​ປ​ປ ລາວ​ ພ້ອມ​ແລ້ວ​ທີ່​ຈະ​ໃຫ້​ການ​ຮ່ວມ​ມື​ກັບ​ທຸກໆ​ປະ​ເທດ​ສະ​ມາ​ຊິກແລະ​ພາ​ຄີ​ຂອງ​ອາ​ຊຽນ ເພື່ອ​ຄ້ຳ​ປະ​ກັນຄວາມ​ສຳ​ເລັດ ​ໃນ​ການ​ເປັນ​ປະ​ທານ​ວຽນ​ອາ​ຊຽນ​ຂອງລາວ. ທ່ານ​ກ່າວ​ວ່າ “ພວກ​ເຮົາ​ຫວັງ​ວ່າຈະ​ໄດ້​ຕ້ອນ​ຮັບ​ບັນ​ດາ​ທ່ານ​ທຸກໆ​ຄົນ​ໄປ​ຢ້ຽມ​ຢາມ ສ​ປ​ປ ລາວ.”

ອ​າ​ຊຽນ ທີ່​ສ້າງ​ຕັ້ງ​ຂຶ້ນ​ມາ ​ໃນ​ປີ 1967 ແມ່ນ​ປະ​ກອບ​ດ້ວຍ​ບ​ຣູ​ນາຍ ກຳ​ປູ​ເຈຍ ອິນ​ໂດ​ເນ​ເຊຍ ລາວ ມາ​ເລ​ເຊຍ ມຽນ​ມາ ຟີ​ລິບ​ປິ​ນ ສິງ​ກະ​ໂປ ໄທ ແລະ​ຫວຽດ​ນາມ.

ASEAN Indonesia/VNA

XS
SM
MD
LG