ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກອາຊະຍາກອນຂ້າມຊາດ ເຄື່ອນໄຫວຫຼອກລວງ ຢູ່ໃນເຂດລຸ່ມແມ່ນໍ້າຂອງ ຜ່ານທາງອິນເຕີແນັດ


ພາບ ກ່ຽວກັບ ການເພີ່ມຂຶ້ນຂອງອາຊະຍາກຳທາງໄຊເບີ.
ພາບ ກ່ຽວກັບ ການເພີ່ມຂຶ້ນຂອງອາຊະຍາກຳທາງໄຊເບີ.

ທ່ານຜູ້ຟັງທີ່ເຄົາລົບສຳ​ລັບ​ລາຍ​ການ​ພິ​ເສດ​ໃນ​ແລງມື້ນີ້ພວກ​ເຮົາ​ຈະ​ນຳ​ເອົາ​ລາຍງານກ່ຽວກັບການກໍ່ອາຊະຍາກໍາທີ່ເປັນເຄືອຂ່າຍຂ້າມຊາດໂດຍສະເພາະ ແມ່ນການເຄື່ອນໄຫວລໍ້ລວງ ແລະຫລອກລວງຜ່ານທາງອອນລາຍທີ່ລວມສູນ ຢູ່ໃນຂົງເຂດລຸ່ມແມ່ນໍ້າຂອງກໍາລັງເປັນໄພຂົ່ມຂູ່ດ້ານຄວາມປອດໄພທາງອິນ ເຕີແນັດທີ່ໜ້າເປັນຫ່ວງ ຊຶ່ງບົວສະຫວັນຈະມີລາຍງານມາສະເໜີທ່ານໃນອັນດັບ ຕໍ່ໄປ.

ການກໍ່ອາຊະຍາກໍາຂ້າມຊາດກໍາລັງແຜ່ຂະຫຍາຍອອກຢ່າງວ່ອງໄວ ຢູ່ໃນເຂດ ລຸ່ມແມ່ນໍ້າຂອງ ໂດຍສະເພາະແມ່ນກິດຈະກໍາຫລອກລວງທາງອອນລາຍ ເພື່ອລໍ້ເອົາເງິນຜູ້ຕົກເປັນເຫຍື່ອໃນທົ່ວໂລກ ໂດຍທີ່ມີສູນລວມແລະການກັກຂັງຜູ້ຖືກບັງຄັບໃຫ້ເຄື່ອນໄຫວ ຢູ່ໃນເຂດຄຸ້ມໃຫຍ່ໆ ພາຍໃນເຂດຖະກິດພິເສດ ຂອງປະ ເທດໃນຂົງ ເຂດນີ້, ອີງຕາມການລາຍງານຂອງກອງປະຊຸມສົນທະນາດ້ານນະໂຍ ບາຍກ່ຽວກັບການລັກລອບຄ້າມະນຸດ, ຢາເສບ ແລະສັດປ່າ ແລະການກໍ່ອາຊະຍາກໍາຫລອກລວງທາງອອນລາຍ ໃນຂົງເຂດດັ່ງກ່າວ ທີ່ຈັດຂຶ້ນໃນບາງກອກ ໃນເດືອນພຶດສະພາ ແລະເຜີຍແຜ່ອອກມາເມື່ອມໍ່ໆມານີ້ ໂດຍສູນກາງສຕິມຊັນ (Stimson) ຊຶ່ງເປັນສູນຄົ້ນຄວ້າທີ່ໄດ້ຮັບທຶນຈາກກະຊວງການຕ່າງປະເທດສະຫະລັດໃຫ້ລົງເລິກບັນຫາທີ່ກ່ຽວຂ້ອງກັບຂົງເຂດແມ່ນໍ້າຂອງ. ທ່ານ ໄບຣອັນ ອາຍເລີ (Brian Eyler), ຜູ້ອໍານວຍການຂອງໂຄງການເອເຊຍຕາເວັນອອກສຽງໃຕ້ຢູ່ທີ່ສູນດັ່ງກ່າວໃຫ້ຄໍາເຫັນກ່ຽວກັບບັນຫານີ້ວ່າ:

“ຂ້າພະເຈົ້າຄິດວ່າ ແລະເວົ້າວ່າມັນສໍາຄັນກວ່າ ກໍເພາະວ່າມັນກາຍເປັນບັນຫາທີ່ໜັກໜ່ວງທີ່ຖືກເພັ່ງເລັງໃສ່ຫຼາຍໃນລະຫວ່າງການສົນທະນາຂອງກອງປະຊຸມກ່ຽວກັບອາຊະຍາກໍາທາງອິນເຕີແນັດ ແລະເຂດຄຸ້ມສູນລວມການຫລອກລວງ ຫລື ລໍ້ລວງທາງອິນເຕີແນັດ ທີ່ກໍາລັງພັດທະນາ ແລະຍັງພັດທະນາໄປຢູ່ ແລະການລັກພາຕົວ ແລະເຮັດໃຫ້ຫລາຍສິບພັນຄົນຕົກເປັນເຫຍື່ອ ໂດຍສະເພາະແມ່ນຢູ່ໃນປະເທດ ກຳປູເຈຍ, ລາວ ແລະ ມຽນມາ, ບັງຄັບໃຫ້ພວກເຂົາໃຊ້ໂທລະສັບມືຖື ຫລື ສະມາດໂຟນ ແລະວິທີການອື່ນໆ ເພື່ອຫລອກລວງເອົາເງິນຈາກຄົນຢູ່ທົ່ວໂລກ.”

ມັນໄດ້ກາຍເປັນທຸລະກິດທີ່ສາມາດສ້າງລາຍໄດ້ອັນມະຫາສານໃຫ້ແກ່ຫົວໜ້າ ແກັ່ງອາຊະຍາກອນ ຊຶ່ງມີເຖິງຕື້ໂດລາຕໍ່ປີ ແລະປີນີ້ກໍປາກົດວ່າເປັນປີທີ່ສ້າງລາຍ ໄດ້ສູງທີ່ສຸດ ຈາກການກໍ່ອາຊະຍາກໍາດ້ານນີ້, ອີງຕາມທ່ານເມກ ດາຣາ, ຜູ້ຕິດ ຕາມບັນຫາການຫລອກລວງທາງອອນລາຍ ແລະໄດ້ຮັບລາງວັນດີເດັ່ນດ້ານ ການຕ້ານການຄ້າມະນຸດຈາກກະຊວງການຕ່າງປະເທດສະຫະລັດໃນປີນີ້. ກິດຈະການທີ່ວ່ານີ້ ກໍກໍາລັງມີການຂະຫຍາຍຕົວຢ່າງງອກງາມ ໃນເຂດ ເສດ ຖະກິດພິເສດສາມຫຼ່ຽມຄໍາບ່ອນທີ່ເຈົ້າໜ້າທີ່ລາວພົບຄວາມຫຍຸ້ງຍາກ ໃນການເຂົ້າໄປກວດກາ. ທ່ານອາຍເລີ ເວົ້າເຖິງສິ່ງທີ່ທ່ານ ແລະທິມງານ ທ່ານໄດ້ເຫັນຢູ່ທີ່ນັ້ນໃນເດືອນແລ້ວນີ້ສູ່ຟັງວ່າ:

“ພວກເຮົາໄດ້ເຫັນວ່າມັນເປັນພື້ນທີ່ຂະຫຍາຍຕົວຢ່າງງອກງາມຂອງກິດຈະການທີ່ຜິດກົດໝາຍທີ່ພວກເຮົາກໍາລັງເວົ້າເຖິງໃນປັດຈຸບັນ. ຂ້າພະເຈົ້າໄດ້ໄປຢ້ຽມຢາມເຂດນັ້ນຄັ້ງທໍາອິດ ໃນເວລາທີ່ມັນບໍ່ມີຫຍັງເລີຍຢູ່ຫັ້ນ ແລະດຽວນີ້ ມັນມີອາຄານສູງຫຼາຍກວ່າເກົ່າ ແລະອາດຈະມີການໃຊ້ໄຟຟ້າ ແລະການໃຊ້ຮູບແບບອື່ນໆຫລາຍຂຶ້ນ. ແນ່ນອນ ມີການຫລັ່ງໄຫລຂອງກະແສການຄ້າຜິດກົດໝາຍທີ່ເກີດຂຶ້ນໃນທົ່ວປະເທດລາວ. ພາຍໃນພື້ນທີ່ຂອງກາສິໂນ Kings Romans, ເຂດເສດ ຖະກິດພິເສດນັ້ນ ແມ່ນໄດ້ຮັບຄວາມສົນໃຈຫຼາຍໃນລະຫວ່າງການສົນທະນາດ້ານນະໂຍບາຍຂອງພວກເຮົາ. ແລະພວກເຮົາໄດ້ຮຽນຮູ້ຫຼາຍສິ່ງຫຼາຍຢ່າງທີ່ລັດຖະ ບານລາວ ແລະອົງການບັງຄັບໃຊ້ກົດໝາຍລາວມີບັນຫາຫຼາຍ ໃນການເຂົ້າເຖິງ ແລະ ເຂົ້າໄປໃນເຂດເສດຖະກິດພິເສດນັ້ນ ເຖິງແມ່ນວ່າມັນຕັ້ງຢູ່ບົນຜືນແຜ່ນ ດິນຂອງລາວກໍຕາມ.”

ແຕ່ຢ່າງໃດກໍຕາມ ລາຍງານປະຈໍາປີ 2023 ຂອງກະຊວງການຕ່າງປະເທດສະ ຫະລັດ ກ່ຽວກັບການຄ້າມະນຸດໃນທົ່ວໂລກ​ນັ້ນເວົ້າວ່າ ໂດຍລວມແລ້ວລັດຖະ ບານລາວໄດ້ດໍາເນີນຄວາມພະຍາມຫລາຍຂຶ້ນເພື່ອປັບປຸງດ້ານຕ່າງໆ ຊຶ່ງ​ລວມມີ ການເພີ້ມການສືບສວນກໍ​ລະ​ນີ​ຄ້າ​ມະ​ນຸດ​ທີ່ກຳ​ເນີດ​ຂຶ້ນ​ຢູ່​ໃນ​ເຂດ​ເສດ​ຖະ​ກິດ​ພິ​ເສດ, ເປີດຫ້ອງການກົມຕ້ານການຄ້າມະນຸດຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ຊຶ່ງໃນນັ້ນໄດ້ດໍາເນີນການກວດກາ 306 ບໍລິສັດ ໂດຍບໍ່ໄດ້ແຈ້ງໃຫ້ຊາບລ່ວງ​ໜ້າ ແລະເຈລະຈາເງື່ອນໄຂຕ່າງໆ ສຳ​ລັບບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ ຫລື MOU ເພື່ອຮັບປະກັນໃຫ້ຕົວແທນສະຫະພັນກຳມະບານລາວເຂົ້າໄປເຂດເສດ ຖະກິດພິເສດໄດ້.

ການປາບປາມການກໍ່ອາຊະຍາກໍາດັ່ງກ່າວນີ້ ເປັນການຍາກຍ້ອນຫລາຍສາເຫດ, ອີງຕາມພວກນັກຊ່ຽວຊານ ເພາະວ່າ ມັນກ່ຽວພັນກັບຫລາຍປະເທດ ແລະຫົວໜ້າໃຫຍ່ ຫລື ຜູ້ສັ່ງການກໍ່ອາຊະຍາກໍາເຫລົ່ານີ້ ສ່ວນຫລາຍແລ້ວ ແມ່ນຢູ່ຂົງເຂດອື່ນ ແລະເປັນກຸ່ມຄົນທີ່ເບິ່ງແລ້ວຄືວ່າ ເປັນຄົນມີຖານະດີ, ອີງຕາມທ່ານເມກ ດາຣາ ກ່າວຢູ່ໃນກອງປະຊຸມລາຍງານທາງອອນລາຍເມື່ອມໍ່ໆມານີ້ ທີ່ຈັດຂຶ້ນໂດຍ ອົງ ການສຕິມຊັນ. ໂດຍສັງເກດຈາກກໍລະນີການຈັບກຸມຫົວໜ້າແກັ່ງລາຍໃຫຍ່ ຢູ່ໃນປະເທດອື່ນ ເຊັ່ນມາເລເຊຍ, ສິງກະໂປ ແລະຟີລິບປິນໃນປີຜ່ານມາທ່ານບອກວ່າ:

“ສິ່ງທີ່ຂ້າພະເຈົ້າໄດ້ຮຽນຮູ້ກໍຄືວ່າ ພວກທໍາການຫລອກລວງ ສ່ວນໃຫຍ່ພວກເຂົາບໍ່ໄດ້ຢູ່ໃນປະເທດກໍາປູເຈຍຫຼື ໃນມຽນມາ ຫຼືໃນລາວ ແຕ່ພວກເຂົາດໍາລົງຊີວິດ,ອາໄສຢູ່ສິງກະໂປ. ທ່ານຮູ້ບໍ່ ພວກເຂົາມີເຄື່ອງໃຊ້ຫລູຫລາຫລາຍຢ່າງ ເຊັ່ນວ່າ ໃສ່ແຫວນຍີ່ຫໍ້ Channel, Louis [Vuitton], ມີລົດ 3 ຄັນ ເປັນຕົ້ນ. ສ່ວນຫລາຍແລ້ວ ພວກເຂົາມີລູກນ້ອງຢູ່ໃນແຕ່ລະປະເທດ, ຢູ່ກຳປູເຈຍ, ຢູ່ລາວ, ຢູ່ມຽນມາ, ຢູ່ໄທ… ມີການບຸກເຂົ້າກວດຄົ້ນຄັ້ງນຶ່ງ, ເຂົາເຈົ້າໄດ້ຈັບກຸມປະມານ 10 ຄົນ ຢູ່ສິງກະໂປ ພວກເຂົາມີ​ສັນ​ຊາດ​ກໍາ​ປູ​ເຈຍ​ ແຕ່​ວ່າ ​ເຂົາມາ​ຈາກຈີນ​, ​ເຂົາຍັງ​ເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ​ຈໍານວນນຶ່ງ​ຢູ່ໃນ [ກໍປູເຈ້ຍ​] ອີກດ້ວຍ.​”

ນອກຈາກນັ້ນ ພວກທີ່ຖືກບັງຄັບໃຫ້ທໍາການລໍ້ລວງທາງອອນລາຍນັ້ນ ກໍບໍ່ແມ່ນ ແຕ່ຄົນຢູ່ໃນເຂດລຸ່ມແມ່ນໍ້າຂອງເທົ່ານັ້ນ ແຕ່ຍັງມີຄົນທີ່ມາຈາກຂົງເຂດອື່ນ ອີກ ດ້ວຍ. ໃນນັ້ນ ກໍມີໄຕ້ຫວັນຊຶ່ງເປັນປະເທດທີ່ມີຄວາມເຂັ້ມງວດ ພໍສົມຄວນ ໃນການປາບປາມປາກົດການດັ່ງກ່າວ, ອີງຕາມທ່ານນາງວາແລນທິນາ ກາຊູລີ (Valentina Casulli), ເຈົາໜ້າທີ່ໂຄງການຢູ່ອົງການທີ່ປຶກສາຄົ້ນຄວ້າ ດ້ານມະນຸດຊາດ ຫລື Humanity Research Consultancy ທີ່ອັງກິດ ທີ່ຊ່ຽວຊານດ້ານການຄ້າມະນຸດ, ຂ້າທາດສະໄໝໃໝ່ ແລະສິດທິຂອງຜູ້ອອກແຮງງານ. ທ່ານນາງກ່າວດັ່ງນີ້:

“ໃນທ້າຍປີກາຍນີ້ ເຂົາເຈົ້າດໍາເນີນຄະດີຕໍ່ພວກຄ້າມະນຸດ ເກືອບຮອດ 300 ຄົນ ທີ່ສົ່ງຄົນໄຕ້ຫວັນໄປເຮັດວຽກຢູ່ໃນເຂດຄຸ້ມກໍ່ອາຊະຍາກໍາຢູ່ໃນເຂດເສດຖະກິດ ພິເສດຂອງກໍາປູເຈຍ ແລະເປັນສະມາຊິກຂອງແກັ່ງ United Bamboo ຊຶ່ງເປັນ ແກັ່ງຊື່ດັງ ດໍາເນີນການຢູ່ໃນໄຕ້ຫວັນທີ່ທໍາການລັກລອບສົ່ງຄົນໄປເຮັດວຽກ ຢູ່ກໍາປູເຈຍນັ້ນ ຊຶ່ງສະມາຊິກຜູ້ນຶ່ງໃນນັ້ນຖືກຕັດສິນຈໍາຄຸກ 18 ປີ.”

ອີກດ້ານນຶ່ງ ການປະຕິບັດງານຂອງເຈົ້າໜ້າທີ່ຂອງລັດຖະະບານກໍຍັງບໍ່ມີປະສິດທິຜົນສູງ ເມື່ອທຽບໃສ່ກົນລະຍຸດຂອງພວກກໍ່ອາຊະຍາກໍາໂດຍສະແດງອອກ ໃນຕົວຢ່າງມີການບຸກລຸກເຂົ້າກວດຄົ້ນເຂດຄຸ້ມເຄື່ອນໄຫວຫລອກ ລວງທາງອອນລາຍຢູ່ກໍາປູເຈຍເມື່ອຕົ້ນປີນີ້ ແຕ່ບໍ່ເທົ່າເດືອນຕໍ່ມາພວກເຂົາກໍກັບ ຄືນໄປເຄື່ອນໄຫວຢູ່ຫັ້ນອີກແຕ່ຢູ່ໃຊ້ຊື່ໃໝ່. ພ້ອມກັນນັ້ນ ກໍຍັງບໍ່ທັນມີການຮ່ວມມື ແລະປະສານງານກັນຢ່າງໃກ້ຊິດ ລະຫວ່າງລັດຖະບານຂອງປະເທດໃນຂົງເຂດນີ້, ອີງທ່ານເມກ ດາຣາ.

ສະນັ້ນ ການກໍ່ອາຊະຍາກໍາທາງອອນລາຍເພື່ອຫຼອກ ລໍ້ເອົາເງິນຈາກຜູ້ຕົກເປັນ ເຫຍື່ອທີ່ມີສູນລວມຕັ້ງຢູ່ໃນເຂດລຸ່ມແມ່ນໍ້າຂອງຍັງສືບຕໍ່ເປັນໄພຂົ່ມຂູ່ເພີ້ມຂຶ້ນຕໍ່ ຄວາມປອດໄພຂອງຄົນທົ່ວໂລກຢ່າງໜ້າເປັນຫ່ວງ.

XS
SM
MD
LG