ສະຫະລັດ, ໃນວັນພຸດວານນີ້ ໄດ້ຂະຫຍາຍການລົງໂທດຕໍ່ມຽນມາເຊິ່ງລວມມີບັນດາບບໍລິສັດຂອງຕ່າງປະເທດ ຫຼືບັນດາບຸກຄົນ ທີ່ກໍາລັງໃຫ້ການຊ່ວຍເຫຼືອລັດຖະບານທະຫານມຽນມາ ໃນການຫາຊື້ນໍ້າເຊື້ອໄຟ ສໍາລັບເຮືອບິນ ທີ່ພວກເຂົາໃຊ້ໃນການໂຈມຕີທາງອາກາດຕໍ່ປະຊາຊົນຂອງພວກເຂົາເອງ, ເຊິ່ງກະຊວງການເງິນຂອງສະຫະລັດ ກ່າວຢູ່ໃນຖະແຫຼງການ, ອີງຕາມລາຍງານ ຂອງອົງ ການຂ່າວ Reuters.
ກະຊວງການເງິນ ຍັງໄດ້ເພີ້ມຊື່ອີກສອງບຸກຄົນເຂົ້າໃນບັນຊີການລົງໂທດຂອງຕົນ ຄື ຄິນ ພີວ ວິນ (Khin Phyu Win) ແລະ ຊໍ ມິນ ຕຸນ (Zaw Min Tun), ພ້ອມດ້ວຍສາມບໍລິສັດທີ່ເຊື່ອມໂຍງກັບພວກເຂົາ, ຜູ້ທີ່ມີສ່ວນຮ່ວມໃນການຈັດຊື້ ແລະຈໍາໜ່າຍນໍ້າມັນເຊື້ອໄຟຂອງເຮືອບິນໃຫ້ແກ່ກອງທັບ ເຊິ່ງໄດ້ເຂົ້າຢຶດອໍານາດ ໃນເດືອນ ກຸມພາ ປີ 2021 ກະຊວງການເງິນກ່າວ.
ກະຊວງການເງິນຍັງໄດ້ກ່າວອີກວ່າ ຕົນກໍາລັງດໍາເນີນການອອກຂໍ້ກໍານົດທີ່ລະບຸກ່ຽວກັບພາກສ່ວນນໍ້າມັນເຊື້ອໄຟ ຂອງເຮືອບິນໃນມຽນມາ ເຊິ່ງຢູ່ພາຍໃຕ້ ກົດຂໍ້ບັງຄັບ ທີ່ໄດ້ເຊັນລົງນາມໂດຍປະທານາທິບໍດີ ໂຈ ໄບເດັນ ສໍາລັບຂັດຂວາງບັນດາບໍລິສັດ ຢູ່ນອກມຽນມາ ຈາກການຕິດຕໍ່ຊື້ຂາຍ ກັບພາກສ່ວນປ້ອງກັນປະເທດ.
ທ່ານໄບຣແອນ ເນລສັນ (Brian Nelson), ຮອງລັດຖະມົນຕີກະຊວງການເງິນ ຮັບຜິດຊອບເລື້ອງການກໍ່ການຮ້າຍແລະສືບລັບທາງດ້ານການເງິນ ກ່າວຢູ່ໃນຖະແຫຼງການວ່າ “ໂດຍຂະຫຍາຍການນໍາໃຊ້ໜ່ວຍງານການລົງໂທດຂອງພວກເຮົາ ເພື່ອກໍານົດເປົ້າໝາຍ ແລະເພີ້ມການລົງໂທດທີ່ມີຄວາມສໍາຄັນຕໍ່ລະບອບການປົກຄອງຜະເດັດການທະຫານ, ພວກເຮົາສາມາດທີ່ຈະຂັດຂວາງແຫຼ່ງຊັບພະຍາກອນຂອງລະບອບການປົກຄອງຜະເດັດການ ທີ່ສາມາດນໍາມາໃຊ້ເພື່ອກົົດຂີ່ປະຊາຊົນຂອງພວກເຂົາໄດ້.”