ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະ​ຕຸ​ລາ​ການ​ໃຫຍ່ ລັດຈໍເຈຍ ​ຟ້ອງທ່ານທຣໍາ ໃນ​ການ​ສືບ​ສວນ ​ກ່ຽວ​ກັບ​ການ​ເລືອກ​ຕັ້ງ


ທະນາຍຄວາມເຂດເມືອງຟູລຕັນ ທ່ານນາງຟານີ ວິລລິສ ກ່າວຕໍ່ສື່ສັງຄົມ ຫລັງຈາກຄະນະຕຸລາການ ໄດ້ນຳຜົນຂໍ້ກ່າວຫາຄືນມາ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣໍາ ແລະບັນດາພັນທະມິດ ໃນຄວາມພະຍາຍາມ ​ເພື່ອຕ່າວປີ້ນ ຜົນການເລືອກຕັ້ງ ປີ 2020
ທະນາຍຄວາມເຂດເມືອງຟູລຕັນ ທ່ານນາງຟານີ ວິລລິສ ກ່າວຕໍ່ສື່ສັງຄົມ ຫລັງຈາກຄະນະຕຸລາການ ໄດ້ນຳຜົນຂໍ້ກ່າວຫາຄືນມາ ຕໍ່ອະດີດປະທານາທິບໍດີ ດໍໂນລ ທຣໍາ ແລະບັນດາພັນທະມິດ ໃນຄວາມພະຍາຍາມ ​ເພື່ອຕ່າວປີ້ນ ຜົນການເລືອກຕັ້ງ ປີ 2020

ຄະນະຕຸລາການໃຫຍ່ຢູ່ໃນລັດຈໍເຈຍຂອງສະຫະລັດ ໄດ້ຟ້ອງຮ້ອງຢ່າງເປັນທາງການ ຕໍ່ອະດີດປະທານາທິບໍດີດໍໂນລ ທຣໍາ ແລະອີກ 18 ຄົນ ທີ່ພົວພັນກັບຄວາມພະຍາຍາມ ເພື່ອຈະຕ່າວປີ້ນການເລືອກຕັ້ງປີ 2020 ທີ່​ທ່ານເສຍໄ​ຊນັ້ນ.

ຂໍ້ກ່າວຫາ 13 ຂໍ້ ທີ່ໄດ້​ມີ​ການເປີດເຜີຍ​ຕໍ່ທ່ານທຣໍາ ໃນຕອນແລງວັນຈັນວານນີ້ ຮວມທັງການ​ສໍ້​ໂກງ ລະເມີດຕໍ່ຄຳສາບານການ​ເຂົ້າ​ຮັບໜ້າ​ທີ່ ​ສົມ​ຮູ້​ຮ່ວມ​ຄິດ ທີ່ຈະປອມແປງ ແລະຍຶືນເອກກະສານທີ່ບໍ່ມີຄວາມຈິງ ແລະການກະທຳຜິດອື່ນໆ.

ການກ່າວຫາການ​ສໍ້​ໂກງ ໝາຍຄວາມວ່າ ບັນດາໄອຍະການຈໍເຈຍຕ້ອງພິສູດໃຫ້ເຫັນວ່າ ອະດີດປະທານາທະບໍດີ ໄດ້ລະເມີດກົດ​ໝາຍ​ຂອງ​ລັດ​ຈໍ​ເຈຍສອງ ​ຂໍ້ ຫລືຫລາຍກວ່ານັ້ນ ອັນເປັນສ່ວນ​ນຶ່ງຂອງແຜນ​ການ​ ທີ່ຈະຕ່າວປີ້ນຜົນການເລືອກຕັ້ງ.

ຮວມຢູ່ໃນບັນ​ດາ​ຜູ້​ທີ່​ຖືກກ່າວຫາພ້ອມ​ກັບທ່ານທຣໍາ ກໍມີອະດີດຫົວໜ້າທີ່ປຶກສາທຳນຽບຂາວ ທ່ານມາກ ມີໂດ ທະນາຍຄວາມຂອງທ່ານທຣໍາ ທ່ານຣູດີ ​ຈູ​ລີອານີ ແລະອະດີດເຈົ້າໜ້າທີ່ກະຊວງຍຸຕິທຳ ທ່ານແຈຟຟຣີ ຄລາກ.

ທະນາຍຄວາມເຂດເມືອງຟູລຕັນ ທ່ານ​ນາງຟານີ ວິລລິສ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ບັນດາຜູ້ຖືກກ່າວຫາ ແມ່ນ​ເປັນສ່ວນນຶ່ງ​ຂອງ​ວິ​ສາ​ຫະ​ກິດ​ອາ​ຊະ​ຍາ​ກຳ​ ຢູ່ໃນເມືອງ ແລະແຫ່ງອື່ນໆເພື່ອ “ໃຫ້ສຳເລັດເປົ້າໝາຍທີ່ຜິດກົດໝາຍ ​ໃນການເຮັດໃຫ້ທ່ານດໍໂດລ ເຈ ທຣໍາ ໄດ້ຍຶດເອົາຕຳແໜ່ງປະທານາທິບໍດີຕື່ມ​ອີກ​ນຶ່ງ​ສະ​ໄໝ” ທີ່ໄດ້ເລີ້ມໃນເດືອນມັງກອນ 2021.

ລາຍລະອຽດຂໍ້ກ່າວຫາຫລາຍຢ່າງເປັນທາງການ ແມ່ນເປັນສ່ວນນຶ່ງຂອງຄວາມພະຍາຍາມດັ່ງກ່າວ ຮວມທັງການ​ກ່າວອ້າງເອົາຊໍ້າແລ້ວຊໍ້າອີກ ກ່ຽວ​ກັບຜູ້ປ່ອນບັດປອມຕໍ່ພວກເຈົ້າໜ້າທີ່ຈໍເຈຍ ພະຍາຍາມຊັກຊວນບັນດາສະມາຊິກສະພາຈໍເຈຍ ດຳ​ເນີນ​ການ​ຕໍ່ຕ້ານຜົນການເລືອກຕັ້ງ ແລະແຕ່ງຕັ້ງເຈົ້າໜ້າທີ່ເລືອກຕັ້ງ​ສຳ​ລັບປ່ອນບັດ​ຂອງລັດ​ຫຼື​ເອ​ເລັກ​ເທີ ໃຫ້ເຫັນພ້ອມກັບທ່ານທຣໍາ ແລະຂະໂມຍເອົາຂໍ້ມູນ​ການປ່ອນບັດ.

“ການເລືອກຕັ້ງທັງໝົດຢູ່ໃນປະເທດເຮົາ ບໍລິຫານໂດຍລັດ ຊຶ່ງມອບຄວາມຮັບ ຜິດຊອບຂອງການຄໍ້າປະກັນການດຳເນີນງານທີ່ທ່ຽງທໍາ ແລະນັບຢ່າງຖືກຕ້ອງ​ໃນການປ່ອນບັດ” ທີ່ທ່ານ​ນງວິລລິສ ໄດ້ກ່າວ. “ບົດບາດຂອງລັດຕ່າງໆ ຢູ່ໃນການດຳເນີນງານແມ່ນ​ເປັນ​ສິ່ງສຳຄັນ ເພື່ອໃຫ້ປະຕິບັດຕາມປະຊາທິປະໄຕຂອງພວກເຮົາ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG