ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ທັນວາ ໒໐໒໕

ການລັກລອບນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອການຄ້າເຖື່ອນໃນລາວ ຄິດເປັນສັດສ່ວນ ເກີນກວ່າ 90 ເປີເຊັນ


ສິນຄ້າເຖື່ອນທີ່ລັກລອບເຂົ້າໄປໃນລາວ
ສິນຄ້າເຖື່ອນທີ່ລັກລອບເຂົ້າໄປໃນລາວ

ການລັກລອບນຳເຂົ້າສິນຄ້າຈາກຕ່າງປະເທດ ເພື່ອການຄ້າເຖື່ອນໃນລາວ ຄິດເປັນສັດສ່ວນ ເກີນກວ່າ 90 ເປີເຊັນ ຂອງມູນຄ່າການຄ້າທັງໝົດ ຊຶ່ງກໍຄືສາ ເຫດສຳຄັນ ທີ່ເຮັດໃຫ້ເງິນຕາບໍ່ເຂົ້າສູ່ລະບົບທະນາຄານ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ

please wait

No media source currently available

0:00 0:04:31 0:00

ນັກທຸລະກິດການເງິນ ການທະນາຄານໃນລາວເປີດເຜີຍວ່າ ການລັກລອບນໍາເຂົ້າສິນຄ້າຈາກຕ່າງປະເທດເພື່ອການຄ້າເຖື່ອນ ຫລືການຄ້າໜີພາສີ ຍັງເກີດຂຶ້ນຢ່າງກວ້າງຂວາງໃນທົ່ວປະເທດລາວ ຊຶ່ງບໍ່ພຽງແຕ່ຈະເຮັດໃຫ້ລັດຖະບານລາວຕ້ອງສູນເສຍລາຍຮັບດ້ານພາສີອາກອນຢ່າງຫລວງຫລາຍເທົ່ານັ້ນ ແຕ່ກໍຍັງໄດ້ສົ່ງຜົນກະທົບຕໍ່ສະຖານະໃນດ້ານທຶນສຳລອງເງິນຕາຕ່າງປະເທດ ຂອງລາວຢ່າງໜັກໜ່ວງອີກດ້ວຍ ເພາະວ່າການຄ້າໜີພາສີບໍ່ໄດ້ຊຳລະລາຄາສິນຄ້າ ຜ່ານລະບົບທະນາຄານແຕ່່ຢາງໃດ ຈຶ່ງເຮັດໃຫ້ເງິນຕາຕ່າງປະເທດບໍ່ເຂົ້າສູ່ລະບົບທະນາຄານ ຊຶ່ງເມື່ອສົມທົບກັບການດຳເນີນມາດຕະການ ກວດກາດ້ານເງິນຕາ ທີີ່ມີປະສິດທິພາບຕໍ່າ ຊຶ່ງຮັບຜິດຊອບໂດຍທະນາຄານແຫ່ງຊາດລາວນັ້ນ ກໍຍັງເຮັດໃຫ້ເງິນຕາ ທີ່ເກີດຈາກການຄ້າປົກກະຕິນັ້ນບໍ່ເຂົ້າສູ່ລະບົບທະ ນາຄານດ້ວຍເຊັ່ນກັນ ແລະຄິດເປັນສັດສ່ວນເກີນກວ່າ 90 ເປີເຊັນ ຂອງມູນຄ່າການຄ້າອີກດ້ວຍ ດັ່ງທີ່ນັກທຸລະກິດລາວໄດ້ຍົກກໍລະນີທີ່ມີການກວດພົບວ່າມີ 70 ບໍລິສັດການຄ້າ ຂະໜາດໃຫຍ່ໃນລາວໄດ້ມີການຊຳລະລາຄາສີນຄ້າຜ່ານລະບົບທະນາຄານພຽງແຕ່ສ່ວນນ້ອຍເທົ່ານັ້ນວ່າ:

“ຕາມສັນຍາ 70 ບໍລິສັດນີ້ພວກເຮົາຫລຸບທຶນ ຍ້ອນຫຍັງ ຍ້ອນເງິນບໍ້ເຂົ້າຜ່ານລະບົບ ນັ້ນຈະໄປ ເສຍຢູ່ປະມານ 5,942 ລ້ານໂດລາ ມັນເຂົ້າຜ່ານລະບົບມີພຽງແຕ່ 278 ລ້ານໂດລາ ເທົ່ານັ້ນ ເຫລືອຫັ້ນມັນໄປໃສ ກໍຢາກໃຫ້ລັດຖະບານນີ້ແຈ້ງຢູ່ຈຸດນີ້ຕື່ມໃຫ້ມັນຈະແຈ້ງ ຊີ້ແຈງໃຫ້ຮູ້ວ່າມັນເຫດຜົນຫຍັງມັນຈັ່ງບໍ່ເຂົ້າໃຫ້ປະຊາຊົນໄດ້ເຂົ້າໃຈນຳແລ້ວ ບັນຫາການນຳເຂົ້າສິນຄ້າທີ່ບໍ່ຖືກກໍຄືບັນຫາຢູ່ໃນພາວະຂີດແດງ”

ພາຍໃຕ້ສະພາບບັນຫາຄ່າເງິນກີບຕົກຕໍ່າລົງຢ່າງຕໍ່ເນື່ອງ ໃນຂະນະທີ່ການດຳ ເນີນມາດຕະການແກ້ໄຂບັນຫາດັ່ງກ່າວຂອງລັດຖະບານລາວ ກະບໍ່ມີປະສິດ ທິພາບ ທັງບໍ່ສາມາດຄວບຄຸມລາຄາສິນຄ້າແລະບໍ່ສາມາດໃຫ້ການສົ່ງເສີມການຜະລິດສິນຄ້າເພື່ອຕອບສະໜອງການຊົມໃຊ້ພາຍໃນໄດ້ພຽງພໍກັບຄວາມຕ້ອງ ການໂຕຈິງ ຈຶ່ງຕ້ອງນຳເຂົ້າສິນຄ້າ ຈາກຕ່າງປະເທດ ແລະເຮັດໃຫ້ລາວຕ້ອງຂາດດຸນການຄ້າຕ່າງປະເທດຢ່າງຕໍ່ເນື່ອງນັ້ນກໍຍອມເປັນໄປບໍ່ໄດ້ເລີຍທີ່ທະນາ ຄານແຫ່ງຊາດລາວຈະສາມາດຄວບຄຸມອັດຕາແລກປ່ຽນໄດ້ຕາມກຳນົດ ເພາະຕະຫລາດແລກປ່ຽນບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບນັ້ນເອງ.

ຍິ່ງໄປກວ່ານັ້ນ ການດຳເນີນມາດຕະການຂອງລັດຖະບານລາວ ເພື່ອແກ້ໄຂບັນກາດັ່ງກ່າວ ໃນໄລຍະທີ່ຜ່ານມາ ກໍຍັງບໍ່ສອດຄ່ອງກັບສະພາບບັນຫາໂຕຈິງອີກດ້ວຍ ເຊັ່ນການກຳໜົດໃຫ້ຫົວໜ່ວຍທຸລະກິດຊຳລະຄ່າໄຟຟ້າ ດ້ວຍເງິນໂດລາສະຫະລັດນັ້ນກໍຍິ່ງເຮັດໃຫ້ເກີດຄວາມບໍ່ເຊື່ອໝັ້ນໃນສະຖຽນລະພາບຂອງເງິນກີບເພິ້ມຂຶ້ນອີກ ທັງຍັງປາກົດວ່າບັນດານັກທຸລະກິດ ໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫລັກດ້ວຍ ຊຶ່ງກໍເປັນສາເຫດສຳຄັນທີ່ເຮັດໃຫ້ເງິນຕາຕ່າງປະເທດບໍ່ໄຫລເຂົ້າສູ່ລະບົບທະນາຄານດັ່ງນັ້ນຈຶ່ງໄດ້ມີຄວາມພະຍາ ຍາມທີ່ຈະດືງເອົາການແລກປ່ຽນເງິນຕາໃຫ້ເຂົ້າສູ່ລະບົບທະນາຄານຫລາຍຂຶ້ນ ດ້ວຍການຂະຫຍາຍຊ່ອງຫວ່າງຂອງການຄ້າເພີ້ມຂຶ້ນ ດັ່ງທີ່ທ່ານບຸນເຫລືອ ສິນໄຊວໍລະວົງ ຜູ້ວາການທະນາຄານແຫ່ງຊາດລາວ ໄດ້ຖະແຫລງຢືນຢັນວ່າ:

"ໄດ້ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫລາດ ທີ່ມີການຄຸ້ມຄອງຂອງລັດ ໂດຍໄດ້ປັບກອບອັດຕາແລກປ່ຽນໃຫ້ທະນາຄານທຸລະກິດກວ້າງອອກ 2 ຄັ້ງ ຄັ້ງທີ 1 ໃນເດືອນກຸມພາ ແມ່ນເພີ້ມເປັນບວກ-ລົບ 4.5 ເປີເຊັນ ຄັ້ງທີ 2 ຢູ່ໃນເດືອນມິຖຸນາໃນວັນທີ 19 ຜ່ານມາແມ່ນເພີ້ມຂຶ້ນເປັນບວກ-ລົບ 7.5 ເປີເຊັນ ເພື່ອໃຫ້ທະນາຄານທຸລະກິດກໍາໜົດອັດຕາແລກປ່ຽນຂອງຕົນໄດ້ຄ່ອງໂຕກວ່າເກົ່າ."

ກ່ອນໜ້ານີ້ ທະນາຄານແຫ່ງຊາດລາວໄດ້ມີຄຳສັ່ງປີດຮ້ານແລກປ່ຽນເງິນຕາເອກກະຊົນທັງໝົດໃນທົ່ວປະເທດ ແລະໄດ້ກຳນົດໃຫ້ສາມາດແລກປ່ຽນເງິນຕາໄດ້ສະເພາະໃນລະບົບທະນາຄານທຸລະກິດ ແລະທະນາຄານຂອງລັດຖະບານເທົ່ານັ້ນ ທັງຍັງໄດ້ສ້າງຕັ້ງກົມຄຸ້ມຄອງເງິນຕາຕ່າງປະເທດ ເພື່ອກວດກາການແລກ ປ່ຽນເງິນຕາໃນທົ່ວປະເທດ ໂດຍອັດຕາແລກປ່ຽນ ທີ່ທະນາຄານແຫ່ງຊາດລາວໄດ້ກຳນົດໃນສັບປະດາທີ່ 3 ໃນເດືອນກໍລະກົດ 2023 ຢູ່ທີ່ 18,866 ກີບຕໍ່ໂດລາສະຫະລັດ ກັບ 548 ກີບ ຕໍ່ 1 ບາດ ສ່ວນອັດຕາແລກປ່ຽນໃນຕະຫລາດສູງກວ່າ 600 ກີບ ຕໍ່ 1 ບາດ.

XS
SM
MD
LG