ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານສະຫະລັດອາເມຣິກາ ແລະນໍ​ເວ ສືບຕໍ່ຄຳໝັ້ນສັນຍາ ທີ່ມີມາແຕ່ຍາວນານ ໃນການສະໜັບສະໜູນ ການກວດກູ້ ລະເບີດທີ່ບໍ່ທັນແຕກ


ຄົນເກັບກູ້ລະເບີດບໍ່ທັນແຕກ ກຳລັງຊອກຫາລະເບີດ ຢູ່ຕາມທົ່ງນາ ໃນແຂວງຊຽງຂວາງ ປະເທດລາວ ເດືອນທັນວາ 2014 (Sean Sutton/MAG)
ຄົນເກັບກູ້ລະເບີດບໍ່ທັນແຕກ ກຳລັງຊອກຫາລະເບີດ ຢູ່ຕາມທົ່ງນາ ໃນແຂວງຊຽງຂວາງ ປະເທດລາວ ເດືອນທັນວາ 2014 (Sean Sutton/MAG)

ລັດຖະບານສະຫະລັດອາເມຣິກາ ແລະລັດຖະບານນໍ​ເວ ສືບຕໍ່ຄຳໝັ້ນສັນຍາທີ່ມີມາແຕ່ຍາວນານ ໃນການສະໜັບສະໜູນ ຂະແໜງການກວດກູ້ ລະເບີດທີ່ບໍ່ທັນແຕກ (ລບຕ) ໃນ ສປປ ລາວ ໂດຍມອບທຶນຊ່ວຍເຫຼືອລ້າ ຫຼາຍກວ່າ 20.8 ລ້ານໂດລາສະຫະລັດ ໃຫ້ແກ່ອົງການຊ່ວຍເຫຼືອລ້າຂອງປະຊາຊົນນໍ​ເວ (ອົງການ ເອັນພີເອ) ເພື່ອສະໜັບສະໜູນໃນການປະຕິບັດງານ ສໍາຫຼວດ ແລະ ເກັບກູ້ລະ ເບີດບໍ່ທັນແຕກ ໃນ 4 ແຂວງພາກໃຕ້ ສປປ ລາວ.

ໃນວັນທີ 29 ມີຖຸນາ ຜ່ານ​ມານີ້ ກະຊວງການຕ່າງປະເທດ ສປປ ລາວ ໄດ້​ໃຫ້​ການອະນຸມັດ ​ຕໍ່ບົດບັນທຶກຄວາມເຂົ້າໃຈ​ (MOUຄົ) ສະ​ບັບ​ໃໝ່ ທີ່​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້ ນັບແຕ່ມື້ລົງ​ນາມ ໄປຈົນເຖິງວັນທີ 31 ຕຸລາ 2024.

ພາຍໃຕ້ບົດບັນທຶກຄວາມເຂົ້າໃຈສະບັບນີ້​ ອົງການ ເອັນພີເອ ຈະໄດ້ເພີ່ມຂີດຄວາມສາມາດໃນການສໍາລວດ ແລະ ກວດກູ້ ເປັນສອງເທົ່າ ແລະ ຈະໄດ້ມີການດໍາເນີນກິດຈະກໍາການໂຄສະນາໃຫ້​ການສຶກສາ​ກ່ຽວ​ກັບຄວາມສ່ຽງ ລບຕ ໃນແຂວງອັດຕະປື ຈໍາປາສັກ ສາລະວັນ ແລະ ເຊກອງ. ເປົ້າໝາຍດັ່ງກ່າວມີຄວາມເປັນໄປໄດ້ ຍ້ອນໄດ້ມີການເພີ່ມທຶນຊ່ວຍເຫຼືອ ທີ່ມີຄວາມສໍາຄັນຢ່າງຍິ່ງ ຈາກກະຊວງການຕ່າງປະເທດສະຫະລັດ ມູນຄ່າເກືອບ 20 ລ້ານໂດລາ ໃນການປະຕິບັດໂຄງການ ໃຫ້ແກ່ອົງການເອັນພີເອ ຕາມກໍານົດໄລຍະເວລາຂອງ ບົດບັນທຶກຄວາມເຂົ້າໃຈສະບັບນີ້ ພ້ອມ​ດຽວ​ກັນ ກະຊວງການຕ່າງປະເທດນໍ​ເວ ກໍ່ໄດ້ໃຫ້ທຶນສົມທົບຕື່ມອີກຈໍານວນ 850.000 ໂດລາສະຫະລັດ. ການເພີ່ມທຶນຊ່ວຍເຫຼືອໃນຄັ້ງນີ້ ຈະເລັ່ງໃຫ້ວຽກງານທີ່ສໍາຄັນໃນການຊ່ວຍເຫຼືອແລະຫຼຸດຜ່ອນ ໄພຂົ່ມຂູ່ຈາກລະເບີດລູກຫວ່ານທີ່ພົບໃນລະຫວ່າງການສໍາຫຼວດ ລວມທັງ ລະ ເບີດຊະນິດອື່ນໆ ທີ່ສ້າງຜົນກະທົບຕໍ່ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຢ່າງວ່ອງໄວກວ່າເກົ່າ ແລະ ຍັງຈະໄດ້ສ້າງຜົນປະໂຫຍດທາງດ້ານເສດຖະກິດ-ສັງ ຄົມ ໃຫ້ແກ່ປະຊາຊົນຫຼາຍພັນຄອບຄົວໃນທົ່ວ 4 ແຂວງພາກໃຕ້.

ອົງການເອັນພີເອ ວາງເປົ້າໝາຍໃນການກວດກູ້ເນື້ອທີ່ຫຼາຍກວ່າ 22.9 ກິ​ໂລ
ແມັດ​ມົນ​ທົນ ຢູ່ໃນພື້ນທີ່ຢັ້ງຢືນຄວາມສ່ຽງ​ບູລິມະສິດສູງ ແລະ ຄາດວ່າຈະສາ ມາດທໍາລາຍ ລບຕ ໃຫ້ໄດ້ 35,300 ໜ່ວຍ ໃນ 108 ບ້ານ 22 ເມືອງ ໃນທົ່ວ 4 ແຂວງພາກໃຕ້. ຄາດຄະເນວ່າຈະມີຜູ້ໄດ້ຮັບຜົນປະໂຫຍດໂດຍກົງຈາກກິດຈະກໍາຂອງໂຄງການປະມານ 30.000 ຄົນ. ທັງນີ້ ອົງການ ເອັນພີເອ ຍັງຈະໄດ້ມີການຈ້າງງານ ພະນັກງານໃໝ່ເພີ່ມຕື່ມອີກຫຼາຍກວ່າ 400 ຄົນ ​ຊຶ່ງ​ຈະ​ທຳການຈ້າງ​ວຽກ ປະຊາຊົນທ້ອງຖິ່ນ ໃນພາກໃຕ້ ສປປ ລາວ ຫຼາຍກວ່າ 820 ຄົນ.

ພີທີເປີດໂຄງການ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ 2023 ທີ່ ແຂວງອັດຕະປື ໂດຍເປັນກຽດ ຕາງໜ້າຝ່າຍລັດຖະບານລາວເຂົ້າຮ່ວມ ປະ ກອບດ້ວຍ ທ່ານບຸນເສີດ ເສດທິລາດ​ ຮອງເຈົ້າແຂວງອັດຕະປື ທ່ານວິລັດສອນ ວີສອນນະວົງ ຮອງຫົວໜ້າກົມອົງການຈັດຕັ້ງສາກົນ ກະຊວງການຕ່າງປະເທດ ທ່ານໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄະນະກຳມະການ ຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ (ຄຊກລ) ພ້ອມດ້ວຍຕາງໜ້າແຂກຜູ້ມີກຽດທັງຂັ້ນສູນກາງ ແລະຂັ້ນແຂວງກໍ່ໄດ້ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານ.

ດຣ. ປີເຕີ້ ເຮມອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈໍາ ສປປ ລາວ ຍັງໄດ້ຢືນຢັນ ຄຳໝັ້ນສັນຍາຂອງສະຫະລັດ ໃນການສະໜັບສະໜູນ ຂະ
ແໜງການ ລບຕ ໂດຍທ່ານໄດ້ກ່າວວ່າ "ມື້ນີ້ເປັນມື້ພິເສດ ທີ່ຂ້າພະເຈົ້າ ຈະປະ ກາດໃຫ້ທຶນຊ່ວຍເຫຼືອລ້າເກືອບ 20 ລ້ານໂດລາສະຫະລັດ ເປັນທຶນສົມທົບຈາກ ລັດຖະບານສະຫະລັດອາເມຣິກາ ເພື່ອສືບຕໍ່ຄວາມພະຍາຍາມ ໃນການສໍາຫຼວດ ແລະກວດກູ້ ລບຕ ຢູ່ໃນ 4 ແຂວງພາກໃຕ້. ໃນພິທີເປີດໂຄງການ ວັນນີ້ ສະ ຫະລັດອາເມຣິກາ ໄດ້ວາງເປົ້າໝາຍເພື່ອເສີມຂະຫຍາຍຄວາມອາດສາມາດ ໃຫ້ແກ່ອົງການຊ່ວຍເຫຼືອລ້າປະຊາຊົນນໍ​ເວ ໃນການກວດກູ້ ລບຕ ໃນແຂວງອັດຕະປື ຈໍາປາສັກ ສາລະວັນ ແລະເຊກອງ. ສະຫະລັດອາເມ​ຣິກາເປັນຜູ້ໃຫ້ທຶນໃຫຍ່ ທີ່ສຸດ ຢູ່ໃນຂະແໜງ ແກ້ໄຂບັນຫາ ລບຕ ຂອງ ສປປ ລາວ ໂດຍໄດ້ສົມທົບ ທຶຶນຊ່ວຍເຫຼືອລ້າຫຼາຍກວ່າ 355 ລ້ານ ໂດລາສະຫະລັດ ນັບແຕ່ປີ 1995."

ພະນະທ່ານຮິລເດີ ໂຊລບັກເຄນ ເອກອັກຄະລັດຖະທູດນໍ​ເວ ປະຈໍາຫວຽດນາມ ຜູ້ຮັບຜິດຊອບວຽກງານການທູດຂອງນໍ​ເວ ໃນ ສປປ ລາວ ໄດ້ກ່າວຄໍາປາໄສຜ່ານທາງວີດີໂອ ເພື່ອສະແດງຄວາມຍິນດີກັບ ອົງການ ເອັນພີເອ ໃນພິທີຄັ້ງນີ້ ເຊິ່ງມີຄວາມໝາຍສໍາຄັນຕໍ່ບາດກ້າວກະໂດດທີ່ສໍາຄັນ ໃນການປະຕິບັດໜ້າທີ່ໃນລາວ. ທ່ານເອກອັກຄະລັດຖະທູດໂຊລບັກເຄນ ຍັງໄດ້ຢັ້ງຢືນຕື່ມຕໍ່ຄໍາໝັ້ນສັນຍາຈາກລັດຖະບານນໍ​ເວ ໃນການສືບຕໍ່ໃຫ້ການສະໜັບສະໜູນ ໃນວຽກງານການແກ້ໄຂບັນຫາ ລບຕ ໃນ ສປປ ລາວ. ທ່ານໄດ້ກ່າວວ່າ “ກວ່າ 32 ປີ ທີ່ການຊ່ວຍເຫຼືອດ້ານມະນຸດສະທໍາ ໄດ້ກາຍມາເປັນວຽກງານສໍາຄັນຕົ້ນຕໍ ໃນການຮ່ວມມືສອງຝ່າຍລະຫວ່າງ ນໍ​ເວ ແລະ ສປປ ລາວ. ເມື່ອກ່າວເຖິງວຽກງານການແກ້ໄຂບັນຫາ ລບຕ, ນໍ​ເວ ມີຄວາມພາກພູມໃຈຢ່າງໜັກແໜ້ນ ຕໍ່ການປະຕິບັດວຽກງານຂອງ ອົງການເອັນພີເອ ໃນ ສປປ ລາວ ລວມທັງການປະຕິບັດງານ ໃນປະເທດອື່ນໆ”.

ທ່ານຍັງໄດ້ກ່າວຕື່ມອີກວ່າ “ຜົນກະທົບຈາກລະເບີດ ແລະ ລະເບີດຝັງດິນ ສ້າງຄວາມເສຍຫາຍຢ່າງຮ້າຍແຮງ ແລະ ຍາວນານ. ບັນຫາ ລບຕ ບໍ່ພຽງແຕ່ເຮັດໃຫ້ປະຊາຊົນບາດເຈັບ ແລະເສຍຊີວິດ ແຕ່ຍັງເຮັດໃຫ້ຊຸມຊົນທ້ອງຖິ່ນບໍ່ສາມາດ ນໍາໃຊ້ທີ່ດິນຂອງເຂົາເຈົ້າ ໃນການຜະລິດກະສິກໍາ ການກໍ່ສ້າງໂຮງຮຽນ ການສ້າງເສດຖະກິດ ແລະທີ່ຢູ່ອາໄສ-ເຊິ່ງອາດແກ່ຍາວເວລາຫຼາຍ ເຊັ່ນຄົນ. ເປັນທີ່ຈະແຈ້ງທີ່ພວກເຮົາຈະຕ້ອງສືບຕໍ່ແກ້ໄຂບັນຫາ ແລະ ການຮ່ວມມືໃນເວທີສາກົນ ເພື່ອເລັ່ງຂະບວນການສໍາຫຼວດ ແລະ ກວດກູ້ ເພື່ອຮັບປະກັນໃຫ້ປະຊາຊົນສາມາດນໍາໃຊ້ທີ່ດິນຂອງເຂົາເຈົ້າໄດ້ຢ່າງປອດໄພ ແລະປາ​ຈາກຄວາມຢ້ານກົວ”.

ການຕົກຄ້າງ ຂອງລະເບີດລູກຫວ່ານໃນ ສປປ ລາວ ແມ່ນຢູ່ໃນອັນດັບສູງສຸດໃນໂລກ ເມື່ອທຽບກັບຈຳນວນປະຊາກອນ ແລະ ການຕົກຄ້າງໃນພື້ນທີ່ໆກ້ວາງຂວາງກໍ່ໃຫ້ເກີດຄວາມສ່ຽງ ຕໍ່ການດຳລົງຊີວິດ ການພັດທະນາເສດຖະກິດ-ສັງ ຄົມ ແລະຄຸນນະພາບຊີວິດ ຂອງຜູ້ທີ່ອາໄສຢູ່ໃນຊຸມຊົນທີ່ໄດ້ຮັບຜົນກະທົບ. ກິດຈະກໍາການສໍາຫຼວດ ແລະ ກວດກູ້ທີ່ດໍາເນີນການໂດຍ ອົງການ ເອັນພີເອ ຈະສ້າງຜົນປະໂຫຍດຢ່າງໃຫຍ່ຫຼວງ ຕໍ່ປະຊາຊົນ ທີ່ອາໄສຢູ່ຕາມພື້ນທີ່ ທີ່ມີຄວາມສ່ຽງຈາກລະເບີດລູກຫວ່ານຕົກຄ້າງເປັນຈໍານວນຫຼາຍ. ເຊິ່ງວຽກງານດັ່ງກ່າວນີ້ຈະຊ່ວຍໃຫ້ປະຊາຊົນລາວ ສາມາດນໍາໃຊ້ດິນ ໂດຍປາສະຈາກຄວາມຢ້ານກົວ ຕໍ່ການບາດເຈັບ ແລະເສຍຊີວິດຈາກ ລບຕ.

ອົງການ ເອັນພີເອ ຍັງໃຫ້ຄໍາໝັ້ນສັນຍາວ່າ ຈະສົ່ງເສີມວຽກງານ ບົດບາດຍິງຊາຍ ແລະ ຄວາມຫຼາກຫຼາຍທາງເພດ ໃນເຂດພື້ນທີ່ປະຕິບັດງານ. ອົງການ ພວມເຮັດວຽກຮ່ວມກັບ ສະມາຄົມ ພູມໃຈທີ່ເປັນລາວ ເຊິ່ງເປັນອົງການຈັດຕັ້ງສັນຊາດລາວ ເພື່ອເຮັດວຽກໃນການເສີມຂະຫຍາຍວຽກງານ ບົດບາດຍິງຊາຍ ແລະ ຄວາມຫຼາກຫຼາຍທາງເພດ ການຝຶກອົບຮົມພະນັກງານ ລວມທັງ ການສ້າງຄວາມສະເໝີພາບ ໃນສະຖານທີ່ເຮັດວຽກ ໃຫ້ແກ່ພະນັກງານທັງໝົດ.

ອົງການ ເອັນພີເອ ຍັງໃຫ້ຄໍາໝັ້ນສັນຍາເຊັ່ນດຽວກັນ ໃນການສົ່ງເສີມຄວາມຮູ້ກ່ຽວກັບວຽກງານການປົກປັກຮັກສາສິ່ງແວດ ລ້ອມ ແລະ ການປ່ຽນແປງດິນຟ້າອາກາດ. ໂດຍໄດ້ຮັບການສະໜັບສະໜູນຈາກສະມາຄົມ Zero Waste Laos ອົງການເອັນພີເອ ພວມດໍາເນີນການຫຼຸດຜ່ອນ ການສ້າງຜົນກະທົບ ຕໍ່ສິ່ງແວດ ລ້ອມ ແລະ ການເຜີຍແຜ່ຄວາມຮູ້ກ່ຽວກັບການປ່ຽນແປງດິນຟ້າອາກາດ ແລະ ບັນຫາດ້ານສິ່ງແວດລ້ອມ ໃນຖັນແຖວພະນັກງານ ຊາວໜຸ່ມ ແລະຊຸມຊົນທ້ອງ ຖິ່ນ.

THE UNITED STATES OF AMERICA AND NORWAY PROVIDE OVER $20.8 MILLION TO INCREASE UXO SURVEY AND CLEARANCE IN SOUTHERN LAOS

Attapeu Province, 19 July 2023

The Government of the United States of America and the Government of Norway have continued their long-term commitments to supporting the unexploded ordnance (UXO) sector in Lao PDR, with a combined total of over USD $20.8 million committed to Norwegian People’s Aid (NPA) to support survey and clearance operations in four southern provinces of Lao PDR.

On 29 June 2023, the Lao PDR Ministry of Foreign Affairs approved a new Memorandum of Understanding (MOU), valid from the date of approval until 31 October 2024.

Under this MOU, NPA will increase its capacity to carry out survey, clearance, and explosive ordnance risk education (EORE) activities in Attapeu, Champasak, Saravane, and Sekong provinces. This is possible due to the significant increase in funding from the US Department of State of nearly $20 million dollars for NPA’s operations during this MOU period, along with an additional contribution of approximately $850,000 from the Norwegian Ministry of Foreign Affairs. This increase in funding will accelerate the pace of vital life-saving work to remove the threat of cluster munitions identified by survey, and other UXO, and bring socio-economic benefits to thousands of families in the four provinces.

NPA aims to clear over 22.9 km2 of high-priority confirmed contaminated areas and destroy more than 35,300 UXO items in 108 villages in 22 districts across four provinces. Nearly 30,000 people are expected to directly benefit from these activities. The funding will allow NPA to hire over 400 new staff members, providing jobs for over 820 Lao people in southern Laos.

The official ceremony to launch the project, held on 19 July 2023 in Attapeu province, was attended by Lao government representatives including Mr. Bounserth Setthilad, Vice Governor of Attapeu province, Mr. Vilatsone Visonnavong, Deputy Director, INGO Department, Ministry of Foreign Affairs, Mr. Chomyaeng Phengthongsawat, Director General, National Regulatory Authority for the UXO/Mine Action Sector, and distinguished representatives from both central and the provincial levels.

U.S. Ambassador to Lao PDR, Dr. Peter M. Haymond, reaffirmed his country’s commitment to supporting the UXO sector, stating, "It is my privilege today to announce an additional nearly $20 million contribution by the United States government for continued UXO survey and clearance efforts in four southern provinces. With this project launch, the United States aims to double the clearance capacity of Norwegian People’s Aid in Attapeu, Salavan, Sekong and Champasak provinces. The United States is the largest donor to the unexploded ordnance (UXO) sector in Laos, having contributed more than $355 million since 1995."

H.E. Hilde Solbakken, Ambassador of Norway to Vietnam, who oversees Norwegian diplomatic affairs in Lao PDR, relayed her remarks by video message to congratulate NPA on this event, which means a significant scaling up of NPA’s presence in Laos. Ambassador Solbakken reaffirmed Norway’s commitment to supporting mine-action in Laos. She said “Over the past 32 years, humanitarian disarmament has been a key area of bilateral cooperation between Norway and Lao PDR. When it comes to mine-action, Norway takes pride in the solid work of NPA – the Norwegian People’s Aid – in Laos and elsewhere”.

“The consequences of munitions and land mines are devastating and long-term. They not only cause casualties and deaths, but also make local communities unable to use their own land whether for agriculture, schools, business or housing – potentially for generations. Clearly, we need to continue international action and coordination to speed up surveying and clearance to make sure villagers can use their land safely and without fear", she added.

Cluster munition contamination in Lao PDR is the highest in the world per capita, posing a risk to the livelihoods, socio-economic development, and quality of life of those living in affected communities. Survey and clearance activities conducted by NPA will benefit those most at risk living in areas with the highest amount of contamination. This will allow Lao people to use their land without fear of injury or death from UXO.

NPA is also committed to promoting gender and diversity throughout its operations. The organization is working with Proud To Be Us Laos, a national Lao PDR organization, to promote gender and diversity, provide staff trainings, and create an inclusive workplace for all staff members.

NPA is likewise committed to promoting environmental protection and climate change awareness. With support from Zero Waste Laos, NPA is making progress to reduce its environmental footprint and promote awareness of climate change and environmental issues amongst its staff, youth, and local communities

XS
SM
MD
LG