ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວລາວອາເມຣິກັນ ຮ່ວມສະຫລອງວັນຊາດສະຫະລັດ ຄົບຮອບ 247 ປີ


ການເດີນສວນສະໜາມວັນຊາດອາເມຣິກາ ວັນທີ 4 ກໍລະກົດ
ການເດີນສວນສະໜາມວັນຊາດອາເມຣິກາ ວັນທີ 4 ກໍລະກົດ

ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບຊາວອາເມຣິກັນເຊື້ອສາຍລາວ ທີ່ໄດ້ພາກັນສະຫລອງວັນຊາດອາເມຣິກັນ ວັນທີ 4 ກໍລະກົດ 2023 ຄົບຮອບ 247 ປີ ທີ່ຫາກໍ່ຜ່ານພົ້ນໄປໃນວັນອັງຄານທີ່ຜ່ານມານີ້ ແລະຊາວອາເມຣິກັນເຊື້ອສາຍລາວ ຢູ່​ໃນແຕ່ລະເຂດ ແຕ່ລະລັດ ມີຄວາມຮູ້ສຶກຢ່າງໃດ ແລະເຂົາເຈົ້າພາກັນສະຫລອງກັນຢ່າງ ໃດແດ່ນັ້ນ ກິ່ງສະຫວັນຈະນຳເອົາການໂອ້ລົມມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ວັນທີ 4 ກໍລະກົດ ແມ່ນວັນຊາດສະຫະລັດອາເມຣິກາ ຄົບຮອບ 247 ປີ (1776-2023) ເປັນວັນພັກຢູ່ໃນທົ່ວປະເທດ ຊຶ່ງ​ຊາວອາເມຣິ​ໄດ້ກັນພາກັນຫ້າງຫາ​ເພື່ອ​ຊຸມ​ແຊວ ພາຕີຢູ່ຕາມບ້ານເຮືອນ ປິກນິກຢູ່ສວນສາທາລະນະແລະເດີນ ທາງໄປຢາມຍາດຕິພີ່ນ້ອງ. ຊາວອາເມຣິກັນເຊື້ອສາຍລາວຢູ່ໃນແຕ່ລະເຂດແຕ່ທ້ອງຖິ່ນ ຂອງລັດຕ່າງໆ ເຮັດບຸນຢູ່ຕາມວັດວາອາຮາມ ພັກຜ່ອນຢູ່ບ້ານເຮືອນກັບຄອບຄົວຂອງໃຜລາວ ຫລາຍໆຄົນພາກັນໄປຕຶກເບັດຫາປາ ຊຸມແຊວຢູ່ແຄມທະເລ. ແຕ່ລະສ່ວນບຸກຄົນ ແລະຂົງເຂດປະຊາຄົມມີການສະຫລອງຕາມບັນຍາ ກາດສິ່ງແວດລ້ອມບໍ່ຄືກັນ.

ບັດນີ້ ເຮົາຈະເລີ້ມຟັງຄວາມຮູ້ສຶກຂອງນາງປາດຖະໜາ ສີສະອາດ ຢູ່ລັດຄາລິ ຟໍເນຍ ທາງພາກຕາເວັນຕົກສຸດຂອງສະຫະລັດ ໃນນາມເປັນສັນຊາດອາເມຣິກັນ ເຊື້ອ​ສາຍລາວມີຄວາມຮູ້ສຶກຢ່າງໃດ ແລະໄດ້ສະຫລອງກັນຢ່າງໃດ:

ລິງໂດຍກົງ

ຢູ່ທາງພາກໃຕ້ຕອນກາງທີ່ລັດຫລຸຍເຊຍນາ ​ຂອງສະຫະລັດ ທ່ານບົວສອນ ອ່ອນຈິດ ປະທານວັດທຳມະຣັດຕະນາຣາມ ໄດ້ກ່າວສູ່ວີໂອເອຟັງວ່າ ປະຊາ ຄົມຢູ່ໃນຂົງເຂດແຫ່ງນີ້ ພາກັນຫ້າຫາ ສະຫລອງກັນດັ່ງນີ້:

ລິງໂດຍກົງ

ຢູ່ທີ່ເມືອງອາມາຣິນໂລ ລັດເທັກຊັສ ຊື່ງເປັນເມືອງນ້ອຍໆ ບໍ່ມີວັດວາອາຮາມ ແລະມີປະຊາຄົມລາວພາກັນຕັ້ງຖິ່ນຖານຢູ່ທີ່ນີ້ມາເປັນເວລາກວ່າສີ່ທົດສະວັດ ປະປົນກັບຊາວອົບພະຍົບທີ່ມາຈາກມຽນມາ ກຳປູເຈຍ ແລະອື່ນໆ. ທ່ານວັນດີ ມະໂນທໍາ ໄດ້ບັນລະຍາຍກ່ຽວກັບບັນຍາກາດ ການສະຫລອງບຸນວັນຊາດອາ ເມຣິກາ ຢູ່ຂົງເຂດແຫ່ງ ນີ້ວ່າ:

ລິງໂດຍກົງ

ຢູ່ທີ່ນະຄອນອັດແລນຕາ ລັດຈໍເຈຍ ນາງເບັກກີ ຈັງ ໄດ້ສະແດງຄວາມຕື່ນເຕັ້ນ ທີ່ເປັນສັນຊາດອາເມຣິກາ ແລະຈະບໍ່ພາດທີ່ຈະສະຫລອງວັນຊາດປີນີ້ ຊື່ງນາງໄດ້ກ່າວ່າ:

ລິງໂດຍກົງ

ຢູ່ນະຄອນຫລວງວໍຊິງຕັນ ມີການເດີນສວນສະໜາມຢ່າງຄຶກຄື້ນ ທີ່ມີທະຫານ ຕຳຫລວດ ພວກນັກຮຽນ ແລະອົງການຈັດຕັ້ງຕ່າງໆ ພາກັນເຂົ້າຮ່ວມ. ຢູ່ສະ ໜາມຫລວງແຫ່ງຊາດ ເລາະຕາມແຄມແມ່ນໍ້າໂພໂຕແມັກ ເດີ່ນສວນສາທາລະ ນະ ປະ​ຊາ​ຊົນພາກັນປູຜ້າປິກນິກຊຸມແຊວກັນນັ່ງລໍຖ້າເບິ່ງການຈູດບັ້ງໄຟດອກໃນຕອນຄໍ່າ ອັນມີສຽງນອງນັນຢ່າງຝົດຟື້ນ ຊຶ່ງເປັນປະເພນີທີ່ໄດ້ປະຕິບັດກັນ ມາໃນແຕ່ລະປີ.

XS
SM
MD
LG