ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ ລົມ​ກັບ​ວິ​ສະ​ວະ​ກອນ ວິກເຕີ ສຸກກຳເໜີດ ແລະ​ວິ​ສະ​ວະ​ກອນ​ລາວ ອີກ​ສອງ​ຄົນ


ທ່ານວິກເຕີ ສຸກກຳເໜີດ (ກາງ) ແລະເພື່ອນຮ່ວມງານ
ທ່ານວິກເຕີ ສຸກກຳເໜີດ (ກາງ) ແລະເພື່ອນຮ່ວມງານ

ໃນລາຍການຊີວິດຊາວລາວຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບບັນດາ ນັກວິສະວະກອນລາວອາເມຣິກັນ ຢູ່ລັດຟລໍຣິດດາ ຕັ້ງຢູ່ທາງພາກໃຕ້ຂອງສະຫະລັດ ມາສະເໜີທ່ານ ແຕ່ລະນັກວິຊາການເຫລົ່ານີ້ ມີໜ້າທີ່ອອກແບບການກໍ່ສ້າງ ແລະວິເຄາະການກໍ່ສ້າງ ເພື່ອໃຫ້ຢູ່ໃນກົດລະບຽບແລະໃຫ້ມີຄວາມປອດໄພ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ນັກວິສະວະກອນກໍ່ສ້າງມີຢູ່ຫລາກຫລາຍຂະແໜງການ ແລະມີໜ້າທີ່ຮັບ ຜິດຊອບຕ່າງກັນເຊັ່ນ ນັກວິສະວະກອນສ້າງທາງ ສ້າງຂົວ ອອກແບບເຄຫະສະຖານ ແລະນັກວິສະວະກອນສືບສວນວິເຄາະການກໍ່ສ້າງເຫລົ່ານີ້ເປັນຕົ້ນ. ບັນດານັກວິສະວະກອນລາວອາເມຣິກັນເຫລົ່ານີ້ ໄດ້ວາງບົດບາດອັນສຳຄັນ ສ້າງຄວາມກ້າວໜ້າ ແລະມີໜ້າທີ່ຮັບຜິດຊອບສູງຢູ່ໃນວົງການ ບໍລິສັດກໍ່ສ້າງໃຫຍ່ໆຂອງສະຫະລັດທີ່ມີຊື່ສຽງ. ໂດຍສະເພາະຢ່າງຍິ່ງເຂົາເຈົ້າສຳເລັດການສຶກສາຊັ້ນສູງ ທີ່ມີຄຸນນະວຸດທິໃນການປະຕິບັດງານດັ່ງກ່າວນີ້.

ທ່ານວິກເຕີ ສຸກກໍາເນີດ ອາຍຸ 56 ປີ ສຳເລັດປະລິນຍາໂທຝ່າຍວິເຄາະການກໍ່ສ້າງ ປັດຈຸບັນເປັນຮອງປະທານໃຫ້ແກ່ບໍລິສັດ Principal Engineering Consultant ຢູ່ທີ່ນະຄອນໄມອາມີິ ລັດຟລໍຣິດາ ມາເປັນເວລາ ກວ່າສາມທົດສະວັດ. ທ່ານໄດ້ອະທິບາຍກ່ຽວກັບໜ້າທີ່ຄວາມຮັບຜິດ ຊອບສູ່ ວີໂອເອຟັງດັ່ງນີ້:

ລິງໂດຍກົງ

ທ່ານສົມເດດ ຈັນທະລັງສີ ແມ່ນອາເມຣິກັນເຊື້ອສາຍລາວອີກຄົນນຶ່ງ ທີ່ເປັນນັກວິສະວະກອນອອກແບບການປຸກສ້າງບ້ານເຮືອນຢູ່ເຂດເມືອງເຊນປີເຕີສະເບີກ ໃນລັດຟລໍຣິດາ ມາເປັນເວລາກວ່າສາມທົດສະວັດ. ໜ້າທີ່ຂອງທ່ານກໍຄືອອກແບບກໍ່ສ້າງ ການໃຊ້ວັດທຸກໍ່ສ້າງໃຫ້ຖືກຕ້ອງຕາມກົດລະບຽບຂອງລັດ ແລະວິໃຈງົບປະມານການກໍ່ສ້າງໃຫ້ຢູ່ໃນຄວາມສາມາດເຈົ້າຂອງເຄຫາສະຖານສູ່ຟັງດັ່ງນີ້:

ລິງໂດຍກົງ

ນາງແພມເມີລາ ຣໍເຈີ ໄດ້ຕັ້ງຖິ່ນຖານຢູ່ໃນລັດຟລໍຣິດາ ມາເປັນເວລາກວ່າສາມທົດສະວັດແລ້ວ ນາງໄດ້ປະສົບກັບໄພທຳມະຊາດ ໂດຍສະເພາະພາຍຸ ຊຶ່ງ​ໃນບາງຄັ້ງກໍຮ້າຍແຮງ ບາງຄັ້ງກໍບໍ່ຮ້າຍແຮງ ລະດູໄພທຳມະຊາດດັ່ງກ່າວນີ້ໄດ້ກາຍມາເປັນຂອງທຳມະດາ ຊຶ່ງນາງແພມເມີລາ ກ່າວເຖິງປະສົບການສູ່ ວີໂອເອ ຟັງວ່າ:

ລິງໂດຍກົງ

ລັດຟລໍຣິດາ ຕັ້ງຢູ່ແຫລມສຸດທາງພາກໃຕ້ໄປທາງທິດຕາເວັນອອກຂອງສະຫະລັດ ແຄມມະຫາສະໝຸດ​ແອັດແລນຕິກເປັນລັດທີ່ມີຄວາມອົບອຸ່ນດືງດູດນັກທ່ອງ ທ່ຽວຢູ່ຕະຫລອດປີ. ແຕ່ວ່າ ລັດຟລໍຣິດາ ຕ້ອງປະສົບກັບລະດູໄພທຳມະຊາດເຊັ່ນ ເຮີຣີເຄນ ແລະນໍ້າຖ້ວມ ເຫລົ່ານີ້ເປັນຕົ້ນ. ເພາະສະນັ້ນ ບັນດານັກວິສະ ວະກອນ ມີໜ້າທີ່ຮັບຜິດຊອບກວດກາການກໍ່ສ້າງ ແລະໃຊ້ວັດຖຸໃຫ້ຖືກຕ້ອງກັບກົດລະບຽບເພື່ອໃຫ້ຕ້ານທານກັນໄພທຳມະຊາດ​ໄດ້.

XS
SM
MD
LG