ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ລາວ ໂອ້​ລົມ​ກັບ​ເຈົ້າ​ຂອງຮ້ານອາຫານຊົນເຜົ່າກຶມມຸ Noodle 21 ຢູ່ລັດຄາລິຟໍເນຍ


ນາງສົມຫວັງ ຜຸຍວິໄລ ແລະທ່ານອາເລັກ ຄູ່​ຮ່ວມທຸລະກິດ
ນາງສົມຫວັງ ຜຸຍວິໄລ ແລະທ່ານອາເລັກ ຄູ່​ຮ່ວມທຸລະກິດ

ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາໄດ້​ໂອ້​ລົມເອົາ​ການໂອ້ລົມກັບນາງສົມຫວັງ ຜຸຍ ວິໄລ ຊົນເຜົ່າກຶມມຸ ຢູ່ເມືອງແຊນ ປາໂບລ (San Pablo) ໃນລັດຄາລິຟໍເນຍ ນາງສົມຫວັງ ເຖິງບໍ່ແມ່ນສາມາດອ່ານ ຂຽນ ແລະເຂົ້າໃຈ ພາສາອັງກິດໄດ້ດີ ແຕ່​ກໍມີຄວາມອົດທົນ ດຸໝັ່ນ ມີພິກໄຫວ ຈົນສາມາດເປີດຮ້ານອາຫານ ລາວ-ໄທ-ຈີນ ຊື່ວ່າ Noodle 21 ເປັນຂອງຕົນເອງ ຊຶ່ງກິ່ງສະຫວັນ ຈະນຳມາສະ
ເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ຮ້ານອາຫານກິມມຸ Noodle 21 ຢູ່ເມືອງ San Pablo ລັດ ຄາລິຟໍເນຍ
ຮ້ານອາຫານກິມມຸ Noodle 21 ຢູ່ເມືອງ San Pablo ລັດ ຄາລິຟໍເນຍ

ນາງສົມຫວັງ ຜຸຍວິໄລ ຊົນເຜົ່າກຶມມຸ ອາຍຸ 42 ປີ ເດີນທາງເຂົ້າມາໃນສະຫະລັດ ໃນປີ 2011 ໃນນາມຄູ່ແຕ່ງງານ ແລະໄດ້ມາຕັ້ງຖິ່ນຖານກັບສາມີ ຢູ່ເມືອງແຊນ ປາໂບລ ລັດຄາລິຟໍເນຍ ທາງພາກຕາເວັນຕົກ ຂອງສະຫະລັດ. ຂົງເຂດນີ້ ເປັນບ່ອນຕັ້ງຖິ່ນຖານຊົນເຜົ່າລາວ ເຜົ່າກືມມຸ ມ້ຽນ ແລະມົ້ງ ທີ່ໄດ້ເຂົ້າມາຕັ້ງຖິ່ນຖານ ໃນຊຸມປີ 1970.

ເຖິງແມ່ນນາງສົມຫວັງ ໄດ້ເດີນທາງມາສະຫະລັດລຸນຫລັງ ບໍ່ມີໂອກາດໄດ້ຮໍ່າຮຽນ ບໍ່ສາມາດອ່ານ ຂຽນ ບໍ່ເຂົ້າໃຈພາສາອັງກິດ ແຕ່ໄດ້ໃຊ້ເຫື່ອແຮງເຮັດວຽກເປັນແມ່ຄົວ ຢູ່ໃນຮ້ານອາຫານລາວ-ໄທ ມາຕະຫລອດ. ນາງສົມຫວັງ ມີລູກ ນ້ອຍສາມຄົນ ແຕ່ນາງບໍ່ໄດ້ລົດລະກັບການປະກອບອາຊີບ ເຮັດວຽກເຖິງສອງສາມວຽກ ໄດ້ຕັ້ງເປົ້າໝາຍໄວ້ວ່າ ຈະເປັນເຈົ້າຂອງຮ້ານອາຫານແລະບໍລິຫານດ້ວຍຕົນເອງຈົນເປັນທີ່ສຳເລັດ ດັ່ງທີ່ນາງສົມຫວັງ ໄດ້ກ່າວສູ່ວີໂອເອ ຟັງດັ່ງນີ້:

ນາງສົມຫວັງ ຜຸຍວິໄລ
ນາງສົມຫວັງ ຜຸຍວິໄລ

ຍານາງບົວໄຂ ພົງບຸບຜາ ຄົນອາເມຣິກັນເຊື້ອສາຍເຜົ່າກຶມມຸ ເຮັດວຽກມີ​ໜ້າ​ທີ່​ເປັນ Program Manager ໃຫ້ແກ່ເມືອງຣິຈມັນ ລັດຄາລິຟໍເນຍ ແລະນັກ ເຄື່ອໄຫວສັງຄົມກຶມມຸ ໄດ້ໃຫ້ທັດສະນະເຖິງຈຸດສຳຄັນຂອງນາງສົມຫວັງວ່າ ນາງໄດ້ເດີນທາງເຂົ້າສະຫະລັດລຸນຫລັງ ແຕ່ນາງມີຄວາມອົດທົນກັບວຽກງານ ທີ່ຜູ້ມາຮອດກ່ອນຫລາຍໆຄົນບໍ່ສາມາດບັນລຸຜົນໄດ້ຄືກັບນາງສົມຫວັງ. ຊາວກຶມມຸສ່ວນຫລາຍເຮັດວຽກອອກແຮງງານ ເຊັ່ນວ່າເປັນຄົນຂັບລົດບັນທຸກ ຊ່າງແປງລົດ ເຝົ້າສາງເຄື່ອງ ແລະອື່ນໆ ຊຶ່ງຍານາງບົວໄຂ ໄດ້ກ່າວສູ່ ວີໂອເອ ຟັງວ່າ:

ລາຍການອາຫານຮ້ານ Noodle 21
ລາຍການອາຫານຮ້ານ Noodle 21

ຍານາງເທຣຊີ ຟຣິດແມນ ແມ່ນຄົນອາເມຣິກັນເຊື້ອສາຍກຶມມຸ ເຕີບໃຫຍ່ຢູ່ໃນສະຫະລັດ. ປັດຈຸບັນຍານາງເປັນປະທານສະຫະພັນກຶມມຸແລະເປັນເຈົ້າໜ້າທີ່
ດ້ານ​ທີ່​ພັກ​ອາ​ໄສ​ຂອງລັດຖະບານ ຢູ່ໃນລັດອໍເຣກັນ ຕັ້ງຢູ່ທາງທິດຕາເວັນຕົກ​ສຽງ​ເໜືອຂອງສະຫະລັດ ​ແລະຍານາງກ່າວວ່າ:

ບັນດາຜູ້ນຳກຸ່ມຄຶມມຸ ໃນລັດຄາລິຟໍເນຍ
ບັນດາຜູ້ນຳກຸ່ມຄຶມມຸ ໃນລັດຄາລິຟໍເນຍ

“ຢູ່ປະເທດລາວ ປະຊາຄົມກຶມມຸມີຫລາຍກຸ່ມແລະປາກເວົ້າບໍ່ຄືກັນ. ຢູ່ໃນສະຫະ ລັດ ປະຊາຄົມກຶມມຸປະກອບດ້ວຍກັນ 12 ກຸ່ມ. ເພາະສະນັ້ນພວກເຮົາຕ້ອງໄດ້ໃຊ້ພາສາລາວລຸ່ມເປັນພາສາກາງເພື່ອສົນທະນາໃຫ້ເຂົ້າໃຈກັນ. ຢູ່ປະເທດລາວຊົນເຜົ່າກຶມມຸເປັນຊາວສວນ ຊາວໄຮ່ ໂດຍສະເພາະແມ່ຍິງຕ້ອງໄດ້ເຮັດຮົ້ວສວນ ເປັນແມ່ບ້ານເທົ່ານັ້ນ. ພວກເຮົາຜູ້ນຳກຶມມຸ ຢູ່ໃນສະຫະລັດ ໄດ້ຍິນຂ່າວວ່ານາງສົມຫວັງ ເປັນແມ່ຍິງກຶມມຸຄົນທຳອິດ ທີ່ເຮັດທຸລະກິດເປີດຮ້ານອາຫານເປັນຂອງຕົນເອງ. ດ້ວຍເຫດນີ້ພວກເຮົາຈຶ່ງໄດ້ຈັດກອງປະຊຸມເຕົ້າໂຮມເພື່ອສົ່ງເສີມໃຫ້ກຳລັງໃຈແກ່ນາງສົມຫວັງ ແລະໄດ້ມອບໃບຍ້ອງຍໍສັນລະເສີນໃຫ້ແກ່ນາງ.”

ຊົນເຜົ່າກຶມມຸ ເປັນຊົນກຸ່ມນ້ອຍຢູ່ໃນປະເທດລາວ. ຢູ່ໃນສະຫະລັດ ເຂົາເຈົ້າພາ ກັນຕັ້ງປະຊາຄົມກະ​ຈັດ​ກະ​ຈາຍກັນຢູ່ທາງພາກຕາເວັນຕົກຂອງສະຫະລັດ ເລາະຈາກລັດຄາລິຟໍເນຍ ຂຶ້ນໄປຫາລັດອໍເຣກັນຢູ່ທາງພາກເໜືອ. ເຖິງແມ່ນເຂົາເຈົ້າຢູ່ຫ່າງໄກກັນ ມີຫລາຍກຸ່ມ ມີພື້ນຖານການປາກເວົ້າຄ້າຍຄືກັນ ແຕ່ມີຄວາມສາ ມາດເຕົ້າໂຮມປະສານງານ ໃຫ້ເປັນກ້ອນເປັນໜ່ວຍ ແລະສົ່ງເສີມກັນໄດ້ດີ.

XS
SM
MD
LG