ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວີ​ໂອ​ເອ​ລາວ ລົມ​ກັບທ້າວປີເຕີ ງາມສະນິດ ຄູສອນຄອມພິວເຕີ ໃຫ້ແກ່ຄົນພິການເສຍສາຍຕາ


ທ້າວປີເຕີ ງາມສະນິດ ຄົນທີສອງ ຈາກຊ້າຍ ໃສ່ແວ່ນຕາ ແລະເພື່ອນຂອງລາວ
ທ້າວປີເຕີ ງາມສະນິດ ຄົນທີສອງ ຈາກຊ້າຍ ໃສ່ແວ່ນຕາ ແລະເພື່ອນຂອງລາວ

ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາມີ​ການໂອ້ລົມກັບທ້າວປີເຕີ ງາມສະນິດ ຄູສອນເທັກໂນໂລຈີ ຄອມພິວເຕີ ສຳລັບຄົນພິການຕາ ຢູ່ອົງການ Columbia Light House for the Blind ໃນລັດແມຣີແລນ ແລະທ້າວປີເຕີ ແມ່ນຄົນພິການຕາ ມາແຕ່ກຳເນີດ ລາວສາມາດມອງເຫັນ​ ແຕ່ພຽງ 50 ເປີເຊັນເທົ່ານັ້ນ ຊຶ່ງກິ່ງສະ ຫວັນ ຈະນຳ​ເອົາ​ເລື້ອງນີ້ ມາສະເໜີທ່ານ​ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ຢູ່ໃນສະຫະລັດ ອາເມຣິກາ ຄົນພິການໃນພາກສ່ວນໃດນຶ່ງຂອງຮ່າງກາຍໂດຍສະເພາະພິການຕາບໍ່ເຫັນແຈ້ງດີ ຫລືຕາບອດທັງໝົດ. ບັນດາຄົນຕາບອດ ຫລືບໍ່ເຫັນຮຸ່ງດີເຫລົ່ານີ້ ເຂົາເຈົ້າມີຄວາມສາມາດຊ່ວຍຕົນເອງໄດ້ ເທົ່າທີ່ຄວນ ແລະໃຊ້ຊີວິດຢູ່ດ້ວຍຕົນເອງຢ່າງເປັນອິດ​ສະ​ຫຼະ. ຫລາຍໆຄົນສາມາດປະກອບວິຊາອາຊີບໄດ້ເໝືອນກັບຄົນຕາດີ ໄປມາໄດ້ດ້ວຍຕົນເອງ. ສຳລັບຄົນພິການພາກສ່ວນອື່ນໆທີ່ບໍ່ເສຍສາຍຕາ ຫລາຍຄົນສາມາດຂັບລົດໄປມາ ໄດ້ຢ່າງສະ ດວກສະບາຍ. ຢູ່ຕາມທາງຍ່າງບາງຄັ້ງຈະເຫັນຄົນ ໃສ່ແວນຕາດຳ ຖືໄມ້ແກ່ວງໄປມາເພື່ອບໍ່ໃຫ້ໄປຕຳກັບສິ່ງທີ່ກີດຂວາງຢູ່ຂ້າງໜ້າ ແລະຍ່າງຂ້າມທາງປະປົນໄປກັບຄົນທຳມະດາ. ພາຍໃຕ້ກົດໝາຍຂອງສະຫະລັດ ບັນດາຜູ້ເສຍອົງຄະເຫລົ່ານີ້ ໄດ້ຮັບສິດທິ ປົກປ້ອງໂດຍກົດໝາຍ ແລະທຳມາຫາກິນເທົ່າທຽມກັບຄົນທົ່ວໆໄປ.

ທ້າວປີເຕີ ງາມສະນິດ ແມ່ນຄົນອາເມຣິກັນເຊື້ສາຍລາວ ເກີດຢູ່ສະຫະລັດ ຕັ້ງຖິ່ນຖານຢູ່ທາງພາກເໜືອຂອງລັດເວີຈີເນຍ ຕິດກັບນະຄອນຫລວງວໍຊິງຕັນ. ລາວເສຍສາຍຕາມາແຕ່ເກີດ ຕ້ອງໄດ້ໃສ່ແວນຕາໜາ ເພື່ອຊ່ວຍອ່ານໜັງສື. ເຖິງແມ່ນ ທ້າວປີເຕີ ພິການຕາກໍຕາມ ແຕ່ສິ່ງເຫລົ່ານີ້ບໍ່ໄດ້ຈຳກັດການດຳລົງຊີວິດຂອງລາວ. ທ້າວປີເຕີ ເປັນຄົນສະຫລາດ ສຳເລັດປະລິນຍາຕີຝ່າຍຈິດຕະ ວິທະຍາ ຈາກມະຫາວິທະຍາໄລຈອຣ໌​ຈ ເມສັນ. ປັດຈຸບັນນີ້ລາວເຮັດວຽກໃຫ້ແກ່ອົງການ Columbia Light House for the Blind ຊຶ່ງເປັນອົງການເອກກະຊົນທີ່ບໍ່ຫາຜົນກຳໄລ.

ຍ້ອນພິການຕາ ປີເຕີ ຕ້ອງໄດ້ໃຊ້ເທັກໂນໂລຈີ ຄອມພິວເຕີໂປຣກຣາມ ເພື່ອຊ່ວຍໃນການຮຽນ ຕິດຕໍ່ ສົນທະນາ ຂະຫຍາຍໃຫ້ໂຕໝັງສືໃຫຍ່ຂຶ້ນໃຫ້ລາວອ່ານໜັງສືໄດ້ສະບາຍ ແລະຍັງເຮັດຊ່ວຍອີກຫລາຍໆຢ່າງໃນການດຳລົງຊີວິດປະຈຳວັນ. ທ້າວປີເຕີ ໄດ້ກ່າວເຖິງ ຊີວິດການເປັນ ແລະການເຮັດວຽກຂອງລາວສູ່ ວີໂອເອ ຟັງດັ່ງນີ້:

ທ່ານຈອນ ບານ ອາຍຸ 74 ປີ ເປັນຄົນພິການຕາອອກບຳນານແລ້ວ ແຕ່ອາສາ ສະໝັກເຮັດວຽກໃຫ້ແກ່ອົງການ Columbia Light House for the Blind ປັດຈຸບັນນີ້ ເປັນນັກຮຽນຂອງທ້າວປີເຕີ ລາວຫາກໍມາເລີ້ມຮຽນໃຊ້ຄອມພິວເຕີເພື່ອຊ່ວຍອ່ານ ຂຽນ ແລະສົນທະນາກັບໝູ່ເພື່ອນຂອງລາວ. ທ່ານຈອນ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

“ຂ້າພະເຈົ້າຊື່ວ່າ ຈອນ ບານ ອາຍຸ 74 ປີ ເຄີຍເຮັດວຽກມາໄດ້ 44 ປີ ບັດນີ້ອອກບໍານານແລ້ວ ແຕ່ຍັງອາສາສະໝັກເຮັດວຽກຊ່ວຍອົງການ Columbia Light House for the Blind. ຂ້າພະເຈົ້າບໍ່ແມ່ນຄົນຕາບອດ ແຕ່ພິການສາຍຕາ ຕາບໍ່ເຫັນດີ ແລະປິ່ນປົວບໍ່ໄດ້ເນື່ອງຈາກອາຍຸ ຍ້ອນພະຍາດສາຍຕາ. ຂ້າພະເຈົ້າໄດ້ເລີ້ມມາຮຽນໃຊ້ຄອມພິວເຕີສຳລັບຄົນພິການຕາມາໄດ້ນຶ່ງອາທິດແລ້ວ ແລະຍັງຈະຮຽນຕໍ່ໄປອີກສອງສາມອາທິດ. ຂ້າພະເຈົ້າບໍ່ຮູ້ຈັກໃຊ້ເຄື່ອງຄອມພິວເຕີມາກ່ອນ ເສຍເວລາໄປດົນເຕີບ ເພາະບໍ່ຮູ້ໃຊ້ເທັກໂນໂລຈີດັ່ງກ່າວນີ້ ແລະບັດນີ້ໄດ້ເລີ້ມຮຽນ. ຂ້າພະເຈົ້າຮູ້ສຶກວ່າຄອມພິວເຕີໄດ້ຊ່ວຍຫລາຍຂຶ້ນ ແລະເລີ້ມຮູ້ຈັກໃຊ້ຫລາຍຂຶ້ນ. ຂ້າພະເຈົ້າມີຄອມພິວເຕີຢູ່ບ້ານ ແລະບັດນີ້ຈະເລີ້ມໃຊ້ໃຫ້ຫລາຍຂຶ້ນ ເພື່ອສົນທະນາກັບທ້າວປີເຕີ ນາຍຄູຂອງຂ້າພະເຈົ້າ.”

ທ້າວຮາໂຣລ ມາຕິນ ອາຍຸ 50 ປີ ແມ່ນນັກຮຽນຄອມພິວເຕີອີກຄົນນຶ່ງຢູ່ ໂຮງຮຽນ Columbia Light House for the Blind ລາວເລີ້ມເສຍສາຍຕາມາແຕ່ອາຍຸ 30 ປີ ມາຈົນເຖິງເທົ່າປັດຈຸບັນ. ຄອບຄົວຂອງລາວມີພະຍາດເບົາຫວານ ທີ່ເຮັດໃຫ້ເສຍສາຍຕາ ຊຶ່ງທ້າວແຮໂຣລ ໄດ້ກ່າວສູ່ ວີໂອເອ ຟັງວ່າ:

ລິງໂດຍກົງ

“ຂ້າພະເຈົ້າຊື່ວ່າ ແຮໂຣລ ມາຕິນ ອາຍຸ 50 ປີ ຢູ່ນະຄອນຫລວງວໍຊິງຕັນ ມັນຍາກທີ່ຈະອະທິບາຍເຖິງສະພາບການ. ຂ້າພະເຈົ້າສາມາດເຫັນການສັນຈອນ ເຫັນລົດບັສ ແຕ່ບໍ່ເຫັນແຈ້ງ. ຖ້າເປັນຄົນຂ້າພະເຈົ້າບໍ່ຈື່ໜ້າ ບໍ່ຮູ້ວ່າຄົນແມ່ນແມ່ຍິງ ຫລືຜູ້ຊາຍ ແຕ່ຮູ້ໄດ້ຈາກສຽງເວົ້າເທົ່ານັ້ນ. ຂ້າພະເຈົ້າສາມາດເຫັນປ້າຍຂຽນຢູ່ລົດເມ ປ້າຍຮ້ານຕ່າງໆຖ້າຫາກໂຕໜັງສືນັ້ນໃຫຍ່ ຮູ້ຈັກວ່າຫົວລົດ ທ້າຍລົດ ກົກເສົາສູງ ເຫັນສີຂຽວຂາວແດງ ຄືກັບທຸງອາເມຣິກາ. ດຽວນີ້ກຳລັງຮຽນໃຊ້ຄອມພິວເຕີ ແລະຢາກກັບຄືນໄປເຮັດວຽກເປັນຄົນມ້ຽນມັດທຳຄວາມສະອາດ ດັ່ງທີ່ເຄີຍໄດ້ເຮັດມາ.”

ຄົນຕາບບອດສາມາດເຫັນດ້ວຍສາຍຕາ ເຂົາເຈົ້າສາມາດອ່ານໜັງສືດ້ວຍການຈັບບາຍເມັດໂຕໜັງສື ທີ່ອອກແບບໃຫ້ສະເພາະຄົນພິການຕາ. ບັດນີ້ ລະບົບຄອມພິວເຕີ ໄດ້ຖືກປັບປຸງໃຫ້ດີຂຶ້ນ ເພື່ອຊ່ວຍເຮັດຄົນພິການຕາ ໃຊ້ໃນການສື່ ສານຜ່ານທາງຕີພິມ ແລະໃຊ້ລະບົບສຽງ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG