ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຮຽນຄຳສັບພາ່ສາອັງກິດໃນຂ່າວ Agenda


ຮຽນຄຳສັບພາສາອັງກິດໃນຂ່າວ Agenda
please wait

No media source currently available

0:00 0:01:00 0:00

ຮຽນຄຳສັບພາສາອັງກິດໃນຂ່າວ Agenda

NEWS WORDS: Agenda

Welcome to the Voice of America’s “News Words,” where we teach you about words in the news.

ທ່ານນັກຮຽນນັກສຶກສາທັງຫຼາຍ ຍິນດີຕ້ອນຮັບເຂົ້າສູ່ລາຍການຮຽນຄຳສັບ ພາສາອັງກິດໃນຂ່າວຂອງ ວິທະຍຸສຽງອາເມຣິກາ, ເຊິ່ງພວກເຮົາຈະສອນທ່ານ ກ່ຽວກັບ ຄຳສັບທີ່ໃຊ້ໃນຂ່າວ.

This word is something you use at meetings.

ຄຳ​ສັບ​ນີ້ ເປັນ​ຄຳ​ສັບ​ທີ່​ທ່ານໃຊ້ຢູ່ກອງ​ປະ​ຊຸມ.

AGENDA:

ອາ​ເຈນ​ດາ

When NATO leaders last met last time in Chicago, Afghanistan was at the top their agenda and Russia was considered a partner in address issues like terrorism and nuclear proliferation.

This year, responding to Russia’s annex Crimea and its invasion of eastern Ukraine will top agenda.

ເວ​ລາ​ທີ່ບັນ​ດາ​ຜູ້​ນຳ ​ອົງ​ການ NATO ໄດ້​ພົບ​ປະ​ກັນ​ໃນຄັ້ງ​ທີ່​ຜ່ານ​ມາ​ຢູ່​ນະ​ຄອນ ​ຊິ​ຄາ​ໂກ, ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ຫົວ​ຂໍ້​ທີ່​ຢູ່​ອັນ​ດັບ​ສູງ​ສຸດ​ໃນ​ວາ​ລະ​ກອງ​ປະ​ຊຸມຂອງ​ເຂົາ​ເຈົ້າ ແລະ ຣັດ​ເຊຍ ຖືກ​ພິ​ຈາ​ລະ​ນາ​ເປັນ​ຄູ່ຮ່ວມ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ຄື ລັດ​ທິ​ກໍ່​ການ​ຮ້າຍ ແລະ ​ການ​ຂະ​ຫຍາຍອາ​ວຸດ​ນິວ​ເຄລຍ.

​ປີ​ນີ້, ​ການ​ຕອບ​ໂຕ້​ຕໍ່​ການພະ​ໜວກ​ເອົາແຫຼມ ໄຄຣ​ຍ​ເມຍ ໂດຍ ຣັດ​ເຊຍ ແລະ​ການບຸກ​ລຸກ​ພາກ​ຕາ​ເວັນ​ອອກ​ຂອງ ​ຢູ​ເຄ​ຣນ ຈະ​ເປັນ​ເລື້ອງ​ທີ່​ຢູ່​ໃນ​ອັນ​ດັບສູງ​ສຸດ​ຂອງວາ​ລະ​ແຜນ​ການກອງ​ປະ​ຊຸມ.

An agenda is the list will be done or discussed, at a meeting.

ອາ​ເຈນ​ດາ ແມ່ນ​ລາຍການ​ທີ່​ຈະ​ຖືກ​ເຮັດ ຫລື​ ປຶກ​ສາ​ຫາ​ລືຢູ່​ກອງ​ປະ​ຊຸມ.

Agendas are usually used at formal meetings, like the one in our story.

ອາ​ເຈນ​ດາ ປົກ​ກະ​ຕິ​ຈະ​ຖືກ​ໃຊ້​ຢູ່ກອງ​ປະ​ຊຸມ​ທີ່​ເປັນ​ທາງ​ການ ຄືຢູ່​ໃນຂ່າວ​ຂອງ​ເຮົາ​ນີ້.

An agenda can be personal too, a secret plan that guides a person’s behavior.

ອາ​ເຈັນ​ດາ ສາ​ມາດ​ເປັນ​ເລື້ອ​ງ​ສ່ວນ​ໂຕ​ດ້ວຍ, ເຊິ່ງ​ແມ່ນແຜນ​ລັບ​ທີ່ນຳ​ພາການ​ປະ​ພຶດ​ຂອງ​ຄົນ​ຜູ້​ນຶ່ງ.

Now, next time you hear the word, agenda, you will know what this News Words means.

ຕໍ່​ໄປ ​ເວ​ລາ​ທີ່ທ່ານ​ໄດ້​ຍິນ​ຄຳ​ວ່າ ອາ​ເຈັນ​ດາ, ທ່ານກໍ​ຈະ​ຮູ້​ວ່າ​ຄຳ​ສັບໃນ​ຂ່າວນີ້ນີ້​ໝາຍ​ຄວາ​ມ​ວ່າ​ຫຍັງ.

XS
SM
MD
LG