ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ແລະ ຟິລິບປິນ ພົບປະກັນຢູ່ນະຄອນຫຼວງວໍຊິງຕັນ ທ່າມກາງຄວາມເຄັ່ງຕຶງໃນມະຫາສະມຸດປາຊິຟິກ


ສະຫະລັດ, ຟີລິບປິນ ພົບປະກັນ ຢູ່ທີ່ວໍຊິງຕັນ ທ່າມກາງຄວາມເຄັ່ງຕຶງ ໃນມະຫາສະມຸດປາຊິຟິກ

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ ແລະລັດຖະມົນຕີປ້ອງກັນປະເທດ ລອຍດ໌ ອອສຕິນ ໄດ້ພົບປະກັບຜູ້ນຳ ຟີລິບປິນ ທີ່ກະຊວງການຕ່າງປະເທດ ໃນຂະນະທີ່ສອງປະເທດ ໄດ້ເລີ່ມການຊ້ອມລົບຮ່ວມກັນຄັ້ງໃຫຍ່ສຸດ ໃນວັນອັງຄານນີ້ ທ່າມກາງຄວາມເຄັ່ງຕຶງທີ່ເພີ່ມຂຶ້ນກັບຈີນ ກ່ຽວກັບ ໄຕ້ຫວັນ ແລະການຮຸກຮານຂອງປັກກິ່ງ ໃນທະເລຈີນໃຕ້. ນັກຂ່າວຂອງວີໂອເອ ປະ​ຈຳ​ທຳ​ນຽບ​ຫ້າ​ແຈ, ຄາຣ໌ລ່າ ບັບ (Carla Babb) ມີລາຍລະອຽດກ່ຽວກັບເລື່ອງນີ້, ເຊິ່ງ ອາດນາສັກ ຈະນຳເອົາມາສະເໜີທ່ານ ໃນອັນຕໍ່ໄປ.

ທະຫານສະຫະລັດ ແລະ ຟິລິບ​ປິນ​ໄດ້​ດຳ​ເນີນ​ການ​ຊ້ອມ​ລົບທາງທະຫານ ບາລິກາຕານ (Balikatan) ໃນ​ຟີ​ລິບ​ປິນ ໃນ​ຂະ​ນະ​ທີ່​ຜູ້​ນໍາ​ຂອງ​ທັງ​ສອງ​ປະ​ເທດ​ ໄດ້​ພົບ​ປະ​ກັນຢູ່ທີ່​ວໍ​ຊິງ​ຕັນ ເຊິ່ງຖືເປັນການພົບປະກັນ​ຄັ້ງ​ທໍາ​ອິດ​ໃນ​ຮອບ 7 ປີ​.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຟີ​ລິບ​ປິນ ທ່ານ ເອນຣິເກ ມານາໂລ (Enrique Manalo) ໄດ້ກ່າວວ່າ “ໃນ​ກອງ​ປະ​ຊຸມ​ມື້​ນີ້, ພວກ​ເຮົາ​ໄດ້​ເພີ່ມ​ທະ​ວີຄວາມຮັບ ຜິດຊອບຂອງ​ພວກ​ເຮົາ ຂື້ນເປັນສອງເທົ່າ ​ເພື່ອປັບປຸງ​ໃຫ້ພັນທະມິດ​ຟີ​ລິບ​ປິນ-ອາ​ເມ​ຣິ​ກາ ​ກ້າວໜ້າຂື້ນ, ການຮັບຮູ້ວ່າການຮ່ວມມືຂອງພວກເຮົາຈະຕ້ອງຮັບບົດບາດທີ່ໜັກແໜ້ນຍິ່ງຂື້ນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍຂອງກົດລະບຽບສາກົນໂດຍອີງໃສ່ກົດຫມາຍລະ​ຫວ່າງ​ປະ​ເທດ.”

ໃນຂະນະທີ່ ລັດຖະມົນຕີ​ປ້ອງກັນປະເທດສະຫະລັດ ທ່ານ ລອຍດ໌ ອອສຕິນ ໄດ້ກ່າວວ່າ "ຂ້າພະເຈົ້າຕື່ນເຕັ້ນກັບຄວາມສາມາດໃນການເພີ່ມທະວີການດຳ ເນີນງານຮ່ວມກັນ, ແລະຂ້າພະເຈົ້າຫວັງວ່າຈະໄດ້ສືບຕໍ່ເຮັດວຽກທີ່ຍິ່ງໃຫຍ່ຂອງພວກເຮົາຮ່ວມກັນຕໍ່ໄປ."

ຖ້ອຍ​ຄຳ​ເຫຼົ່າ​ນີ້​ແມ່ນ​ຫ່າງ​ໄກ​ຈາກສະຖານະການ​ຄວາມ​ສຳພັນ​ລະຫວ່າງສະຫະ ລັດ ແລະ ຟີ​ລິບ​ປິນ ​ເມື່ອ​ສາມ​ປີ​ກ່ອນຫຼາຍ, ເຊິ່ງປະທານາທິບໍດີໃນເວລານັ້ນ​ ທ່ານ ໂຣດຣີໂກ ດູເຕີເຕ (Rodrigo Duterte) ​ໄດ້ຄັດຄ້ານຕໍ່​ພັນທະ​ມິດ​ທາງ​ທະຫານ ​ຢ່າງ​ເປີດ​ເຜີຍ.

ທ່ານ ເກຣັກ ໂພລິງ (Greg Poling), ຜູ້ອໍານວຍການໂຄງການ CSIS ເອເຊຍຕາເວັນອອກສຽງໃຕ້ (CSIS Southeast Asia Program Director) ໄດ້ກ່າວວ່າ "ພັນທະມິດສະຫະລັດ - ຟີລິບປິນ ໃນຕອນນີ້ ກຳລັງມີ ຊ່ວງເວ ລານື່ງໃນຊີວິດ ເຊິ່ງອາດຈະເປັນຄັ້ງທຳອິດໃນສອງສາມທົດສະວັດ, ທີ່ທັງສອງຝ່າຍເຂົ້າໃຈວ່າ ພວກເຂົາມີຄວາມຕ້ອງການກັນແລະກັນ ຢ່າງແທ້ຈິງ."

ຟິລິບປິນເປັນນຶ່ງໃນພັນທະມິດທາງທະຫານຂອງສະຫະລັດທີ່ມີການພັດທະນານ້ອຍທີ່ສຸດໃນພາກພື້ນນີ້ ແລະ ກຳລັງປະເຊີນໜ້າກັບໄພຂົ່ມຂູ່ຢ່າງຮ້າຍແຮງຈາກນື່ງໃນກອງທັບທີ່ມີອຳນາດຫຼາຍທີ່ສຸດໃນໂລກ ນັ້ນຄືຈີນ.

ທ່ານ ເກຣັກ ໂພລິງ (Greg Poling) ຍັງໄດ້ກ່າວຕື່ມວ່າ "ເປັນ​ເວລາ​ຫຼາຍ​ກວ່າ​ທົດ​ສະ​ວັດ​ ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ສາມທ່ານແລ້ວ ​ໃນ​ປັດ​ຈຸ​ບັນ​ນີ້, ທີ່ປັກ​ກິ່ງ​ໄດ້​ປະ​ຕິ​ເສດ ທີ່ຈະ​ໃຫ້​ຟີ​ລິບ​ປິນ​ ມີພື້ນທີ່ໄດ້​ຫາຍໃຈ​ຢູ່​ໃນທະ​ເລ​ຈີນ​ໃຕ້."

​ໃນ​ປີ 2012, ຈີນ​ໄດ້​ຂັບ​ໄລ່​ຟີ​ລິບ​ປິນ ​ອອກ​ຈາກເກາະດິນ​ຊາຍ ​ສກາໂບໂຣ(Scarborough Shoal) ເຊິ່ງເປັນ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຟີ​ລິບ​ປິນຢູ່​ ທະ​ເລ​ຈີນ​ໃຕ້ ​ແລະໄດ້​ອ້າງ​ວ່າ​ ເປັນ​ດິນ​ແດນ​ຂອງ​ຈີນ.

ທັງ​ສອງ​ຝ່າຍຕ່າງ​ກໍ​ມີ​ໝູ່​ເກາະທີ່​ມີທະຫານປະ​ຈຳ​ການໃນທະ​ເລ​ຈີນ​ໃຕ້ ​ແລະ​ມີ​ການ​ຂັດ​ແ​ຍ້ງ​ກັນຢ່າງ​ຕໍ່ເນື່ອງ.

ນັ້ນ​ແມ່ນໜ່ວຍຍາມ​ຝັ່ງ​ຂອງ​ຈີນ ທີ່​ບອກ​ເຮືອບິນ​ຈາກ​ໜ່ວຍ​ຍາມ​ຝັ່ງ​ຟີ​ລິບ​ປິນ ໃນ​ເດືອນ​ແລ້ວ​ນີ້​ ​ໃຫ້ອອກ​ຈາກ​ອັນ​ທີ່​ພວກເຂົາ​ເອີ້ນ​ວ່າ ​ດິນ​ແດນ​ຂອງ​ຈີນ ເໜືອ​ໝູ່​ເກາະສແປຣັດລີ (Spratly) ທີ່​ມີ​ການ​ຂັດ​ແຍ້​ງກັນ.

ປັດຈຸ​ບັນນີ້, ສະຫະລັດ ​ແລະ ຟີ​ລິບ​ປິນ ​ໄດ້​ຕົກລົງ​ໃຫ້ສະຫະລັດນຳ​ໃຊ້ຖານ​ທັບ​ໃໝ່ 4 ​ແຫ່ງ​ ໃນ​ຟີ​ລິບ​ປິນ, ​ເຊິ່ງເປັນຈຸດທີ່ສຳຄັນ​ໃກ້​ກັບ​ທະ​ເລ​ຈີນ​ໃຕ້ ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ​ແລະ ໄຕ້​ຫວັນ, ​ເຊິ່ງ​ເປັນ​ຈຸດ​ພິ​ເສດ​ທາງ​ດ້ານ​ພູມ​ສາດ​ການ​ເມືອງ​ອີກ​ແຫ່ງ​ໜຶ່ງ ທີ່ຂະຫຍາຍໃຫຍ່ຂື້ນ​ໃນ​ພາກ​ພື້ນ.

ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ ແອນໂທນີ ບລິງເກັນ (Antony Blinken) ກ່າວວ່າ “ເປົ້າໝາຍ​ຂອງ​ພວກ​ເຮົາ​ແມ່ນ​ສັນຕິພາບ, ຄວາມ​ໝັ້ນຄົງ, ສະຖຽນ​ລະ​ພາບ, ການສ້າງ​ກາລະ​ໂອກາດ. ມັນບໍ່ແມ່ນການເຂົ້າຮ່ວມ ໃນສົງ ຄາມເຢັນຄັ້ງໃຫມ່. ເຊິ່ງມັນບໍ່ແມ່ນ​ການ​ປິດ​ລ້ອມຈີນ."

ຈີນ​ໄດ້​ສຳ​ເລັດ​ການ​ຊ້ອມ​ລົບ​ທາງ​ທະຫານອ້ອມຮອບໄຕ້ຫວັນ ​ເປັນເວລາສາມ​ວັນ​ ໃນ​ວັນ​ຈັນ​ນີ້, ​ເຊິ່ງລວມທັງ​ການ​ຊ້ອມ​ລົບ​ທີ່​ຈຳ​ລອງ​ການ​ໂຈມ​ຕີ​ທີ່​ມີ​ຄວາມ​ຊັດ​ເຈນ​ໃສ່​ເກາະ​ດັ່ງກ່າວ. ພັກຄອມມູນິສຈີນ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ ຈະ​ເຂົ້າຄວບ​ຄຸມ​ເກາະ​ປະຊາທິປະ​ໄຕ​ ພາຍໃນ​ປີ 2027, ​ໂດຍຈະ​ໃຊ້​ກຳລັງຖ້າ​ຈຳ​ເປັນ.

U.S. Secretary of State Antony Blinken and Secretary of Defense Lloyd Austin met with Philippine leaders at the State Department as the two countries began their largest joint military drills Tuesday, amid increased tensions with China over Taiwan and Beijing’s aggression in the South China Sea. VOA Pentagon correspondent Carla Babb has details.

U.S. and Filipino soldiers launched Balikatan military drills in the Philippines as leaders from the two nations met in Washington for the first such talks in seven years.

Enrique Manalo, Philippine Secretary of Foreign Affairs

“At today's meeting, we redoubled our commitment to modernizing the Philippine-U.S. alliance, recognizing that our partnership will need to play a stronger role in preserving an international-law-based international order.”

Lloyd Austin, US Secretary of Defense

“I'm excited about the ability to increase interoperability, and I look forward to continuing our great work together.”

Those words are a far cry from the state of U.S.-Philippine relations just three years ago, when then-President Rodrigo Duterte openly disapproved of the military alliance.

Greg Poling, CSIS Southeast Asia Program Director

“The U.S.-Philippine alliance is really having a once-in-a-generation moment right now where both sides have realized maybe for the first time in a couple decades that they really need each other.”

The Philippines is among the least developed of America’s military allies in the region, and it faces an acute threat from one of the world’s most powerful militaries: China.

Greg Poling, CSIS Southeast Asia Program Director

“For more than a decade, three Philippine presidents now, Beijing has just refused to give the Philippines some breathing space in the South China Sea.”

In 2012, China pushed the Philippines out of Scarborough Shoal — a territory well within the Philippines exclusive economic zone in the South China Sea — and claimed it as Chinese territory.

Both sides have militarized islands in the South China Sea and are in constant conflict.

That’s the Chinese coast guard telling a Philippine coast guard plane last month to immediately leave what it called Chinese territory over the disputed Spratly Islands.

The U.S. and the Philippines have now agreed on U.S. access to four new bases in the Philippines, key locations near the contested South China Sea and Taiwan, another geopolitical flashpoint looming large in the region.

Antony Blinken, US Secretary of State

“Our goal is peace, security, stability, creating opportunity. It's not to engage in a new Cold War. It's not to contain China.”

China completed three days of military exercises around Taiwan on Monday, which included a drill that simulated precision strikes on the island. The Chinese Communist Party has vowed to control the democratic island by 2027, using force if necessary.

XS
SM
MD
LG