ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

English in a Minute, ບົດທີ 88 “Float your boat”ແປວ່າ "ເຮັດໃຫ້ເຈົ້າມ່ວນ"


English in a Minute: Float Your Boat
please wait

No media source currently available

0:00 0:01:00 0:00

ເບິ່ງວີ​ດິ​ໂອ​ລາຍ​ການ English in a Minute: “Float your boat”ແປວ່າ "ເຮັດໃຫ້ເຈົ້າມ່ວນ"

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

You need water for a boat to float. But in American English, just about anything can float your boat. Let’s listen. ທ່ານຕ້ອງການນໍ້າເພື່ອໃຫ້ເຮືອລ່ອງ​ໄປ​ໄດ້. ແຕ່ ໃນພາສາອັງກິດແບບອາເມຣິກັນ, ​ຄຳ​ວ່າ ອັນໃດກໍ່ໄດ້ທີ່ float your boat ມັນຫມາຍຄວາມແນວໃດກັນ​ແທ້? ພວກເຮົາມາ​ພາ​ກັນໄປ​ຟັງ​ບົດ​ສົນ​ທະ​ນາລະ​ຫວ່າງ Anna ກັບ Dan ລອງ​ເບິ່ງ​ເນາະ, ບາງ​ທີ​ມັນ​ອາດ​ຊ່ວຍ​ໃຫ້​ພວກ​ເຮົາ​ຮູ້​ໃຊ້​ສຳ​ນວນນີ້​ຫລາຍ​ຂຶ້ນ?


Dan: Anna, are you reading another children’s book?
ອານນາ, ເຈົ້າກຳລັງອ່ານປຶ້ມຂອງເດັກນ້ອຍອີກຫວາ ຫັ້ນ?
Anna: yes! I read about two a week.
ແມ່ນ! ຂ້ອຍອ່ານປະມານ 2 ຫົວຕໍ່ອາທິດ.

Dan: Wow! Well, whatever floats your boat.
ວ້າວ! ​ເອິ ອັນ​ໃດ້ທີ່ພາໃຫ້​ເຈົ້າມ່ວນ ກະ​ເຮັດ​ໄປໂລດ​ເດີ້.
Anna: Children’s books have magic and adventure! …. What’s not to love?
ປຶ້ມເດັກນ້ອຍມີມົນວິເສດ ແລະ ການຜະຈົນໄພ! ມີຫຍັງອີກເດ່ ທີ່ຈະບໍ່ເຮັດ​ໃຫ້ຮັກ?


If something floats your boat, it makes you happy! Sometimes we say whatever floats your boat when we don’t fully understand why someone likes something so much. People probably say this to Anna quite a bit.
ຖ້າບາງສິ່ງບາງຢ່າງ​ທີ່ພາໃຫ້​ເຈົ້າມ່ວນ, ມັນເຮັດໃຫ້ເຈົ້າມີຄວາມສຸກ! ບາງຄັ້ງ ພວກເຮົາເວົ້າວ່າ ອັນໃດກໍ່ໄດ້ທີ່ເຮັດ​ໃຫ້ເຈົ້າມ່ວນ ໃນ​ເວລາທີ່ພວກເຮົາບໍ່​ເຂົ້າໃຈຢ່າງຄັກ​ແນ່ວ່າ ເປັນຫຍັງບາງຄົນຈຶ່ງມັກບາງສິ່ງບາງຢ່າງ ຫຼາຍແທ້ໆ.​ ຄົນອາດຢາກຈະເວົ້າແບບນີ້ ກັບ ອານນາ ແດ່ເລັກນ້ອຍ.

And that's English in a minute.
ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

XS
SM
MD
LG