ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການ​ສຳ​ຫລວດ​​ ໂດຍ​ດາວ​ທຽມ​ໄທ​ຄົ​ມ ພົບ​ວ່າ ມີ​ການເກີດ​ໄຟ​ໄໝ້​ປ່າ​ ສີ່​ພັນ​ກວ່າ​ພື້ນ​ທີ່ ​ໃນ​ລາວ


ຮູບ​ພາບ​ໄຟ​ໄໝ້​ປ່າ ​ຖ​່າຍ​ໂດຍ ກຣິດ
ຮູບ​ພາບ​ໄຟ​ໄໝ້​ປ່າ ​ຖ​່າຍ​ໂດຍ ກຣິດ

ການ​ສຳ​ຫລວດ​ສະ​ຖາ​ນະ​ການ​ໄຟ​ໄໝ້​ປ່າ ໂດຍ​ດາວ​ທຽມ​ໄທຄົມ​ພົບ​ວ່າ ມີ​ບໍ​ລິ​ເວນ​ທີ່​ເກີດ​ໄຟ​ໄໝ້​ປ່າ​ເກີນ​ກວ່າ 17,700 ພື້​ນ​ທີ່​ໃນ 5 ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ຕອນ​ລ່າງ ໃນ​ນີ້​ຮວມທັງ​ໄຟ​ໄໝ້​ປ່າ 4,066 ພື້ນ​ທີ່​ໃນ​ລາວ ຊຶ່ງ​ຊົງ​ລິດ​ໂພນ​ເງິນ ມີ​ລາຍ​ງານ​ຈາກ​ບາງກອກ

ທ່ານ​ອະ​ນຸຊາ ບູລະພາ​ໄຊສີ ​ໂຄ​ສົກລັດ​ຖະ​ບານ​ໄທ ຖະ​ແຫລງວ່າ​ການ​ສຳ​ຫລວດ​ສະ​ຖານ​ນະ​ການ​ໄຟ​ໄໝ້​ປ່າ​ໃນ​ເຂດ 5 ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ຕອນ​ລ່າງ​ໂດຍ​ດາວ​ທ່ຽມ​ໄທຄົ​ມພົບ​ວ່າ ​ມີ​ບໍ​ລິ​ເວນ​ທີ່​ເກີດ​ໄຟ​ໄໝ້​ປ່າ​ໄມ້ ຈຳ​ນວນ​ທັງ​ໝົດ 17,704 ພື້ນ ​ທີ່ ໂດຍ​ພື້ນ​ທີ່​ທີ່​ເກີດ​ໄຟ​ໄໝ້​ປ່າ​ຫລາຍ​ທີ່​ສຸດ​ຄື​ມຽນ​ມາ ຕິດ​ຕາມ​ດ້ວຍ​ໄທ ລາວ ກຳ​ປູ​ເຈຍ ແລະ​ຫວຽດ​ນາມ ຊຶ່ງ​ຖ້າ​ຫາ​ກ​ບໍ່​ມີ​ການ​ຮ່ວມ​ມືກັ​ນ​ຢ່າງຈິງ​ຈັງ ແລະ​ຮີບ​ດ່ວນ ກໍ​ຍັງ​ຈະ​ເຮັດ​ໃຫ້​ສະ​ຖາ​ນະ​ການ​ຮຸນ​ແຮງ​ຂຶ້ນ ໂດຍ​ສະ​ເພາະ​ແມ່ນ​ການ​ຈູດ​ໄຟ​ເຜົາ​ປ່າ​ເພື່ອ​ການ​ເຮັດ​ໄຮ່​ເລື່ອນ​ລອຍນັ້ນ ຖື​ເປັນ​ບັນ​ຫາຮີບ​ດ່ວນ​ທີ່​ສຸດທີ່ 5 ປະ​ເທດ​ລຸ່ມ​ແມ່​ນ້ຳ​ຂອງ​ຕອນ​ລ່າງ​ຈະ​ຕ້ອງ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັນ ເພື່ອ​ຄວບ​ຄຸມ​ການ​ຈູດ​ໄຟ​ເຜົາ​ປ່າດັ່ງ​ກ່າວ​ ໃຫ້​ໄດ້​ຢ່າງມີ​ປະ​ສິດ​ທິ​ຜົນ ດັ່ງ​ທີ່​ທ່ານ​ອະ​ນຸ​ຊາ ໄດ້​ຢືນ​ຢັນ​ວ່າ:

​ຂໍ້ມູນຈາກ​ດາວ​ທຽ​ມໄທນີ້​ພົບ​ຈຸດ​ຄວາມ​ຮ້ອນ​ທັງ​ສິ້ນ 5.396 ຈຸດ ມຽນ​ມ​າ ພົບ​ຈຸດ​ຄວາມ​ຮ້ອນຢູ່​ທີ່​ປະ​ມານ 6,877 ​ຈຸດ ທີ່ ສ​ປ​ປ ລາວ​ ປະ​ມານ 4,066 ຈຸດ ທີ່​ກຳ​ປູເຈຍ 739 ຈຸດ ແລ້ວ​ກໍ​ທີ່​ຫວຽດ​ນາມ 626 ຈຸດ ຊຶ່ງທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ໄດ້​ມີ​ການ​ເວົ້າ​ເຖິງ​ເລື້ອງຂອງ​ການ​ແກ້​ໄຂ​ບັນ​ຫາ​ຢ່າງ​ຮີບ​ດ່ວນ ຊຶ່ງ​ໄດ້​ມີ​ການ​ເວົ້າ​ເຖິງ​ເລື້ອງ​ຂອງ​ແນວ​ທາງ ໃນ​ການ​ທີ່​ຈະ​ຕ້ອງ​ຍົກ​ລະ​ດັ​ບ​ຄວາ​ມ​ຮ່ວມ​ມື ​ກັບ​ປະ ເ​ທດ​ເພື່ອນ​ບ້ານ ເພື່ອ​ທີ່​ຈະ​ລົດ​ການ​ເຜົາ​ໃນ​ພື້ນ​ທີ່ການ​ກະ​ເສດ.”

ສ່ວນ​ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້​ຢຶ​ນ​ຢັນ​ວ່າ ໄຟ​ປ່າ​ໃນລະ​ດູ​ຮ້ອນ​ຂອງ​ທຸກ​ປີ​ເຮັດ​ໃຫ້​ປ່າ​ໄມ້​ໃນ​ລາວ​ເສຍ​ຫາຍ​ໄປ​ຫລາຍກວ່າ 100,000 ເຮັກ​ຕາ ໃນ​ແຕ່​ລະ​ປີ ໂດຍ​ສະ​ເພາະ​ແມ່ນ​ຢູ່ເຂດ​ແຂວງພ​າກ​ເໜືອ ທີ່​ມີ​ການ​ລັກ​ລອບ​ເຜົາ​ປ່າ ເພື່ອ​ເຮັດ​ໄຮ່​ເລື່ອນ​ລອຍ ໂດຍ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ນັ້ນ ກໍ​ຄື​ເຂດທີ່​ປ່າ​ໄມ້ເສຍ​ຫາຍ​ຫລາຍ​ທີ່​ສຸດ ໂດຍ​ມີ​ສາ​ເຫດ​ຈາກ​ບັນ​ຫາ​ຍາກ​ຈົນຂອງ​ປະ​ຊ​າ​ຊົນ​ທີ່​ເປັນ​ປະ​ຊາ​ກອນ​ສ່ວນ​ໃຫຍ່​ທີ່​ຢູ່​ໃນ​ເຂດດັ່ງ​ກ່າວ ເພາະ​ສະ​ນັ້ນ​ຈຶ່ງ​ເປັນ​ການ​ຍາກ​ທີ່​ຈະ​ຢຸດ​ຢັ້ງ​ການ​ເຜົາ​ປ່າ​ໃນ​ເຂດ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງ ນອກ​ຈາກວ່າ​ຈະ​ໄດ້​ມີ​ກາ​ແກ້​ໄຂ​ບັນ​ຫາ​ຍາກ​ຈົນຂອງ​ປະ​ຊາ​ຊົນໄດ້​ຢ່າງ​ແທ້​ຈິງ​ແລ້ວ​ເທົ່າ​ນັ້ນ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ສະ​ຖາ​ນະ​ການ​ໄຟ​ໄໝ້​ລາມ​ປ່າ ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ ພູ​ພະ​ນັງ ທີ່​ຢູ່​ໃນ​ເຂດ​ເມືອງ​ສັງ​ທ​ອງ ນະ​ຄອນ​ຫລວງວຽງ​ຈັນ ນັບ​ແຕ່​ທ້າຍ​ເດືອນ​ມີ​ນາ 2023 ເປັນ​ຕົ້ນ​ມາ​ນັ້ນ ກໍ​ຍັງ​ບໍ່​ສາ​ມາດ​ດັບ​ມອດ​ໄດ້​ຢ່າງ​ສິ້ນ​ເຊີງ ແລະ​ປ່າ​ໄມ້​ຖືກ​ໄຟ​ໄໝ້​ເສຍ​ຫາຍໄປ​ແລ້ວ ກວ້າງ​ກວ່າ 250 ເຮັກ​ຕາ ໂດຍ​ການ​ລັກລອບເຜົາ​ປ່າ ​ເພື່ອ​ເຮັດ​ໄຮ່​ເລື່ອນ​ລອຍ ກໍ​ຍັງ​ເປັນ​ສາ​ເຫດ​ສຳ​ຄັນ​ເຊັ່ນ​ເດີມ ດັ່ງ​ເຈົ້າ​ໜ້າ​ທີ່​ລາວ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“​ເຂດ​ທີີ່​ໄຟ​ໄໝ້​ໂຕ​ຈິງ ແລະ​ກະເຂດ​ທີ່​ປະ​ຊາ​ຊົນ​ບຸກ​ລຸກ​ຖາງ​ປ່າ​ເຮັດ​ໄຮ່ ຊຶ່ງ​ເປັນ ຕົ້ນ​ເຫດອັນ​ນຶ່ງ​ທີ່​ພາ​ໃຫ້​ເກີດ​ໄຟ​ລາມ​ປ່າ​ໃນ​ຄັ້ງ​ນີ້​ຜ່ານ​ມາ ກະ​ສາ​ມາດ​ດັບ​ມອດ​ໄດ້​ຫລາຍ​ຈຸດ​ແຕ່​ບາງກໍ່​ເກີດ​ຂຶ້ນ​ມາ​ໃໝ່​ດ້ວຍ​ໂຕ​ຂອງ​ມັນ​ເອງ ດ້ວຍ​ການມອດ​ທີ່​ບໍ່​ມອດ​ສະ​ນິດ​ໄດ້ ແລະ​ບາງ​ຈຸດ​ກະ​ເກີດ​ຂຶ້ນ​ໃໝ່ ແລະ​ຄວາ​ມ​ຫ​ຍຸ້ງ​ຍາກ ເນື່ອງ​ຈາກ​ພູ​ມີ​ປະ​ເທດ​ເປັນ​ເຂດ​ພູ​ຜາ​ປ່າ​ດົງ​ສູງ​ຊັນ ກຳ​ລັງ​ຂຶ້ນ​ເຮັດ​ໜ້າ​ທີ່​ໂຕ​ຈິງ​ຫັ້ນ​ກໍ​ພົບ​ຄວາມ​ຫ​ຍຸ້ງ​ຍາກນຳ​ເອົາ​ອຸບ​ປະ​ກອນ​ຂຶ້ນ​ກະ​ບໍ່​ໄດ້ ອຸບ​ປະ​ກອນ​ກະ​ບໍ່​ພຽງ​ພໍ​ແດ່ ແລະ​ກະ​ເປັນ​ອຸບ​ປະ​ກອນ​ປະ​ຖົມ​ປະ​ຖານ​ແດ່.”

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ເປີດ​ເຜີຍ​ວ່າ ​ໄຟ​ປ່າ​ຍັງ​ເປັນ​ບັນ​ຫາ​ທີ່​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ດຳ​ເນີນ​ມາດ​ຕະ​ການ​ປາບ​ປາມ ເພາະ​ຈະ​ຕ້ອງ​ໄດ້​ຮັບ​ການ​ຮ່ວມ​ມື​ຈາກ​ປະ​ຊາ​ຊົນ ໃນ​ເຂດ​ທີ່​ມີ​ການ​ລັກ​ລອບ​ເຜົາ​ປ່າ​ນັ້ນ ໂດຍ​ການ​ເກັບ​ກຳ​ຂໍ້​ມູນ​ໃນ​ໄລ​ຍະ 5 ປີ​ຜ່ານ​ມາ​ພົບ​ວ່າ​ໄຟ​ໄໝ້​ປ່າ​ທີ່​ເກີດ​ຂຶ້ນ​ນັ້ນ ​ຂະ​ບວນ​ການ​ລັກ​ລອບ​ຄ້າ​ໄມ້​ເຖື່ອນທີ່ເຂດ​ຊາຍ​ແດນ​ລາວ​ກັ​ບ​ຈີນ ຫວຽດ​ນາມ ແລະ​ໄທ ມີ​ສ່ວນ​ກ່ຽວ​ຂ້ອງ​ດ້ວຍ ເພາະ​ການ​ເຜົາ​ປ່າ​ໃຫ້​ກາຍ​ເປັນ​ປ່າ​ໄມ້​ເຊື່ອມ​ໂຊມ​ນັ້ນ ຍອ​ມ​ໝາຍ​ເຖິງ​ໂອກາດ​ທີ່​ຈະ​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ເຂົ້າ​ໄປ​ຕັດ​ໄມ້ ຢູ່​ໃນ​ເຂດ​ປ່າ​ເຊື່ອມ​ໂຊມ​ດັ່ງ​ກ່​າວ ດ້ວຍ​ເຫດ​ນີ້ ກະ​ຊວງ​ກະ​ສິ​ກຳ​ປ່າ​ໄມ້​ຈຶ່ງ​ໄດ້​ແຕ່ງ​ຕັ້ງ ຄະ​ນະ​ສະ​ເພາະ​ກິດ​ເພື່ອກວດ​ກາ​ການ​ຈັດ​ຈັ້ງ​ປະ​ຕິ​ບັດ​ທ້ອງ​ຖິ່ນ​ທົ່ວ​ປະ​ເທດ ຕາມ​ຄຳ​ສັ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເລກ​ທີ 15 ວ່າ​ດ້ວຍ​ການ​ຫ້າມ​ສົ່ງ​ອອກໄມ້ທ່ອນ​ໄປ​ຕ່າງ​ປະ​ເທດ​ຢ່າງ​ເດັດ​ຂາດ ນັບ​ແຕ່​ປີ 2016 ເປັນ​ຕົ້ນ​ມາ ​ຊຶ່ງ​ໄດ້​ປິດ​ໂຮງງ​ານ​ໄມ້ 2,751 ແຫ່ງ ຈັບ​ຜູ້​ທຳ​ຜິດ 17,000 ກວ່າຄົນ ແລະ​ຍຶດ​ໄມ້​ກວ່​າ 5 ລ້ານ ແມັດ​ກ້ອນ ໃນ 5 ປີ ທີ່​ຜ່ານ​ມາ.

XS
SM
MD
LG