ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບໍລິສັດຜະລິດ-ໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-Gen) ສະເໜີຂາຍ​ຮຸ້ນກູ້ຄັ້ງທີ 1 ປະຈຳປີ 2023 ເພື່ອລະດົມທຶນມູນຄ່າ 4,078.1 ລ້ານບາດ


ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN)
ບໍລິສັດຜະລິດ-ໄຟຟ້າລາວ ມະຫາຊົນ (EDL-GEN)

ບໍລິສັດຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-Gen) ສະເໜີຂາຍ​ຮຸ້ນກູ້ຄັ້ງທີ 1 ປະຈຳປີ 2023 ເພື່ອລະດົມທຶນມູນຄ່າ 4,078.1 ລ້ານບາດ ສຳລັບຊຳລະຄືນໜີ້ ທີ່ຄົບກຳນົດໃນຕະຫລາດຮຸ້ນໄທ, ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ຜູ້ບໍລິຫານຂັ້ນສູງຂອງສຳນັກງານຕະຫລາດຫລັກຊັບແຫ່ງປະເທດໄທ (SET) ເປີດເຜີຍວ່າບໍລິສັດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-Gen) ໄດ້ຮັບອະນຸຍາດໃຫ້ສາມາດດຳເນີນການສະເໜີຂາຍຮຸ້ນກູ້ເພື່ອລະດົມເງິນທຶນຈາກສະຖາບັນການເງິນ ແລະ ນັກລົງທຶນລາຍໃຫຍ່ໃນ SET ໃນທ້າຍເດືອນມີນາ 2023 ຜ່ານມາ ໂດຍຖືເປັນການສະເໜີຂາຍຮຸ້ນກູ້ຄັ້ງທີ 1 ໃນປີ 2023 ທີ່ມີມູນຄ່າ 4,078.1 ລ້ານບາດ ພາຍໃຕ້ວັດຖຸປະສົ່ງທີ່ຈະນຳເອົາເງິນທຶນດັ່ງກ່າວໄປໃຊ້ເພື່ອຊຳລະຄືນໜີ້ເງິນກູ້ທີ່ຈະຄົບກຳນົດໃນໄຕມາດທີ 2 ໃນ ປີ 2023 ນີ້, ເຊິ່ງກໍ່ເປັນໜີ້ທີ່ເກີດຈາກການສະເໜີຂາຍຮຸ້ນກູ້ໃນ SET ເຊັ່ນດຽວກັນ. ແຕ່ຄະນະບໍລິຫານ SET ກໍ່ໄດ້ອະນຸຍາດໃຫ້ EDL-Gen ສາມາດດຳເນີນການດັ່ງກ່າວ ກໍ່ເພາະເຫັນວ່າບໍລິສັດມີແຫຼ່ງລາຍໄດ້ທີ່ໝັ້ນຄົງກໍ່ຄື ການຂາຍໄຟຟ້າ ໃຫ້ກັບປະເທດໃນລຸ່ມແມ່ນໍ້າຂອງ ແລະ ອາຊຽນນຳກັນ. ດັ່ງທີ່ຜູ້ບໍລິຫານຂັ້ນສູງໃນ SET ໄດ້ໃຫ້ການຢືນຢັນວ່າ:

ຄວາມຈິງແລ້ວ ມັນກໍ່ຈະເປັນເລື່ອງ Stability ມີຜູ້ຊື້ຊັດເຈນ (ຈະແຈ້ງ) ມີສັນຍາຊື້ໄຟຟ້າຊັດເຈນ (ຈະແຈ້ງ) 25 – 30 ປີ ຜູ້ຊື້ນັ້ນກໍ່ຈະເປັນຜູ້ຊື້ທີ່ມີ Credit ຄ້ອນຂ້າງດີ ກໍ່ຄືຈະເປັນລັດຖະບານ ເປັນ State Enterprise ຍົກຕົວຢ່າງເຊັ່ນ ຂອງ EDL-Gen ນັ້ນ ກໍ່ຈະມີຂາຍໄປທີ່ EDL ເຊິ່ງເປັນລັດວິສາຫະກິດໃນລາວ ແລ້ວກໍ່ຈະມີສ່ວນນຶ່ງນັ້ນຂາຍໄປທີ່ EGAT ຂອງໄທນຳ ແລ້ວກໍ່ຈະມີສ່ວນເລີ່ມຂາຍໄປທີ່ປະເທດກຳປູເຈຍນຳ ກໍ່ຈະເປັນ Mixed ທີ່ເປັນຜູ້ຊື້ທີ່ມີ Credit ທີຖືວ່າດີ”.

ທັງນີ້ ໂດຍລັດວິສາຫະກິດໄຟຟ້າລາວ (EDL) ໄດ້ສ້າງຕັ້ງ EDL-Gen ຂື້ນເມື່ອທ້າຍປີ 2010 ພາຍໃຕ້ເປົ້າໝາຍເພື່ອລະດົມເງິນທຶນທັງພາຍໃນ ແລະ ຕ່າງປະເທດທີ່ເປັນແນວທາງນຶ່ງຂອງການແກ້ໄຂບັນຫາດ້ານໜີ້ສິນຂອງ EDL ທີ່ມີມູນຄ່າຫຼາຍກວ່າ $2,500 ລ້ານດ້ວຍການປັບປຸງການບໍລິຫານງານໃຫ້ຄ່ອງຕົວຫຼາຍຂື້ນ ເຊິ່ງຜ່ານມາ EDL-GEN ໄດ້ລະດົມທຶນຈາກ SET ແລ້ວຄິດເປັນມູນຄ່າລວມເກືອບ 70,000 ລ້ານບາດ ໃນນີ້ ໄດ້ຄົບກຳນົດ ແລະ ໄດ້ຊໍາລະຄືນແລ້ວ 5,030 ລ້ານບາດ ເມື່ອທ້າຍປີ 2021

ໂດຍແຫລ່ງຜະລິດໄຟຟ້າ 91 ແຫ່ງໃນລາວໃນປະຈຸບັນກໍ່ມີພຽງແຕ່ 10 ແຫ່ງທີ່ເປັນຂອງ EDL-Gen ນອກນັ້ນເປັນການລົງທຶນຂອງຕ່າງຊາດ ແລະ ກຳລັງກໍ່ ສ້າງ 12 ໂຄງການຈະສຳເລັດໃນປີ 2030 ອັນຈະເຮັດໃຫ້ລາວມີແຫລ່ງຜະລິດໄຟຟ້າກວ່າ 100 ແຫ່ງ ມີກຳລັງຕິດຕັ້ງລວມ 13,000 ເມກະວັດ ຜະລິດໄຟ ຟ້າ ໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ປີ ໃນນີ້ 85 ເປີເຊັນ ຈະສົ່ງອອກໄປຕ່າງປະເທດເປັນຫຼັກ.

ສ່ວນທ່ານຈັນທະບູນ ສຸກອະລຸນ ຜູ້ອຳນວຍການໃຫຍ່ EDL ກໍ່ຖະແຫຼງຍອມ ຮັບວ່າການດຳເນີນທຸລະກິດຂອງ EDL ຍັງຈະຕ້ອງປະເຊີນກັບສະພາວະຂາດ ທຶນຕໍ່ໄປ ເພາະວ່າ EDL ບໍ່ມີແຫລ່ງຜະລິດໄຟຟ້າເປັນຂອງຕົນເອງ ຈຶງເຮັດໃຫ້ຕ້ອງຊື້ໄຟຟ້າຈາກໂຄງການຕ່າງໆທີ່ລົງທຶນໂດຍບັນດາບໍລິສັດເອກະຊົນລາວ ແລະ ຕ່າງຊາດໃນລາວເພື່ອຕອບສະໜອງໃຫ້ກັບການຊົມໃຊ້ພາຍໃນຕາມນະ ໂຍບາຍຂອງລັດຖະບານກໍ່ຄືການຄວບຄຸມລາຄາໄຟຟ້າໃຫ້ຢູ່ໃນລະດັບທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊຸາຊົນໃຫ້ໜ້ອຍທີ່ສຸດ ເຊິ່ງເຮັດໃຫ້ EDL ຕ້ອງຂາຍໄຟຟ້າໃນລາຄາທີ່ຕໍ່າກວ່າລາຄາຕົ້ນທຶນຕົວຈິງກໍ່ຄືຊື້ແພງແຕ່ຂາຍຖືກນັ້ນ ຈຶງເຮັດໃຫ້ EDL ຕ້ອງແບກຮັບການຂາດທຶນເລື້ອຍມາ ດັ່ງທີ່ທ່ານຈັນທະບູນ ໄດ້ຢືນຢັນວ່າ:

ລາຍຮັບຂອງໄຟຟ້າລາວນີ້ເກືອບວ່າ 99 ເປີເຊັນ ລະແມ່ນມາຈາກການຂາຍໄຟ ສ່ວນວ່າລາຍຈ່າຍບາດນີ້ໄຟຟ້ານິສັງຄົມເຂົ້າໃຈວ່າປະເທດລາວນີ້ມີ 100 ເຂື່ອນ ເປັນໝໍ້ໄຟອາຊຽນ ແລ້ວເປັນຫຍັງຄ່າໄຟ ຈື່ງວ່າແພງ ຄວາມຈິງນີ້ໄຟຟ້າລາວນີ້ບໍ່ມີເຂື່ອເປັນຂອງຕົນເອງ. ປະຈຸບັນນີ້ ພວກເຮົາໄດ້ຊື້ໄຟຈາກເຂື່ອນຕ່າງໆ ແລ້ວມາຂາຍຕໍ່ ແລະ ຕົ້ນທຶນໃນການຊື້ກັບລາຍຮັບຈາກການຂາຍໄຟນີ້ມັນບໍ່ສົມຄູ່ກັນ ແລະ ເປັນຫຍັງເຮົາຈືງບໍ່ໃຫ້ສົມຄູ່ກັນໄດ້ ກໍ່ອີງໃສ່ວ່າລາຍໄດ້ຂອງປະຊາກອນເຮົາຫັ້ນຍັງຢູ່ໃນເກນຕໍ່ ສະນັ້ນລັດຖະບານໃນແຕ່ລະໄລຍະທີ່ຜ່ານມາ ຈຶ່ງໃຫ້ວ່າລາຄາໄຟນີ້ຕໍາກວ່າຕົ້ນທຶນມາຕະຫຼອດ”.

ໂດຍແນວທາງທີ EDL ຈະຈັ້ດຕັ້ງປະຕິບັດເພື່ອຫຼຸດຜ່ອນພາລະໜີ້ສິນດັ່ງກ່າວ ກໍ່ຄືການປັບຂຶ້ນຄ່າຊົມໃຊ້ໄຟຟ້າໃນປະເທດ ຊື່ງຍັງລໍຖ້າການອະນຸມັດຈາກລັດ ຖະບານລາວ ແລະອີກແນວທາງ ໜຶ່ງກໍ່ແມ່ນການເຈລະຈາກັບຜູ້ລົງທຶນໃນໂຄງການເຂື່ອນຕ່າງໆເພື່ອຂໍໃຫ້ຍອມຮັບການຊໍາລະລາຄາໄຟຟ້າດ້ວຍເງິນກີບໃນສັດສ່ວນບໍ່ໜ້ອຍກວ່າ 30 ເປີເຊັນ ຂອງມູນຄ່າໄຟຟ້າທັງໝົດທີ່ EDL ຊື້ຈາກທຸກໂຄງການໃນລາວ.

XS
SM
MD
LG