ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ Ringleader


ຮຽນ​ຄ​ຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ
please wait

No media source currently available

0:00 0:01:01 0:00

ຮຽນ​ຄ​ຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ

NEWS WORDS: Ringleader

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ

This word is one that you might hear in stories about crime:

​ຄຳ​ສັບ​ນີ້ ​ແມ່ນ​ຄຳ​ສັບ​ນຶ່ງ ທີ່​ທ່ານ​ອາດ​ຈະ​ໄດ້​ຍິນ​ຢູ່​ໃນ​ຂ່າວ ​ກ່ຽວກັບອາຊະ​ຍາ​ກຳ.

In what official describe a bold and courageous operation, U.S forces quietly moved in to an area near still dangerous Benghazi Sunday, capturing Ahmed Abu Khatallah, the suspect ringleader of the 2012 attack that left four American dead.

ໃນ​ອັນ​ທີ່​ເຈົ້າ​ໜ້າ​ທີ່​ອະ​ທິ​ບາຍ​ດັ່ງ​ກັບ​ການ​ປະ​ຕິ​ບັດ​ການ​ທີ່ບໍ່​ຢ້ານ​ກົວ ແລະ ຄວາມ​ກ້າ​ຫານ​ນັ້ນ, ກອງກຳ​ລັງ​ສະ​ຫະ​ລັດ ໄດ້ເຄື່ອນ​ເຂົ້າ​ໄປ​ໃນ​ເຂດ​ໃກ້​ກັບເມືອງ ເບັນ​ກາ​ຊີ ທີ່​ຍັງ​ອັນ​ຕະ​ລາຍ​ຢູ່​ໃນວັນ​ອາ​ທິດ, ດ້ວຍ​ການຈັບ​ໂຕ ​ທ້າວ ​ອາ​ເມັດ ອາ​ບູ ຄາຕາ​ລ​ລາ, ຜູ້ຕ້ອງ​ສົງ​ໄສວ່າ​ເປັນ​ຕົວ​ການ​ຂອງ​ການ​ໂຈ​ມ​ຕີເມື່ອ​ປີ 2012 ທີ່​ເຮັດໃຫ້ຊາວ ​ອາ​ເມ​ຣິ​ກັນ ສີ່​ຄົນ​ເສຍ​ຊີ​ວິດ.

Ringleader is two words put together, ring and leader.

Ringleader ແມ່ນ​ສອງ​ຄຳ​ສັບທີ່​ຖືກ​ນຳ​ມາ​ເຂົ້າໃສ່​ກັນຄື​ຄຳ​ວ່າ ring ແລະ leader.

It means the person in charge of a group of people. Usually they are involved in something illegal.

ມັນ​ໝາຍເຖິງ​ຄົນ​ຜູ້ທີ່ຄວບ​ຄຸມ​ນຳ​ພາກຸ່ມ​ຄົນ​ກຸ່ມ​ນຶ່ງ. ປົກ​ກະ​ຕິ​ແລ້ວພວກເຂົາພົວ​ພັນ​ໃນ​ສິ່ງທີ່​ຜິດ​ກົດ​ໝາຍ.

Our story was about the capture of suspected ringleader of the 2012 attack on the U.S. consulate in Benghazi, Libya.

​ຂ່າວ​ຂອງ​ພວກ​ເຮົາ​ແມ່ນ​ກ່ຽວ​ກັບ​ການ​ຈັບ​ກຸມຜູ້​ຕ້ອງ​ສົງ​ໄສ​ເປັນຜູ້​ນຳພາ​ການໂຈມ​ຕີໃສ່​ກົງ​ສຸນ ສະ​ຫະ​ລັດ ຢູ່ໃນ​ເມືອງເບັນ​ກາ​ຊີ ປະ​ເທດ​ ລີ​ເບຍ.

Now, when you hear the word Ringleader, Your American English will be good enough to know what News Words means

ບັດ​ນີ້​ເວ​ລາ​ທ່ານ​ໄດ້​ຍິນ​ຄຳ​ວ່າ Ringleader ພາ​ສາ​ອັງ​ກິດ​ອາ​ເມ​ຣິ​ກັນ​ຂອງ​ທ່ານ ກໍ​ຈະ​ດີ​ພໍ​ວ່າ ຄຳ​ສັບ​ນີ້​ໝາຍ​ຄວາມ​ວ່າຫຍັງ.

XS
SM
MD
LG