ເມື່ອວັນອາທິດແລ້ວນີ້, ຮູບເງົາ The Harvest, ທີ່ຂຽນໂດຍດາຣານັກສະແດງ ຮໍລີວູດ ອາເມຣິກັນ ເຊື້ອສາຍມົ້ງ ທ້າວ ຕົວ ມົວ, ໄດ້ເຂົ້າສາຍຢູ່ໃນເທດສະການຮູບເງົາໃນເມືອງ ແຊນຕ້າ ບາບາຣາ. ທ້າວ ຕົວ ມົວ ມີຈຸດປະສົງຢາກຜະລິດຮູບເງົາໃຫ້ແຕກຕ່າງຈາກຮູບເງົາທົ່ວໄປໃນ ສະຫະລັດ, ໂດຍໄດ້ເພັ່ງເລັງໃສ່ຄົນເອເຊຍຕາເວັນອອກສຽງໃຕ້, ໂດຍສະເພາະຄອບຄົວມົ້ງຄອບຄົວນຶ່ງທີ່ອາໄສຢູ່ໃນລັດຄາລິຟໍເນຍ. ເຊີນທ່ານຟັງການສຳພາດກັບ ພຸດທະສອນ ໄດ້ໃນອັນດັບຕໍ່ໄປ.
ທ້າວ ຕົວ ມົວ ຮູ້ສຶກມີຄວາມດີ້ນຮົນໃນອາຊີບການສະແດງຂອງລາວ ຫຼັງຈາກໄດ້ສະແດງໃນຮູບເງົາ ແກຣນ ໂຕຣີໂນ, ເຊິ່ງລາວບໍ່ຮູ້ວ່າເມື່ອໃດຈະມີໂອກາດ ແລະ ຜູ້ໃດຈະຂຽນບົດໃຫ້ລາວໄດ້ສະແດງອີກຖ້າລາວບໍ່ທຳການຕັດສິນໃຈດ້ວຍຕົນເອງ. ດັ່ງນັ້ນ, ລາວຈຶ່ງໄດ້ເລີ່ມຄິດ ກ່ຽວກັບ ເລື່ອງທີ່ລາວຢາກບອກໃຫ້ຄົນຮູ້, ເລື່ອງທີ່ຈະສົ່ງຜົນກະທົບຕໍ່ຊຸມຊົນ ແລະສັງຄົມຂອງຊາວມົ້ງ. ດ້ວຍເຫດນັ້ນ ລາວຈຶ່ງໄດ້ຂຽນບົດຮູບເງົານຶ່ງອອກມາ ຊື່ວ່າ The Harvest.
ຮູບເງົານີ້ແມ່ນ ກ່ຽວກັບ ຄອບຄົວມົ້ງທີ່ມີບັນຫາຄອບຄົວນຶ່ງໃນລັດຄາລິຟໍເນຍ ເຊິ່ງລູກຊາຍໃນຄອບຄົວນັ້ນໄດ້ກັບຄືນມາບ້ານໃນເມືອງ ລອງ ບີຈ ຈາກນະຄອນ ແຊນແຟຣນຊິສໂກ ເພື່ອເບິ່ງແຍງພໍ່ຂອງລາວຜູ້ທີ່ໄດ້ປະສົບອຸບັດຕິເຫດລົດຕຳກັນ ແລະ ເວລາທີ່ລາວໄດ້ກັບມາບ້ານນັ້ນບັນຍາກາດຢູ່ໃນບ້ານກໍໄດ້ປ່ຽນແປງ, ອີງຕາການເລົ່າຊູ່ຟັງໂດຍທ້າວ ຕົວ.
ຮູບເງົາທີ່ວ່ານີ້ສ່ວນນຶ່ງແມ່ນອີງໃສ່ຊີວິດຈິງ, ເຊິ່ງມັນມີຫຼາຍອົງປະກອບ, ຫຼາຍບັນຫາທີ່ແຕກຕ່າງກັນຈາກການເປັນຄົນອົບພະຍົບ, ຄົນເອເຊຍຕາເວັນອອກສຽງໃຕ້ ແລະ ສິ່ງຕ່າງໆທີ່ຄົນເອເຊຍໄດ້ຜ່ານຜ່າໃນລັດດັ່ງກ່າວ. ສ່ວນທີ່ວ່າຮູບເງົາດັ່ງກ່າວຈະຈົບດ້ວຍຄວາມສຸກ ຫຼື ໂສກເສົ້ານັ້ນ ທ້າວ ຕົວ ເວົ້າວ່າລາວບອກບໍ່ໄດ້, ຕ້ອງໄດ້ໄປເບິ່ງເອົາເອງ.
ການສ້າງຮູບເງົາ The Harvest ມີສິ່ງທ້າທາຍຫຼາຍຢ່າງ, ເນື່ອງຈາກວ່າມັນບໍ່ແມ່ນຮູບເງົາສາຍຫຼັກ ເຊິ່ງທ້າວ ຕົວ ມົວ ກ່າວວ່າ
“ພາກສ່ວນທີ່ຍາກ ກ່ຽວກັບ ຮູບເງົານີ້ກໍແມ່ນ, A: ມັນແມ່ນ ຮູບເງົາ ເອເຊຍ ອາເມຣີກັນ, B: ມັນເພັ່ງເລັງໃສ່ຄອບຄົວຊາວມົ້ງ ແລະ ຂ້າພະເຈົ້າມີຜູ້ຜະລິດຫຼາຍຄົນທີ່ແຕກຕ່າງກັນຈາກທຸກຊົນເຜົ່າທີ່ຢາກຖ່າຍຮູບເງົາ, ແຕ່ຢາກໃຫ້ມັນເປັນ ກ່ຽວກັບ ຊົນເຜົ່າຂອງເຂົາເຈົ້າເອງ, ຄືເຮັດໃຫ້ມັນ ກ່ຽວກັບ ຄົນຂາວ, ເຮັດໃຫ້ມັນ ກ່ຽວກັບ ຄົນຜິວດຳ, ເຮັດໃຫ້ມັນ ກ່ຽວກັບ ຄົນຈີນ, ເກົາຫຼີ, ຫວຽດນາມ, ຍີ່ປຸ່ນ. ເຮັດໃຫ້ມັນຖືກຕ້ອງທີ່ຈະຖ່າຍທຳ. ສະນັ້ນ, ຍ້ອນແນວນັ້ນມັນຈຶ່ງໃຊ້ເວລາດົນຫຼາຍທີ່ຈະມາເຖິງຈຸດນີ້, ສຳລັບຮູບເງົາທີ່ຈະຖືກຜະລິດຂຶ້ນ.”
The Harvest ແມ່ນຮູບເງົາອິນດີ, ເປັນຮູບເງົາທີ່ໃຊ້ງົບປະມານຕ່ຳ. ນັກສະແດງໃນຮູບເງົານີ້ສ່ວນຫຼາຍຈະເປັນຄົນອາເມຣິກັນເຊື້ອສາຍມົ້ງ. ທ້າວ ຕົວ ເວົ້າວ່າລາວຢາກໃຫ້ໂອກາດແກ່ຄົນໃນຊຸມຊົນຊາວ ມົ້ງ ມາເປັນສ່ວນຮ່ວມຂອງຮູບເງົາ ພ້ອມກັບຢາກໃຫ້ຄົນເຊື້ອສາຍອື່ນມີສ່ວນຮ່ວມນຳຄືຄົນ ລາວ, ກຳປູເຈຍ, ໄທ, ຟີລິບປິນ, ຈີນ, ສິງກະໂປ ແລະ ອື່ນໆ. ການຊອກຫານັກສະແດງນັ້ນເຂົາເຈົ້າກໍມີຜູ້ຄັດເລືອກນັກສະແດງ ແລະ ຂັ້ນຕອນຕ່າງໆ. ສຳລັບຜູ້ຖ່າຍທຳຮູບເງົາກໍມີຄົນ ຫວຽດນາມ, ໄທ ແລະ ຜູ້ກຳກັບເປັນຄົນກຳປູເຈຍ.
ເນື່ອງຈາກຮູບເງົາ The Harvest ເປັນຮູບເງົາທີ່ກ່ຽວກັບຄອບຄົວຄົນເອເຊຍ, ທ້າວ ຕົວ ມົວ ກໍຫວັງວ່າຮູບເງົາດັ່ງກ່າວຈະໄດ້ສາຍຢູ່ຕ່າງປະເທດ.
ທ້າວ ຕົວ ທົວ ເວົ້າວ່າ “ພວກເຮົາຫວັງວ່າ ຈະມີການຈຳໜ່າຍຮູບເງົາ, ພວກເຮົາຫວັງວ່າບໍລິສັດຜູ້ຈຳໜ່າຍໃນປະເທດ ລາວ ຫຼື ໄທ, ກຳປູເຈຍ ຢູ່ຂ້າມມະຫາສະໝຸດພຸ້ນຈະຊື້ຮູບເງົານີ້ ແລະ ນຳເອົາໄປສາຍຢູ່ໃນໂຮງໜັງຂອງເຂົາເຈົ້າ.”
ຄົນອາເມຣິກັນເຊື້ອສາຍມົ້ງທ່ານນຶ່ງຈາກລັດຄາລິຟໍເນຍ ໄດ້ສະແດງຄວາມຮູ້ສຶກ ກ່ຽວກັບ ການຜະລິດຮູບເງົາ The Harvest ຕໍ່ພວກເຮົາວ່າ
ຮູບເງົາ The Harvest ໄດ້ເປີດຕົວສາຍຢູ່ໃນເທດສະການຮູບເງົາສາກົນ ແຊນຕ້າ ບາບາຣາ ຄັ້ງທີ 38 ຢູ່ເມືອງ ແຊນຕ້າ ບາບາຣາ, ລັດ ຄາລິຟໍເນຍ ເມື່ອວັນທີ 12 ກຸມພາທີ່ຜ່ານມາ. ເທດສະການດັ່ງກ່າວໄດ້ເລີ່ມຂຶ້ນ ແລະ ສິ້ນສຸດລົງເມື່ອວັນທີ 18 ກຸມພາວານນີ້.