ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອສຳພາດ ອາຈານ ສັນຕິ ທຳມະວົງສາ ຜູ້ສອນສາສະໜາຄຣິສຕຽນ ໃນລາຍການຊຸມຊົນຊາວລາວໃນອາເມຣິກາ


ອາຈານ ສັນຕິ ທຳມະວົງສາ ອາຈານສອນສາສະໜາຄຣິສຕຽນ.
ອາຈານ ສັນຕິ ທຳມະວົງສາ ອາຈານສອນສາສະໜາຄຣິສຕຽນ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີ ການສຳ ພາດກັບອາຈານສອນສາສະໜາຄຣິສຕຽນ ສັນຕິ ທຳມະວົງສາ ຢູ່ລັດອີລີນອຍ. ເພິ່ນຈະມາເວົ້າສູ່ ພວກເຮົາຟັງ ກ່ຽວກັບ ການຍົກຍ້ານຖິ່ນຖານມາຢູ່ ສະຫະ ລັດ, ການເຊື່ອຖືສາ ສະໜາຄຣິສຕຽນ ແລະ ການເປັນອາຈານສອນສາສະໜາດັ່ງກ່າວ. ເຊີນທ່ານໄປຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ສະຫະລັດ ເປັນປະເທດທີ່ມີອິດສະຫຼະພາບ ໃນການນັບຖືສາສະໜາ ແລະ ປະເທດດັ່ງກ່າວກໍມີຫຼາກຫຼາຍສາສະ ໜານັບຈາກຄຣິສຕຽນ, ຢິວ, ອິສລາມ, ພຸດ, ຮິນດູ ແລະ ອື່ນໆ. ແຕ່ຫຼາຍກວ່າໝູ່ແມ່ນສາສະໜາ ຄຣິສຕຽນ ມີຢູ່ 70 ເປີເຊັນ, ເຊິ່ງຈະແຍກອອກເປັນຫຼາຍສາຂາ.

ອາຈານ ສັນຕິ ໄດ້ເປັນແສນຍາພິບານ ຫຼື ຜູ້ສອນສາສະໜາຄຣິສຕຽນ ມາຕັ້ງ ແຕ່ດົນນານ, ເພິ່ນໄດ້ອົບພະຍົບອອກຈາກປະເທດລາວຕັ້ງແຕ່ປີ 1980. ກ່ອນ ໄດ້ມາ ສະຫະລັດ, ເພິ່ນໄດ້ຢູ່ແຍກຈາກແມ່ເປັນເວລາດົນນານ, ເພາະວ່າ ແມ່ໄດ້ເດີນທາງມາຢູ່ສະຫະລັດກ່ອນ.

ຜູ້ທີ່ໄດ້ມາຕັ້ງຖິ່ນຖານໃໝ່ໆສ່ວນຫຼາຍຈະຮູ້ສຶກດີໃຈ ແລະ ຕື່ນເຕັ້ນທີ່ຈະໄດ້ ຕັ້ງຊີວິດໃໝ່, ເຊິ່ງເຂົາເຈົ້າກໍມີຄວາມຫວັງທີ່ຈະມີຊີວິດທີ່ດີຂຶ້ນ. ສຳລັບອາຈານສັນຕິນັ້ນ, ເພິ່ນໄດ້ກ່າວວ່າ ເພິ່ນມີຄວາມຕື່ນເຕັ້ນຫຼາຍ ແຕ່ບໍ່ແມ່ນທີ່ໄດ້ຍ້າຍມາຢູ່ ສະຫະລັດ ເທົ່ານັ້ນ, ແຕ່ຍ້ອນໄດ້ກັບມາລວມຕົວກັບ ຄອບຄົວ ແລະ ພົບກັບແມ່ອີກຄັ້ງ. ສ່ວນພໍ່ຂອງອາຈານສັນຕິນັ້ນແມ່ນໄດ້ ເສຍຊີວິດແຕ່ດົນແລ້ວ.

ການຕັ້ງຖິ່ນຖານໃໝ່ ໂດຍສະເພາະໃນປະເທດທີສາມນັ້ນ, ຫຼາຍຄົນແມ່ນ ໄດ້ປະເຊີນກັບບັນຫາໃນການຕັ້ງໂຕໃໝ່, ບໍ່ວ່າຈະເປັນດ້ານພາສາ, ການ ທຳມາຫາກິນ ແລະ ອື່ນໆ.

ອາຈານ ສັນຕິ ໄດ້ມີຄວາມເຊື່ອເລື່ອງພະເຍຊູຫຼັງຈາກທີ່ຜູ້ເປັນເອື້ອຍໄດ້ແນະນຳໃຫ້ໄປຟັງການສູດມົນຢູ່ໂບດແຫ່ງນຶ່ງໃນ ສະຫະລັດ, ເຊິ່ງເວລານັ້ນແມ່ນປີ 1988. ກ່ອນທີ່ຈະມີຄວາມເຊື່ອໃນພະເຍຊູຢ່າງຈິງຈັງນັ້ນ, ອາຈານ ສັນຕິ ໄດ້ກ່າວວ່າເພິ່ນມີປະສົບການກັບພະເຈົ້າເປັນການສ່ວນຕົວ.

ອາຈານ ສັນຕິ ກຳລັງກຽມສອນຢູ່ໂບດແຫ່ງນຶ່ງ.
ອາຈານ ສັນຕິ ກຳລັງກຽມສອນຢູ່ໂບດແຫ່ງນຶ່ງ.

ອາຈານສັນຕິ ມີຄວາມຕື່ນເຕັ້ນທີ່ໄດ້ແບ່ງບັນຄວາມສຸກ, ຊ່ວຍເຫຼືອແກ້ໄຂຄວາມໂສກເສົ້າ, ຄວາມທຸກ, ເຊິ່ງປັດຈຸ ບັນອາຈານມີຜູ້ຕິດຕາມຈຳນວນຫຼາຍທັງຢູ່ໃນ ສະຫະລັດ ແລະ ຕ່າງປະເທດ, ບໍ່ວ່າຈະເປັນຄົນ ອາເມຣີກັນ, ລາວ, ໄທ ແລະ ອື່ນໆ.

ຜູ້ສັດທາສາສະໜາ ຄຣິສຕຽນ ຈະພາກັນໄປນະມັດສະການຢູ່ໂບດໃນວັນອາທິດ, ບາງໂບດກໍມີການຮຽນພະຄຳພີໃນກາງອາທິດ. ເຫດຜົນທີ່ຄົນພາກັນໄປ ໂບດໃນວັນອາທິດນັ້ນ, ອາຈານສັນຕິເວົ້າວ່າ ພະເຍຊູຖືກແຂວນຢູ່ເທິງໄມ້ກາງ ເຂນຮັບເອົາບາບເວນກຳມະນຸດທັງຫຼາຍເຂົ້າໄປໃນຮ່າງກາຍ, ຕາຍແທນມະນຸດ, ແລະ ຕອນເຊົ້າວັນອາທິດພະເຍຊູໄດ້ຄືນພະຊົນຂຶ້ນມາ, ຍ້ອນແນວນັ້ນຈຶ່ງຖືວ່າ ວັນດັ່ງກ່າວເປັນວັນສັກສິດ, ເປັນວັນທີ່ພະເຍຊູ ໄດ້ໄຊຊນະຄອງອຳນາດມືດ, ຄວາມຕາຍ, ວິນຍານຊົ່ວ, ຜີຮ້າຍ.

ການຮັບໃຊ້ໂບດຂອງອາຈານ ສັນຕິ ແມ່ນມີຄ່າຕອບແທນຈາກອົງກອນທີ່ ເພິ່ນສັງກັດ, ເຊິ່ງເພິ່ນໄດ້ກ່າວວ່າ

ອາຈານສັນຕິ ໄດ້ຍ້າຍຖິ່ນຖານໄປມາຫຼາຍບ່ອນໃນ ສະຫະລັດ ຕາມການແຕ່ງ ຕັ້ງຂອງກິດຕິຈັກ ແລະ ປັດຈຸບັນນີ້ອາຈານແມ່ນໄດ້ກັບມາຢູ່ລັດທີ່ເພິ່ນໄດ້ມາ ຕັ້ງຖິ່ນຖານທຳອິດ. ແລະ ອາຈານກໍມີໝູ່ຄູ່ຄົນລາວຫຼາຍ ແລະ ໄດ້ເຂົ້າ ຮ່ວມ ຊຸມຊົນຄົນລາວດ້ວຍ.

ອາຈານສັນຕິ ມີພັນລະຍາ ແລະ ລູກສາມຄົນ, ເຊິ່ງປັດຈຸບັນແມ່ນໃຫຍ່ໝົດ ແລ້ວ. ພັນລະຍາຂອງອາຈານສັນຕິກໍນັບຖືສາສະໜາ ຄຣິສຕຽນ ເຊັ່ນກັນ.

XS
SM
MD
LG