ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ຄົນເຊື້ອ​ສາຍ​ລາວ ​ຢູ່ສະ​ຫະ​ລັດ ນິວ​ຊີ​ແລນ ແລະ​ຝ​ຣັ່ງ ກຽ​ມສະ​ຫລອງ​ບຸນ​ຄ​ຣິ​ສ​ມັ​ສ ໃນວັ​ນ​ອາ​ທິດ ທີ ​25 ​ທັນ​ວາ​ນີ້


ຕົ້ນຄຣິສມັສ ຂອງຣັດຖະສະພາ ສະຫະລັດ ຫຼັງຈາກປະທານສະພາຕໍ່າ ແນນຊີ ເປໂລຊີ ໄດ້ເປີດໄຟ ຕັ້ງຢູ່ເດີ່ນ ຫຍ໊າຂອງສະພາ ໃນນະຄອນຫຼວງ ວໍຊິງຕັນ ວັນທີ 7 ທັນວາ ປີ 2010
ຕົ້ນຄຣິສມັສ ຂອງຣັດຖະສະພາ ສະຫະລັດ ຫຼັງຈາກປະທານສະພາຕໍ່າ ແນນຊີ ເປໂລຊີ ໄດ້ເປີດໄຟ ຕັ້ງຢູ່ເດີ່ນ ຫຍ໊າຂອງສະພາ ໃນນະຄອນຫຼວງ ວໍຊິງຕັນ ວັນທີ 7 ທັນວາ ປີ 2010

​ທ່​ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ໃນໂອ​ກາດບຸນ​ຄ​ຣິ​ສ​ມາ​ສ ວັນອາ​ທິດ ທີ 25 ທັນ​ວາ ​ຈະ​ມາ​ເຖິງ​ນີ້ ຊຶ່ງ​ເປັນ​ບຸນ​ອັນ​ຍິງ​ໃຫຍ່​ຂອງ​ຊາ​ວ​ຕ​ຄຣິ​ສ​ຕຽນ ທີ່​ສະ​ຫລອງ​ກັນ​ຢູ່​ທົ່ວ​ໂລກ. ເພາະ​ສະ​ນັ້ນ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ຂອງວີ​ໂອ​ເອ ​ມື້ນີ້ ເຮົາຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບຊາວ​ລາວຢູ່ໃນ​ສະ​ຫະ​ລັດອາ​ເມ​ຣິ​ກາ ນິວ​ຊີ​ແລນ ແລະ​ປະ​ເທດ​ຝ​ຣັ່ງ ມາ​ສະ​ເໜີ​ທ່ານກ່ຽວ​ກັບ​ວ່າ ພວກ​ເພີ່ນ​ພາ​ກັນ​ສະ​ຫລອງ​ກັນ​ຢ່າງ​ໃດ ​ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີທ່ານ ໃນ​ອັນ​ດັບ​ຕໍ່.

ສາດສະໜາຄຣິສ ແມ່ນສາດສະໜາທີ່ຍິ່ງໃຫຍ່ ແລະມີປະຊາກອນນັບຖືອັນດັບ ນຶ່ງຢູ່ໃນໂລກ. ຮອງລົງມາແມ່ນສາດສະໜາອິສລາມ ແລະຕິດ​ຕາມກັນໄປຕາມ ລໍາດັບ. ເພາະສະນັ້ນ ໃນວັນທີ 25 ທັນວາຂອງແຕ່ລະປີ ບັນດາຜູ້ທີ່ນັບຖືສາດສະໜາຄຣິສ​ໃນ​ທົ່ວ​ໂລກ ​ກໍພາກັນສະຫຼອງບຸນວັນເກີດພະເຍຊູເຈົ້າ ອັນເປັນບຸນໃຫຍ່ປະຈຳປີ. ພໍແຕ່ລະດູການນີ້ມາເຖິງບໍ່ວ່າຄົນທີ່ນັບຖືສາດສະໜາໃດໆກໍຕາມ ເກືອບວ່າຈະຫຼີກລ່ຽງອິດທິພົນການສະຫຼອງບຸນອັນຄຶກຄຶ້ນນີ້ບໍ່ໄດ້ເດັດຂາດເພາະ ບັນຍາກາດປົກຄຸມໄປດ້ວຍສຽງເພງ ແສງສີ ບ້ານເຮືອນ ​ແລະຖະໜົນຫົນທາງຖືກ​ຕົກ​ແຕ່ງ​ຢ່າງ​ງົດ​ງາມ. ​ເວ​ລາ​ນີ້​ແມ່ນລະດູການ ຊື້ຂາຍ ແລກປ່ຽນຂອງຂວັນ ແລະ​ດື່ມກັນຢ່າງຄຶກຄື້ນ. ເວລານີ້ ຜູ້ຄົນພາກັນເດີນທາງໄປຢ້ຽມຢາມຖາມຂ່າວ ຍາດຕິພີ່ນ້ອງ ເພື່ອນຝູງທີ່ຢູ່ໃກ້ ແລະໄກ. ໃນອີກນຶ່ງ​ອາ​ທິດ​ຕໍ່​ມາ​ກໍ​ຈະ​ເປັນ​ການສົ່ງ​ທ້າຍປີ​ເກົ່າ 2022 ແລະຕ້ອນ​ຮັບ​ປີ​ໃໝ່ 2023 ທີ່ກໍາລັງກ້າວເຂົ້າມາ.

​ບັດ​ນີ້​ເຮົາ​ຈະ​ພາ​ທ່ານຟັງຄຳ​ອະ​ທິ​ບາ​ຍ​ຂອງ ສິດ​ຍາ​ພິ​ບານບຸ​ນ​ທະ​ນົງ​ສອນ ຜານ​ມະ​ນີ​ວົງປະ​ຈຳ​ໂບດ​ລາວ​ແບບ​ຕິ​ສ (Lao Baptist Church) ທີ່​ນະ​ຄອນ​ໂມ​ບິ​ລ ລັດ​ອາ​ລ​ສາ​ບາ​ມາ ຕັ້ງ​ຢູ່​ທາງ​ພາກ​ໃຕ້​ຂອງ​ສ​ະ​ຫະ​ລັດ ຊຶ່ງ​ທ່ານ​ໄດ້ກ່າວ​ເຖິງພິ​ທີ​ສະ​ຫລອງ​ບຸນຣິສ​ມັ​ສ ຕໍ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ທ່ານ​ບຸ​ນ​ເຫລື່ອມ ວັນ​ນາ​ທີ ​ຊາວ​ນິວ​ຊິ​ແລນ​ເຊື້ອ​ສາຍ​ລ​າວ ​ທີ່ນັບ​ຖື​ສ​າດ​ສະ​ໜາ​ພຸດ ຢູ່​ນະ​ຄອນ​ອອກ​ແລນ ປະ​ເທດນິວ​ຊີ​ແລນ ໄດ້​ກ່າວເ​ຖິງ​ການ​ສະ​ຫລອງ​ບຸນ​ ຄ​ຣິ​ສ​ມັ​ສ ສູ່ ວີ​ໂອ​ເອ ຟັງ​ວ່າ ປະ​ຊາ​ຄົມ​ລາວ​ເພີ່ນ​ປະ​ຕິ​ບັດ​ກັນ​ຢ່າງ​ໃດ​ຢູ່​ໃນ​ປະ​ເທດ​ນິວ​ຊິ​ແລນ:

​ຍາ​ປ້າ​ຄຳ​ແພງ ປ້ອງ​ພິມ​ຄຳ ຊາ​ວ​ຝ​ຣັ່ງ​ເຊື້ອ​ສາຍ​ລາວ​ ຢູ່​ນະ​ຄອນ​ຫລວງປາ​ຣີ ​ນັບ​ຖື​ສາດ​ສະ​ໜາ​ຄາ​ໂທ​ລິກ ​ໄດ້ອະ​ທິ​ບາຍ​ເຖິງ​ພິ​ທີ​ສະ​ຫລອງ​ບຸນ​ໂນ​ແອ​ລ ຫລື ຄ​ຣິ​ສ​ມັ​ສ ​ທີ່​ຊາວຝ​ຣັ່ງປະ​ຕິ​ບັດ​ກັນ​ສູ່ ວີ​ໂອ​ເອ ຟັງ​ວ່າ:

ນາງຄ​ຣິ​ສ​ຕີ ຜຸຍ​ມະ​ນີ​ວົງ ນັບ​ຖື​ສາດ​ສະ​ໜາ​ພຸດ ຕັ້ງ​ຖິ່ນ​ຖານຢູ່ລັດ​ເທັກ​ຊັ​ສ ມີ​ຄອບ​ຄົວ​ໃຫຍ່ ໄດ້​ລູກໄດ້​ຫລານ ແລະ​ເຫລັນ ​ໄດ້​ໃຫ້​ເຫດ​ຜົນ​ສູ່ ວີ​ໂອ​ເອ ຟັງ​ວ່າ ເປັນ​ຫຍັງ​ຈຶ່ງ​ສະ​ຫລອງ​ບຸ​ນ​ຄ​ຣິ​ສ​ມັ​ສ​ມາ​ບໍ່​ໄດ້​ຂາດ ​ຊຶ່ງນາງ​ຕ​ຣິ​ສ​ຕີ ​ໄດ້ກ່າວ​ວ່າ:

ນັ້ນແມ່ນບັນດາຊາວອາເມຣິກັນ ນິວ​ຊີ​ແລນ ແລະຝຣັ່ງ ທີ່​ເປັນເຊື້ອສາຍລາວຢູ່​ຕ່າງ​ປະ​ເທດ ​ກຳ​ລັງ​ຫ້າງ​ຫາການສະຫຼອງບຸນຄຣິສມັສ ປີ 2022 ທີ່ກຳລັງຈະມາເຖິງໃນ ວັນອາ​ທິດ ວັນທີ 25 ທັນວາ ນີ້. ສຸກສັນວັນຄຣິສມັສ ແດ່ທ່ານຜູ້ຟັງທຸກໆທ່ານ ກິ່ງ​ສະ​ຫວັນ ປະ​ຖັມ​ມະ​ວົງ ວີ​ໂອ​ເອ.

XS
SM
MD
LG