ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຮ້ານ​ຂາ​ຍໄອ​ສະ​ຄ​ຣີມ ລາວ​ອາ​ເມ​ຣິ​ກັນ ຢູ່​ເມືອງເຄລຍວໍ​ເຕີ ລັດ​ຟ​ລໍ​ຣິ​ດາ


ຮ້ານ​ PK Home Sweet Home ice cream ​ຂອງ​ທ່ານ​ຂີນ​ຖາ​ວອນ ບຸນ​ພາ​ພົມ ຢູ່​ເມືອງ Clear Water ລັດ​ຟ​ລໍ​ຣິ​ດາ
ຮ້ານ​ PK Home Sweet Home ice cream ​ຂອງ​ທ່ານ​ຂີນ​ຖາ​ວອນ ບຸນ​ພາ​ພົມ ຢູ່​ເມືອງ Clear Water ລັດ​ຟ​ລໍ​ຣິ​ດາ

​ທ່​ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ໃນ​ຕ່າງ​ແດນ ຂອງ ວີ​ໂອ​ເອ ປະ​ຈຳ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ໂອ້​ລົມ​ກັບ​ ​ທ່ານຂິນ​ຖ​າ​ວອນ ​ບຸນ​ພາ​ພົມ ເຈົ້າ​ຂອງ​ຮ້ານ​ຂາຍ​ໄອ​ສະ​ຄ​ຣີມ ​PK Sweet Home ຢູ່​ເມືອງ​ Clear Water Beach ຕັ້ງ​ຢູ່ແຄ​ມ​ອ່າວ​ແທມ​ປາ ລັດ​ຟ​ລໍ​ຣິ​ດາ ທີ່​ໄດ້​ເຮັດ​ທຸ​ລະ​ກິດ​ນີ້​ມາ​ໄດ້ກວ່າ​ສິບ​ປີ​ແລ້ວ ແລະ​ສ້າງ​ລາຍ​ໄດ້​ດີ​ສົມ​ຄວນ ແລະ ການ​ສ້າງ​ທຸ​ລະ​ກິດ​ຂອງ ​ທ່ານ​ຂິນ​ຖາວອນ ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ

ທ່ານ​ຂີນ​ຖາ​ວອນ ບຸນ​ພາພົມ ໄດ້​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ເຂດ​ເມືອງ​ແທມ​ປາ ລັດ​ຟ​ລໍ​ຣິ​ດາ ສະ​ຫະ​ລັດ​ອາ​ເມ​ຣິ​ກາ ໃນ​ປີ 1993 ແລະ​ທ່ານໄດ້​ເລີ້​ມ​ປະ​ກອບ​ອາ​ຊີບ​ຫລາຍໆ​ຢ່າງ​ກ່ອນ​ທີ່ໄດ້​ຕັດ​ສິນ​ໃຈ​ມາ​ເຮັດ​ທຸ​ລະ​ກິດ​ເປີດ​ຮ້ານ​ຂາຍ​ ໄອ​ສະ​ຄ​ຣີ​ມ ຂະ​ໜາດ​ນ້ອຍ​ໃນ​ປີ 2000 ຊຶ່ງທ່ານ​ໄດ້​ຮັບຄຳ​ແນະ​ນຳ​ຈາກ​ເພື່ອນ​ຄົນ​ລາວທີ່​ໃກ້​ສິດ​. ຮ້ານ​ໄອ​ສ​ະຄ​ຣີ​ມ ​ຂອງ​ທ່ານ​ຂິນ​ຖາ​ວອນ ຕັ້ງຢູ່​ແຄມ​ອ່າວ​ແທມ​ປາ ໃນ​ລັດ​ຟ​ລໍ​ຣິ​ດາ ​ມີ​ບັນ​ຍາ​ກາດດີ ແລະເປັນ​ສະ​ຖານ​ທີ່​ເໝາະ​ສົມ​ທີ່ສຸດ ເພາະມີອາ​ກາດ​ອົບ​ອຸ່ນຕະ​ຫລອດ​ປີ ​ມີນັກ​ທ່ອງ​ທ່ຽວ ແລະ​ຜູ້​ຄົນ​ພາ​ກັນ​ມາ​ເລາະຫລິ້ນ​ຢູ່​ຕາມຫາດ​ຊາຍ ອາບແດດ ແລະ​ອາບ​ນ້ຳ​ຢູ່​ບໍ່​ຂາດ ຊຶ່ງ​ທ່ານ​ຂິນ​ຖາ​ວອນ ໄດ້​ກ່າວ​ຄວາມ​ເປັນ​ມາ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

ຮ້ານ PK Sweet Home ໄອ​ສະ​ຄ​ຣີມ ມີ​ຫລາຍ​ລົດ​ຊາດ ​ຜະ​ລິດ​ຈາກ​ຫລາຍໆ​ບໍ​ລິ​ສັດ​ຢູ່​ທົ່ວ​ສະ​ຫະ​ລັດ ສາ​ມາດ​ເລືອກ​ຊື້​ມາ​ຂາຍ ເພື່ອໃຫ້​ພວກລູກ​ຄ້າ​ເລືອກ​ກິນໄດ້​ຕາມ​ສະ​ບາຍ. ໃນ​ຂະ​ນະ​ດຽວ​ກັນ ຜູ້​ເປັນ​ເຈົ້າ​ຂອງ​ກໍ​ຕ້ອງ​ຮູ້​ວ່າ ​ໄອສະ​ຄ​ຣີມ​ຊະ​ນິດ​ໃດ​ແຊບ ແລະ​ບໍ່​ແຊບ ແລະ​ນີ້​ເປັນ​ໜ້າ​ທີ່​ຂອງ​ຜູ້​ຂາຍ​ທີ່​ຈະ​ຕ້ອງ​ຮູ້​ເຖິງ​ຈິດ​ໃຈ​ຂອງ​ພວກ​ລູກ​ຄ້າ ຊຶ່ງ​ທ່ານ​ຂິນ​ຖາ​ວອນ ກ່າວ​ເຖິງ​ຕອນ​ນີ້​ວ່າ:

ລິງໂດຍກົງ

​ທຸ​ລະ​ກິດ​ຂາຍ​ໄອສະ​ຄ​ຣີມ ເປັນ​ວຽກ​ງ່າຍ ບໍ່​ໄດ້​ໃຊ້​ແຮງ​ງານ​ຫລາຍ​ເໝືອນ​ດັ່ງ​ຮ້ານ​ອາ​ຫານ. ​ຮ້ານ​ຂາຍ​ໄອສະ​ຄ​ຣີມ​ພຽງ​ແຕ່​ກໍ​າ​ກັບ​ນຳ​ເລັກ​ນ້ອຍ ແລະ​ຕັກ​ຂາຍ​ເທົ່າ​ນັ້ນ. ​ຈຸດ​ສຳ​ຄັນ​ທີ່ສຸດ​ຂອງ​ຮ້ານ​ຂາຍ​ໄອສະ​ຄ​ຣີມ​ນັ້ນ ກໍ​ຄື​ສະ​ຖານ​ທີ່​ໃຫ້​ເຂົ້າ​ກັບ​ບັນ​ຍາ​ກາດ ສິ່ງ​ແວດ​ລ້ອມ​ບ່ອນ​ທີ່​ມີ​ຄົນ​ມາ​ເຕົ້າ​ໂຮມ​ກັນຢູ່​ສະ​ເໝີ ດັ່ງ​ທີ່​ທ່ານ​ຂິນ​ຖ​າ​ວອນ ກ່າວ​ມ້ວນ​ທ້າຍ​ສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ລິງໂດຍກົງ

ທ່ານ​ຂິນ​ຖາ​ວອນ ບຸນ​ພາ​ພົມ ເປັນ​ນັກ​ທຸ​ລະ​ກິດ​ຂະ​ໜາດ​ນ້ອຍທີ່​ປະ​ສົບ​ຜົນ​ສຳ​ເລັດ. ທ່ານ​ກ່າວ​ວ່າ ທ່ານ​ຈະ​ດຳ​ເນີນທຸ​ລະ​ກິດ​ຂາຍ​ໄອສະ​ຄ​ຣີມ ຕະ​ຫລອດ​ໄປ ແລະ​ເຖິງ​ແມ່ນ​ວ່າ​ທ່​ານ​ຈະ​ບຳ​ນານ​ໃນ​ອະ​ນາ​ຄົດ ທຸ​ລະ​ກິດ​ດັ່ງ​ກ່າວ​ນີ້​ຈະ​ຕົກ​ເປັນ​ຂອງ​ພວກ​ລູກໆ​ໃຫ້​ພາ​ກັນ​ສືບ​ທອດ​ຕໍ່​ໄປ.

XS
SM
MD
LG