ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະນາຄານພັດທະນາເອເຊຍ ໃຫ້ການສະໜັບສະໜູນ ການມີສ່ວນຮ່ວມ ຂອງປະຊາຊົນລາວ ໃນການປົກປັກຮັກສາປ່າໄມ້ ແລະສັດປ່າ


​ນາງ​ສີ​ຣິ​ພອນ ລົມ​ກັບ​ພະ​ນັກ​ງານ​ທີ່​ເປັນ​ນາຍ​ຊ່າງ​ໄຟ​ຟ້າ​ລາວ
​ນາງ​ສີ​ຣິ​ພອນ ລົມ​ກັບ​ພະ​ນັກ​ງານ​ທີ່​ເປັນ​ນາຍ​ຊ່າງ​ໄຟ​ຟ້າ​ລາວ

ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ​ໃຫ້​ການ​ສະ​ໜັບ​ສະ​ໜູນ ການ​ມີ​ສ່ວນ​ຮ່ວມ​ຂອງ​ປະ​ຊາ​ຊົນ​ລາວ ໃນ​ການ​ປົກ​ປັກ​ຮັກ ​ສາ​ປ່າ​ໄມ້ ແລະ​ສັດ​ປ່າ​ດ້ວຍ​ການ​ຕັ້ງ​ໜ່ວຍ​ລາດ​ຕະ​ເວນ ແລະ​ຈັດ​ທຳ​ລະ​ບົບ​ດ້ານ​ຂໍ້​ມູນ​ທີ່​ທັນ​ສະ​ໄໝ ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານ​ຈາກ ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ ຂອງ​ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ເປິດ​ເຜີຍ​ວ່າ ADB ລິ​ເລີ້ມ​ໃຫ້​ການ​ຊ່ວຍ​ເຫລືອ​ລັດ​ ຖະ​ບານ​ລາວ ໃນ​ການ​ເຝິກ​ອົບ​ຮົມປະ​ຊາ​ຊົນ​ເພື່ອ​ນຳ​ໃຊ້​ອຸບ​ປະ​ກອນ​ທັນ​ສະ​ໄໝ​ເຂົ້າ​ໃນ​ການ​ເກັບ​ຂໍ້​ມູນ​ປ່າ​ໄມ້ ແລະ ​ສັດ​ປ່າ​ໃນ​ແຂວງ​ອັດ​ຕະ​ປື ແລະ​ເຊກອງ​ເມື່ອ​ບໍ່​ນານ​ມາ​ນີ້ ໂດຍ​ເປັນ​ການ​ຊ່ວ​ຍ​ເຫລືອໃນ​ການຕອບ​ສະ​ໜອງ​ອຸບ​ປະ​ ກອນ ແລະ​ເຄື່ອງ​ມື​ທີ່​ທັນ​ສະ​ໄໝ​ທາງ​ດ້ານ​ເທັກ​ໂນ​ໂລ​ຂີ​ຂໍ້​ມູນ ຂ່າວ​ສານ ແລະການຈັດ​ເຝິກ​ອົບ​ໂຮມ ກ່​ຽວກັບ​ກາ​ນ​ ນຳ​ໃຊ້​ອຸບ​ປະ​ກອນ​ດັ່ງ​ກ່າວ ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ເຊັ່ນ​ລະ​ບົບ Smart Phone ລະ​ບົບ JIS ​ແລະ​ລະ​ບົບ GPS ​ເພື່ອ​ນຳ​ໃຊ້​ໃນ​ການ​ລາດ​ຕະ​ເວນ ແລະ​ເກັບ​ຂໍ້​ມູນ​ຄວາມ​ໜາ​ແໜ້ນ ຫລື​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້ ຮວມ​ເຖິງ​ການ​ເພີ້ມ​ຂຶ້ນຫລື​ລົດ​ລົງ​ຂອງ​ຊີ​ວະນາໆ​ພັນ ແລະ​ສັດ​ປ່າ ຊຶ່ງ​ການ​ເຝິກອົບ​ຮົມ​ໃນ​ແຕ່​ລະ​ຄັ້ງ ຈະ​ມີ​ຈຳ​ນວນ​ສະ​ມາ​ຊິກ​ໃນ ​ທີມ​ລາດ​ຕະ​ເວນ​ເຂົ້າ​ຮ່ວມ​ເພີ້ມ​ຂຶ້ນ​ນັບ​ມື້ ແລະ ADB ກໍຈະ​ສືບ​ຕໍ່​ໃຫ້​ການຊ່ວຍ​ເຫລືອເພີ້ມ​ຂຶ້ນ​ດ້ວຍ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່ ​ຂອງ ADB ໃຫ້​ການ​ຢືນ​ຢັນ​ວ່າ:

ການ​ສະ​ຫງວນຄວາມ​ຫລາ​ກຫລ​າ​ຍຊີ​ວະ​ນ​າໆ​ພັນໄປ​ສູ່ທາງ​ອ້ອມ​ທີ່​ ເປັນ​ກະ​ແຈ​ອູ້ມ​ຊູ​ອັນ​ສຳ​ຄັນເພື່ອ​ຮັກ​ສາ​ປ່າ ລະ​ບົບ
ຊີ​ວະ​ພາບ ນີ້​ຈະ​ໃຫ້​ການ​ຮັກ​ສາ​ສະ​ບຽງ​ຂອງ​ອາ​ຫານ ແລະ​ນ້ຳ​ໃຫ້​ແກ່​ພວກ​ສັດ ປ່ອຍ​ໃຫ້​ເຂົາ​ເຄື່ອນ​ຍ້າຍ​ດ້ວຍ​ ຄວາມ
​ປອດ​ໄພ​ຫລີກ​ລ່ຽງ​ຖະ​ໜົນ​ຫົນ​ທາງ ແລະ​ໂຄງ​ຮ່າງ ແລະ​ເປັນສິ່ງ​ສຳ​ຄັນ​ເພື່ອ​ຊ່ວຍ​ບໍ​ລິ​ຫານທີມ​ປະ​ຕິ​ບັດ​ງານ ​ປ່າ​ທ້ອງ
​ຖິ່ນ ຄວາ​ມ​ຊໍ​າ​ນານ ແລະ​ເທັກ​ໂນ​ໂລ​ຈີ​ໃໝ່ ເພື່ອ​ເກັບ​ກຳ​ຂໍ້​ມູນ ມັນ​ຍັງ​ຊ່ວຍ​ການ​ວາງ​ແຜນ​ອະນາ​ຄົດ ຍັງ​ ຊ່ວຍ​ພັດ​ທະ​
ນາ​ເພື່ອ​ແບ່ງ​ປັນ​ການ​ຕິດ​ຕໍ່ ແລະ​ປ້ອງ​ກັນ​ປ່າ​ໄມ້ ແລະ​ການ​ບໍ​ລິ​ຫານ.

ທາງ​ດ້ານ​ປະ​ຊາ​ຊົນ​ລາວ ​ທີ່​ສະ​ໝັກ​ເຂົ້າ​ຮ່ວມ​ໃນ​ໂຄງ​ການ​ດັ່ງ​ກ່າວ​ນີ້ຢືນ​ຢັນ​ວ່າ ເປົ້າ​ໝາຍ​ສຳ​ຄັນ​ທີ່​ສະ​ໝັກ​ໃຈ​ເຂົ້າ​ ຮ່ວມ​ໃນ​ໂຄງ​ການ​ກໍ​ຄື ການ​ປົກ​ປັກ​ຮັກ​ສາ​ປ່າ​ໄມ້ ແລະ​ສັດ​ປ່າ​ໄວ້​ໃຫ້​ລູ​ກ​ຫລານ​ຢ່າງ​ຍາວ​ນານ ໂດຍ​ເຊື່ອ​ໝັ້ນ​ວ່າ​ ການ​ນຳ​ໃຊ້​ເທັກ​ໂນ​ໂລ​ຈີ​ຂໍ້​ມູນ ຂ່າວ​ສານ​ທີ່ທັນ​ສະ​ໄໝ​ນັ້ນ​ຈະ​ເຮັດ​ໃຫ້​ກ​ານ​ລາດ​ຕະ​ເວນ​ເພື່ອ​ສະ​ກັດ​ກັ້ນ​ການ​ລັກ ​ລອບ​ຕັດ​ໄມ້​ທຳ​ລາຍ​ປ່າ ສາ​ມາດ​ປະ​ຕິ​ບັດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພ​າບ​ສູງ ດັ່ງ​ທີ່​ປະ​ຊາ​ຊົນ​ລາວ​ທີ່​ສະ​ໝັກ​ເຂົ້າ​ຮ່ວມ​ໃນ ​ການ​ລາດ​ຕະ​ເວນ​ຢູ່​ເຂດ​ຮອຍ​ຕໍ່​ຂອງ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ໃນ​ແຂວງ​ເຊກອງ ແລະ​ອັດ​ຕະ​ປື ໄດ້​ໃຫ້​ການ​ຢືນ​ຢັນ​ ວ່າ:

“ເບື້ອງ​ຕົ້ນ​ຫັ້ນ​ພວກ​ເຮົາກະ​ບໍ່​ມີ​ອີ່​ສັງ​ ມີ​ແຕ່​ວ່າ​ສິ​ເກັບ​ຂໍ້​ມູນ​ແບບ​ເ​ຮົາ​ຂຽນໃສ່​ປື້ມ​ໃສ່​ສໍຫັ້ນ​ລະ ຈາກ​ນັ້ນ​ເຮົາ​ມີ​ອັນ Tablet ແລ້ວ ​ຈຶ່ງວ່າ​ໄດ້​ນຳ​ໃຊ້​ໂຕ​ນັ້ນ​ໃນ​ເມື່ອ​ຈັ່ງ​ຊັ້ນ​ແລ້ວ​ພວກ​ເຮົ​າ​ເອົາ​ນີ້ ໂຕ​ເອງ​ກໍ​ຜູ້​ນຶ່ງ​ຈະ​ສະ​ໝັກ​ໃຈ​ຢູ​ໃນ​ໜ່ວຍ ​ງານ​ໂຕ​ນີ້ ເພື່​ອ​ເປັນ​ການ​ປົກ​ປັກ​ຮັກ​ສາ ແລະ​ກວດ​ກາ​ຄືນ ໃຫ້​ເປັນ​ການ​ຟື້ນ​ຟູ​ຄືນ​ປ່າ ໃຫ້​ມັນ​ເປັນ​ການ​ຍືນ​ຍົງ​ໃນ​ ອາ​ນາ​ຄົດ ເພື່ອ​ເຊັ່ນລູກ ເຊັ່ນ​ຫລານ​ຂອງ​ພວກ​ເຮົາ.”

ແຕ່​ຢ່າງ​ໃດ​ກໍ​ຕາມ​ເຈົ້າ​ໜ້າ​ທີ່​ໃນ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້​ເປີດ​ເຜີຍ​ວ່າ ເພື່ອ​ເປັນ​ການ​ສ້າງ​ລ​າຍ​ຮັບ​ດ້ານ​ເງິນ​ຕາ​ ຕ່າງ​ປະ​ເທດ​ເຂົ້າ​ງົບ​ປະ​ມານ​ປະ​ຈຳ​ປີ 2022 ລັດ​ຖະ​ບານ​ລາວ​ໄດ້ໃຫ້​ການອະ​ນຸ​ມັດ ເປັນ​ກໍ​ລະ​ນີ​ພິ​ເສດ ເພື່ອ​ໃຫ້​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດ​ໄດ້​ໃນ​ປະ​ລິມ​ານ​ລວມ 450,000 ກວ່າ​ແມັດ​ກ້ອນ ທີ່​ຍຶດ​ໄດ້​ຈາກ​ຂະ​ບວນ​ການ​ລັກ ​ລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ຜິດ​ກົດ​ໝາຍ ໃນ​ໄລ​ຍະ​ທີ່ຜ່ານ​ມາ​ທີ່ສ້າງ​ລາຍ​ຮັບ​ໃຫ້​ກັບລັດ​ຖະ​ບານ​ລາວ​ໄດ້​ໃນ​ມູນ​ຄ່າ 250 ກວ່າ​ລ້ານໂດ​ລາ​ສະ​ຫະ​ລັດນັ້ນ ກໍ​ໄດ້​ເຮັດ​ໃຫ້ຄະ​ນະ​ຜູ້​ຕາງ​ໜ້າຂອງ​ສະ​ຫະ​ພາບ​ຢູ​ໂຣ​ບ (EU) ເຫັນ​ວ່າ​ການ​ລັກ​ລອບ​ຕັດ​ໄມ້​ເພື່ອ​ການ​ຄ້າ​ຜິດ​ກົດ​ໝາຍ​ໃນ​ລາວ​ຍັງເກີດ​ຂຶ້ນ​ຢູ່​ເລື້ອຍ​ມາ ດ້ວຍ​ເຫດ​ນີ້​ຄະ​ນະ​ຜູ້​ຕາງ​ໜ້າຂອງ EU ຈຶ່ງ​ບໍ່ ​ໝັ້ນ​ໃຈ​ໃນ​ພະ​ລິດ​ຕະ​ພັນ​ໄມ້​ແປ​ຮູບຂອງ​ລາວ ວ່າ​ບໍ່​ມີ​ສ່ວນ​ປະ​ກອບ​ໃດ​ທີ່​ມາ​ຈາກ​ໄມ້​ທີ່​ຖືກ​ລັກ​ລອບ​ຕັດ​ດັ່ງ​ກ່າວ ຈຶ່ງ​ ຍັງ​ຄົງ​ຈະ​ບໍ່​ມີ​ການ​ພິ​ຈ​າ​ລະ​ນາ ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ຜະ​ລິດ​ພະ​ລິດ​ຕະ​ພັນ​ໄມ້​ຈາກ​ລາວ ໄປ​ໃນ​ຕະ ​ຫລາດ​ EU ຈົນ​ເຖິງ​ຂະ​ນະ​ນີ້​ກໍ​ຍັງ​ກຳ​ນົດ​ເງື່ອນ​ໄຂ 6 ​ຂໍ້​ທີ່​ທາງ​ການ​ລາວ​ຕ້ອງ​ປະ​ຕິ​ບັດ ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ກໍ​ຄື​ການ ​ກຳ​ນົດ​ໃຫ້​ນຳ​ເອົາ​ໄມ້​ຈາກ​ປ່າ​ຜະ​ລິດເທົ່າ​ນັ້ນ ມາ​ແປ​ຮູບ​ເປັນ​ສິນ​ຄ້າ ກາ​ນ​ກຳ​ນົດ​ພັນ​ທະ​ທາງ​ດ້ານ​ແຮງ​ງານ​ກັບ​ການ ​ຜ​ະ​ລິດ ການ​ຂຶ້ນ​ຖະ​ບຽນ​ໝ່ວຍ​ທຸ​ລະ​ກິດ​ຄ້າ​ໄມ້​ ການ​ພັດ​ທະ​ນານິ​ຕິ​ກຳ ທີ່​ກ່ຽວ​ຂ້ອງ​ກັບ​ປ່າ​ໄມ້ ການ​ພັດ​ທະ​ນາ​ລະ​ບົບການຄ້ຳ​ປະ​ກັນໄມ້ທີ່​ຜິດກົດ​ໝາຍ​ໃຫ້​ເປັນ​ເ​ອກ​ກະ​ສານ​ຢ່າງ​ສົມ​ບຸນ ຮວມ​ຕະ​ຫລອດ​ເຖິງ​ການ​ຈັດ​ຕັ້ງ​ປະຕິ​ບັດພາກ ​ໂຕຈິງ​ໃຫ້​ມີ​ປະ​ສິດ​ທິ​ພ​າບຢ່າງ​ແທ້​ຈິງ.

ທັງ​ນີ້​ກະ​ຊວງ​ກະ​ສິ​ກຳ​ ແລະ​ປ່າ​ໄມ້​ໄດ້​ວາງ​ເປົ້າ​ໝາຍ​ຈະ​ປູກ​ຕົ້ນ​ໄມ້​ໃນຕະ​ຫລອດ​ປີ 2022 ໃຫ້​ໄດ້ 37,200 ເຮັກ​ຕາ ໃນ​ທົ່ວ​ປະ​ເທດ ໃນ​ນີ້​ຈະ​ເປັນ​ການ​ປູກ​ເພື່ອ​ເພີ້ມ​ພື້ນ​ທີ່ປ່າ​ສະ​ຫງວນ 7,400 ເຮັກ​ຕາ ປ່າ​ອຸດ​ສາ​ຫະ​ກຳ 24,800 ​ເຮັກ ​ຕາ ແລະ​ປ່າ​ໄມ້​ເອກ​ກະ​ຊົນ 5,000 ເຮັກຕາ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດການ​ພັ​ດທະ​ນາ ແລະ​ຮັກ​ສາ​ພື້ນ ​ທີ່​ປ່າ​ໄມ້​ໃຫ້​ໄດ້​ເຖິງ 16 ລ້ານ​ເຮັກ​ຕາ ​ຄິດ​ເປັນ​ອັດ​ຕາ​ການ​ປົກ​ຫຸ້ມ​ 70 ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ​ຂອງ​ລາວ​ໃນ​ປີ 2025

ທັງ​ນີ້​ ໂດຍ​ນາຍ​ຍົກລັດ​ຖະ​ມົນ​ຕີ​ລາວ ໄດ້​ມີ​ຄຳ​ສັ່ງ​ເລກ​ທີ 15/ນຍ ​ເພື່ອ​ຫ້າມ​ສົ່ງ​ໄມ້ອອກ​ທ່ອນ​ໄປ​ຕ່າງ​ປະ​ເທດ ນັບ ​ແຕ່​ປີ 2016 ເປັນ​ຕົ້ນ​ມາ.

XS
SM
MD
LG