ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດ ຍານາງ ສິຣິ ກີ ນັກທຸລະກິດລາວ ຢູ່ລັດ ຮາວາຍ ໃນລາຍການຊຸມຊົນຊາວລາວໃນທະວີບ ອາເມຣິກາ


ຍານາງ ສິຣິ ກີ.
ຍານາງ ສິຣິ ກີ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບຍານາງ ສິຣິ ກີ, ແມ່ຍິງລາວ ທີ່ອາໄສຢູ່ນະ​ຄອນ ໂຮໂນລູລູ ລັດ ຮາວາຍ. ໃນລາຍການນີ້ ຍານາງ ສິຣິ ຈະເວົ້າສູ່ຟັງ ກ່ຽວກັບ ການດຳລົງຊີວິດຢູ່ໃນລັດດັ່ງກ່າວ. ເຊີນທ່ານໄປຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ການອົບພະຍົບອອກຈາກບ້ານເກີດເມືອງນອນ ເປັນສິ່ງທີ່ທຸກຄົນບໍ່ຢາກໃຫ້ເກີດຂຶ້ນຖ້າບໍ່ມີຄວາມ ຈຳເປັນ. ມັນຈະສົ່ງຜົນກະທົບຕໍ່ຈິດໃຈ ໂດຍສະເພາະຜູ້ທີ່ຕ້ອງໄດ້ແຍກທາງຈາກພໍ່ແມ່ ແລະ ຄອບຄົວ ຂອງເຂົາເຈົ້າ. ນອກຈາກນັ້ນ ການຕັ້ງຕົ້ນຊີວິດໃໝ່ຢູ່ໃນປະເທດໃໝ່ກໍບໍ່ໄດ້ໝາຍຄວາມວ່າທຸກຄົນຈະມີ ຄວາມສຸກໃນທັນທີ. ເຂົາເຈົ້າຕ້ອງໄດ້ດີ້ນຮົນສູ້ຊີວິດ, ທຳມາຫາກິນເພື່ອການຢູ່ລອດ ແລະ ຝາກເງິນ ກັບບ້ານເພື່ອຊ່ວຍເຫຼືອຄອບຄົວທີ່ຢູ່ຫ່າງໄກ.

ຍານາງ ສິຣິ ກີ, ກໍແມ່ນອົບພະຍົບລາວຄົນນຶ່ງທີ່ໄດ້ເດີນທາງມາຢູ່ ສະຫະລັດ ໂດຍບໍ່ມີພໍ່ແມ່ມານຳ, ແຕ່ເວລານັ້ນລາວເປັນຜູ້ໃຫຍ່ແລ້ວ ພໍຮູ້ຈັກວິທີຊ່ວຍເຫຼືອຕົນເອງ. ລາວໄດ້ອົບພະຍົບໄປຢູ່ສູນໃນປະເທດ ໄທ ແລະ ໄດ້ມາຕົກຢູ່ລັດຮາວາຍ, ເຊິ່ງແມ່ນເກາະທີ່ຕັ້ງຢູ່ກາງມະຫາສະໝຸດປາຊີຟິກ.

ອົບພະຍົບທີ່ມາຢູ່ ສະຫະລັດ ແມ່ນໄດ້ຮັບການຊ່ວຍເຫຼືອໝົດທຸກຄົນ, ເຊິ່ງສະໄໝນັ້ນນອກຈາການຊ່ວຍ ເຫຼືອຂອງລັດຖະບານ ກໍຍັງມີໂບດຕ່າງໆທີ່ເຂົ້າມາຊ່ວຍເຫຼືອ ແລະ ກໍຄອບຄົວຄົນ ອາເມຣິກັນ ທີ່ໃຈບຸນ. ອົບພະຍົບທຸກຄົນແມ່ນໄດ້ຮັບໂອກາດໃນການຮໍ່າຮຽນ ແລະ ເຮັດວຽກກຸ້ມຕົນເອງ.

ຍານາງ ສິຣິ ໄປທ່ຽວນະຄອນ ຊິດນີ, ປະເທດ ອອສເຕຣເລຍ
ຍານາງ ສິຣິ ໄປທ່ຽວນະຄອນ ຊິດນີ, ປະເທດ ອອສເຕຣເລຍ

ການທຳມາຫາກິນໃນ ສະຫະລັດ ແມ່ນຖືກໃຊ້ແຮງງານຢ່າງເໝາະສົມກັບຄ່າຈ້າງແທ້ໆ, ຜູ້ໃດບໍ່ເຮັດແມ່ນ ບໍ່ໄດ້ກິນ.

ຍານາງ ສິຣິ ຖ່າຍຮູບຢູ່ຮ້ານອາຫານຂອງລາວ.
ຍານາງ ສິຣິ ຖ່າຍຮູບຢູ່ຮ້ານອາຫານຂອງລາວ.

ບາງຄົນເງິນເດືອນໜ້ອຍກໍຕ້ອງໄດ້ເຮັດວຽກສອງບ່ອນ ດົນກວ່າ 8 ຊົ່ວໂມງຕໍ່ມື້. ຜູ້ຍົກຍ້າຍ ຖິ່ນຖານເກືອບວ່າໝົດທຸກຄົນທີ່ເຮັດວຽກໃນ ສະຫະລັດ ມີຈຸດປະສົງທີ່ຈະຫາເງິນ ແລະ ສົ່ງເງິນເພື່ອຊ່ວຍ ເຫຼືອຄອບຄົວຢູ່ປະເທດ, ບາງຄົນກໍເກັບເງິນໄວ້ໄປລົງທຶນເຮັດກິດຈະການໃນອະນາຄົດ.

ປັດຈຸບັນຍານາງ ສິລິ ໄດ້ແຕ່ງານກັບຄົນ ຈີນ ແລະ ໄດ້ເປີດຮ້ານອາຫານນຳກັນ, ແຕ່ຮ້ານອາຫານ ຂອງລາວນັ້ນເປັນຮ້ານອາຫານ ອິຕາລີ, ເຊິ່ງລາວໄດ້ເວົ້າສູ່ຟັງວ່າ

ຍານາງ ສິລິ ໄດ້ປະສົບຄວາມສຳເລັດຢ່າງຫຼວງຫຼາຍໃນການດຳເນີນກິດຈະການຮ້ານອາຫານ. ຮ້ານຂອງຍານາງກໍໄດ້ຮັບໃບຍ້ອງຍໍຈຳນວນຫຼາຍຈາກຜູ້ປົກຄອງລັດ ແລະ ເຈົ້າໜ້າທີ່ຄົນສຳຄັນໃນລັດນັ້ນ. ລາວເວົ້າວ່າລາວດີໃຈທີ່ໄດ້ເປັນຕາງໜ້າຄົນທີ່ມີຮ້ານອາຫານທີ່ໄດ້ຮັບຄວາມນິຍົມຕາງໜ້າໃຫ້ຄົນລາວໃນ ອາເມຣິກາ.

ນອກຈາກຮ້ານອາຫານ ຍານາງ ສິລິ ຍັງມີທຸລະກິດອື່ນຄື Air B&B ເຊິ່ງແມ່ນທຸລະກິດເຮືອນເຊົ່າ.

ຄ່າຄອງຊີບຢູ່ລັດ ຮາວາຍ ແມ່ນຂ້ອນຂ້າງສູງ ເມື່ອທຽບໃສ່ກັບຫຼາຍໆລັດໃນແຜ່ນດິນໃຫຍ່ ສະຫະລັດ. ເຮືອນ, ຄອນໂດ ແລະ ສະຖານທີ່ພັກຕ່າງໆແມ່ນມີລາຄາແພງຫຼາຍ, ເຮືອນຫຼັງ 5 ແສນໂດລາແມ່ນ ຫາຊື້ບໍ່ໄດ້ອີກແລ້ວ ສ່ວນຫຼາຍຈະເປັນລ້ານໂດລາຂຶ້ນໄປ. ແຕ່ຄ່າຫາອາຫານນັ້ນກໍບໍ່ແພງຫຼາຍ, ແລະ ກໍມີຫຼາກຫຼາຍຊະນິດໃຫ້ເລືອກ

ຍານາງ ສິຮິ ໄປທ່ຽວວັດພູ, ຈຳປາສັກ
ຍານາງ ສິຮິ ໄປທ່ຽວວັດພູ, ຈຳປາສັກ

ຍານາງ ສິລິ ຍັງມີພໍ່ ແລະ ນ້ອງອາໄສຢູ່ເມືອງລາວ, ເຊິ່ງລາວເວົ້າວ່າມັກຈະໄປຢາມທຸກໆປີ. ແຕ່ເນື່ອງຈາກເກີດໂຣກລະບາດໂຄວິດ-19 ລາວກໍບໍ່ໄດ້ໄປສອງປີແລ້ວ.

ລັດຮາວາຍເຖິງແມ່ນວ່າຈະຢູ່ໄກຈາກແຜ່ນດິນໃຫຍ່, ປະຊາຊົນ ອາເມຣິກັນ ກໍມັກພາກັນໄປພັກຜ່ອນຢູ່ທີ່ ນັ້ນ, ເພາະວ່າອາກາດແມ່ນດີຕະຫຼອດປີ. ທີວທັດທຳມະຊາດກໍງາມຫຼາຍ ໂດຍສະເພາະນໍ້າທະເລ. ຂີ່ເຮືອບິນຈາກລັດຄາລິຟໍເນຍກໍປະມານ 5 ຊົ່ວໂມງ ແລະ ຈາກນະຄອນຫຼວງ ວໍຊິງຕັນ ແມ່ນປະມານ 10 ຊົ່ວໂມງ.

XS
SM
MD
LG