ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີໂອເອລາວ ສຳພາດ ຍານາງ ຄຣິສຕີນາ ແສງອາລຸນ ໃນລາຍການຊຸມຊົນຊາວລາວໃນທະວີບ ອາເມຣິກາ


ຍານາງ ຄຣິສຕີນາ ແລະ ສາມີ ຮັບຂັນລາງວັນການແຂ່ງຂັນຊ່ວງເຮືອ.
ຍານາງ ຄຣິສຕີນາ ແລະ ສາມີ ຮັບຂັນລາງວັນການແຂ່ງຂັນຊ່ວງເຮືອ.

ບັນດາທ່ານຜູ້ຟັງທີ່ເຄົາລົບ ລາຍການຊຸມຊົນ ລາວ ໃນທະວີບອາເມຣິກາ ຂອງວີໂອເອລາວ ສຳລັບແລງວັນອາທິດມື້ນີ້, ພວກເຮົາຈະນຳສະເໜີການສຳພາດກັບຍານາງ ຄຣິສຕີນາ ແສງອາລຸນ, ແມ່ຍິງລາວ ທີ່ອາໄສຢູ່ເມືອງ ແຊນດີເອໂກ ລັດ ຄາລິຟໍເນຍ. ໃນລາຍການນີ້ ຍານາງ ຄຣິສຕີນາ ຈະເວົ້າສູ່ຟັງ ກ່ຽວກັບ ການດຳລົງຊີວິດຢູ່ໃນເມືອງດັ່ງກ່າວ ໂດຍສະເພາະການເຕົ້າໂຮມກັນຂອງຄົນລາວໃນເມືອງນັ້ນ. ເຊີນທ່ານໄປຟັງການສໍາພາດກັບ ພຸດທະສອນ ໃນອັນດັບຕໍ່ໄປ.

ເມືອງ ແຊນດີເອໂກ ມີປະຊຸມຊົນຄົນລາວ ຂະໜາດໃຫຍ່ອາໄສຢູ່. ເຂົາເຈົ້າມີິເອກະລັກໃນຄວາມເປັນລາວຫຼາຍກວ່າໝູ່ໃນທົ່ວ ສະຫະລັດ, ເຊິ່ງເຫັນໄດ້ຈາກການມີສະໂມສອນສິລະປະ, ການແຂ່ງຂັນບຸນຊ່ວງເຮືອ ແລະ ອື່ນໆທີ່ກ່ຽວຂ້ອງກັບການຮັກສາວັດທະນະທຳລາວ ເກືອບວ່າຄົບທຸກຢ່າງ.

ຍານາງ ຄຣິສຕີນາ ເປັນຄົນທີ່ຮັກໃນຄວາມເປັນລາວ, ຮັກປະເພນີ ແລະ ວັດທະນະທຳລາວ. ຍານາງ ຄຣິສຕີນາ ເກີດຢູ່ນະຄອນຫຼວງວຽຈັນ ແລະ ໄດ້ອົບພະຍົບມາຢູ່ ສະຫະລັດ ກັບພໍ່ແມ່. ຕັ້ງແຕ່ໄດ້ມາຮອດ ສະຫະລັດ ລາວໄດ້ອາໄສຢູ່ລັດຄາລິຟໍເນຍຕະຫຼອດມາ.

ຕອນຍັງນ້ອຍຍານາງ ຄຣິສຕີນາ ເຄີຍຜ່ານຜ່າປະສົບການສົງຄາມໃນປະເທດ ລາວ. ລາວເວົ້າວ່າ ເວລານັ້ນສະຖານະການແມ່ນເປັນຕາຢ້ານຫຼາຍ ໂດຍສະເພາະເວລາທີ່ລາວໄດ້ລັກໜີອອກຈາກປະເທດ ລາວ.

ຍານາງ ຄຣິສຕີນາ ແລະ ສາມີເຂົ້າຮ່ວມງານສັງສັນຂອງຄົນລາວ.
ຍານາງ ຄຣິສຕີນາ ແລະ ສາມີເຂົ້າຮ່ວມງານສັງສັນຂອງຄົນລາວ.

ຄົນ ລາວ ລວມທັງຄົນຕ່າງປະເທດທຸກຄົນທີ່ໄດ້ອົບພະຍົບມາຢູ່ ສະຫະລັດ ໃໝ່ ສ່ວນຫຼາຍຈະຜ່ານຜ່າ ຄວາມຫຍຸ້ງຍາກ ໃນການຕັ້ງໂຕ ໂດຍສະເພາະແມ່ນການປັບໂຕເຂົ້າກັບສັງຄົມ ແລະ ການໃຊ້ພາສາ. ການເຂົ້າໂຮງຮຽນແມ່ນຈະໄດ້ເຂົ້າຊັ້ນຮຽນຕາມອາຍຸ, ແຕ່ສຳລັບຄົນຜູ້ທີ່ມີບັນຫາໃນການສື່ສານ ບາງເທື່ອເຂົາເຈົ້າກໍຖືກພາໄປຮຽນພາສາອັງກິດເພີ່ມ ຫຼືບາງຄົນກໍຖືກຫຼຸດຊັ້ນຮຽນຈົນກວ່າເຂົາເຈົ້າເວົ້າໄດ້ ຂຽນເປັນຈຶ່ງໄດ້ຂ້າມຊັ້ນຮຽນ.

ສຳລັບຍານາງ ຄຣິສຕີນາ ນັ້ນ, ລາວເວົ້າວ່າລາວກໍໄດ້ປະເຊີນກັບບັນຫາເຊັ່ນກັນ.

ແຈ່ວບອງ, ຜະລິດຕະພັນຂອງບໍລິສັດ Lao Kitchen.
ແຈ່ວບອງ, ຜະລິດຕະພັນຂອງບໍລິສັດ Lao Kitchen.

ປັດຈຸບັນນີ້ຍານາງ ຄຣິສຕີນາ ແມ່ນມີການສຶກສາທີ່ສູງແລ້ວ, ແລະ ໄດ້ເຮັດວຽກດ້ານເທັກໂນໂລຈີ ໃຫ້ບໍລິສັດນຶ່ງ, ເປັນເທັກໂນໂລຈີດ້ານການແພດ.

ຍານາງ ຄຣິສຕີນາ ແລະ ສາມີ ຢູ່ວັດລາວ.
ຍານາງ ຄຣິສຕີນາ ແລະ ສາມີ ຢູ່ວັດລາວ.

ຍານາງ ຄຣິສຕີນາ ໄດ້ສ້າງຄອບຄົວກັບຄົນອາເມຣິກັນເຊື້ອສາຍ ເມັກຊິໂກ-ເຢຍຣະມັນ. ມີລູກນຳກັນສາມຄົນ, ເຊິ່ງລູກກົກກໍມີອາຍຸໄດ້ສາມສິບປີແລ້ວ. ຕອນນີ້ຍານາງ ຄຣິສຕີນາ ແມ່ນອາໄສຢູ່ເຂດນອກຂອງເມືອງແຊນດີເອໂກ, ເຊິ່ງລາວໄດ້ພົບປະສັງສັນກັບຄົນລາວ ເປັນຈຳນວນຫຼວງຫຼາຍ.

ບຸນຊ່ວງເຮືອເມືອງ ແຊນດີເອໂກ
ບຸນຊ່ວງເຮືອເມືອງ ແຊນດີເອໂກ

ເຖິງແມ່ນວ່າຍານາງ ຄຣິສຕີນາ ຈະມີວຽກເຮັດງານທຳທີ່ຖາວອນກໍຕາມ, ລາວໄດ້ໃຊ້ເວລາຫວ່າງແຕ່ງກິນ ແລະ ຫາລາຍໄດ້ເສີມ. ລາວເວົ້າວ່າຜົວເຫັນລາວມັກເຮັດອາຫານຫຼາຍ, ລາວຈົນໄດ້ຕໍ່ເຮືອນຄົວອອກ ເພື່ອທີ່ຈະໄດ້ມີສະຖານທີ່ແຕ່ງກິນເພີ່ມເຕີມ. ຍານາງໄດ້ເຮັດຂອງກິນລາວຂາຍໃຫ້ຫຼາຍຄົນ, ລວມມີ ຄົນລາວ, ຟີລິບປິນ, ຈີນ, ອາເມຣິກັນ ແລະ ອື່ນໆ.

ຍານາງ ຄຣິສຕີນາ ເວົ້າວ່າໃນອະນາຄົດລາວຢາກມີລົດຂາຍອາຫານ ເພາະວ່າຖ້າມີງານ, ມີບຸນຢູ່ບ່ອນ ໃດລາວກໍຈະໄດ້ຂັບໄປຂາຍອາຫານໄດ້ຢ່າງສະບາຍ. ລົດອາຫານຢູ່ ສະຫະລັດ ແມ່ນມີຢ່າງຫຼວງຫຼາຍ ເພາະວ່າມັນເປັນການເຮັດທຸລະກິດທີ່ບໍ່ໄດ້ລົງທຶນຫຼາຍ, ແລະ ສາມາດເຂົ້າຫາລູກຄ້າໄດ້ຈາກທຸກບ່ອນ. ຄົນລາວທີ່ເປັນເຈົ້າຂອງຮ້ານອາຫານໃນ ສະຫະລັດ ຈຳນວນນຶ່ງແມ່ນມີລົດອາຫານເປັນຂອງຄົນເອງ.

XS
SM
MD
LG