ສະບາຍດີທ່ານຜຸ້ຟັງທີ່ເຄົາລົບ ລາຍການຊີວິດຊາວລາວໃນຕ່າງແດນຂອງວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ້າວຊອນ ບົວເສນນະສຸກ ອາຍຸ 30 ປີ ສຳເລັດປະລິນຍາຕີຝ່າຍວິທະຍາສາດດ້ານສຸຂະພາບ ຫລື Health Siences ຈາກມະຫາວິທະຍາໄລ West Texas A & M ຢູ່ເມືອງອາມາຣິນໂລ ລັດເທັກຊັສ ແລະເຮັດວຽກກວດສາຍຕາ ຢູູ່ທີ່ຄລິນິກແຫ່ງນຶ່ງ ແລະລາວໄດ້ໃຊ້ເວລາຫວ່າງ ເປັນນັກມວຍປ້ຳ ຊຶ່ງ ກິ່ງສະຫວັນ ຈະນຳເອົາເລື້ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ້າວຊອນ ບົວເສນນະສຸກ ອາຍຸ 30 ປີ ເກີດຢູ່ເມືອງອາມາຣິນໂລ ລັດເທັກຊັສ ລາວບໍ່ສາມາດປາກພາສາລາວໄດ້ດີ. ທ້າວຊອນ ສຳເລັດການສຶກສາ ຝ່າຍວິທະຍາສາດສຸຂະພາບ ປັດຈຸບັນປະກອບອາຊີບເປັນຜູ້ແທກສາຍຕາຢູູ່ຄລິນິກແຫ່ງນຶ່ງໃນເມືອງອາມາຣິນໂລ. ນອກຈາກ ໜ້າທີ່ວຽກການແລ້ວ ທ້າວຊອນໃຊ້ເວລາຂອງລາວໃສ່ການເຝິກຊ້ອມ ເພື່ອຂຶ້ນເວທີມວຍປໍ້າ. ທ້າວຊອນ ມີຮ່າງກາຍໃຫຍ່ ກ້າມໃຫຍ່ ມີເຫື່ອແຮງ ສູງ 5 ຟິດ 6 ອິນຈ໌ ແລະມີນ້ຳໜັກ 160 ພາວ.
ທ້າວຊອນ ໄດ້ຮັບອິດທິພົນຢາກເປັນນັກມວຍປ້ຳ ຫລື wrestler ມາແຕ່ອາຍຸ 10 ປີ ຈາກການເບິ່ງໂທລະພາບກັບພໍ່ຕູ້ຢູ່ບ້ານ ເພາະວ່າເວລານີ້ ພໍ່ຕູ້ເປັນຜູ້ດູແລ ຫລັງຈາກເລີກໂຮງຮຽນ. ພໍ່ຕູ້ແລະທ້າວຊອນ ເບິ່ງມວຍປ້ຳບໍ່ຂາດ. ແຕ່ນັ້ນມາ ທ້າວຊອນ ບໍ່ໄດ້ລົດລະກັບຄວາມໄຝ່ຝັນວ່າມື້ນຶ່ງເວລາລາວໃຫຍ່ຂຶ້ນມາ ລາວຈະເປັນນັກມວຍປ້ຳໃຫ້ໄດ້ ຊຶ່ງທ້າວຊອນ ກ່າວເຖິງຂັ້ນຕົ້ນສູ່ ວີໂອເອ ຟັງດັ່ງນີ້:
“ເວລາ ຂະນ້ອຍອາຍຸ 10 ປີ ຂະນ້ອຍມັກເບິ່ງລາຍການມວຍປ້ຳກັບພໍ່ຕູ້ຢູ່ບ້ານ ທຸກໆວັນພະຫັດ ເພາະສະນັ້ນຂະນ້ອຍໄດ້ເຕີບໃຫຍ່ເປັນແຟນມວຍປ້ຳ. ຫລັງຈາກຂະນ້ອຍຮຽນຈົບຈາກມະຫາວິທະຍາໄລ ຂະນ້ອຍຢາກເຮັດແນວໃດແນວນຶ່ງໃນເວລາທີ່ຍັງໜຸ່ມນ້ອຍຢູ່ນັ້ນ. ມີມື້ນຶ່ງຂະນ້ອຍໄດ້ມີໂອກາດໄປເບິ່ງການແຂ່ງຂັນມວຍປ້ຳເປັນເທື່ອທຳອິດຢູ່ເມືອງລຸບບັອກ (Lubbock) ໃນລັດເທັກຊັສ ຊຶ່ງເປັນສະໜາມມວຍ ຢູ່ຫ່າງຈາກບ້ານສອງຊົ່ວໂມງ. ເວລາຂະນ້ອຍໄດ້ໄປເຫັນແລ້ວ ຂະນ້ອຍມີຄວາມຕິດໃຈເປັນພິເສດ. ຫລັງຈາກນັ້ນໄດ້ຕັດສິນໃຈເລີ້ມຕົ້ນເຝິກຊ້ອມ ເພື່ອຮຽນຮູ້ພິກໄຫວ ລີລາການເໜັງຕີງ ແລະການເຄື່ອນໄຫວ ທີ່ສິດສອນໂດຍຄູເຝິກ ຊື່ວ່າ ນຽວ ຄິງ.”
ວິຊາອາຊີບຂອງທ້າວຊອນ ເປັນຜູ້ກວດສາຍຕາ ແລະແທກສາຍຕາໃຫ້ແກ່ຄລິນິກປົວຕາ. ຫລັງຈາກເລີກວຽກງານແລ້ວ ທ້າວຊອນ ຈະໃຊ້ເວລານີ້ກະກຽມເຝິກຊ້ອມຂຶ້ນເວທີມວຍປ້ຳ ໂດຍສະເພາະຢູ່ໃນວັນເສົາ ແລະອາທິດ ທີ່ຈະຕ້ອງໄດ້ເດີນທາງໄປແຂ່ງຂັນຢູ່ຫລາຍໆລັດ ໂດຍເພາະຢູ່ທາງພາກຕາເວັນຕົກຂອງສະຫະລັດ ຊຶ່ງທ້າວຊອນ ກ່າວຕໍ່ໄປວ່າ:
“ຂະນ້ອຍເລີ້ມຮຽນມວຍປ້ຳເວລາອາຍຸ 29 ປີ ຫວ່າງບໍ່ດົນມານີ້ ຂະນ້ອຍຕ້ອງໄດ້ຮຽນຮູ້ຫລາຍໆຢ່າງກ່ຽວກັບຢູ່ເທິງເວທີມວຍປ້ຳ ເຊັ່ນວ່າວິທີລົ້ມລົງ ວິທີຕຳກັນ ຮຽນຮູ້ຈິດຕະວິທະຍາເລ້ຫລ່ຽມການເໜັງຕີງຂອງຄູ່ຕໍ່ສູ້ມວຍປ້ຳ ຮຽນຮູ້ທ່າທີເປັນພະເອກ ຫລືເປັນຄົນຮ້າຍ ເພື່ອດືງດູດບັນດາຜູ້ຊົມໃຫ້ມີຄວາມຕື່ນເຕັ້ນ. ຂະນ້ອຍສູງ 5 ຟິດ 6 ອິນຈ໌ ມີນ້ຳໜັກ 160 ພາວ. ຖ້າເບິ່ງໃນອີກແງ່ນຶ່ງແລ້ວ ຄົນຈະເວົ້າວ່າ ຂະນ້ອຍມີນ້ຳໜັກຫລາຍກວ່ານັ້ນ ປະມານ 170 ພາວ. ຄູ່ຕໍ່ສູ້ຂະນ້ອຍບໍ່ຈຳເປັນວ່າຕ້ອງມີນ້ຳໜັກເທົ່າກັນ ບາງຄົນຮອດ 300 ພາວກໍມີ ແລະບາງຄົນກໍນ້ອຍກວ່ານັ້ນກໍມີ.”
ຖ້າທ່ານສັງເກດເບິ່ງມວຍປ້ຳ ຫລາຍຄັ້ງຈະເຫັນວ່າ ຄູ່ຕໍ່ສູ້ບໍ່ມີນ້ຳໜັກ ແລະຮູບຮ່າງເທົ່າທ່ຽມກັນ ຊຶ່ງເລື້ອງນີ້ຂຶ້ນຢູ່ກັບພິກໄຫວຂອງແຕ່ລະຄົນ ຊຶ່ງທ້າວຊອນ ກ່າວເຖິງຕອນນີ້ວ່າ:
“ຄູ່ຕໍ່ສູ້ຂອງຂະນ້ອຍມີນ້ຳໜັກ ແລະຮູບຮ່າງຕ່າງກັນ ນ້ອຍ ແລະໃຫຍ່. ເວົ້າເຖິງເລື້ອງອາຫານການກິນ ຂະນ້ອຍກິນໄດ້ທຸກຢ່າງຮວມທັງອາຫານລາວ ອາຫານອາເມຣິກາ ກິນຊີ້ນ ກິນຜັກເພື່ອເຮັດໃຫ້ຮ່າງກາຍໃຫຍ່ແຂງແຮງສົມບຸນດີ ແລະບາງຄັ້ງຂະນ້ອຍໄດ້ຂີ້ລັກຕົນເອງກິນຂອງທີ່ບໍ່ມີປະໂຫຍດຕໍ່ຮ່າງກາຍ. ຂະນ້ອຍເປັນນັກມວຍປ້ຳອິດສະຫລະ ບໍ່ມີສັນຍາຈ້າງກັບລໍລິສັດໃດ ບາງຄັ້ງຂະນ້ອຍຂຶ້ນເວທີຢູ່ເມືອງອາມາຣິນໂລ ບາງອາທິດເດີນທາງໄປລັດແຄນຊັສ ຫລືເດີນທາງໄປລັດອາຣີໂຊນາ ຂະນ້ອຍຕ້ອງໄດ້ເດີນທາງໄປເລື້ອຍໆ. ນາຍໜ້າຜູ້ຈັດແຈງໃຫ້ຂະນ້ອຍປັດຈຸບັນນີ້ຊື່ວ່າ ທຣຸຍ ມາຕີເນສ ລາວເປັນຜູ້ຊ່ວຍ ແລະແນະນຳໃຫ້ໄປແຂ່ງຂັນຫລາຍໆແຫ່ງໂດຍສະເພາະຢູ່ທາງພາກຕາເວັນຕົກຂອງສະຫະລັດ.”
ສຳລັບຄົນເຊື້ອສາຍຊາວເອເຊຍ ໂດຍທົ່ວໄປ ເຖິງແມ່ນຈະເຝິກແອບໃຫ້ມີກ້າມເນື້ອໃຫຍ່ ແຕ່ຄວາມສູງໃຫຍ່ນັ້ນກໍຍັງບໍ່ສາມາດທຽບກັບພວກຊາວຕາເວັນຕົກ ແລະເຜົ່າພັນອື່ນໆໄດ້ ທີ່ເຂົາເຈົ້າມີເຊື້ອກຳມະພັນຕິດມານໍາແຕ່ເກີດ. ແຕ່ວ່າ ທ້າວຊອນບໍ່ໄດ້ ໃຫ້ເລື້ອງນີ້ເປັນອຸບປະສັກສຳລັບລາວ ຊຶ່ງທ້າວຊອນ ກ່າວວ່າ:
“ມວຍປ້ຳບໍ່ແມ່ນການຟ້ອນບາເລ ຈະຕ້ອງມີເຈັບຢູ່ສະເໝີ ຄວາມຈິງແລ້ວປັດຈຸບັນນີ້ຂະນ້ອຍເຈັບຢູ່ບ່າໄຫລ່ ແລະກ້າມເນື້ອ. ຄວາມເຈັບເຫລົ່ານີ້ແລ້ວແຕ່ສະພາບການຢູ່ ເທິງເວທີ ມີຄວາມສ່ຽງໜ້ອຍຫລາຍປານໃດທີ່ອາດໄດ້ຮັບຄວາມເຈັບປວດ. ໂຊກດີທີ່ຂະນ້ອຍຍັງບໍ່ເຖິງຂັ້ນກະດູກໃນຮ່າງກາຍຫັກເທື່ອ. ຂະນ້ອຍຕ້ອງຝຶກຊ້ອມສາມເທື່ອຕໍ່ອາທິດ ແລະມີການແຂ່ງຂັນເກືອບທຸກວັນເສົາ ແລະວັນອາທິດ. ບາງເທື່ອກໍແຂ່ງຂັນ ຢູ່ໃນເມືອງອາມາຣິນໂລ ບາງເທື່ອຕ້ອງໄດ້ເດີນທາງໄປໄກ ແລ້ວແຕ່ຄວາມຕ້ອງການ ແລະໄດ້ຮັບຄ່າຈ່າຍຄ່າເດີນທາງ ແລະທຳນຽມ. ຂະນ້ອຍຈະດຳເນີນຫລິ້ນກິລານີ້ຈົນກວ່າວ່າເບື່ອ ຫລືຮອດອາຍຸ 40 ປີ ແລ້ວແຕ່ເຫື່ອແຮງວ່າຈະທົນໄປໄດ້ອີກຫລາຍປານໃດ.”
ທ້າວຊອນ ໄດ້ກ່າວມ້ວນທ້າຍໂດຍສະແດງຄວາມສາມາດການປາກພາສາລາວ ແລະອາຫານລາວທີ່ລາວມັກສູ່ ວີໂອເອຟັງ ດັ່ງນີ້:
ເປັນທີ່ໜ້າສັນລະເສີນ ແລະບໍ່ຄາດຄິດໄວ້ເລີຍວ່າ ຄົນເຊື້ອສາຍລາວອາເມຣິກັນ ລຸ້ນໃໝ່ ເຂົາເຈົ້າພາກັນຫລິ້ນກິລາມວຍປ້ຳ. ປັດຈຸບັນນີ້ປາກົດວ່າ ມີຢູ່ສອງສາມຄົນເທົ່ານັ້ນ ມີທັງແມ່ຍິງ ແລະຜູ້ຊາຍທີ່ພາກັນຫລິ້ນມວຍປ້ຳຢູ່ໃນສະຫະລັດ. ເຖິງແມ່ນວ່າມີເຊື້ອພັນຮູບຮ່າງນ້ອຍ ຍ້ອນມັກກິນເຂົ້າໜຽວ ແຕ່ເຂົາເຈົ້າມີຄວາມສາມາດໃນການໃຊ້ພິກໄຫວ ເອົາຊະນະຄູ່ຕໍ່ສູ້ໄດ້ ບໍ່ວ່ານ້ອຍ ແລະໃຫຍ່.