ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວ​ລາວ​ອາ​ເມ​ຣິ​ກັນຄົນ​ນຶ່ງ ​ສ່ຽງ​ຊີ​ວິດ​ກັບ​ເຮີ​ຣິ​ເຄນອຽນ ຢູ່​ລັດ​ຟ​ລໍ​ຣິ​ດາ


ພ່າກ​ສ່ວນ​ນຶ່ງຂອງເຮືອນ​ຊານ ແລະ​ທຸ​ລະ​ກິດ ທີ່ໄດ​້​ຮັບ​ຄວາ​ຮມ​ເສຍ​ຫາຍ ​ຫລັງ​ຈາກ​ເຮ​ີຣິ​ເຄນອຽນ (Ian) ​ຖະ​ຫລົ່ມ ວັນ​ທີ 29 ກັນ​ຍາ 2022 ທີ່​ເມືອງ Fort Myers ລັດ​ຟ​ລໍ​ຣິ​ດາ
ພ່າກ​ສ່ວນ​ນຶ່ງຂອງເຮືອນ​ຊານ ແລະ​ທຸ​ລະ​ກິດ ທີ່ໄດ​້​ຮັບ​ຄວາ​ຮມ​ເສຍ​ຫາຍ ​ຫລັງ​ຈາກ​ເຮ​ີຣິ​ເຄນອຽນ (Ian) ​ຖະ​ຫລົ່ມ ວັນ​ທີ 29 ກັນ​ຍາ 2022 ທີ່​ເມືອງ Fort Myers ລັດ​ຟ​ລໍ​ຣິ​ດາ

ເກືອບ​ນຶ່ງ​ອາ​ທິດແລ້ວ ທີ່​ລົມ​ພາ​ຍຸ​ເຮີ​ຣິ​ເຄນອຽນ (IAN) ​ໄດ້ພັດ​ເຂົາຖະ​ຫລົ່ມ​ລັດ​ຟ​ລໍ​ຣິ​ດາຍັງ​ເປັນ​ຫົວ​ຂໍ້​ຂ່າວ​ໃຫ​ຍ່​ທີ່ສ້າງ​ຄວາມຫາຍ​ຍະ​ນະຢ່າງເປັນ​ປະ​ຫວັດ​ການ. ຜູ້​ທີ່​ບໍ່​ຍົກຍ້າຍຕາມຄຳ​ສັ່ງ​ຂອງທາງ​ການ​ ​ສາ​ມາດເອົາ​ໂຕ​ລອດ ແລະ​ເສຍ​ຊີ​ວິດຈາກ​ຝົນ​ຕົກ​ໜັກ ຄື້ນ​ຟອງ​ທະ​ເລໄຫລເຂົ້າ​ຖ້ວມບ້ານເຮືອນ​ຫລາຍ​ພັນ​ຫລັງ ແລະ​ຂົວຫັກ​ພັງ ຖືກ​ຕັດຂາດ​ຈາກການຄົມ​ມະ​ນາ​ຄົມ.

ທ່ານ​ອຸ​ດົມ ໄຊ​ຍະ​ພອນ ຄົນ​ລາວອາ​ເມ​ຣິ​ກັນຜູ້​ນຶ່ງ​ຢູ່​ເມືອງ​ແທ​ມ​ປາ ລັດຟ​ລໍ​ຣິ​ດາ ທີ່ບໍ່ໄດ້​ຍົກ​ຍ້າຍ​ຕາມ​ຄຳ​ສັ່ງທາງ​ການ ແລ​ະໂຊກ​ດີ​ທີ່​ລອດ​ຊີ​ວິດ​ມາ​ໄດ້ ທ່ານ​ໄດ້ ກ່າວ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ສອງ​ລ້ານ​ຫ້າ​ແສນ​ຄົນ ໄດ້ຍົກ​ຍ້າຍເລິກ​ເຂົ້າ​ໄປ​ຈາກ​ຝັ່ງ​ທະ​ເລ. ຫລາຍລ້ານ​ຫລັງ​ຄາ​ເຮືອນ​ບໍ່​ມີ​ໄຟ​ຟ້າ​ໃຊ້ ແລະເກີດ​ໄຟ​ໄໝ້ຍ້ອນ​ສາຍ​ໄຟ​ທີ່​ຂາດ​ຕົກ​ລົງ​ມາ​ໃສ່. ​ການ​ຊອກ​ຫາ​ຜູ້​ຫາຍ​ສ​າບ​ສູນ​ຍັງດຳ​ເນີນ​ຢູ່​ຕໍ່​ໄປ ປັດ​ຈຸ​ບັນໂຕ​ເລກ​ຂອງຜູ້ເສຍ​ຊີ​ວິດ​ໄດ້ເພີ້ມ​ຂຶ້ນເຖິງ​ຢ່າງ​ໜ້ອຍ 100 ກວ່າຄົນແລ້ວ. ​ພາ​ຍຸ​ອຽນໄດ້​ເຄື່ອນ​ຍ້າຍ​ຂຶ້ນ​ໄປພາກ​ເໜືອ​ຫາ​ ລັດຄາ​ໂຣ​ໄລ​ນາ ແລະຈໍ​ເຈຍ ​ທັງ​ໝົດ​ນີ້ໄດ້​ສ້າງຄວາມ​ເສຍ​ຫາຍ ແລະສູນ​ເສຍດ້ານ​ເສດ​ຖະ​ກິດ ຄາດ​ປະມານ 55 ພັນ​ລ້ານໂດ​ລາ​. ຫລາຍຄົນໄດ້ສູ​ນ​ເສຍ​ຊັບ​ສິນ​ທຸກ​ຢ່າງ ​ເຖິງ​ແມ່ນ​ລັດ​ຖະ​ບານ​ກາງ​ ຈະ​ໃຫ້​ການ​ຊ່ວຍ​ເຫລືອ ແຕ່ຊີ​ວິດຈະ​ບໍ່​ເປັນ​ປົກ​ກະ​ຕິ​ ແລະ​ຈະ​ໃຊ້ເວລາປົວ​ແປງ ​ຢູ່ອີກ​ຫລາຍ​ປີ.

XS
SM
MD
LG