ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ວິສາຫະກິດຮ່ວມລົງທຶນທາງລົດໄຟລາວ-ຈີນ ແລະບໍລິສັດ Vientiane Logistic Park ຍັງບໍ່ຈ່າຍເງິນຊົດເຊີຍຄ່າທີ່ດິນ


ສະຖານີເຊື່ອມຕໍ່ທາງລົດໄຟການຄ້າ ລາວ- ໄທ-ຈີນ.
ສະຖານີເຊື່ອມຕໍ່ທາງລົດໄຟການຄ້າ ລາວ- ໄທ-ຈີນ.

ວິສາຫະກິດຮ່ວມລົງທຶນທາງລົດໄຟລາວ-ຈີນ ແລະບໍລິສັດ Vientiane Logistic Park ຍັງບໍ່ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງທີ່ຖືກເວນຄືນໃຫ້ກັບປະຊາຊົນ ໃນເຂດນະຄອນວຽງຈັນ ທັງ 2 ໂຄງການ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານນາງເກດມະນີ ບັນດາສັກ ສະມາຊິກສະພາແຫ່ງຊາດລາວ ຈາກເຂດນະຄອນວຽງຈັນ ຖະແຫລງວ່າ ການເວນຄືນທີ່ດິນ ແລະສິ່ງປູກສ້າງຂອງປະຊາຊົນລາວໃນເຂດນະຄອນຫລວງວຽງຈັນ ໂດຍໂຄງການທາງລົດໄຟລາວຈີນ ແລະໂຄງການ Vientiane Logistic Park ເພື່ອຮອງຮັບການສົ່ງສິນຄ້າໂດຍທາງລົດໄຟລາວຈີນ ຊຶ່ງໄດ້ດຳເນີນການເວນຄືນທີ່ດິນ ແລະສິ່ງປູກສ້າງຕ່າງໆຂອງປະຊາຊົນ ນັບຕັ້ງແຕ່ປີ 2019 ເປັນຕົ້ນມາຈົນເຖິງປັດຈຸບັນນີ້ ກໍປາກົດວ່າບໍລິສັດຜູ້ລົງທຶນໃນ ທັງ ທັງ 2 ດັ່ງກ່າວຍັງບໍ່ທັນໄດ້ຈ່າຍເງິນຊົດເຊີຍຄ່າທີ່ດິນ ແລະສິ່ງປູກສ້າງທີ່ຖືກເວນຄືນໃຫ້ກັບປະຊາຊົນແຕ່ຢ່າງໃດ ທັງຍັງປາກົດດ້ວຍວ່າ ມີການປັບຄ່າເວນຄືນລົງອີກທັ້ງໆທີ່ວ່າ ຄ່າເວນຄືນໃນກຳໜົດໃນໄລຍະຜ່ານມາ ເປັນອັດຕາທີ່ຕ່ຳກວ່າຄວາມເປັນຈິງຢູ່ແລ້ວສະນັ້ນ ຈຶ່ງຖືເປັນສິ່ງທີ່ບໍ່ຍຸຕິທຳຕໍ່ປະຊາຊົນທີ່ຖືກກະທົບດັ່ງກ່າວດັ່ງທີ່ທ່ານນາງເກດມະນີ ໄດ້ໃຫ້ການຢືນຢັນວ່າ:

“ການປະຕິບັດຄ່າຊົດເຊີຍໃຫ້ພໍ່ແມ່ປະຊາຊົນມາຮອດປັດຈຸບັນນີ້ ບໍ່ວ່າຈະເປັນໂຄງການລົດໄຟລາວ-ຈີນ ຫລືວ່າໂຄງການ Logistic ພໍ່ແມ່ປະຊາຊົນຍັງຄອງຄອຍ ຢູ່ ອັນນີ້ຂໍໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ເອົາໃຈໃສ່ແທ້ໆ ໃນການຈັດຕັ້ງປະຕິບັດ ເພາະວ່າ 2019 ໂຄງການເລີ້ມ ແຕ່ປະຊາຊົນບໍ່ໄດ້ຮັບຄ່າຊົດເຊີຍມາຮອດດຽວນີ້ 2022 ແລ້ວຍັງບໍ່ໄດ້ຮັບຄ່າຊົດເຊີຍ ແລະການຊົດເຊີຍກໍຍັງຊິຕ່ຳກວ່າເກົ່າອີກ ອັນນີ້ເຫັນວ່າບໍ່ຍຸຕິທຳຕໍ່ພໍ່ແມ່ປະຊາຊົນ ເພາະສະນັ້ນໃນນາມພວກເຮົາເປັນຜູ້ແທນ ກໍຕ້ອງໄດ້ປົກປ້ອງສິດທິຜົນປະໂຫຍດຂອງພໍ່ແມ່ປະຊາຊົນ.”

ທັງນີ້ໂຄງການທາງລົດໄຟລາວຈີນ ໃນລາວເຮັດໃຫ້ຕ້ອງເວນຄືນທີ່ດິນ ແລະສິ່ງປູກສ້າງຕ່າງໆຂອງປະຊາຊົນລາວ 6,333 ຄອບຄົວ ໃນນີ້ກໍສາມາດຕົກລົງ ແລະຈ່າຍເງິນຊົດເຊີຍຕາມລະບຽບກົດໝາຍຂອງລາວໄດ້ແລ້ວ 5,272 ຄອບຄົວ ຄິດເປັນມູນຄ່າ 1,436.11 ຕື້ກີບ ແລະຍັງເຫລືອ 1,016 ຄອບຄົວທີ່ຍັງບໍ່ຍອມຮັບເອົາເງິນຊົດເຊີຍໃນມູນຄ່າ 279.98 ຕື້ກີບ ເພາະເຫັນວ່າເປັນການຊົດເຊີຍທີ່ຕ່ຳກວ່າຄວາມເປັນຈິງ ລວມທັງຍັງບໍ່ສາມາດຕິດຕໍ່ໂຕຜູ້ທີ່ເປັນເຈົ້າຂອງທີ່ດິນຈຳນວນນຶ່ງໄດ້ເລີຍຈົນເຖິງປັດຈຸບັນນີ້ ດັ່ງທີ່ທ່ານວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງໃຫ້ການຢືນຢັນວ່າ: .

“ຜູ້ທີ່ຖືກຜົນກະທົບຈາກໂຄງການທາງລົດໄຟຢູ່ໃນ 4 ແຂວງ ແລະ 1 ນະຄອນຫລວງມີຈຳນວນທັງໝົດ 6,333 ຕອນດິນ ເປັນມູນຄ່າ 1,716.09 ຕື້ກີບ ໄດ້ຮັບການຊົດເຊີຍແລ້ວຈຳນວນ 83.68 ເປີເຊັນ ແລະຍັງບໍ່ທັນຊົດເຊີຍແມ່ນ 16.32 ເປີເຊັນ ຍ້ອນສາເຫດຜູ້ທີ່ຖືກຜົນກະທົບຈຳນວນນຶ່ງຍັງບໍ່ທັນບໍ່ຍອມຮັບໄດ້ກັບລາຄາຫົວໜ່ວຍຊົດເຊີຍ ອັນທີສອງແມ່ນວ່າລະບຽບການເບີກຈ່າຍຄ່າຊົດເຊີຍ ຍັງມີຫລາຍຂັ້ນຕອນສາຮມາແມ່ນບັນຫາການທີ່ບໍ່ສາມາດພົບພັນກັບເຈົ້າຂອງໄດ້.”

ໂຄງການທາງລົດໄຟລາວ-ຈີນທີ່ໄດ້ສົ່ງຜົນກະທົບຕໍ່ປະຊາຊົນລາວ 6,333 ຄອບຄົວດັ່ງກ່າວຢູ່ໃນເຂດ 13 ເມືອງຂອງແຂວງຫລວງນ້ຳທາ ອຸດົມໄຊ ຫລວງ ພຣະບາງ ວຽງຈັນ ນະຄອນຫລວງວຽງຈັນ ໂດຍມີທີ່ດິນທີ່ຖືກເວນຄືນ 3,832 ເຮັກຕາ ສິ່ງປູກສ້າງ 3,346 ຫລັງ ຕົ້ນໄມ້ກວ່າ 1 ລ້ານຕົ້ນ ຫາກແຕ່ວ່າກໍຍັງປາກົດມີການຊັກຊ້າໃນການຈ່າຍເງິນຊົດເຊີຍເລື້ອຍມາ ໂດຍການຊົດເຊີຍຢູ່ໃນເຂດແຂວງຫລວງນ້ຳທາ ອຸດົມໄຊ ຫລວງພຣະບາງ ມີອັດຕາສະເລ່ຍ 11,000-80,000 ກີບຕໍ່ຕາແມັດ ສ່ວນແຂວງວຽງຈັນ ແລະນະຄອນຫລວງວຽງຈັນ ຈະຊົດເຊີຍລະຫວ່າງ 15,000-137,000 ກີບຕໍ່ຕາແມັດ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນລາຍ ງານວ່າທີ່ດິນຢູ່ເຂດເມືອງນາຊາຍທອງ ມີລາຄາສະເລ່ຍ 1.3 ສາມລ້ານກີບຕໍ່ແມັດ ແຕ່ກໍມີການຊົດເຊີຍທີ່ລາຄາ 137,000 ກີບຕໍ່ແມັດ ຄິດເປັນ 10 ເປີເຊັນເທົ່ານັ້ນຂອງລາຄາຊື້ຂາຍແທ້ຂອງຕະຫລາດໃນປັດຈຸບັນ ສ່ວນໂຄງການວຽງຈັນ Laogistic Park ນັ້ນກໍໄດ້ກະທົບຕໍ່ປະຊາຊົນລາວແລ້ວເກີນກວ່າ 250 ຄອບຄົວ.

ທັງນີ້ໂດຍບໍລິສັດຮ່ວມລົງທຶນທາງລົດໄຟລາວຈີນຈຳກັດ ໄດ້ຮັບສິດໃນການເວັນຄືນທີ່ດິນທີ່ຕໍ່ເນື່ອງກັບສະຖານີນະຄອນວຽງຈັນ 1,000 ເຮັກຕາ ສະຖານີເມືອງໄຊ 1,000 ເຮັກຕາ ສະຖານນີວັງວຽງ 500 ເຮັກຕາ ແລະສະຖານີຫລວງພຣະບາງ 500 ເຮັກຕາ ຊຶ່ງແນໃສ່ການເຊື່ອມຕໍ່ລະບົບ Logistics ລະຫວ່າງລາວ-ຈີນ ແລະອາຊຽນຢ່າງຄົບວົງຈອນ ໂດຍມີບໍລິສັດ Vientiane Logistics Park ຈຳກັດ ເປັນຜູ້ລົງທຶນພັດທະນາໃນໂຄງການເພື່ອເຊື່ອມຕໍ່ລາວ-ຈີນ-ໄທ-ຫວຽດນາມ ດ້ວຍເສັ້ນທາງລົດໄຟ.

XS
SM
MD
LG