ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດ​ຖະ​ບານ​ລ​າວ ​ອະ​ນຸ​ມັດ​ເປັນ​ກໍ​ລະ​ນີ​ພິ​ເສດ ໃຫ້​ສົ່ງ​ອອກ​ໄມ້ 450,000 ກວ່າ​ແມັດ​ກ້ອນ​ ​ທີ່​ຢຶດ​ໄດ້​ຈາກ​ຂະ​ບວນ​ການ​ຄ້າ​ເຖື່ອນ


ການ​ລັກ​ຕັດ​ໄມ້​ເຖື່ອນ​ທີ່​ຍຶດ​ໄດ້​ໃນ ສ​ປ​ປ ລາວ
ການ​ລັກ​ຕັດ​ໄມ້​ເຖື່ອນ​ທີ່​ຍຶດ​ໄດ້​ໃນ ສ​ປ​ປ ລາວ

ລັດ​ຖະ​ບານ​ລ​າວ​ອະ​ນຸ​ມັດ​ເປັນ​ກໍ​ລະ​ນີ​ພິ​ເສດ ໃຫ້​ສົ່ງ​ອອກ​ໄມ້ 450,000 ກວ່າ​ແມັດ​ກ້ອນ​ ​ທີ່​ຢຶດ​ໄດ້​ຈາກ​ຂະ​ບວນ​ ການ​ຄ້າ​ເຖື່ອນ ທີ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ແຜນ​ການເພີ້ມ​ການ​ປົກ​ຫຸ້ມ​ຂອງ​ປ່າ​ໄມ້​ໃຫ້​ໄດ້​ເຖິງ 70 ເປີ​ເຊັນ ໃນ​ປີ 2025 ຊຶ່ງ​ຊົງ​ລິດ ໂພນ​ເງິນ ມີ​ລາຍ​ງານຈາກ​ບາງກອກ.

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້​ ເປີດ​ເຜິຍ​ວ່າ ​ເພື່ອ​ເປັນ​ການ​ສ້າງ​ລາຍ​ຮັບ​ດ້ານ​ເງິນ​ຕາ​ຕ່າງ ​ປະ​ເທດ​ໃນ​ແຜນ​ການ​ງົບ​ປະ​ມານປະ​ຈຳ​ປີ 2022 ລັດ​ຖະ​ບານ​ໄດ້​ອະ​ນຸ​ມັດ​ເປັນ​ກໍ​ລະ​ນີ​ພິ​ເສດ ​ເພື່ອ​ໃຫ້​ສາ​ມາດ ​ສົ່ງ​ອອກໄມ້​ທ່ອນ​ໄປ​ຕ່າງ​ປ​ະ​ເທດ​ໄດ້​ໃນ​ປະ​ລິ​ມານ​ລວມ 450,000 ກວ່າ​ແມັດ​ກ້ອນ ຊຶ່ງຍຶ​ດ​ໄດ້​ຈາກ​ຂະ​ບວນ​ ການ​ລັກ​ລອບ​ຕັດ​ໄມ້ຜິດ​ກົດ​ໝາຍ ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໂດຍ​ຄາດ​ວ່າ​ຈະ​ສ້າງ​ລາຍຮັບໄດ້​ໃນ​ມູນ​ຄ່າ​ລວມ 250 ລ້ານໂດ​ລາສະ​ຫະ​ລັດ ແຕ່​ລາຍ​ຮັບ​ໃນ​ລະ​ດັບ​ດັ່ງ​ກ່າວ ກໍ​ຄິດ​ເປັ​ນ​ພຽງ 35 ເປີ​ເຊັນ ຂອງ​ມູນ​ຄ່າ​ໄມ້​ ທີ່​ຖືກ​ລັກ​ ລອບ ​ຕັດ​ໃນ​ແຕ່​ລະ​ປີ ເມື່ອ​ລວ​ມ​ກັບ​ການ​ແຈ້ງ​ເ​ທັດກ່ຽວ​ກັບ​ປະ​ລິ​ມານ​ການ​ສົ່ງ​ອອກທີ່​ເປັນ​ຈິງ​ດ້ວຍ​ແລ້ວຈຶ່ງ​ເຮັດ​ ໃຫ້​ລັດ ​ຖະ​ບານ​ລາວ ສູນ​ເສຍ​ລາຍ​ຮັບ​ຈຳ​ນ​ວນ​ຫລ​າຍ​ໃນ​ແຕ່​ລະ​ປີ ດັ່ງທີ່ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ​ຢືນ​ຢັນ​ວ່​າ:

"ພັນ​ທະ​ທາງ​ດ້ານ​ງົບ​ປະ​ມານ ຫລື​ວ່າຄວາມບໍ່ໂປ່ງ​ໃສ​ຂອງ​ພະ​ນັກ​ງານ​ລວມກັບ ​ນັກ​ທຸ​ລະ​ກິດ​ຈຳ​ນວນ​ນຶ່ງ​ມີ ​ຄວາມບໍ່ໂປ່ງ​ໃສ ​ອັນ​ນີ້​ມີ​ແນ່ນອນ ຂ້າ​ພະ​ເຈົ້າ​ສິ​ບໍ່​ເວົ້າ​ຢູ່​ດ່ານ​ໃດ ແຕ່​ໂຕ​ເລກ​ໂຕ​ຈິງ ຂ້າ​ພະ​ເຈົ້າ​ໄດ້​ໄປ​ເຫັນ​ວ່າ​ຂະ​ແໜງ​ການ​ກະ​ສິ​ກຳ ອະ​ນຸ​ມັດ​ສົ່ງ​ອອກ​ຫັ້ນ 9 ແສນ ແຕ່​ໂຕ​ເລກ​ຜ່ານ​ດ່ານ​ມີ​ແຕ່ 5 ແສນ ແລ້​ວ​ບໍ່​ເຫັນ 4 ແສນ​ຈັກ​ ໄປ​ໃສ ອັນ​ນີ້​ມັນ​ມີ​ໂຕ​ຈິງ​ຈັ່ງ​ຊັ້ນ ລາຍ​ຮັບ​ກໍ​ຢູ່ນີ້​ແຫລະ ນອ​ກ​ຈາກ​ນີ້​ອອກ​ໄປ​ແລ້​ວ ຈ່າຍ​ກັບ​ມາ​ກໍ​ບໍ່​ໄດ້​ຜ່ານ​ລະ​ບົບ ​ທະ​ນາ​ຄານ ເຂົາ​ກໍ​ບໍ່​ສາ​ມາດ​ຈະ​ຮັບ​ຜິດ​ຊອບ​ໄດ້.”

ສ່ວນ​ທ່ານ​ເພັດ ພົມ​ພິ​ທັກ ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ​ປ່າ​ໄມ້ ຖະ​ແຫລງ​ຢື​ນ​ຢັ​ນ​ວ່າ ລັດ​ຖະ​ບານ​ລາວ ກຳ​ ນົດ​ເປົ້າ​ໝາຍ​ຈະ​ປູກ​ຕົົ້ນ​ໄມ້ໃນ​ປີ 2022 ໃຫ້​ໄດ້ 37,200 ເຮັກ​ຕາ ໃນ​ທົ່ວ​ປະ​ເທດ​ໃນ​ນີ້​ ຈະ​ເປັນ​ການ​ປູກ​ເພື່ອ ​ເພີ້ມ​ພື້ນ​ທີ່​ປ່າ​ສະ​ຫງວນ ປ່າ​ປ້ອງ​ກັນ 7,400 ເຮັກ​ຕາ ປ່າ​ອຸດ​ສາ​ຫະ​ກຳ 24,800 ເຮັກ​ຕາ ແລະ​ປ່າ​ໄມ້​ເອກ​ກະ​ ຊົນ 5,000 ເຮັກ​ຕາ ​ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ແຜນ​ຍຸດ​ທະ​ສາດ​ການ​ພັ​ດ​ທະ​ນາ ແລະ​ຮັກ​ສາ​ພື້ນ​ທີ່​ປ່າ​ໄມ້​ໃຫ້​ໄດ້​ເຖິງ 16 ລ້ານ​ເຮັກ​ຕາ ທີ່​ຄິດ​ເປັນ​ອັດ​ຕາ​ການ​ປົກ​ຫູ້ມ​ປ່າ​ໄມ້ 70 ເປີ​ເຊັນ ຂອງ​ພື້ນ​ທີ່​ທັງໝົດ​ຂອງ​ລາວ​ໃນ​ປີ 2025 ຊຶ່ງ ​ແບ່ງ​ເປັນ​ປ່າ​ໄມ້ 3 ປະ​ເພດ ​ກໍ​ຄື ປ່າສະ​ຫງວນ 4.7 ລ້ານ​ເຮັກ​ຕາ ປ່າ​ປ້ອງ​ກັນ 8.2 ລ້ານ​ເຮັກ​ຕາ ແລະ​ປ່າ​ຜະ​ລິດ ຫລື​ປ່າ​ອຸດ​ສາ​ຫະ​ກຳ​ແປ​ຮູບ​ໄມ້ 3.1 ລ້ານ​ເຮັກ​ຕາ ຕາມ​ລຳ​ດັບ ແຕ່​ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້ ໃນ​ການ​ປະ​ຕິ​ບັດ​ໂຕ​ຈິງ​ນັ້ນ​ກໍ​ບໍ່​ແມ່ນ​ເລື້ອງ​ງ່າຍ ນອກ​ຈາກວ່າ​ຈະ​ໄດ້​ຮັບ​ການ​ຮ່ວ​ມ​ມື​ຈາກປະ​ຊາ​ຊົນ​ລາວ​ຢ່າງ​ແທ້ ​ຈິງ​ເທົ່າ​ນັ້ນ ດັ່ງ​ທີ່​ທ່ານ​ເພັດ ຢືນ​ຢັນ​ວ່າ:

“ພວກ​ເຮົາ​ຈະ​ສູ້​ຊົນ​ເອົາ​ໃຈ​ໃສ່​ປົກ​ປັກ​ຮັກ​ສາ​ປ່າ​ໄມ້ ທີ່​ຍັງ​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ໄປ​ຄຽງຄູ່​ກັບ​ການ​ປັບ​ປຸງ​ຊີ​ວິດ​ຂອງ​ປະ​ ຊາ​ຊົນ ​ຢູ່​ໃນ​ເຂດ​ປ່າ​ໄມ້ດ້ວຍ​ການ​ວາງ​ແຜນ​ຄຸ້ມ​ຄອງ​ປ່າ​ໄມ້ບ້ານ ຕິດ​ພັນ​ກັບ​ການ​ຈັດ​ສັນ​ທີ່​ດິນ ມອບ​ດິນ ມອບ​ ປ່າ​ໃຫ້​ປະ​ຊາ​ຊົນ​ຄຸ້ມ​ຄອງ​ປົກ​ປັກ​ຮັກ​ສາ ພັດ​ທະ​ນາ ແລະ​ນຳ​ໃຊ້​ແບບ​ຍືນ​ຍົງ ພ້ອມ​ທັງ​ສົ່ງ​ເສີມ​ການ​ຜະ​ລິດ ແລະ​ສ້າງ​ເສດ​ຖະ​ກິດ​ຄອບ​ຄົວ ເປັນ​ສິນ​ຄ້າ​ຮູບ​ແບບ​ຕ່າງໆທີ່​ເໝາະ​ສົມ​ກັບ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.”

​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ ອອ​ກ​ຄຳ​ສັ່ງ​ເລກ​ທີ 15/ນຍ ເພື່ອ​ຫ້າມ​ສົ່ງ​ອອກ​ໄມ້​ທ່ອນ​ໄປ​ຕ່າງ​ປະ​ເທດຢ່າງ​ເດັດ​ຂາດ ນັບ​ແຕ່​ເດືອນ​ພຶດ​ສະ​ພາ ​ປີ 2016 ເປັນ​ຕົ້ນ​ມາ ແຕ່​ດ້ວຍ​ການ​ຈັດ​ຕັ້ງ​ເຄື່ອ​ຂ່າຍ​ການ​ຄ້າ​ໄມ້​ເຖື່ອນ​ທີ່​ມີ​ລັກຊະ​ນະ ​ຂ້າມ​ຊາດ ແລະ​ມີ​ພະ​ນັກ​ງານ​ລັດ​ເຂົ້າ​ໄປ​ມີ​ສ່ວນຜົນ​ປະ​ໂຫຍດຮ່ວມ​ດ້ວຍ​ນັ້ນ ຈຶ່ງ​ເຮັດ​ໃຫ້​ຍາກ​ຕໍ່​ການ​ປາບ​ປາມ ໂດຍ​ໜ່ວ​ຍສະ​ເພາະ​ກິດ​ຂອງ​ລັດ​ຖະ​ບານ​ໄດ້​ກວດ​ກາ ໂຮງ​ງານ​ແປຮູບ​ໄມ້ 3,454 ແຫ່ງ​ໃນ​ຊ່ວງ 5 ປິ​ທີ່​ຜ່ານ​ມາ ​ພົບ​ວ່າ 2,364 ໂຮງ​ງານ​ໄດ້ ໃຫ້​ການ​ສົ່ງ​ເສີມ ແລະ​ຊື້​ໄມ້​ຈາກ​ຂະ​ບວນ​ການ​ລັກ​ລອບ​ຕັດ​ໄມ້ ຈຶ່ງ​ສັ່ງ​ໃຫ້​ຍຸດ​ກິດ​ຈະ​ການ​ທັງ 2,364 ແຫ່ງ ແລະ​ຍັງ​ຕິດ​ຕາມກວດ​ກາ 1,090 ແຫ່ງ​ໃນ​ປັດ​ຈຸ​ບັນ​ນີ້.

ສະ​ພາບ​ການ​ດັ່ງ​ກ່າວ​ນີ້​ຍັງ​ຖື​ເປັນ​ສາ​ເຫດ​ສຳ​ຄັນ ທີ່​ຄະ​ນະ​ຜູ້​ຕາງ​ໜ້າ ທາງ​ການ​ຄ້າສະ​ຫະ​ພາບ​ຢູ​ໂຣ​ບ (EU) ບໍ່ອະ​ນຸ​ຍາດໃຫ້​ນຳ​ເຂົ້າໄມ້​ສຳ​ເລັດ​ຮູບ​ຈາກ​ລາວ ເພາະ​ບໍ່​ໝັ້ນ​ໃຈ​ວ່າ​ທາງ​ການ​ລາວ​ຈະ​ສາ​ມາດຢຸດ​ຢັ້ງ​ການລັກລອບ​ຄ້າ​ໄມ້​ເຖື່ອນ​ໄດ້​ຢ່າງ​ຄັກ​ແນ່ ຈຶ່ງ​ໄດ້​ກຳ​ນົດ​ເງື່ອນ​ໄຂ​ໃນ​ 6 ດ້ານ ທີ່​ທາງ​ການ​ລາວ​ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້​ຢ່າງ​ຄົບ​ຖ້ວນ​ກໍ​ຄື ການ​ກຳ​ນົດ​ໃຫ້​ນຳ​ເອົາ​ໄມ້​ຈາກ​ປ່າຜະ​ລິດເທົ່າ​ນັ້ນ​ມາ​ແປ​ຮູບ​ເປັນ​ສິນ​ຄ້າ ກາ​ນ​ກຳ​ນົດ​ພັນ​ທະ​ໃນ​ດ້ານ​ແຮງ​ງານ​ກັບ​ການ​ຜະ​ລິດ ການ​ຂຶ້ນ​ທະ​ບຽນ​ຫົວ​ໜ່ວ​ຍ​ທຸ​ລະ​ກິດ​ຄ້າ​ໄມ້​ ການ​ພັດ​ທະ​ນາ ນິ​ຕິ​ກຳ​ກ່ຽວ​ກັບ​ປ່າ​ ໄມ້ ການ​ພັດ​ທະ​ນາ​ລະ​ບົບການຄ້ຳ​ປະ​ກັນ​ໄມ້​ທີ່​ຖືກ​ກົດ​ໝາຍ ໃຫ້​ເປັນ​ເອກ​ກະ​ສານ​ທີ່​ສົມ​ບຸນ ແລະ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ມີ​ປະ​ສິດ​ທິ​ພາບ​ຢ່າງ​ແທ້​ຈິງ ຫາກ​ບໍ່​ສະ​ນັ້ນ​ແລ້​ວ​ກໍ​ຈະ​ຍັງ​ບໍ່​ມີ​ການ​ອະ​ນຸ​ຍາດ​ໃຫ້​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ໄມ້​ສຳ​ເລັດ​ຮູບ​ຈາກ​ລາວ​ຕໍ່​ໄປ

XS
SM
MD
LG