ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການມີສ່ວນຮ່ວມໃນການພັດທະນາເສດຖະກິດ ແລະສ້າງວຽກເຮັດງານທໍາຢູ່ໃນຊຸມຊົນແລະທ້ອງຖິ່ນ ຂອງປ້າສົມພອນ ແລະຄອບຄົວ


ປ້າສົມພອນ, ສາມີ ພ້ອມດ້ວຍບັນດາຫຼານໆຂອງເພິ່ນ.
ປ້າສົມພອນ, ສາມີ ພ້ອມດ້ວຍບັນດາຫຼານໆຂອງເພິ່ນ.

ການມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ການເລີ້ມຕົ້ນຊີວິດໃໝ່ຢູ່ໃນຊຸມຊົນໃໝ່ ແລະການມີສ່ວນຮ່ວມໃນການພັດທະນາຊຸມຊົນ ຂອງປ້າສົມພອນ ຢູ່ໃນນະ​ຄອນໂຮໂນລູລູ, ລັດຮາວາຍ. ທິບສຸດາ ຈະນໍາເອົາລາຍລະອຽດມາສະ
ເໜີທ່ານໃນອັນດັບຕໍ່ໄປ.

ປ້າສົມພອນ, ອາຍຸ 80 ປີ ອາໄສຢູ່ໃນນະຄອນຫຼວງວຽງຈັນ. ເນື່ອງຈາກການປ່ຽນແປງທາງສະພາບບ້ານເມືອງ ປ້າສົມພອນ ພ້ອມດ້ວຍຄອບຄົວ ແລະລູກໆທັງ 4 ຄົນຈຶ່ງໄດ້ພາກັນອົບພະຍົບອອກມາຈາກເມືອງລາວໃນປີ 1975 ແລະເດີນທາງມາຢູ່ສູນໜອງຄາຍເປັນເວລາ 5 ເດືອນແລ້ວຈຶ່ງຍົກຍ້າຍມາຢູ່ລັດຮາວາຍຂອງສະຫະລັດເມື່ອປີ 1976.

ລິງໂດຍກົງ
ປ້າສົມພອນ ພ້ອມດ້ວຍລູກຊາຍທັງສອງຂອງເພິ່ນ.
ປ້າສົມພອນ ພ້ອມດ້ວຍລູກຊາຍທັງສອງຂອງເພິ່ນ.

ປ້າສົມພອນກໍຄືກັນກັບອົບພະຍົບລາວຄົນອື່ນໆທີ່ຕ້ອງຕໍ່ສູ້ເພື່ອຄວາມຢູ່ລອດ ເມື່ອມາຕັ້ງຖິ່ນຖານຢູ່ດິນແດນໃໝ່ແຫ່ງນີ້.

ລິງໂດຍກົງ

ເມື່ອຕັດສິນໃຈ ແລະເລີ້ມລົງມືປະຕິບັດ ກໍເຫັນວ່າເປັນຜົນ ແລະໄປໄດ້ດີ, ເຊິ່ງຊ່ວງທໍາອິດເພິ່ນ ແລະຄອບຄົວກໍຊ່ວຍກັນ ຫຼັງຈາກ 6 ເດືອນຜ່ານໄປກໍມີມຸມມອງກວ້າງຂຶ້ນ ເພິ່ນ ແລະສາມີຈຶ່ງຕັດສິນໃຈເລີ້ມຕົ້ນຂະຫຍາຍການປູກຝັງເພີ້ມຂຶ້ນ ແລະຫຼາຍກວ່າເກົ່າ.

ລິງໂດຍກົງ

ເວລາຜ່ານໄປ, ການຂະຫຍາຍໂຕຂອງຟາມພວກເພິ່ນ ກໍຍິ່ງກວ້າງອອກຕື່ມ, ເຊິ່ງພວກເພິ່ນກໍຫາແຮງງານເຂົ້າມາຊ່ວຍສໍາລັບການຜະລິດ, ໃນນັ້ນ ພໍດີເປັນຊ່ວງໄລຍະທີ່ມີອົບພະຍົບມາຫຼາຍຂຶ້ນ ເຊິ່ງພວກເພິ່ນກໍໄດ້ໃຫ້ພວກເຂົາເຈົ້າເຂົ້າມາຊ່ວຍຢູ່ໃນຟາມ.

ປັດຈຸບັນ, ຟາມຂອງພວກເພິ່ນຂະຫຍາຍອອກເປັນຈໍານວນກວ້າງຂວາງ, ກວມເອົາພື້ນທີ່ຫຼາຍຮ້ອຍເອເກີ, ແລະຍັງມີແຜນທີ່ຈະຂະຫຍາຍຟາມໄປເກາະຄາວາຍອີກດ້ວຍ ເຊິ່ງຈະໄດ້ເຊົ່າດິນຈໍານວນ 2000 ເອເກີ.

ສາມີຂອງປ້າສົມພອນ ແລະລູກສາວຂອງເພິ່ນ.
ສາມີຂອງປ້າສົມພອນ ແລະລູກສາວຂອງເພິ່ນ.

ລິງໂດຍກົງ

ອາລຸນຟາມມີພະນັກງານຢູ່ໃນຟາມຫຼາຍກວ່າ 200 ຄົນ. ໃນນັ້ນ, ມີພະນັກງານທີ່ເຮັດຊ່ວຍວຽກຢູ່ໃນຟາມແຫ່ງນີ້ຫຼາຍກວ່າ 30 ປີກໍມີ.

ປັດຈຸບັນ, ເພິ່ນໄດ້ມອບໝາຍໜ້າທີ່ດັ່ງກ່າວໃຫ້ລູກຊາຍທັງສອງຂອງເພິ່ນດໍາເນີນງານຕໍ່, ເຊິ່ງຍັງມີການນໍາເຂົ້າໝາກໄມ້ ແລະແພັກສົ່ງຕະຫຼາດຢູ່ໃນທ້ອງຖິ່ນ.

ລິງໂດຍກົງ

ເພິ່ນຍັງກ່າວໃຫ້ຟັງຕື່ມອີກວ່າ ພະນັກງານຄົນອື່ນໆທີ່ເຄີຍຊ່ວຍວຽກຢູ່ຟາມຂອງເພິ່ນ ກໍອອກໄປເຮັດຟາມຂອງຕົນເອງຫຼາຍຄົນ, ແຕ່ພວກເຂົາເຈົ້າກໍຍັງແວ່ມາຢ້ຽມຢາມ, ແລະປຶກສາຫາລືຢູ່ເລື້ອຍໆ.

ນອກຈາກນັ້ນ, ເພິ່ນ ແລະຄອບຄົວຍັງໄດ້ມີການພົວພັນກັບສັງຄົງຄົນລາວຢູ່ໃນຊຸມຊົນໂດຍການໄປມາຫາສູ່ ແລະໃຫ້ຄວາມຊ່ວຍເຫຼືອດ້ານຕ່າງໆ.

ເວົ້າລວມແລ້ວ, ປ້າສົມພອນ ແລະຄອບຄົວຂອງເພິ່ນກໍເປັນຄອບຄົວນຶ່ງທີ່ອາໄສຢູ່ໃນຂົງເຂດແຫ່ງນີ້ມາເປັນເວລາດົນນານ ແລະກໍມີຫຼາຍໆຄົນຮູ້ຈັກພວກເພິ່ນ, ຮູ້ຈັກຟາມຂອງເພິ່ນ ເຊິ່ງເປັນສ່ວນນຶ່ງໃນການຊ່ວຍສ້າງອາຊີບ ແລະວຽກເຮັດງານທໍາໃຫ້ແກ່ທຸກຄົນຢູ່ໃນຊຸມຊົນ ພ້ອມທັງຊ່ວຍສ້າງສາພັດທະນາເສດຖະກິດຢູ່ໃນທ້ອງຖິ່ນໃຫ້ກວ້າງຂວາງ ແລະຂະຫຍາຍໂຕນໍາອີກດ້ວຍ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ແມ່ນການໂອ້ລົມກັບປ້າສົມພອນ ຜູ້ທີ່ມາຕັ້ງຖິ່ນຖານໃໝ່ຢູ່ໃນລັດຮາວາຍຂອງສະຫະລັດ ແລະຍັງໄດ້ນໍາໃຊ້ວິຊາຊີບດັ້ງເດີມໃຫ້ເປັນອາຊີບທີ່ສ້າງລາຍໄດ້ ແລະພັດທະນາຊຸມຊົນຢູ່ໃນເມືອງທີ່ເພິ່ນອາໄສຢູ່. ກະລຸນາຕິດຕາມລາຍການຊຸມຊົນລາວໃນຕ່າງແດນເລື້ອງໃໝ່ໃນວັນອາທິດໜ້າ ເວລາດຽວກັນນີ້.

XS
SM
MD
LG