ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ບໍ​ລິ​ສັດ​ຈີນ ລົງ​ທຶ​ນ​ຂຸດ​ຄົ້ນ​ຫາ​ແຮ່​ທາດ​ທີ່​ຫາ​ຍາກ ແລະ​ເງິນ Crypto ໃນ​ລ​າວ


ເງິນ​ຄ​ຣິບ​ໂຕ (Crypto)
ເງິນ​ຄ​ຣິບ​ໂຕ (Crypto)

ບໍລິສັດຈີນສອງ 2 ລາຍໄດ້ລົງທຶນຂຸດຄົ້ນບໍ່ແຮ່ 2 ພື້ນທີ່ຂອງແຂວງຊຽງຂວາງ ແລະອີກ 13 ບໍລິສັດໄດ້ຮັບອະນຸຍາດໃຫ້ເຮັດທົດລອງທຸລະກຳໃນການຂຸດຄົ້ນ ແລະຊື້ຂາຍເງິນ Crypto ໃນລາວ. ຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.

ທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ຖະແຫລງວ່າລັດຖະບານ ລາວ ໄດ້ອະນຸມັດໃຫ້ 2 ບໍລິສັດຈີນດຳເນີນການສຳຫລວດ ແລະຂຸດຄົ້ນແຮ່ທາດຫາຍາກ ຫລື (Rare Earth) ຢູ່ໃນ 2 ພື້ນທີ່ຂອງແຂວງຊຽງຂວາງກໍ ຄື ບໍລິສັດຊຸນຕ້າພັດທະນາບໍ່ແຮ່ຈຳກັດ ໄດ້ຮັບອະນຸຍາດການຂຸດຄົ້ນໃນພື້ນທີ່ 3 ກິໂລແມັດມົນທົນ ທີ່ເຂດບ້ານປຸງ ແລະບ້ານນາຂີ່ ເມືອງຜາໄຊ ແລະບໍລິສັດຕົງ ຫລິງເຊິນພັດທະນາບໍແຮ່ຈຳກັດ ໄດ້ຮັບອະນຸຍາດການຂຸດຄົ້ນໃນພື້ນທີ່ 25.28 ກິໂລແມັດມົນທົນ ທີ່ບ້ານໃໝ່ ແລະບ້ານນາສາບ ເມືອງຜາໄຊ ໂດຍຜ່ານມາທັງ 2 ບໍລິສັດ ໄດ້ທຳການຂຸດເຈາະເພື່ອສຳຫລວດຫາແຮ່ທາດດັ່ງກ່າວແລ້ວຈຳນວນເຖິງ 30 ຂຸມ ແລະຍັງຈະສືບຕໍ່ຂຸດຄົ້ນຈົນຄົບອາຍຸສຳປະທານໃນກາງປີ 2025 ຊຶ່ງຖ້າຫາກພົບວ່າ ມີປະລິມານແຮ່ທາດຢ່າງຄຸ້ມຄ່າ ກໍຈະລົງທຶນຂຸດຄົ້ນແຮ່ທາດຂຶ້ນມານຳໃຊ້ໃນອຸດສາຫະກຳພະລັງງານ ແລະໃນດ້ານເທັກໂນໂລຈີ ທາງດ້ານຂໍ້ມູນຂ່າວສານ ຫລື (ICT) ຕໍ່ໄປ.

ພ້ອມກັນນີ້ທາງການລາວຍັງໄດ້ອະນຸຍາດໃຫ້ 13 ບໍລິສັດຈາກຈີນດຳເນີນການທົດລອງເຮັດທຸລະກຳ ໃນການຂຸດຄົ້ນ ແລະຊື້ຂາຍເງິນ Crypto ໃນລາວດ້ວຍ ໃນນີ້ມີ 11 ບໍລິສັດດຳເນີນການທົດລອງຂຸດຄົ້ນ ແລະ 2 ບໍລິສັດທົດລອງການຊື້ຂາຍເງິນ Crypto ຊຶ່ງເຮັດໃຫ້ລັດຖະບານລາວມີລາຍໄດ້ຈາກການອະນຸຍາດໃຫ້ສຳປະທານດັ່ງກ່າວ ລວມເຖິງ ເງິນອາກອນມອບເໝົາ ແລະການຊົມໃຊ້ພະລັງງານໄຟຟ້າຂອງບັນດາບໍລິສັດຂຸດຄົ້ນເງິນ Crypto ດັ່ງກ່າວດ້ວຍ ດັ່ງທີ່ທ່ານສອນໄຊ ໄດ້ໃຫ້ການຢືນຢັນວ່າ:

“ຜ່ານມາ ພວກເຮົາໄດ້ປະຕິບັດໂຄງການທົດລອງແລກປ່ຽນ ຊື້ຂາຍເງິນ Crypto ເພື່ອເກັບລາຍຮັບເຂົ້າງົບປະ ມານ ຊຶ່ງປັດຈຸບັນນີ້ແມ່ນໄດ້ອະສຸມັດ 13 ບໍລິສັດ ແລະມີ 11 ບໍລິສັດດຳເນີນການຂຸດຄົ້ນແລ້ວກະມີ 2 ບໍລິສັດທີ່ກ່ຽວກັບການສ້າງຕະຫລາດຊື້ຂາຍ Crypto ຊຶ່ງມາຮອດປັດຈຸບັນນີ້ ພວກເຮົາກໍສາມາດເກັບລາຍຮັບໄດ້ທັງໝົດ ຈາກການຊື້ສິດອະນຸຍາດ ແລະມອບພັນທະແບບມອບເໝົາໃນຈຳນວນ 11.5 ລ້ານໂດລາສະຫະລັດ.”

ທັງນີ້ໃນຊ່ວງປີ 1988-2021 ລັດຖະບານລາວໄດ້ອະນຸມັດການລົງທຶນ ຂອງບັນດາບໍລິສັດຕ່າງປະເທດໃນລາວຈຳນວນ 4,775 ໂຄງການຊຶ່ງມີມູນຄ່າລົງທຶນລວມກວ່າ 45,000 ລ້ານໂດລາສະຫະລັດ ໃນນີ້ເປັນການລົງທຶນ ຂອງບັນດາບໍລິສັດຈີນເຖິງ 821 ໂຄງການ ມີມູນຄ່າລົງທືນລວມເກີນກວ່າ 16,000 ລ້ານ ໂດລາສະຫະລັດ ຊຶ່ງກວມເອົາເກີນກວ່າ 35 ເປີເຊັນ ຂອງການລົງທຶນຕ່າງປະເທດທັງໝົດໃນລາວ ສ່ວນໃນຊ່ວງ 6 ເດືນຕົ້ນປີ 2022 ນີ້ ບັນດາບໍລິສັດຈີນກໍຍັງໄດ້ເຂົ້າມາລົງທຶນໃນລາວເພີ້ມຂຶ້ນອີກເຖິງ 112 ໂຄງການ ອັນເຮັດໃຫ້ຈີນມີການລົງທຶນໃນລາວ 933 ໂຄງການ ມີມູນຄ່າລົງທຶນລວມເກີນກວ່າ 18,000 ພັນລ້ານໂດລາສະຫະລັດ ຈຶ່ງຍັງເປັນກຸ່ມລົງທຶນອັນດັບທີ 1 ໃນລາວຕໍ່ໄປໂດຍສະເພາະແມ່ນໃນພາກການຂຸດຄົ້ນແຮ່ທາດນັ້ນ ຍັງປາກົດວ່າ ມີບັນດາບໍລິສັດຈີນ ໄດ້ເຂົ້າມາລົງທຶນເພີ້ມຂຶ້ນເປັນພິເສດ ແຕ່ດ້ວຍການຈັດຕັ້ງປະຕິບັດທີ່ມີປະສິດທີພາບຕ່ຳຂອງພາກສ່ວນທີ່ຮັບຜິດຊອບໃນລາວ ຈຶ່ງເຮັດໃຫ້ລັດຖະບານລາວມີລາຍຮັບຈາກພາກຂຸດຄົ້ນແຮ່ທາດໃນລະດັບທີ່ຕ່ຳດ້ວຍເຊັ່ນ ກັນ ດັ່ງທີ່ທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນໃຫ້ການຢືນຢັນວ່າ:

“ສິ່ງສຳຄັນພວກເຮົາເກັບລາຍຮັບບໍ່ໄດ້ໃນຜ່ານມານນີ້ ແມ່ນຢູ່ໃນຂົງເຂດຊັບພະຍາກອນທຳມະຊາດ ໃນຂົງເຂດ ບໍ່ແຮ່ໃນຂົງເຂດອັນນີ້ ພວກເຮົາຮົ່ວໄຫລຫລາຍ ນອກຈາກເຂົ້າຕົວປະລິມາດແລ້ວ ຕົວຄຸນນະພາບແລ້ວ ຍັງຕົວລາຄາອີກ ເຮົາເກັບໄດ້ຈາກການຂຸດຄົ້ນ ສົງອອກແຮ່ທາດທັງໝົດ 82 ໂຄງການນີ້ ເຮົາໄດ້ປີນຶ່ງບໍ່ຮອດ 100 ລ້ານໂດລາສະຫະລັດ ທັງຄ່າຄາດຫລວງ ທັງຄ່າຕ່າງໆ ຖ້າທຽບໃສ່ທ່າແຮງທີ່ເຮົາມີຢູ່ນີ້ເຮົາເກັບບໍ່ທັນໄດ້ ດັ່ງນັ້ນ ລັດຖະບານຈະໄດ້ຄົ້ນຄວ້າເຮັດການທົດລອງສົ່ງອອກແຮ່ເຫລັກ ແລະເຫັນດີວ່າຄວນໄດ້ຈຳກັດ ລັດຖະບານປັດຈຸບັນກະໄດ້ຍຸຕິແລ້ວກະສົ່ງອອກແຮ່ເຫລກນີ້ ກໍແມ່ນເພື່ອທົດລອງວ່າເກັບວິທີນີ້ກັບເອົາເກັບຕາມກົດໝາຍອັນໃດລັດຈະໄດ້ຜົນປະໂຫຍດຫລາຍກວ່າຫລັງຈາກສະຫລຸບຖອດຖອນບົດຮຽນແລ້ວ ຈຶ່ງມາປັບປຸງກົດໝາຍ.”

ໂດຍໃນໄລຍະຜ່ານມາ ໄດ້ສຳຫລວດພົບແຮ່ທາດໃນລາວຫລາຍກວ່າ 570 ແຫລ່ງ ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນ ຄິດເປັນ 68 ເປີເຊັນ ຂອງພື້ນທີ່ທັງໝົດຂອງລາວ ໃນນີ້ທາງການລາວໄດ້ອະນຸຍາດສຳປະທານໃຫ້ແກ່ເອກກະຊົນລາວ ແລະຕ່າງຊາດໄປແລ້ວ 649 ລາຍ ໃນ 942 ກິດຈະການທົ່ວປະເທດ ສ່ວນແຫລ່ງຜະລິດໄຟຟ້າ 90 ແຫ່ງ ມີກຳລັງຕິດຕັ້ງເກືອບ 11,000 ເມກາວັດນັ້ນ ກໍໄດ້ສົ່ງອອກເຖິງ 75 ເປີເຊັນ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG