ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ປະ​ນາມ​ການ​ໃຊ້​ລະ​ເບີດ​ລູກ​ຫວ່ານ ຂອງ​ຣັດ​ເຊຍ ​ໃນ​ຢູ​ເຄ​ຣນ


ທະ​ຫານ​ຄົນ​ນຶ່ງ​ກຳ​ລັງ​ເກັບ​ກູ້​ລະ​ເບີດ​ລູກ​ຫວ່ານ ທີ່​ຍັງ​ບໍ່​ທັນ​ແຕກ ຫລັງ​ຈາກ​ຣັດ​ເຊຍ​ ໄດ້​ຮຸກ​ຮານ​ຍິງ​ໃສ​່​ໃກ້​ໝູ່​ບ້ານ Motyzhyn ໃນ​ຂົງ​ເຂດ​ກິ​ຢິບ ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 10 ເມ​ສາ 2022
ທະ​ຫານ​ຄົນ​ນຶ່ງ​ກຳ​ລັງ​ເກັບ​ກູ້​ລະ​ເບີດ​ລູກ​ຫວ່ານ ທີ່​ຍັງ​ບໍ່​ທັນ​ແຕກ ຫລັງ​ຈາກ​ຣັດ​ເຊຍ​ ໄດ້​ຮຸກ​ຮານ​ຍິງ​ໃສ​່​ໃກ້​ໝູ່​ບ້ານ Motyzhyn ໃນ​ຂົງ​ເຂດ​ກິ​ຢິບ ປະ​ເທດ​ຢູ​ເຄ​ຣນ ວັນ​ທີ 10 ເມ​ສາ 2022

ການນຳໃຊ້​ລະ​ເບີດ​ລູກ​ຫວ່ານ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ​ໂດຍທະ​ຫານ​ຂອງ​ຣັດ​ເຊຍ ໃນ​ສົງ​ຄາມ​ຢູເຄ​ຣນ ແມ່ນເປັນໄພອັນ​ຕະ​ລາຍ​ໄລ​ຍະ​ຍາວ​ ແລະ​ນຳ​ຄວາມ​ເຈັບ​ປວດມາ​ສູ່​ພົນລະ​ເຮືອນຫຼາຍ​ຮ້ອຍຄົນ ​ອີງ​ຕາມ​ຄຳ​ເວົ້າ​ຂອງກຸ່ມ​ປົກ​ປ້ອງ​ສິ​ດ​ທິ​ມະ​ນຸດ Human Right Watch ຫລື HRW ​ທີ່ໄດ້​ກ່າວ​ຢູ່​ໃນ​ລາຍ​ງານ​ພິມ​ເຜີຍ​ແຜ່​ໃນ​ວັນ​ພະ​ຫັດ​ວານ​ນີ້.

ຢູ່​ໃນ​ລາຍ​ງານທີ່​ຕິດ​ຕາມ​ການ​ໃຊ້​ລະ​ເບີດ​ລູກ​ຫວ່ານ​ຢູ່​ໃນ​ທົ່ວ​ໂລກປີ 2022 ​ກຸ່ມ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ HRW ທີ່​ມີຫ້ອງ​ການ​ຕັ້ງ​ຢູ່​ນະ​ຄອນ​ນິວຢອກ ກ່າວ​ວ່າ ຢູ​ເຄ​ຣນ​ເປັນ​ປະ​ເທດ​ດຽວ ບ່ອນ​ທີ່ລູກ​ລະ​ເບີດ​ດັ່ງ​ກ່າວ​ກຳ​ລັງ​ນຳ​ໃຊ້ໃນ​ປັດ​ຈຸ​ບັນ​ນີ້ ແລະ​ໄດ້​ຮຽກ​ຮ້ອງ​ໃຫ້ທັງຣັດ​ເຊຍ ແລະ​ຢູ​ເຄ​ຣນ​ຢຸດ​ໃຊ້ລູກ​ລະ​ເບີດ​ເຫລົ່າ​ນີ້ ແລະ​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ​ສາ​ກົນ​ປີ 2008 ທີ່ຫ້າມ​ການ​ໃຊ້​ລູກ​ລະ​ເບີດ​ດັ່ງ​ກ່າວ.

​ຣັດ​ເຊຍ​ໄດ້​ໃຊ້​ລະ​ເບີດ​ລູກ​ຫວ່ານ​ຢ່າງ​ຫລ​ວງ​ຫລາຍ​ນັບ​ແຕ່​ໄດ້​ຮຸກ​ຮານ​ຢູ​ເຄ​ຣນ ໃນ​ວັນ​ທີ 24 ກຸ​ມ​ພາ ​ໃນ​ຂະ​ນະ​ທີ່​ກຳ​ລັງ​ຢູ​ເຄ​ຣນ​ປາ​ກົດ​ວ່າ ໄດ້​ໃຊ້​ລະ​ເບີດ​ລູກ​ ຫວ່​ານ ຢ່າງ​ໜ້ອຍສາມ​ເທື່ອ ​ຢູ່​ໃນ​ສົງ​ຄາມ ອີງ​ຕາມລາຍ​ງານ​.

​ລະ​ເບີດ​ລູກ​ຫວ່ານ​ທີ່​ສາ​ມາດ​ຍິງ​ໂດຍ​ປືນ​ໃຫຍ່ ແລະ​ຈະ​ຫລວດ ຫລື​ຖີ້ມ​ລົງ​ໃສ່​ໂດຍ​ທາງເຮືອ​ບິນນັ້ນ ​ຈະ​ຫວ່ານ​ອອກ​ຢູ່​ເທິງ​ອາ​ກາດ ເຮັດ​ໃຫ້ລູກ​ລະ​ເບີດ​ກະ​ຈາຍອອກ​ໄປ ຫລື​ລູກ​ລະ​ເບີດນ້ອຍໆ​ຢູ່​ໃນ​ນັ້ນ ແຕກ​ກະ​ຈາຍ​ອອກ​ໄປ​ທົ່ວ​ບໍ​ລິ​ເວນ​ອັນ​ກວ້າງ​ຂວາງ.

ໃນ​ເມື່ອ​ວ່າ​ລູກ​ລະ​ເບີດ​ນ້ອຍໆ​ຫລາຍ​ລູກ​ທີ່ຍັງບໍ່​ທັນ​ແຕກ​ນັ້ນ ​ລະ​ເບີດ​ເຫລົ່າ​ນີ້ຈຶ່ງ​ສາ​ມາດ​ເຮັດ​ໃຫ້​ມີ​ຜູ້​ຄົນໄດ້​ຮັບບາດ​ເຈັບ ແລະເຮັດໃຫ້ພວກ​ທະ​ຫານ ​ເສຍ​ຊີ​ວິດ ພ້ອມ​ດ້ວຍ​ພົນ​ລະ​ເຮືອນ​ເຊັ່ນ​ດຽວ​ກັນ ຮວມ​ທັງ​ພວກ​ເດັກ​ນ້ອຍ.

​ລາຍ​ງານ​ໄດ້​ກ່າວ​ວ່າຢ່າງ​ໜ້ອຍ ພົນ​ລະ​ເຮືອນ 689 ​ຄົນໄດ້​ເສຍ​ຊີ​ວິດ​ຈາກການ​ໂຈມ​ຕີ​ດ້ວຍລະ​ເບີດລູກ​ຫວ່ານ ​ທີ່​ໄດ້​ບັນ​ທຶກ​ໄວ້ຢູ່​ໃນ​ຢູ​ເຄ​ຣນ ນັບແຕ່​ໄດ້​ເລີ້ມມີ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ຈົນ​ເຖິງ​ເດືອນ​ກໍ​ລະ​ກົດ.

ລາຍ​ງານ​ກ່າວ​ວ່າ ​ການ​ໂຈມ​ຕີ​ຈາກລະ​ເບີດ​ລູກ​ຫວ່ານ ​ຫລາຍ​ຮ້ອຍ​ລູກຂອງ​ຣັດ​ເຊຍ ຢູ່​ໃນ​ຢູ​ເຄ​ຣນໄດ້ຖືກ​ບັນ​ທຶກ​ໄວ້ໃນລາຍ​ງານ ຫລື​ຖືກກ່າວ​ຫາຢ່າງ​ໜ້ອຍ 10 ເທື່ອ​ຢູ່​ໃນ​ 24 ຂົງ​ເຂດ ​ຂອງ​ຢູ​ເຄ​ຣນ.

ຣັດ​ເຊຍ​ຍັງ​ບໍ່​ໄດ້​ປະ​ຕິ​ເສດຕໍ່​ການ​ໃຊ້​ລະ​ເບີດ​ລູກ​ຫວ່ານ​ຢູ່​ໃນ​ຢູ​ເຄ​ຣນ ​ໂດຍກ່າວ​ວ່າ ​ຕົນ​ຖື​ວ່າ​ລູກ​ລະ​ເບີດ​ເຫລົ່າ​ນີ້ “​ເປັນ​ລູກ​ລະ​ເບີດ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ” ທີ່ “ພຽງແຕ່ເປັນ​ອັນ​ຕະ​ລາຍເວ​ລາໃຊ້​ໃນ​ທາງ​ທີ່ບໍ່​ຖືກ​ຕ້ອງ.”

ລາຍ​ງານ​ກ່າວ​ວ່າ ກຳ​ລັງ​ຢູ​ເຄ​ຣນຍັງ​ປາ​ກົດ​ວ່າ ​ໄດ້ໃຊ້​ລະ​ເບີດ​ລູກ​ຫວ່ານ​ໃນ​ໂອ​ກາດ​ຢ່າງ​ໜ້ອຍ​ສາ​ມ​ເທື່ອ ຢູ່​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ໄດ້​ຢູ່​ພາຍ​ໃຕ້​ການ​ຄວ​ບ​ຄຸມ​ຂອງ​ກຳ​ລັງ​ທະ​ຫານ​ຣັດ​ເຊຍ ຫລື​ບັນ​ດາ​ກຸ່ມ​ຕິດ​ອາ​ວຸດ​ທີ່​ເປັນ​ເຄື່ອ​ຂ່າຍ​ຢູ່​ໃນ​ເວ​ລາ​ນັ້ນ.

The Russian military's extensive use of cluster munitions in the war in Ukraine has brought about lasting harm and suffering to hundreds of civilians, Human Rights Watch said in a report released on Thursday.

In its global Cluster Munition Monitor 2022 report, the New York-based rights group said Ukraine is the only country where such munitions are being employed currently and urged both Russia and Ukraine to stop using them and join the 2008 international treaty banning them.

Russia has used cluster munitions extensively since invading Ukraine on February 24, while Ukrainian forces appear to have used them at least three times in the war, the report said.

Cluster munitions, which can be fired by artillery and rockets or dropped by aircraft, open in the air, spreading numerous bomblets or submunitions over a wide area.

Since many bomblets remain initially unexploded, they can indiscriminately maim and kill military personnel and civilians alike, including children.

The report said that at least 689 civilian casualties from cluster munition attacks had been registered in Ukraine since the start of the Russian invasion through July.

It said that hundreds of Russian cluster munitions attacks have been documented, reported, or alleged in at least 10 of Ukraine’s 24 regions.

Russia has not denied using cluster munitions in Ukraine, saying that it regards them as “a lawful form of munitions” that “are only harmful when misused.”

The report said Ukrainian forces also appear to have used cluster munitions on at least three occasions in locations that were under the control of Russia’s armed forces or affiliated armed groups at the time.

XS
SM
MD
LG