ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ວາງ​ສະ​ແດງ ກ່ຽວ​ກັບປະ​ສົບ​ການຊີ​ວິດ​ອົບ​ພະ​ຍົບລາວ ໃນ​ລັດ​ຄາ​ລິ​ຟໍ​ເນຍ ຈະ​ສິ້ນ​ສຸດ​ລົງ​ ໄວໆ​ນີ້


Kingkong (1).mp4
please wait
Embed

No media source currently available

0:00 0:05:10 0:00

ເຊີນ​ຊົ​ມ ແລະ​ຟັງ​ການ​ສຳ​ພາດ ຄວ​າມ​ເປັນ​ມາ​ ຂອງ​ອົບ​ພະ​ຍົບ​ລາວ ​ໃນ​ລັດ​ຄາ​ລິ​ຟໍ​ເນຍ

ທ່ານຜູ້ຟັງທີ່ເຄົາລົບໃນລາຍການຊີວິດຊາວລາວໃນຕ່າງແດນຂອງ ວີໂອເອ ປະຈຳແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບ ດຣ. ວິນຍາ ສີສະໝຸດ ຜູ້ອຳນວຍການສູນລາວສຶກສາ ທີ່ກຳລັງນຳພາການວາງສະແດງ “Between 2 Worlds” ຫລື “ລະຫວ່າງ 2 ໂລກ” ຊຶ່ງເປັນບັນທຶກອົບພະຍົບທີ່ຫຼົບໜີໄພການເມືອງເຂົ້າ ມາຕັ້ງຖິ່ນຖານຢູ່ໃນສະຫະລັດ. ໂຄງການນີ້ໄດ້ຍ້າຍການ ວາງສະແດງຢູ່ສູນກາງວັດທະນາທຳຕ່າງໆ ໃນຫ້າໂຕເມືອງສຳຄັນ ໃນລັດຄາລິຟໍເນຍ ມາເປັນເວລາສີ່ປີແລ້ວຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ
​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ

ເປັນເວລາ 47 ປີ (1975-2022) ຜ່ານມາ ທີ່ຊາວອົບພະຍົບອິນດູຈີນ ປະກອບດ້ວຍລາວ ຫວຽດນາມ ແລະກຳປູເຈຍໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ ແລະຢູ່ປະເທດຕ່າງໆທົ່ວໂລກ ຍ້ອນສົງຄາມແລະການປ່ຽນລະບອບການປົກຄອງ. ໃນໄລຍະເກືອບເຄິ່ງສັດຕະວັດທີ່ຜ່ານມານີ້ ບັນດາຊາວໜຸ່ມອາເມຣິກັນ ເຊື້ອສາຍ ລາວ ທີ່ໄດ້ມາເຕີບໃຫຍ່ ແລະເກີດຢູ່ໃນສະຫະລັດ ແລະຊາວອາເມຣິກັນໂດຍທົ່ວໄປ ສ່ວນໃຫຍ່ບໍ່ຄ່ອຍເຂົ້າໃຈຢ່າງເລິກເຊິ່ງວ່າ ເປັນດ້ວຍເຫດໃດອົບພະຍົບລາວຈຶ່ງໄດ້ມາຕົກຢູ່ໃນແຜ່ນດິນໃໝ່ແຫ່ງນີ້ ເຂົາເຈົ້າໄດ້ຜ່ານ ກັບອຸບປະສັກຫຍັງແດ່ ແລະຜົນສຳເລັດຂອງການຕັ້ງຖິ່ນຖານໃໝ່ມີຫຍັງແດ່.

ໃນໄລຍະສີ່ທົດສະວັດທີ່ຜ່ານມາ ບັນດາຊາວໜຸ່ມໄດ້ພາກັນເຕີບໃຫຍ່ ສ້າງຄອບຄົວ ມີລູກມີຫລານ ແລະຜູ້ປົກຄອງທີ່ເຖົ້າແກ່ ໄດ້ເລີ້ມເສຍຊີວິດໄປແລ້ວກໍມີ. ແຕ່ຂໍ້ມູນ ແລະປະສົບການອັນສຳຄັນຂອງອົບພະຍົບລາວ ກຳລັງຄ່ອຍໆຫາຍໄປກັບບັນດາຜູ້ທີ່ຍັງມີຄວາມຊົງຈຳ. ເພາະສະນັ້ນເປັນສິ່ງສຳຄັນທີ່ສຸດ ທີ່ຕ້ອງໄດ້ເກັບກຳເອົາຂໍ້ມູນຈາກການບອກເລົ່າຂອງການຫລົບໜີ ຄວາມຍາກລຳບາກຕ່າງໆນັ້ນສູ່ກັນຟັງ ໂດຍຈັດໃຫ້ມີການວາງສະແດງວັດຖຸສິ່ງຂອງຕ່າງໆ ແລະ ບົດການສຳພາດທາງວີດີໂອເຫລົ່ານີ້ເປັນຕົ້ນ. ດຣ. ວິນຍາ ສີສະໝຸດ ໄດ້ອະ ທິບາຍເຖິງໂຄງການວາງສະແດງ ທີ່ມີຊື່ວ່າ “Between 2 Worlds” ຫລື “ລະຫວ່າງ 2 ໂລກ” ສູ່ ວີໂອເອ ຟັງດັ່ງນີ້:

​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ
​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ

ໂຄງການວາງສະແດງ “Between 2 Worlds” ໄດ້ນຳເອົາການສຳພາດທາງວີ ດີໂອ ກັບບັນດາຄົນອາເມຣິກັນເຊື້ອສາຍລາວ ກ່ຽວກັບປະສົບການຫຼົບໜີໄພສົງຄາມ ທີ່ມາຕົກຢູ່ສູນອົບພະຍົບໃນປະເທດໄທ ຟິລິບປີນແລະຢູ່ ສູນສຳມະນາຕ່າງໆ ກ່ອນເຂົາເຈົ້າໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດ. ບັນດາທ່ານເຫລົ່ານີ້ປະກອບດ້ວຍອະ ດີດຊາວໄຮ່ຊາວນາ ນັກທຸລະກິດ ລັດຖະກອນ ທະຫານຕຳຫລວດ ແລະ ຜູ້ປົກຄອງ ໃນສະໄໝພະລາຊາອານາ ຈັກລາວ. ໃນໄລຍະສີ່ປີ ທີ່ຜ່ານມານີ້ ການ ວາງສະແດງ ໄດ້ຈັດຂຶ້ນຢູ່ຕາມສູນກາງວັທະນາທຳ ໃນຫ້າໂຕເມືອງສຳຄັນໃນລັດຄາລິຟໍເນຍຄື ເມືອງເຣດດິງ (Redding) ແຊນດີເອໂກ (San Diego) ຮິຈມອນ (Richmond) ເມີເສດ (Merced ແລະບ່ອນສຸດທ້າຍຄື ນະຄອນຊາກຣາເມັນໂຕ (Sacramento) ເມືອງເອກຂອງລັດຄາລິຟໍເນຍ ຊຶ່ງ ດຣ. ວິນຍາ ໄດ້ອະທິບາຍ ຕໍ່ໄປວ່າ:

​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ
​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ

ການວາງສະແດງໃນແຕ່ລະເມືອງ ໄດ້ຮັບການປະສານງານຈາກປະຊາຄົມລາວປະຈຳທ້ອງຖິ່ນ ທີ່ປະກອບດ້ວຍຊົນເຜົ່າລາວຕ່າງໆ ດັ່ງທີ່ ດຣ. ວິນຍາ ກ່າວມ້ວນທ້າຍສູ່ ວີໂອເອ ຟັງດັ່ງນີ້:

​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ
​ການ​ວາງ​ສະ​ແດງ​ສິນ​ລະ​ປະ ອົບ​ພະ​ຍົບ​ລາວ​ອາ​ເມ​ຣິ​ກັນ

ອົບພະຍົບລາວ ບັດນີ້ ໄດ້ກາຍມາເປັນຊາວອາເມຣິກັນ ເຊື້ອສາຍລາວ ໄດ້ຮັບການຮຽນຮູ້ຈາກຜູ້ເຂົ້າຊົມເປັນພິເສດ. ແຕ່ໜ້າເສຍໃຈທີ່ການສະແດງໄດ້ຖືກລົບກວນຈາກການແຜ່ລະບາດໂຄວິດ-19 ເປັນເວລາສອງປີ ແລະກຳລັງຈະສິ້ນສຸດ ລົງໃນທ້າຍເດືອນກັນຍາຈະມາເຖິງນີ້ທີ່ນະຄອນຊາກຣາເມັນໂຕ ລັດຄາລິຟໍເນຍ.

XS
SM
MD
LG