ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທາງ​ການ​ລາວ​ຈະ​ເລີ້ມ​ການ​ພັດ​ທະ​ນາ​​ໃຫ້ແຂວງ​ອຸ​ດົມ​ໄຊ ​ເປັນ​ສູນ​ກາງ​ເຊື່ອມ​ຕໍ່​ລໍ​ຈິ​ສ​ຕິກ​ຄົບ​ວົງ​ຈອນ


ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ
ເສັ້ນ​ທາງ​ລົດ​ໄຟ​ລາວ​-ຈີນ

ທາງ​ການ​ລາວ​ຈະ​ເລີ້ມ​ການ​ພັດ​ທະ​ນາ​ແຂວງ​ອຸ​ດົນ​ໄຊ ໃຫ້​ເປັນ​ສູນ​ກາງ​ເຊື່ອມ​ຕໍ່​ລະ​ບົບ Logistic ຢ່າງ​ຄົບ​ວົງ​ຈອນໂດຍ​ແນ​ໃສ່​ການ​ເປັນ​ສູນ​ກາງ ໃນ​ການ​ສົ່ງ​ສິນ​ຄ້າ​ລະ​ຫວ່າງ​ລາວ ​ຈີນ ຫວຽດ​ນາມ ໄທ ຊຶ່ງ​ຊົງ​ລິດ​ ໂພນ​ເງິນ ມີລາຍ​ງານ​ຈາກ​ບາງກອກ.

​ທ່ານ​ບຸນ​ຄົງ ລ້າຈຽມ​ພອນ ເຈົ້າ​ແຂວງໆ​ອຸ​ດົມ​ໄຊ ຖ​ະ​ແຫລງວ່າ​ ອຳ​ນາດ​ການ ປົກຄອງແຂວງ​ອຸ​ດົ​ມ​ໄຊ ຈະ​ເລີ້ມ​ລົງ​ ມື​ ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ ແຂວງ​ອຸ​ດົມ​ໄຊ ໃຫ້​ກ້າວໄປ​ເປັນ​ສູນ​ກາງ​ການ​ເຊື່ອມ​ຕໍ່​ ລະ​ບົບ Logistic ຢ່າງ​ ຄົບ​ວົງ​ຈອນ ໂດຍ​ແນ​ໃສ່​ການ​ພັ​ດ​ທະ​ນາ​ແຂວງ​ອຸ​ດົມ​ໄຊ​ໃຫ້​ເປັນ​ສູນກາງໃນການຂົນ​ສົ່ງ​ສິນ​ຄ້າ ລະ​ຫວ່​າງ​ພາກ​ເໜືອ​ຂອງ​ລາວ ກັບ​ຈີນ ຫວຽດ​ນາມ ແລະ ໄທ ຊຶ່ງ​ໃນໄລ​ຍະທີ​ນຶ່ງຂອງ​ແຜນ​ການ ​ ຈະ​ເລີ້ມ​ດ້ວຍ​ແຜນ​ການ​ພັດ​ທະ​ນາ​ທ່າ​ບົກ ທີ່​ຕໍ່​ເນື່ອງ​ກັບ​ສະ​ຖາ​ນີ​ລົດ​ໄຟ​ລາວ​ຈີນ ດັ່ງ​ທີ​ທ່ານ​ບຸນ​ຄົງ ໄດ້​ຢືນ​ຢັນ​ວ່າ:

“​ເຮົາ​ໄດ້​ສະ​ເໜີ​ໃຫ້​ທາງ​ລັດ​ຖະ​ບານ​ໄດ້​ຮັບ​ຮອງ ລະ​ກະ​ໄດ້​ພວມ​ກະ​ກຽມ​ດຳ​ເນີນ​ນີ້​ກະ​ແມ່ນ Logistic ພວກ​ເຮົາ​ນີ້​ ສິ​ ມີ​ທ່າ​ບົກ​ອັນ​ນຶ່ງ​ຢູ່​ອຸ​ດົມ​ໄຊ ແລ້ວ​ຖັດ​ຈາກ​ນີ້​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ເລີຍ ​ດຽວ​ນີ້​ລະ​ແມ່ນ​ການ​ບໍ​ລິ​ການ​ທາງ ​ຜ່ານ ຊຶ່ງ​ພວກ​ເຮົາ​ມີ​ສະ​ຖາ​ນີ​ລົດ​ໄຟໃຫ​ຍ່ ແລ້ວ​ກໍ​ຈະ​ເຊື່ອມ​ຕໍ່ ​ໄປ​ຕາ​ເວັນ​ຕົກ​ນີ້​ກະ​ໄປ​ຫາ ປະ​ເທດ​ໄທ​ນີ້ ແລະ​ໄປ​ຕາ ເວັນ​ ອອກ​ ກະ​ໄປ​ຫວຽດ​ນາມ ຊຶ່ງ​ໃນ​ນີ້ ​ກະ​ມີພາກ​ເໜືອ​ຂອງ​ແຂວງ​ໄຊ​ຍະ​ບູ​ລີ ທີ່​ມາ​ຂຶ້ນ​ຢູ່​ນີ້ ນັບ​ທັງ​ສິນ​ຄ້າ​ນັບ​ທັງ​ຜູ້​ ໂດຍ​ ສານ ແລະ​ກະ​ມີ​ທາງ​ແຂວງ​ພົງ​ສາ​ລີ ​ມາ​ຮ່ວມ​ສະ​ຖາ​ນີ​ລົດ​ໄຟ ​ຢູ່​ອຸ​ດົ​ມ​ໄຊ.”

ສ່ວນ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ໃນ​ກະ​ຊວງ​ຄົມ​ມະ​ນາ​ຄົມຂອງ​ໄທຢືນ​ຢັນ​ວ່າ ລັດ​ຖະ​ບານ​ໄທ​ໄດ້​ວາງ​ແຜນ​ການພັ​ດ​ທະ​ນາ​ລະ ​ ບົບ Logistic ທີ່​ທັນ​ສະ​ໄໝ​ເພື່ອ​ເຊື່ອມ​ຕໍ່​ກັບ​ປະ​ເທດ​ເພື່ອນ​ບ້ານ ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ​ໃຫ້​ໄດ້​ພາຍ​ໃນ​ປີ 2029 ໃນ​ນີ້​ກໍ​ລວມ​ເຖິງ​ແຜນ​ການ​ພັດ​ທະ​ນາ​ລະ​ບົບ Logistic ທີ່​ເຊື່ອມ​ຕໍ່​ກັບ​ລາວ ມຽນ​ມາ ແລະ​ຈີນ​ດ້ວຍ ໂດຍ​ລັດ​ຖະ​ ບານ ​ໄທ​ໄດ້​ວາງ​ເປົ້າ​ໝາຍຈະ​ພັດ​ທະ​ນາຈັງຫ​ວັດ​ຊຽງ​ຮາ​ຍ ໃຫ້​ເປັນ​ສູນ​ກາງ​ຂອງ​ການ​ເຊື່ອມ​ຕໍ່​ດັ່ງ​ກ່າວ ​ດ້ວຍ​ເງິນ​ ລົງ ​ທຶນ​ຫລາຍກວ່າ 1 ແສນ​ລ້ານ​ບາດ ສຳ​ລັບ​ໂຄງ​ການ​ຂະ​ຫຍາຍ​ສະ​ໜາມ​ບິນສາ​ກົນຊຽງ​ຮາຍ ໂຄງ​ການ​ພັດ​ທະ​ ນາ​ສູນ​ ປ່ຽນຖ່າຍ​ຮູບ​ແບບ ການ​ຂົນ​ສົ່ງ​ສິນ​ຄ້າ​ຢູ່​ໃນ​ເຂດຊາຍ​ແດນ​ໄທ​ລາວ ທີ່​ຊຽງ​ຂອງ ​ແລະຫ້ວຍ​ຊາຍ ໂຄງ​ການ ​ ສ້າງ​ທາງ ​ ລົດ​ໄຟ​ຈາກ​ເດັນ​ໄຊ ຊຽງຮາຍ ຊຽງ​ຂອງ ໄປ​ເຊື່ອມ​ຕໍ່​ກັ​ບ​ລາວ​ທີ່​ເມືອງຫ້ວຍ​ຊາຍ ໂດຍ​ທາງການ​ໄທ​ຄາດ​ ວ່າ ລັດ​ຖະ​ ບານລ​າວ​ກັບ​ຈີນ ຈະ​ຮ່ວມ​ລົງ​ທຶນ ໃນ​ການ​ກໍ່​ສ້າງ​ທາງ​ລົດ​ໄຟ​ຈາກ​ບໍ່​ເຕັນ ມາ​ທີ່​ເມືອງ​ຫ້ວຍ​ຊາຍ ແຂວງ​ ບໍ່​ແກ້ວ ໃນ​ ໄລ​ຍະ​ດຽ​ວ​ກັນ ແຕ່ສຳ​ລັບໃນ​ປີ 2022 ທາງ​ການ​ໄທ ​ຈະ​ເຈ​ລະ​ຈາ​ກັບ​ປະ​ເທດ​ເພື່ອນ​ບ້ານ ເພື່ອ​ເປີດ ​ ດ່ານ​ຊາຍ​ແດນ ລະ​ຫວ່າງ​ກັນ​ເພີ້ມ​ຂຶ້ນ​ອີກ 12 ແຫ່ງ ​ຊຶ່ງ​ໃນ​ນີ້​ລວມ​ເຖິງ​ດ່ານ​ຊາຍ​ແດນ​ລະ​ຫວ່າງ​ລາວ​ກັບໄທ​ດ້ວຍ ເຖິງ 8 ແຫ່ງ ​ດັ່ງ​ທີ່ ​ທ່ານ​ຈຸລິນ ລັກ​ຊະ​ນະ​ວິ​ດສິດ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ​ລັດ​ຖະ​ມົນ​ຕີ​ການ​ຄ້າ​ ຢືນ​ຢັນ​ວ່າ:

“​ປັດ​ຈຸ​ບັນ​ເຮົາ​ມີ 97 ດ່ານ​ ເຮົາ​ເປີດ​ໄ​ປ​ແລ້ວ 48 ດ່ານ ແລ້ວກໍ​ຍັງ​ມີເປົ້າ​ໝາຍ​ທີ່​ຈະ​ເປີດ ​ໃນ​ປີ 65 ອີກ 12 ດ່ານ ກໍ​ຄື ຈຸດ​ຜ່ານ​ແດນຖ​າ​ວອນ​ອຳ​ເພີ​ຊຽງ​ຄານ ຈັງ​ຫວັດ​ເລີຍ ຈຸດ​ຜ່ອນ​ປົນບ້ານ​ໝໍ້ ​ອຳ​ເພີສີ​ຊຽງ​ໃໝ່ ດ່ານ​ຜ່ານ​ແດນຖາ​ ວອນ ທ່າ​ທຽບ​ເຮືອໜອງ​ຄາຍ ຈຸດ​ຜ່ານ​ແດນ​ຖາ​ວອນ​ທ່າ​ທຽບ​ເຮືອ​ເທດ​ສະ​ບານ​ນະ​ຄອນ​ພະ​ນົມ​ ຈຸດ​ຜ່ານ​ແດນ​ຖາ​ວອນ ທ່າ​ທຽບ​ເຮືອ​ມຸກ​ດາ​ຫານ ຈຸດ​ຜ່ານ​ແດນ​ຖາ​ວອນ​ບ້​ານ​ປາກ​ແ​ຊງ ອຳ​ເພີ​ນາ​ຕານ ຈຸດ​ຜ່ອນປົນ​ເປັນ​ການ​ຄ້າບ້ານ​ມ່ວງ ອຳ​ເພີ​ສັງ​ຄົມ ແລະ​ກໍ​ຈຸດ​ຜ່ອນ​ປົນ​ການ​ຄ້າ ບ້ານ​ຈຸມພົນ ອຳ​ເພີໂພນ​ພິ​ໄສ.”

ສ່ວນ​ບໍ​ລິ​ສັດ Yunnan Sunny ກໍ​ສ້າງ​ຂົວ ທາງ​ຈຳ​ກັດຈາກ​ຈີນ ລາຍ​ງານ​ວ່າ ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້​ຂອງ ​ ການ​ລົງ​ທຶນກໍ່ສ້າງ​ທາງ​ດ່ວນ​ທີ່​ເຊື່ອມ​ຕໍ່​ເມືອງ​ຫ້ວຍ​ຊາຍ ກັບ​ດ່ານ​ບໍ່​ເ​ຕັນ​ໃນ​ແຂວງ​ຫລວງ​ນ້ຳ​ທາ​ໄດ້​ດຳ​ເນີນ​ການ​ສຳ ​ ເລັດ​ແລ້ວ ຊຶ່ງ​ພົບ​ວ່າ​ຈະ​ຕ້ອງ​ໃຊ້​ເງິນ​ລົງ​ທຶນ​ສຳ​ລັບ​ກໍ່​ສ້າງ​ຄິດ​ເປັນ​ມູນ​ຄ່າ​ລວມ​ເຖິງ 24,126 ລ້ານຢວນ ຫລື 3,800 ລ້ານໂດ​ລາ​ສະ​ຫະ​ລັດ ໂດຍ​ທາງ​ດ່ວນ​ຈະ​ມີ 4 ຊ່ອ​ງທາງຈາ​ລະ​ຈອນ ທີ່​ມີ​ຄວາມກວ້າງ​ລວມ 21 ແມັດ ໄລ​ຍະ​ທາງ 176,3 ກິ​ໂລ​ແມັດ ທີ່​ຈະ​ເຮັດ​ໃຫ້​ເວ​ລາ ​ໃນ​ການ​ເດີນ​ທາງ​ລົດ​ລົງ​ຈາກ​ເກີນກວ່າ 5 ຊົ່ວ​ໂມງ ໃນ​ປັດ​ຈຸ​ບັນ ​ເຫລືອ​ພຽງ 1 ຊົ່ວ​ໂມ​ງ​ເຄິ່ງ​ເທົ່າ​ນັ້ນ.

ທາງ​ດ່ວນ​ຫ້ວຍ​ຊາຍ ບໍ່​ເຕັນ​ດັ່ງ​ກ່າວ​ຈະ​ກໍ່​ສ້າງ​ຄູ່​ຂະ​ໜານ​ກັບ​ຖະ​ໜົນ R3A ທີ່​ເຊື່ອມ​ຕໍ່​ບໍ່​ເຕັນ ກັບ​ບ້ານ​ຫ້ວ​ຍ​ຊາຍ​ຢູ່​ ແລ້ວ ແຕ່​ເປັນ​ຖະ​ໜົນທີ່​ມີ 2 ຊ່ອງທາງຈາ​ລະ​ຈອນ​ເທົ່າ​ນັ້ນ ຈຶ່ງ​ເຮັດ​ໃຫ້ບໍ່​ສະ​ດວກວ່ອງ​ໄວ​ໃນ​ການ​ຂົນ​ສົ່ງໂດຍ​ສານ​ ດັ່ງ​ນັ້ນ ກ​ະ​ຊວງ​ໂຍ​ທາ​ທິ​ການ ແລະ​ຂົນ​ສົ່ງ ຈຶ່ງ​ອະ​ນຸ​ມັດ​ໃຫ້​ບໍ​ລິ​ສັດ Yunna Sunny ​ກໍ່​ສ້າງ​ຂົວທາງ​ຈຳ​ກັດ ເປັນ​ຜູ້ ລົ​ງ​ທຶນ​ໃນ​ຮູບ​ແບບ BOT ກໍ​ຄື​ກໍ່​ສ້າງ ແລະ​ເກັບ​ເອົາ​ຜົນ​ປະ​ໂຫຍດ​ຈົນ​ຄົບ​ອາ​ຍຸ​ສັນ​ຍາ​ສຳ​ປະ​ທານ 50 ປີ ແລ້ວ​ຈຶ່ງ​ ໂອນ ​ໂຄງ​ການ​ໃຫ້ກັບລັດ​ຖະ​ບານ​ລາ​ວ​ຕໍ່​ໄປ.

XS
SM
MD
LG