ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນ ລາວ ປະ​ເຊີນ​ກັບ​ພາ​ວະ​​ປັ່ນ​ປ່ວນ ​ທາງ​ດ້ານ​ເສດ​ຖະ​ກິດ​ ທີ່​ອັດ​ຕາ​ເງິນ​ເຟີ້​ສູງກວ່າ 25 ເປີ​ເຊັນ


ທະນະບັດເງິນກີບຂອງ ສປປ ລາວ.
ທະນະບັດເງິນກີບຂອງ ສປປ ລາວ.

ປະ​ຊາ​ຊົນ ລາວ ປະ​ເຊີນ​ກັບ​ພາ​ວະ​ຜັນ​ຜວນ​ທາງ​ເສດ​ຖະ​ກິດ​ທີ່​ອັດ​ຕາ​ເງິນ​ເຟີ້​ສູງກວ່າ 25 ເປີ​ເຊັນ ຊຶ່ງ​ຖື​ເປັນ​ອັດ​ຕາ​ເງິນ​ເຟີ້​ສູງ​ທີ່​ສຸດ​ໃນ​ອາ​ຊຽນ ອັນ​ເປັນ​ຜົນ​ກະ​ທົບ​ຈາກ​ການ​ຂາດ​ດຸນ​ການ​ຄ້າ ແລະ ຄ່າ​ເງິນ​ກີບ​ຕົກ​ຕ່ຳ.

ທະ​ນາ​ຄານ​ພັດ​ທະ​ນາ​ເອ​ເຊຍ (ADB) ໄດ້​ປັບຫຼຸດ​ອັດ​ຕາ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ລາວ​ໃນ​ປີ 2022 ລົງ​ມາ​ຢູ່​ລະ​ດັບ 3.4 ເປີ​ເຊັນ​ເມື່ອ​ເດືອນ​ກໍ​ລະ​ກົດ 2022 ທີ່​ຜ່ານ​ມາ ທັງ​ຍັງ​ໄດ້​ຄາດ​ໝາຍ​ອັດ​ຕາ​ເງິນ​ເຟີ້​ໃນ​ລາວ​ໄວ້​ທີ່​ລະ​ດັບ 5.8 ເປີ​ເຊັນ ແຕ່​ໃນ​ສະ​ພາບ​ການ​ຕົວ​ຈິງ​ປາ​ກົດ​ວ່າ​ອັດ​ຕາ​ເງິນ​ເຟີ້​ຂອງ​ລາວ​ໃນ​ເດືອນ​ກໍ​ລະ​ກົດ​ສູງ​ເຖິງ 25.6 ເປີ​ເຊັນ​ທັງ​ເພີ່ມ​ຂຶ້ນ​ຈາກ​ລະ​ດັບ 23.6 ເປີ​ເຊັນ​ເມື່ອ​ເດືອນ​ມິ​ຖຸ​ນາ​ອີກ​ດ້ວຍ ໂດຍ​ມີ​ສາ​ເຫດ​ທີ່​ສຳ​ຄັນ​ມາ​ຈາກ​ການ​ປັບ​ຕົວ​ຂຶ້ນ​ຂອງ​ລາ​ຄາ​ນ້ຳ​ມັນ ແລະ ສິນ​ຄ້າ​ອຸ​ປະ​ໂພກ ບໍ​ລິ​ໂພກ​ທຸກ​ຊະ​ນິດ​ເຊັ່ນ ອາ​ຫານ ແລະ ເຄື່ອງ​ດື່ມ​ທີ່​ປັບ​ຂຶ້ນ 21.6 ເປີ​ເຊັນ, ຢາ​ຮັກ​ສາ​ໂຣກ 37 ເປີ​ເຊັນ, ເຄື່ອງ​ໃຊ້​ໃນ​ຊີ​ວິດ​ປະ​ຈຳ​ວັນ 26.4 ເປີ​ເຊັນ, ອາ​ຫານ​ສົດ 24.6 ເປີ​ເຊັນ ແລະ ການ​ຂົນ​ສົ່ງ 53.2 ເປີ​ເຊັນ ຊຶ່ງ​ເມື່ອ​ສົມ​ທົບ​ດ້ວຍ​ການ​ລະ​ບາດ​ໄວ
​ຣັ​ສ​ໂຄວິດ-19 ແລະ ສົງ​ຄາມ ຣັດ​ເຊຍ ກັບ ຢູ​ເຄ​ຣນ ຈຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເສດ​ຖະ​ກິດ​ໂດຍ​ລວມ​ຢ່າງຫຼີກ​ລ່ຽງ​ບໍ່​ໄດ້ ດັ່ງ​ທີ່​ທ່ານ ອັບ​ດຸ​ລ ອາ​ບຽດ ຫົວ​ໜ້າ​ນັກ​ວິ​ໄຈ​ເສດ​ຖະ​ກິດ​ມະ​ຫາ​ພາກ​ຂອງ ADB ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ອັດ​ຕາ​ເງິນ​ເຟີ້​ຈະ​ເພີ່ມ​ຂຶ້ນ, ມັນ​ມີ​ຄວາມ​ສ່ຽງ​ດ້ານ​ລົບ​ຈາກ​ສົງ​ຄາມ​ລະ​ຫວ່າງ ຣັດ​ເຊຍ ກັບ ຢູ​ເຄ​ຣນ ທີ່​ກຳ​ລັງ​ຮຸນ​ແຮງ​ຂຶ້ນ, ສະ​ພາບການ​ເງິນ​ທີ່​ຮັດ​ກຸມ​ໃນ​ທົ່ວ​ໂລກ ແລະ ເຊັ່ນ​ດຽວ​ກັບ​ການ​ສືບ​ຕໍ່​ມີ​ຄວາມ​ສ່ຽງ​ຈາກ​ໂຣກ​ລະ​ບາດ ລວມ​ທັງ​ການ​ດີ້ນ​ຮົນ​ໃນ​ປັດ​ຈຸ​ບັນ​ທີ່​ສາ​ທາ​ລະ​ນະ​ລັດ​ ປະ​ຊາ​ຊົນ ຈີນ ໄດ້​ມີ​ກັບ​ໂຣກ​ລະ​ບາດ​ຢູ່​ທີ່​ນັ້ນ​ໃນ​ເວ​ລາ​ນີ ແລະ ຄວາມ​ເປັນ​ໄປ​ໄດ້​ຂອງ​ໂຄວິດ-19 ສາຍ​ພັນ​ທີ່​ຮ້າຍ​ແຮງ​ຂຶ້ນກວ່າ​ເກົ່າ.”

ສ່ວນ​ທ່ານ ພັນ​ຄຳ ວິ​ພາ​ວັນ​ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຖະ​ແຫຼງວ່າ​ປະ​ຊາ​ຊົນ ລາວ ຍັງ​ຕ້ອງ​ປະ​ເຊີນ​ກັບ​ສະ​ພາ​ບ​ຜັນ​ຜວນ​ທາງ​ເສດ​ຖະ​ກິດ​ໃນ​ຕະຫຼອດ​ປີ 2022 ອັນ​ເປັນ​ຜົນ​ກະ​ທົບ​ໂດຍ​ກົງ​ຈາກ​ລາ​ຄາ​ນ້ຳ​ມັນ ແລະ ສິນ​ຄ້າ​ທີ່​ສູງ​ຂຶ້ນ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ຕໍ່​ເນື່ອງ​ເຮັດ​ໃຫ້​ເກີດ​ບັນ​ຫາ​ອັດ​ຕາ​ເງິນ​ເຟີ້​ສູງ ແລະ ຄ່າ​ເງິນ​ກີບ​ຕົກ​ຕ່ຳ​ຢ່າງ​ຮຸນ​ແຮງ ເພາະ​ວ່າ​ລາວ​ຍັງ​ປະ​ເຊີນ​ກັບ​ການ​ຂາດ​ດຸນ​ການ​ຄ້າ​ຕ່າງ​ປະ​ເທດ​ຢ່າງ​ຕໍ່​ເນື່ອງ ທັງ​ເຮັດ​ໃຫ້​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ເງິນ​ຕາ​ຕ່າງ​ປະ​ເທດ​ຢ່າງ​ໜັກ​ອີກ​ດ້ວຍ ໂດຍ​ພາຍ​ໃຕ້​ສະ​ພາ​ບ​ການ​ດັ່ງ​ກ່າວນີ້​ຍ່ອມ​ຈະ​ກະ​ທົບ​ຕໍ່​ລະ​ດັບ​ການ​ຂະ​ຫຍາຍ​ຕົວ​ທາງ​ເສດ​ຖະ​ກິດ​ຂອງ​ລາວ​ໃນ​ປີ 2022 ຢ່າງຫຼີກ​ລ່ຽງ​ບໍ່​ໄດ້​ດ້ວຍ ໂດຍ​ໃນ​ໄລ​ຍະ 6 ເດືອນ​ຕົ້ນ​ປີ 2022 ເສດ​ຖະ​ກິດ​ລາວ​ຂະ​ຫຍາຍ​ຕົວ​ທີ່​ລະ​ດັບ 4.3 ເປີ​ເຊັນ​ດັ່ງ​ທີ່​ທ່ານ​ ພັນ​ຄຳ ຢືນ​ຢັນ​ວ່າ

“ການ​ຂະ​ຫຍາຍ​ຕົວ​ດ້ານ​ເສ​ດ​ຖະ​ກິດ​ໄດ້​ຊຸກ​ຍູ້​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ການ​ຜະ​ລິດ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ ແລະ ບໍ​ລິ​ການ ທີ່​ເປັນ​ທ່າ​ແຮງ​ຂັບ​ເຄື່ອນ​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໃຫ້​ດີ​ຂຶ້ນ ອີງ​ໃສ່​ການ​ຄິດ​ໄລ່ GDP ໃນ​ໄລ​ຍ​ະ 6 ເດືອນ​ຕົ້ນ​ປີ ເຫັນ​ວ່າ​ເສດ​ຖະ​ກິດ​ແຫ່ງ​ຊາດ​ຂະ​ຫຍາຍ​ຕົວ​ຢູ່​ໃນ​ລະ​ດັບ 4.3 ເປີ​ເຊັນ ແລະ ຄາດ​ວ່າ​ໝົດ​ປີ​ຈະ​ຂະ​ຫຍາຍ​ຕົວ​ຢູ່​ໃນ​ລະ​ດັບ 4.5 ເປີ​ເຊັນ ຊຶ່ງ​ເປັນ​ທ່າ​ອຽງ​ຂະ​ຫຍາຍ​ຕົວ​ທີ່​ດີ​ຂຶ້ນ ຖ້າ​ທຽບ​ໃສ່​ປີ​ກາຍ​ທີ່​ຜ່ານ​ມາ.”

ທັງ​ນີ້​ທ່ານ ບຸນ​ໂຈມ ອຸ​ບົນ​ປະ​ເສີດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຖະ​ແຫຼງວ່າ​ລັດ​ຖະ​ບານ ລາວ ໄດ້​ເພີ່ມ​ຄາດ​ໝາຍ​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ໃນ​ປີ 2022 ຈາກ​ລະ​ດັບ 4.2 ເປີ​ເຊັນ​ເປັນ 4.5 ເປີ​ເຊັນ ໂດຍ​ຈະ​ດຳ​ເນີນ​ມາດ​ຕະ​ການ​ທຸກ​ຢ່າງ​ເພື່ອ​ເຮັດ​ໃຫ້​ບັນ​ລຸ​ຄາດ​ໝາຍ​ຢ່າງ​ແທ້​ຈິງ ກໍ​ຄື​ເຮັດ​ໃຫ້​ຍອດ​ຜະ​ລິດ​ຕະ​ພັນ​ລວມ​ພາຍ​ໃນ (GDP) ມີ​ມູນ​ຄ່າ​ລວມ 205,285 ຕື້​ກີບ ຊຶ່ງ​ຄິດ​ສ​ະ​ເລ່ຍ​ເປັນ​ລາຍ​ໄດ້​ຂອງ​ປະ​ຊາ​ຊົນ​ທີ່​ລະ​ດັບ 2,674 ໂດ​ລາ​ຕໍ່​ຄົນ​ຕໍ່​ປີ ແລະ ລັດ​ຖະ​ບານ ລາວ ຈະ​ເກັບ​ລາຍ​ຮັບ​ໃຫ້​ໄດ້ 16.44 ເປີ​ເຊັນ​ຂອງ GDP ພ້ອມ​ກັນ​ນີ້​ກໍ​ຈະ​ຄວບ​ຄຸມ​ລາຍ​ຈ່າຍ​ໃຫ້​ຢູ່​ໃນ​ລະ​ດັບ​ບໍ່​ເກີນ 18.05 ເປີ​ເຊັນ​ຂອງ GDP ເພື່ອ​ຈະ​ຄວບ​ຄຸມ​ການ​ຂາດ​ດຸນ​ດ້ານ​ງົບ​ປະ​ມານ​ໃຫ້​ບໍ່​ເກີນ 1.61 ເປີ​ເຊັນ​ຂອງ GDP ໂດຍ​ວາງ​ເປົ້າ​ໝາຍ​ການ​ລົງ​ທຶນ​ໄວ້​ໃນ​ມູນ​ຄ່າ​ລວມ 43,950 ຕື້​ກີບ​ໃນ​ນີ້​ເປັນ​ການ​ລົງ​ທຶນ​ໂດຍ​ລັດ​ຖະ​ບານ​ໃນ​ມູນ​ຄ່າ 3,950 ຕື້​ກີບ ແລະ ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ​ເທດ 6,750 ຕື້​ກີບ​ສ່ວນ​ທີ່​ເຫຼືອ​ໃນ​ມູນ​ຄ່າ 33,250 ຕື້​ກີບ​ນັ້ນ​ຈະ​ເປັນ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ.

ສ່ວນ​ທະ​ນາ​ຄານ​ໂລກ​ໄດ້​ໃຫ້​ການ​ຄາດ​ໝາຍ​ວ່າ GDP ຂອງ​ລາວ​ໃນ​ປີ 2022 ຈະ​ຂະ​ຫຍາຍ​ຕົວ​ທີ່​ລະ​ດັບ 3.8 ເປີ​ເຊັນ​ເທົ່າ​ນັ້ນ ເພາະ​ຜົນ​ກະ​ທົບ​ຈາ​ກາກນ​ລະ​ບາດ​ໄວ​ຣັ​ສ​ໂຄວິດ-19 ແລະ ສົງ​ຄາມ​ລະ​ຫວ່າ​ງ ຣັດ​ເຊຍ ກັບ​ຢູ​ເຄ​ຣນ ເຮັດ​ໃຫ້​ລາວ​ປະ​ເຊີນ​ການ​ຂາດ​ດຸນ​ການ​ຄ້າ ແລະ ຂາດ​ດຸນ​ການ​ຊຳ​ລະ​ບັນ​ຊີ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ອັດ​ຕາ​ເກີນກວ່າ 10 ເປີ​ເຊັນ​ຂອງ GDP ທັງ​ຍັງ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ ລາວ ມີ​ທຶນ​ສຳ​ຮອງ​ເງິນ​ຕາ​ທີ່​ສາ​ມາດ​ນຳ​ເຂົ້າ​ສິນ​ຄ້າ​ຈາກ​ຕ່າງ​ປະ​ເທດ​ໄດ້​ພຽງ 1.5 ເດືອນ​ທັງ​ຍັງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ນ້ຳ​ມັນ​ຢ່າງ​ໜັກ​ໜ່ວນ​ອີກ​ດ້ວຍ.

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າວນີ້​ຈຶ່ງ​ເຮັດ​ໃຫ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອອກ​ຄຳ​ສັ່ງ​ມອບ​ໝາຍ​ໃຫ້​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ເປັນ​ພາ​ກ​ສ່ວນ​ທີ່​ຮັບ​ຜິດ​ຊອບ​ໃນ​ການ​ປະ​ສານ​ການ​ຮ່ວມ​ມື​ກັບ​ທຸກ​ພາກ​ສ່ວນ​ໃນ​ທົ່ວ​ປະ​ເທດ​ເພື່ອ​ດຳ​ເນີນ​ການ​ປັບ​ປຸງວຽກ​ງານ​ໃນ​ທຸກໆ​ດ້ານ​ເພື່ອ​ຍົກ​ລະ​ດັບ​ຂອງ ລາວ ໃນ​ການ​ເປັນ​ປະ​ເທດ​ທີ່​ໜ້າ​ລົງ​ທຶນ​ໃຫ້​ສູງ​ຂຶ້ນ ແລະ ເຊື່ອມ​ໂຍງ​ກັບ​ສາ​ກົນ​ໃຫ້​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ຜົນສູງ.

XS
SM
MD
LG