ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ດີ ຣາດ​ຊະ​ວົງ ຄົນ​ທຳ​ຄວາມ​ສະ​ອາດ ຢູ່​ມະ​ຫາ​ວິ​ທະ​ຍ​າໄລ West Texas A&M ເປັນ​ເວ​ລາ​ 42 ປີ ຕຽມ​ອອກ​ບຳ​ນານ


ທ່ານ​ດີ ຣາດ​ຊະ​ວ​ົງ
ທ່ານ​ດີ ຣາດ​ຊະ​ວ​ົງ

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວໃນ​ຕ່າງ​ແດນ​ ຂອງວີ​ໂອ​ເອ ສຳ​ລັບ​ແລງ​ວັນ​ພະ​ຫັດ​ມື້​ ນີ້ ເຮົາ​ຈະພາ​ທ່ານ ​ໄປ​ຮູ້​ຈັກ​ກັບ ທ່ານດີ ຣາ​ດ​ຊະ​ວົງ ​ຄົນທຳ​ຄວາມ​ສະ​ອາດ ຢູ່ມະ​ຫາ​ວິ​ທະ​ຍາ​ໄລ West Texas A&M University ມາ​ເປັນ​ເວ​ລາ 42 ປີ ແລະ​ກຳ​ລັງ​ຕຽມ​ຈະອອກກິນ​ເບ້​ຍ​ບໍ​ານານໃນ​ທ້າຍເດືອນສິງ​ຫາ​ ຈະ​ມາ ​ເຖິງນີ້ ຊຶ່ງກິ່ງ​ສະ​ຫວັນ ຈະ​ນຳເອົາ​ການ​ໂອ້​ລົມ ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບຕໍ່​ໄປ.

ທ່ານ​ດີ ຣາດ​ຊະ​ວົງ ປັດ​ຈຸ​ບັນ​ອາ​ຍຸ 66 ປີ ​ໄດ້​ເລີ້ມ​ເຮັດ​ວຽກ ​ເປັນ​ຄົນ​ທຳ​ຄວາມ​ສະ​ອາດ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ West Texas A&T University ມາ​ຕັ້ງ​ ແຕ່​ປີ 1981 ເວ​ລາທີ່ເປັນ​ອົບ​ພະ​ຍົບ​ເຂົ້​າ​ສະ​ຫະ​ລັດໃໝ່ໆ ແລະ​ໄດ້​ເຮັດ​ວຽກ ​ງານ​ດັ່ງ​ກ່າວມາ​ຈົນ​ເຖິງ​ເທົ້າປັດ​ຈຸ​ບັນ. ທ່ານ​ດີ ເປັນ​ພະ​ນັກ​ງານ​ຂະ​ຫຍັນ​ໝັ້ນ​ພຽນ​ທີ່​ພິ​ສູດ​ໃຫ້​ເຫັນ​ຄວາມ​ອົດ​ທົນ ໃນ​ໜ້າ​ທີ່​ກ​ານ ຊຶ່ງ​ເປັນ​ເວ​ລາຍາວ​ນານ ທີ່​ຫຼາຍໆ​ຄົນບໍ່​ສາ​ມາດ​ເຮັດໄດ້​.

ມະ​ຫາ​ວິ​ທະ​ຍາ​ໄລ West Texas A&T University ​ແຫ່ງ​ນີ້ ຕັ້ງ​ຢູ່​ເມືອງ​ອາ​ມາ​ຣິ​ລ​ໂລ (Amarillo) ​ທາງ​ພາກ​ໃຕ້​ຂອງ​ລັດ​ເທັກ​ຊັ​ສ ​ຊຶ່ງ​ເປັນ​ເມືອງ​ນ້ອຍໆ ແລະ​ມີ​ອົບ​ພະ​ຍົບ​ລາວ​ຈຳນວນນຶ່ງ​ ທີ່ໄດ້​ເຂົ້າຕັ້ງ​ຖິ່ນ​ຖານ ​ປະ​ປົນ​ກັ​ບ​ຊົນ​ຊາດ​ອື່ນ​ໆ ​ຢູ່​ໃນ​ເມືອງ​ນີ້. ເວ​ລາ​ທ່ານ​ດີ ເດີນ​ທາງ​ມາຮອດ​ສະ​ຫະ​ລັດ ທ່ານ​ບໍ່​ສາ​ມາດ​ປາກ​ພາ​ສາ​ອັງ​ກິດ​ໄດ້ ແຕ່​ໄດ້​ພະ​ຍາ​ຍາມ​ເຂົ້າ​ໃຈ ຈາກ​ພາກ​ປະ​ຕິ​ບັດ​ໂຕ​ຈິງ ທີ່​ເຫັນ​ໃນ​ແຕ່​ລະ​ວັນ ຈົນ​ມີຄວາມ​ລື້ງ​ເຄີຍ​ ແລະ​ໄດ້ເລີ້ມ​ເຂົ້າ​ໃຈ​ພາ​ ສາ​ອັງ​ກິດ​ຂຶ້ນ​ມາ​ເປັນ​ລໍາ​ດັບ ຊຶ່ງ​ທ່ານ​ດີ ໄດ້​ກ່າວເ​ຖິງ​ເວ​ລາມາ​ຮອດ​ອາ​ເມ​ຣິ​ກາ​ໃໝ່ໆ​ສູ່​ຟັງ​ດັ່ງ​ນີ້:

ລະ​ຫວ່າງປີ 1975 ຫາ​ຊຸມ​ປີ 1980 ເປັນ​ໄລ​ຍະ​ເວ​ລາ​ທີ່​ຊາວ​ອົບ​ພະ​ຍົບ​ອິນ​ດູ​ຈີນ ​ປະ​ກ​ອບ​ມີ ຫວຽດ​ນາມ ກຳ​ປູ​ເຈຍ ແລະ​ລາວ ໄດ້​ພາ​ກັນ​ເດີນ​ທາງ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານໃໝ່​ຢູ່​ຕາມ​ໂຕ​ເມືອງ​ໃຫ​ຍ່ ແລະ​ເມືອງ​ນ້ອຍຕ່າງໆ ໃນທົ່ວ​ສະ​ຫະ​ລັດ. ​ຕໍ່​ມາ ຫລາ​ຍໆຄົນ​ໄດ້ຍົກ​ຍ້າຍ​ໄປ​ຢູ່​ແຫ່ງ​ອື່ນ​ໃກ້​ກັບຍາດ​ຕິ​ພີ່​ນ້ອງ ເພື່ອນ​ຝູງ ແລະ​ບ່ອນ​ທີ່​ມີ​ວຽກ​ເຮັດ​ງານ​ທຳ​ ດີ. ​ແຕ່​ທ່ານ​ດີໄດ້​ຢູ່​ເມືອງ​ອາ​ເມ​ຣິ​ລ​ໂລ​ບ່ອນ​ດຽວ ​ບໍ່ເຄີຍ​ຄິດທີ່​ຈະ​ຍ້າຍໜີ ແລະ​ໄດ້​ປະ​ກອບ​ໜ້າ​ທີ່​ເປັນ​ຄົນ​ບົວ​ລະ ​ບັດ​ ມະ​ຫາວິ​ທະ​ຍາ​ໄລ West Texas A&T University ມາ​ຈົນ​ເຖິງ​ເທົ້າ​ທຸກວັນ​ນີ້ ຊຶ່ງ​ທ່າ​ນດີ ​ກ່າວ​ຕໍ່​ໄປວ່າ:

ໃນ​ຊຸມ​ປີ 1980 ເວ​ລາ​ນັ້ນຄ່າ​ແຮງ​ງານ​ຖືກ ຄ່າຄອງ​ຊີບ​ຖືກ ​ໄປ​ຕາມ​ສະ​ພາບ​ເສດ​ຖະ​ກິດ. ​ທ່ານ​ດີ ໄດ້​ເລີ້ມເຮັດ​ວຽກ ຊົ່​ວ​ໂມງ​ນຶ່ງ ສີ່​ໂດ​ລາ ກັບ​ຊາວ​ຫ້າ​ເຊັນ​ ($4.25) ຊຶ່ງ​ເປັນ​ພື້ນ​ຖານ​ຊົ່ວ​ໂມງ​ ການ​ເລີ້ມ​ເຮັດວຽກ​ຂອງ​ຊົນ​ຊັ້ນ​ອອກ​ແຮງ​ງານ​ທຳ​ມະ​ດາ. ​ທ່ານ​ດີ ກ່າວ​ວ່າ ເຖິງ​ແມ່ນ​ວ່າ​ໄດ້​ລາ​ຄາຊົ່ວ​ໂມງໜ້ອຍ​ກໍ​ຕາມ ແຕ່ໄດ້​ຮັບ​ຜົນ​ປະ​ໂຫຍດ​ດ້ານ​ອື່ນໆ​ນັ້ນ ​ແມ່ນສຳ​ຄັນ ຊຶ່ງ​ທ່ານ​ດີ ໄດ້​ອະ​ທິ​ບາຍ​ສູ່​ຟັງ​ດັ່ງ​ນີ້:

​ທ່ານ​ດີ ໄດ້​ໃຊ້​ເຫື່ອ​ແຮງ ສະ​ຕິ​ປັນ​ຍາມາ​ເປັນ​ເວ​ລາ 42 ປີ ​ ຈົນ​ວ່າ​ພວກ​ລູກ​ເຕົ້າໃຫຍ່​ກ້າ​ໜ້າ​ບານ ເປັນ​ຄອບຄົ​ວ​ ຂອງ​ໃຜ​ລາວ.​ ບັດ​ນີ້​ເຂົາ​ເຈົ້າ​ມີ​ຄວາມ​ເປັນ​ຫ່ວງ ແລະ​ຢາກໃຫ້ພໍ່​ເຊົາ​ເຮັດ​ວຽກ ​ເພື່ອພັກ​ຜ່ອນ ຊຶ່ງ​ທ່ານ​ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

​ທ່ານ​ດີ ຣາດ​ຊະ​ວົງ ​ຈະ​ໄດ້​ຮັບ​ເງິນ​ເບ້ຍ​ບຳ​ນານ ​ຈາກ​ປີ​ການ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ​ພ້ອມ​ທັງເງິນ​ບຳ​ນານ​ຜູ້​ເຖົ້າ ນອກ​ນັ້ນ ​ທ່ານ​ຍັງ​ຈະເຮັດ​ວຽກ​ມ້ຽນ​ມັດ​ຫ້ອງ​ການ​ອີກ​ຕ່າງ​ຫາກມື້​ລະ​ນຶ່ງ​ຊົ່ວ​ໂມງ ຊຶ່ງລາຍ​ໄດ້ທັງ​ໝົດເດືອນ​ນຶ່ງປະ​ມານ​ 4,000 ໂດ​ລາ​ສະ​ຫະ​ລັດ ​ພ້ອມ​ໄດ້​ຮັບ​ປະ​ກັນ​ໄພ​ສຸ​ຂະ​ພາບ​ຕະ​ຫລອດ​ຊີ​ວິດ. ບັດ​ນີ້​ເຖິງ​ເວ​ລາ​ແລ້ວ ທີ່​ທ່ານ​ດີ​ຕ້ອງ​ ໄດ້ຢຸດ​ພັກ​ຜ່ອນ​ເພື່ອ​ຈະຊື່ນຊົ​ມ​ກັບ​ໝາກ​ຜົນ ທີ່​ໄດ້​ສ້າງ​ມາ​ເປັນ​ເວ​ລາ 42 ປີ.

XS
SM
MD
LG