ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອ​ລາວ ​ສຳ​ພາດ​ທ່ານ​ປະ​ນອມ​ໃຈ ປັດ​ຖ​ຳ​ມະ​ວົງ ອະ​ດີດ​ນັກ​ສຶກ​ສາ​ລາວ​ຈາກ​ໂປ​ແລນ ແຕ່​ຢູ່​ອອ​ສ​ເຕ​ຣ​ເລຍ ໃນ​ເວ​ລານີ້


ທ່ານ​ປະ​ນອມ​ໃຈ ປັດ​ຖຳ​ມະ​ວົງ
ທ່ານ​ປະ​ນອມ​ໃຈ ປັດ​ຖຳ​ມະ​ວົງ

ສະບາຍດີທ່່ານຜູ້ຟັງທີ່ເຄົາລົບ ໃນລາຍການຊິວິດຊາວລາວໃນຕ່າງແດນ ຂອງວີໂອເອ ປະຈຳວັນພະຫັດມື້ນີ້ ທ່ານ​ຈະ​ໄດ້​ຟັງ​ການ​ໂອ້​ລົມກັບ​ທ່າ​ນ​ປະ​ນອມ​ໃຈ ປັດ​ຖໍ​າມະ​ວົງ ນາຍຊ່າງ​ແກະ​ດອກ​ຕີນ​ລົດ ໃຫ້ແກ່​ບໍ​ລິ​ສັດບ​ຣິ​ສ​ໂຕລ ຢູ່​ເມືອງບ​ຣິ​ສເ​ບນ ປະ​ເທດອອ​ສ​ເຕຣ​ເລຍ. ​ກ່ອນ​ທ່ານ​ປະ​ນອມ​ໃຈຈະໄດ້ຕົກ​ໄປຢູ່​ປະ​ເທດອອ​ສ​ເຕ​ຣ​ເລຍ ທ່ານ​ໄດ້​ໃຊ້​ຊີ​ວິດ ​ຢູ່​ປະ​ເທດ​ໂປ​ແລນ ແລະຢູ່​ປະ​ເທດເຢຍ​ຣະ​ມັນ​ຕາ​ເວັນ​ຕົກ. ໃນ​ທີ່​ສຸດທ່ານ​ໄດ້ໄປ​ຕັ້ງ​ຖິ່ນ​ຖານ ​ສ້າງ​ຄອບ​ຄົວ​ໃໝ່​ຢູ່ ​ປະ​ເທດອອ​ສ​ເຕ​ຣ​ເລຍ. ການ​ຜະ​ຈົນ​ໄພ​ ຂອງ​ທ່ານ​ປະ​ນອມໃຈ​ ເປັນ​ມາ​ຢ່າງ​ໄດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ທ່​ານ​ປະ​ນອມ​ໃຈ ເກີດ​ຢູ່​ແຂວງ​ສະ​ຫວັນ​ນະ​ເຂດ ປັດ​ຈຸ​ບັນ ອາ​ຍຸ 62 ປີ ເປັນພະ​ນັກ​ງານ​ແກະດອກ​ຕີນ​ລົດ ໃຫ້ແກ່ ບໍ​ລິ​ສັດບ​ຣິ​ສ​ໂຕລ ຢູ່ເມືອງບ​ຣິ​ສ​ເບນ ປະ​ເທດອອ​ສ​ເຕ​ຣ​ເລຍມາ​ເປັນ​ເວ​ລ​າ​ສີ່​ປີ​ແລ້ວ. ທ່ານ​ໄດ້​ກ່າວ​ເຖິງໜ້າທີ່ ແລະຂັ້ນ​ຕອນ​ການວຽກການສູ່ ວີ​ໂອ​ເອຟັງ​ດັ່ງ​ນີ້

​ແຕ່​ລະ​ວັນ ທ່ານ​ປະ​ນອມ​ໃຈ ເລີ້ມ​ເຂົ້າ​ການ​ແຕ່ 3 ໂມງ​ແລງ ຈົນ​ຮອດ 11 ໂມງ​ກາງ​ຄືນ. ທ່ານ​ກ່າວ​ວ່າ ບໍ​ລິ​ສັດບ​ຣິສ​ໂຕລແຫ່ງ​ນີ້​ບໍ່​ມີ​ຄົນ​ລາວ​ຫລາຍ ໜ້າ​ທີ່​ຂອງ​ທ່ານ​ກໍ​ຄື​ ຫລໍ່​ແຜ່ນ​ດອກຕີນ​ລົດ ແລ້ວ​ສົ່ງ​ຕໍ່​ໄປ​ໃຫ້​ບໍ​ລິ​ສັດ​ອື່ນ ເພື່ອ​ປະ​ກອບ​ເຂົ້າໃຫ້ເປັນ​ຕີນ​ລົດ​ສຳ​ເລັດ​ຮູບ ດັ່ງ​ທີ​ທ່ານ​ກ່າວ​ຕໍ່​ໄປ​ວ່າ:

ທ່ານ​ປະ​ນອມ​ໃຈ ແມ່ນ​ອະ​ດີດນັກ​ສຶກ​ສາ​ລາວ​ຢູ່​ປະ​ເທດ​ໂປ​ແລນໃນ​ຊຸມ​ປີ 1980 ໄດ້ຮ່ຳຮຽນ​ຝ່າຍ​ເສດ​ຖະ​ສາດ ເປັນ​ເວ​ລ​າ​ຫົກ​ປີ. ຫລັງ​ຈາກ​ນັ້ນ ​ໄດ້​ຕັດ​ສິນ​ໃຈ​ຍົກ​ຍ້າຍ​ໄປ​ຢູ່​ປະ​ເທດ​ເຢຍ​ຣະ​ມັນ​ຕາ​ເວັ​ນ​ຕົກ ຊຶ່ງ​ເວ​ລາ​ນັ້ນ​ຕົກ​ຢູ່ ໃນ​ສະ​ໄໝ​ສົງ​ຄາມ​ເຢັນ. ທ່ານໄດ້ໃຊ້​ຊີ​ວິດ ​ຢູ່​ທີ່​ນັ້ນ​ເປັນ​ເວ​ລາ 29 ປີ ຕໍ່​ມ​າ​ໄດ້ເດີນ​ທາງໄປຢູ່ ເທດອອ​ສ​ເຕ​ຣ​ເລຍ ແລະໄດ້​ເລົ່າ​ເຖິງປະ​ສົບການ ການ​ສະ​ໝັກ​ເຂົ້າ​ເຮັດ​ວຽກ​ສູ່​ຟັງ​ດັ່ງ​ນີ້:​

​ທ່ານ​ປະ​ນອ​ມ​ໃຈ ​ປັດ​ຖຳ​ມະ​ວົງ ແລະ​ຍາ​ນາງດວງ​ມ​າ​ລ​າ ຈັນ​ທະ​ລາ
​ທ່ານ​ປະ​ນອ​ມ​ໃຈ ​ປັດ​ຖຳ​ມະ​ວົງ ແລະ​ຍາ​ນາງດວງ​ມ​າ​ລ​າ ຈັນ​ທະ​ລາ

ທ່ານປະ​ນອມ​ໃຈ​ ໄດ້​ເດີນ​ທາງເຂົ້າ​ໄປຢູ່​ປະ​ເທດອອ​ສ​ເຕ​ຣ​ເລຍ​ ​ໃນ​ປີ 2014 ແລະ​ໄດ້​ໄປ​ສ້າງ​ຄອບ​ຄົວ​ໃໝ່​ກັບຍາ​ນາງ​ພວງ​ມາ​ລາ ຈັນ​ທະ​ລາ ອະ​ດີດ​ຄູ່​ຮັກ​ໃນ​ສ​ະ​ໄໝຍັງ​ເປັນ​ນັກ​ ຮຽນໃນ​ປະ​ເທດ​ລາວ. ຫລັງ​ຈ​າກ​ໄດ້​ພັດ​ພາກ​ ຈາກ​ກັນ​ເປັນ ເວ​ລາ​ກວ່າສາມທົດ​ສະ​ວັດ ໃນ​ທີ່​ສຸດ​ທັງ​ສອງ ໄດ້​ກັບ​ຄືນ​ມາ​ພໍ້​ກັນ​ໃໝ່​ອີກ. ຍາ​ນາງພວງ​ມາ​ລາ ໄດ້​ກ່າວ​ ມ້ວ​ນ​ທ້າຍ ​ເຖິງ​ສາ​ເຫດການ​ຕັດ​ສິນ​ໃຈ ​ຂອງ​ທ່ານ​ປະນອ​ມ​ໃຈ ​ທີ່​ບໍ່​ກັບ​ຄືນ​ເມື່ອ​ປະ​ເທດລາວ ສູ່ ວີ​ໂອ​ເອ ​ວ່າ:

​ນັ້ນ​ແມ່ນ​ຊີ​ວິດ​ຜະ​ຈົນ​ໄພ ຂອງຄົນ​ລາວ​ຜູ້​ນຶ່ງ​ຢູ່​ຕ່າງ​ປະ​ເທດ ​ຊຶ່ງໃນ​ທີ່​ສຸດໄດ້ໝູນ​ວຽນ​ກັບ ​ຄືນ​ມາ​ພົບ​ກັບ​ຄົນ​ຮັກ ​ເກົ່າ ແລະໄດ້​ໄຊ້​ຊີ​ວິດ​ຢູ່​ຮ່ວມກັນ​ຢ່າງ​ມີ​ຄວາມ​ສຸກ​ໃນ​ປະ​ເທດອອ​ສ​ ເຕ​ຣ​ເລຍ ມາ​ເປັນ​ເວ​ລາ​ແປດ​ປີ​ແລ້ວ.

XS
SM
MD
LG