ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ນາງ​ພອນ​ສະ​ຫວັນ ຈາກ​ລັດ​ແຄນ​ຊັ​ສ ຫາ​ກໍ່​ສອບ​ເສັງ​ຜ່ານ ເປັນສັນຊາດ​ອາ​ເມ​ຣິ​ກັນ


ນາງພອນ​ສະ​ຫວັນ​ ຊູ​ພັກ​ດີ (ຊ້າຍ​ສຸດ) ແລະ​ໝູ່​ເພື່ອນ​ທີ່ສອບ​ເສັງ​ຜານ​ເປັນ​ສັນ​ຊາດ​ອາ​ເມ​ຣິ​ກາ ທີ​ລັດ​ແຄນ​ຊັ​ສ
ນາງພອນ​ສະ​ຫວັນ​ ຊູ​ພັກ​ດີ (ຊ້າຍ​ສຸດ) ແລະ​ໝູ່​ເພື່ອນ​ທີ່ສອບ​ເສັງ​ຜານ​ເປັນ​ສັນ​ຊາດ​ອາ​ເມ​ຣິ​ກາ ທີ​ລັດ​ແຄນ​ຊັ​ສ

ນາງພອນ​ສະ​ຫວັນ​ ຊູ​ພັກ​ດີ ເກີດ​ຢູ່​ແຂວງອັດ​ຕະ​ປື ເດີນ​ທາງ​ເຂົ້າ​ມາ​ສະ​ຫະ​ລັດ ໃນ​ປີ 1996 ​ເວ​ລາ​ນັ້ນ​ມີ​ອາ​ຍຸ​ 35
ປີ ແລະ​ໄດ້​ມາ​ຕັ້ງ​ຖິ່ນ​ຖານ​ກັບ​ຄອບ​ຄົວຢູ່ໃນ ລັດແຄນ​ຊັ​ສ (Kansas) ​ຢູ່​ທາງ​ພາກ​ກາງ​ ຂ້ອນໄປທິດ​ຕາ​ເວັນ​ຕົກ
​ຂອງສະ​ຫະລັດ. ນາງ​ພອນ​ສະ​ຫະ​ວັນ ໄດ້​ເລີ້ມ​ເຮັດ​ວຽກຢູ່​ໂຮງ​ງານ​ປາດ​ຊີ້ນ​ຕັ້ງ​ແຕ່​ນັ້ນ​ມາ​ຈົນ​ເຖິງ​ເທົ້າ​ປັດ​ຈຸ​ບັນ ​ບໍ່
​ມີ​ໂອ​ກາດ​ໄດ້​ຮ່ຳ​ຮຽນ​ພາ​ສາ​ອັງ​ກິດ​ເລີຍແລະ​ພຽງ​ແຕ່​ໄດ້​ຮຽນ​ ປາກ​ເວົ້າ ທີ່​ຈຳ​ກັດກັບວຽກ ໃນ​ແຕ່​ລະ​ມື້. ໃນ​ທີ່​ສຸດ
26 ປີຕໍໍ່​ມາ ​ນາງ​ພອນ​ສະ​ຫວັນ ໄດ້​ຕັດ​ສິນ​ໃຈຕັ້ງ​ໃຈ​ຮຽນສອບ​ເສງ​ເອົ​າ​ສັນ​ຊາດ​ອາ​ເມ​ຣິ​ກັ​ຮ ແລະໄດ້​ຜ່ານ ຊຶ່ງ​ນາງ​ພອນ​ສະ​ຫວັນ​ ໄດ້​ກ່າວ​ດ້ວຍ​ຄວາມ​ຕື່ນ​ເຕັ້ນ ​ສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້​.

ໃນ​ຂັ້ນ​ຕົ້ນ ນາງ​ພອນ​ສະ​ຫວັນ ໄດ້​ຢູ່​ໃນ​ຖາ​ນະ​ເປັນ​ອົບ​ພະ​ຍົບ ຫລັງ​ຈາກ​ຫ້າ​ປີ​ຕໍ່​ມາ ນາງ​ພອນ​ສະ​ຫວັນ ໄດ້​ຮັບ​
ບັດ​ຂຽວ ຫລື (Green​ Card) ຊຶ່ງ​ເປັນ​ບັດ​ອະ​ນຸ​ຍາດ​ໃຫ້​ຢູ່​ໃນ​ສະ​ຫະ​ລັດ​ໄດ້​ຢ່າງ​ຖາ​ວອນ ແຕ່​ຕ້ອງ​ໄດ້​ຕໍ່​ອາ​ຍຸທຸກໆ 10 ປີ. ບັດ​ນີ້ ນາງ​ພອນ​ສະ​ຫວັນ ໄດ້​ກາຍ​ມາເປັນ​ສັນ​ຊາດ​ອາ​ເມ​ຣິກັນ​ແລ້ວ ມີສິດເທົ່າ​ທຽມ​ກັບ ​ຄົນ​ອາ​ເມ​ຣິ​ກັນ
ທົ່ວໆ​ໄປ ຄື​ຖື​ໜັງ​ສື​ເດີນ​ທາງ​ຂອງ​ສະ​ຫະ​ລັດ ມີ​ສິດ​ປ່ອນ​ບັດ​ເລືອກ​ຕັ້ງນັບ​ແຕ່​ທ້ອງ​ຖິ່ນ ລັດ ຈົນ​ຂຶ້ນ​ໄປຮອດການ​ປ່ອນບັດ ​ເອົາປະ​ທາ​ນາ​ທິ​ບໍ​ດີຂອງ​ສະ​ຫະ​ລັດ.

XS
SM
MD
LG