ລາວປະເຊີນກັບສະພາວະຂາດແຄນທຶນສຳຮອງເງິນຕາຕ່າງປະເທດຢ່າງໜັກ ຍ້ອນການຂາດດຸນການຄ້າ ຢ່າງຕໍ່ເນື່ອງ ທັງຍັງເຮັດໃຫ້ຕ້ອງປະເຊີນກັບບັນຫາຂາດແຄນນ້ຳມັນຢ່າງຮຸນແຮງອີກດ້ວຍ. ຊົງລິດ ໂພນເງິນ ມີລາຍງານເລື້ອງນີ້ມາສະເໜີທ່ານຈາກບາງກອກ.
ເຈົ້າໜ້າທີ່ຂັ້ນສູງໃນທະນາຄານແຫ່ງຊາດລາວເປີດເຜີຍວ່າ ລັດຖະບານລາວປະເຊີນກັບການຂາດດຸນບັນຊີເງິນ ຕາຕ່າງປະເທດເກີນກວ່າ 10 ເປີເຊັນຂອງຍອດຜະລິດຕະພັນລວມພາຍໃນ (GDP) ໃນປີ 2021, ເຮັດໃຫ້ທຶນ ສໍາຮອງເງິນຕາຕ່າງປະເທດຂອງລັດຖະບານມີມູນຄ່າຕໍ່າກວ່າ 1,263 ລ້ານໂດລາ ຫຼື ເທົ່າກັບການນໍາເຂົ້າສິນ ຄ້າຕ່າງປະເທດບໍ່ເຖິງສອງເດືອນ ຈຶ່ງເຮັດໃຫ້ລັດຖະບານລາວຕ້ອງກູ້ຢືມເງິນ ຈາກຕ່າງປະເທດຫຼາຍຂຶ້ນ ເພື່ອ ນໍາມາໃຊ້ດຸ່ນດ່ຽງລາຍຈ່າຍທີ່ສູງກວ່າລາຍຮັບທັງເຮັດໃຫ້ລັດຖະບານ ລາວມີໜີ້ເຖິງ 15,500 ລ້ານໂດລາ ຄິດເປັນ 70 ເປີເຊັນຂອງ GDP ປີ 2021, ແລະຄາດໝາຍວ່າ ຈະເພີ້ມຂຶ້ນເປັນເກີນກວ່າ 75 ເປີເຊັນຂອງ GDP ໃນປີ 2022 ຢ່າງແນ່ນອນ ເພາະລັດຖະບານ ລາວ ຈະຕ້ອງກູ້ຢືມທັງພາຍໃນ ແລະຈາກຕ່າງປະເທດໃນມູນຄ່າລວມເຖິງ 15,000 ຕື້ກີບ ຫຼືເກີນກວ່າ 1,275 ລ້ານໂດລາ ສໍາລັບນໍາໃຊ້ເພື່ອຊໍາລະຄືນໜີ້ເງິນກູ້ ແລະດອກເບ້ຍປະຈໍາປີ 2022 ນີ້ ຊຶ່ງບໍ່ລວມເຖິງໜີ້ພາຍໃນປະເທດ.
ໃນປີ 2021 ລາວສົ່ງສິນຄ້າອອກໃນມູນຄ່າ 5,458 ລ້ານໂດລາ ຊຶ່ງໃນນັ້ນ ບໍ່ລວມເຖິງ ການສົ່ງອອກພະລັງງານໄຟຟ້າ ແລະນໍາເຂົ້າສິນຄ້າຈາກຕ່າງປະເທດ ໃນມູນຄ່າລວມເຖິງ 5,806 ລ້ານໂດລາ ຈຶ່ງເຮັດໃຫ້ລາວຂາດດຸນການ ຄ້າຕ່າງປະເທດໃນມູນຄ່າລວມເຖິງ 348 ລ້ານໂດລາ ແຕ່ຖ້າລວມການສົ່ງອອກກະແສໄຟຟ້າດ້ວຍ ຈະເຮັດໃຫ້ລາວໄດ້ປຽບດຸນການຄ້າເຖິງ 1,740 ລ້ານໂດລາໃນປີ 2021 ແຕ່ວ່າລາຍໄດ້ຈາກການສົ່ງອອກໄຟຟ້ານັ້ນ ຕ້ອງໄດ້ນຳໃຊ້ເພື່ອຊຳລະໜີ້ຜູ້ທີ່ລົງທຶນກູ້ຢືມຈາກຕ່າງປະເທດເປັນສຳຄັນ ຈຶ່ງບໍ່ໄດ້ໂອນເຂົ້າມາລາວ.
ທັງນີ້ ລັດຖະບານລາວມີຄວາມຕ້ອງການເງິນຕາຕ່າງປະເທດ ໃນມູນຄ່າໂດຍສະເລ່ຍ 4,000 ລ້ານໂດລາຕໍ່ປີ, ແຕ່ຈັດຕັ້ງປະຕິບັດໂຕຈິງໄດ້ພຽງ 50 ເປີ ເຊັນເທົ່ານັ້ນ ເນື່ອງຈາກສາມາດ ແລກປ່ຽນເງິນຕາຈາກບັນດາຜູ້ສົ່ງ ສິນຄ້າອອກໄປຕ່າງປະເທດໄດ້ພຽງ 2,000 ລ້ານໂດລາ ເທົ່ານັ້ນໃນ ແຕ່ລະປີ ຈຶ່ງເຮັດໃຫ້ຕ້ອງປະເຊີນກັບບັນຊີຊຳລະເງິນຕາຕ່າງປະເທດເຖິງ 2,000ລ້ານໂດລາໃນປີ 2021
ແລະເປັນສາເຫດທີ່ເຮັດໃຫ້ສະຖາບັນ Moody’s Investor Service ໄດ້ປັບຫຼຸດລະດັບໜີ້ສິນ ຂອງລາວ ຈາກລະດັບທີ່ມີຄວາມຫວັງວ່າຈະພັດທະນາໃຫ້ດີຂຶ້ນ ໄດ້ລົງມາເປັນລະດັບຕິດລົບນັບແຕ່ປີ 2019 ເປັນຕົ້ນມາ ທັງຍັງປະກົດວ່າທະນາຄານແຫ່ງຊາດລາວ ໄດ້ປະສົບຄວາມຫຼົ້ມແຫຼວ ໃນການກໍານົດ ແລະບັງຄັບແລກປ່ຽນ ເງິນຕາຕ່າງປະເທດຈາກບັນດາຜູ້ທີ່ສົ່ງອອກສິນຄ້າຈາກລາວໄປຕ່າງ ປະເທດອີກ ດ້ວຍ.
ບັນຫາດັ່ງກ່າວຍັງກະທົບຕໍ່ການນຳເຂົ້າ ນ້ຳມັນຈາກຕ່າງປະເທດ ເພາະວ່າ ທະນາຄານ ແຫ່ງຊາດລາວ ບ່ໍສາມາດຕອບສະໜອງ ເງິນຕາຕ່າງປະເທດ ໃຫ້ບັນດາບໍລິສັດ ນຳເຂົ້ານ້ຳມັນໄດ້ ຢ່າງພຽງພໍຈຶ່ງຕ້ອງ ຫຼຸດການນຳເຂົ້ານ້ຳມັນອີກເຊັ່ນກັນ ແລະຜົນກະທົບທີ່ເກີດຂຶນກໍຄືການຂາດແຄນນ້ຳມັນໃນທົ່ວປະເດທດັ່ງທີ່ ທ່ານບຸນຍະເດດ ທອງສະວັນ, ຫົວໜ້າພະແນກອຸດສາຫະກຳ ແລະການຄ້າແຂວງຈໍາປາສັກ ໄດ້ໃຫ້ການຢືນຢັນວ່າ:
“ຢູ່ໃນແຂວງພວກເຮົາກໍມີ 10 ບໍລິສັດທີ່ນຳເຂົ້ານ້ຳມັນເຊື້ອໄຟຫັ້ນ ແຕ່ວ່າ ໃນຊ່ວງນີ້ເປັນຫຍັງຄືຕອບສະໜອງບໍ່ພຽງພໍເນາະ ສ່ວນວ່າການນຳເຂົ້ານີ້ເຮົາກະໄດ້ແຕ່ຫາທາງວິຊາການ ໂດຍສະເພາະຂະແໜງການຄ້າ ພາຍໃນຫັ້ນກະໄດ້ລົງກວດກາເບິ່ງ ຂໍ້ມູນບັນດາບໍລິສັດ ທີ່ປະສານກັບທາງພາສີ ຢູ່ດ່ານຫັ້ນ ກໍຖືວ່ານ້ຳມັນຂອງພວກ ເຮົານີ້ ກະບ່ໍໄດ້ນຳເຂົ້າຕາມຕົວຈິງເນາະກໍຄື ການນຳເຂົ້າດຽວນີ້ຫລຸດລົງປະມານ 30 ກວ່າເປີເຊັນ ສະນັ້ນ ແລ້ວການຕອບສະໜອງຈຶ່ງບໍ່ພຽງພໍເນາະ.”
ໂດຍປະຈຸບັນນີ້ ບັນດາຜູ້ປະກອບການ ປ້ຳນ້ຳມັນ ໄດ້ຈຳກັດປະລິມານການຈໍາໜ່າຍນ້ຳມັນໃຫ້ກັບປະຊາຊົນ ລາວແລ້ວ ຄືບໍ່ເກີນ 5 ແສນກີບສຳລັບລົດສ່ວນບຸກຄົນ ແລະບໍ່ເກີນ 5 ໝື່ນກີບ ສໍາລັບລົດຈັກ ສ່ວນນັກວິຊາການ ດ້ານພະລັງງານຂອງທະນາຄານພັດທະນາເອເຊຍ (ADB) ໃຫ້ການຄາດໝາຍວ່າ ລາວຈະຕ້ອງການຊົມໃຊ້ ນ້ຳມັນຫຼາຍກວ່າ 1,045 ລ້ານລິດ ໃນ ຕະຫຼອດປີ 2022 ນີ້.