ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອະ​ນາ​ຄົດ​ຍັງ​ມືດ​ມົວ ​ສຳ​ລັບພວກ​ນັກ​ຂ່າວ​ມຽນ​ມາ ທີ່​ລີ້​ໄພ ​ຢູ່​ໃນ​ປະ​ເທດ​ໄທ


ພວກ​ນັກ​ຂ່າວ​ມຽນ​ມາ ທີ່​ຖືກ​ຕັດ​ສິນ​ລົງ​ໂທດ
ພວກ​ນັກ​ຂ່າວ​ມຽນ​ມາ ທີ່​ຖືກ​ຕັດ​ສິນ​ລົງ​ໂທດ

ເປັນ​ເວ​ລາກວ່າ​ນຶ່ງ​ປີມາ​ແລ້ວ ນັບ​ແຕ່​ທະ​ຫານ​ຂອງ​ມຽນ​ມາ​ ໄ​ດ້ເຂົ້າ​ຍຶດ​ອຳ​ນາດ​ໃນ​ການ​ເຮັດລັດຖະ​ປະ​ຫ​ານ ທີ່ຫລາຍໆ​ພັນ​ຄົນ​ ຕ້ອງ​ໄດ້​ຫລົບ​ໜີ​ອອກ​ຈາກ​ປະ​ເທດ. ​ຮວມ​ຢູ່​ໃນ​ພວກຄົນເຫລົ່າ​ນັ້ນ ກໍມີ​ພວກ​ນັກ​ຂ່າວຈຳ​ນວນ​ນຶ່ງ ​ທີ່​ໄດ້​ພາ​ກັນໄປ​ລີ້​ໄພ ​ຢູ່​ໃນ​ປະ​ເທດ​ໄທ.

ບາງ​ຄົນ​ໄດ້ຍົກ​ຍ້າຍໜີ​ໄປ​ເລີຍ ຫລື​ໄປ​ຕັ້ງ​ຖິ່ນ​ຖານ​ຢູ່​ແຫ່ງ​ອື່ນ ແຕ່​ວ່າ​ຈຳ​ນວນ​ນຶ່ງ​ໄດ້​ຢູ່​ໃນ​ປະ​ເທດ​ໄທ ​ດ້ວຍ​ຄວາມ​ຢ້ານ​ກົວ​ທີ່​ຖືກ​ຕຳ​ຫລວດ​ກວດ​ຕ້ອນ ຫລື​ສົ່ງ​ກັບ​ຄືນ​ໄປມຽນ​ມາ​.

ອອງ ແນັງ ໂຊ (Aung Naing Soe) ຊຶ່ງ​ມີ​ອາ​ຊີບ​ເປັນ​ນັກ​ຂ່າວ​ ມາ​ດົນ​ນານ​ແລ້ວນັ້ນ ​ຊຶ່ງປັດ​ຈຸ​ບັນ​ຢູ່​ໃນ​ປະ​ເທດ​ໄທ ກ່າວໃນ​ການ​ສຳ​ພາດ​ວ່າ “ຖາ​ນະ​ໄລ​ຍະ​ຍາວ​ຂອງ​ເຂົາ​ເຈົ້າ ເປັນ​ເລື້ອງ​ທີ່​ທ້າ​ທາຍ​ທີ່ສຸດຂອງ​ການລີ້​ໄພ ບໍ່​ວ່າພວກເຂົາ​ເຈົ້າຈະຢູ່​ໃສ​ກໍ​ຕາມ.”

ມີການ​ລິ​ເລີ້ມ​ຫລາຍ​ຢ່າງເກີດ​ຂຶ້ນ ໂດຍ​ບັນ​ດາ​ອົງ​ການ​ສື່​ມວນ​ຊົນ ຢູ່​ໃນ​ປະ​ເທດ​ໄທ​ສຳ​ລັບ​ພວກ​ນັກ​ຂ່າວ​ມຽນ​ມາ ເພື່ອ​ຊ່ວຍ​ເຫຼືອ​ພວກ​ເຂົາ​ເຈົ້າ​ທາງ​ດ້ານ​ການ​ເງິນ​ຫຼື​ທາງ​ດ້ານ​ກົດ​ໝາຍ​ ເພື່ອ​ໃຫ້​ເຂົາ​ເຈົ້າ​ສືບ​ຕໍ່​ບໍ​ລິ​ຫານ​ງານ​ອົງ​ການ​ຂ່າວ​ຂອງ​ເຂົາ
ເຈົ້າ​ຢູ່​ທີ່ນີ້ ຫລື​ຢ່າງ​ໜ້ອຍ​ຫລົບ​ຫລີກ​ບໍ່​ໃຫ້​ມີ​ບັນ​ຫາ​ກັບ​ພວກ​ເຈົ້າ​ໜ້າ​ທີ່.

​ ອອງ ແນັງ ໂຊ ເຖິງ​ຢ່າງ​ໃດ​ກໍ​ດີ ຜູ້​ທີ່​ລຶ້ງ​ເຄີຍ​ກັບ​ການ​ເປັນ​ນັກ​ຂ່າວ​ທີ່​ລີ້​ໄພ ກ່າວ​ວ່າ ​ມີ​ອີກຫລາຍ​ຢ່າງ​ທີ່​ສາ​ມາດ​ເຮັດ​ໄດ້.

It has been more than a year since Myanmar’s military seized power in a putsch that sent thousands fleeing the country. Among them were scores of media professionals who took up refuge here in Thailand.

Some have since moved on or resettled elsewhere, but others stayed in Thailand, living in fear of police roundup or deportation back to Myanmar.

“Their long-term residential status is the biggest challenge of being exiled, regardless of wherever they are,” longtime Myanmar journalist Aung Naing Soe, now living in Thailand, said in an interview.

Several initiatives have been launched by media organizations in Thailand for the journalists from Myanmar, providing them with financial and legal assistance so they can continue to run their news operations here, or at least avoid run-ins with authorities.

Aung Naing Soe, however, who is familiar with the reporters in exile, said more could be done.

XS
SM
MD
LG