ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ພາ​ຍຸ​ເຂດ​​ຮ້ອນ​ເມ​ກີ ສ້າງ​ຄວາ​ມ​ເສຍ​ຫາຍ ໃຫ້​ແກ່ຟິ​ລິບ​ປິນ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ ​ຢ່າງ​ໜ້ອຍ 148 ຄົນ 


 ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງຖືກ​ໜ່ວຍ​ກູ້​ໄພຊ່ວຍເຫລ​ືອ​ຈາກ​ດິນ​ເຈື່ອນ ​ທີ່​ເມືອງ ເບ​ເບ ແຂວງ​ເລ​ເຕ ພາ​ກາງ​ຂອງ​ຟິ​ລິບ​ປິນ ວັນ​ທີ 11 ເມ​ສາ 2022
ຜູ້​ຊາຍ​ຄົນ​ນຶ່ງ​ກຳ​ລັງຖືກ​ໜ່ວຍ​ກູ້​ໄພຊ່ວຍເຫລ​ືອ​ຈາກ​ດິນ​ເຈື່ອນ ​ທີ່​ເມືອງ ເບ​ເບ ແຂວງ​ເລ​ເຕ ພາ​ກາງ​ຂອງ​ຟິ​ລິບ​ປິນ ວັນ​ທີ 11 ເມ​ສາ 2022

ມີ​ລ​າຍ​ງານ​ວ່າ ​ຈຳ​ນວນຜູ້​ເສຍ​ຊີ​ວິດຈ​າກ​ດິນ​ເຈື່ອນ​ແລະ​ໄພ​ນ້ຳ​ຖ້ວມ ໃນຟິ​ລິບ​ປິນ
ຍ້ອນ​ພາ​ຍຸ​ເຂດຮ້ອນເມກີ (Megi) ​ໄດ້​ເພີ້ມຂຶ້ນ​ເຖິງ 148 ຄົນ​ແລ້ວ ​ໃນ​ວັນ​ພະ​ຫັດ
​ວ​ານ​ນີ້ ຊຶ່ງນັ້ນ​ແມ່ນໂຕ​ເລກເປັນ​ທາງ​ການ ໃນ​ຂະ​ນະ​ທີ່ມີ​ການ​ພົບ​ເຫັນ​ຊາກ​ສົບ​ຜູ້
​ເສຍ​ຊີ​ວິດຕື່ມ​ຂຶ້ນ ຢູ່ຕາມ​ໝູ່​ບ້ານ​ຕ່າງໆ ທີ່ຖືກຖົມໄປດ້ວຍ​ດິນ​ເຈື່ອນ ອີງ​ຕາມ​ລາຍ​
ງານອົງ​ການ​ຂ່າວ​ຝ​ຣັ່ງ (AFP.)

ອີກ​ຫລາຍ​ຄົນຍັງ​ຫາຍ​ສາບ​ສູນ ແລະ​ຢ້ານ​ວ່າ​ເສຍຊີ​ວິດ ຫລັງ​ຈາກ​ລົມ​ພາ​ຍຸ ​ທີ່​ແຮງ
​ສຸດ​ພັດ​ເຂົ້າຖະ​ຫລົ່ມປະ​ເທດ​ເກາະ​ດອນ​ແຫ່ງນີ້ ທີ່​ເຮັດ​ໃຫ້ມີ​ຝົນ​ຕົ​ກແຮງ​ເປັນ​ເວ​ລາ
​ຫລາຍ​ມື້ ​ຊຶ່ງບັງ​ຄັບ​ໃຫ້ຫຼາຍ​ສິບ​ພັນ​ຄົນ​ພາ​ກັນ​ເຂົ້າ​ໄປ​ຢູ່ໃນສູນ​ກາງຫຼົບ​ໄພ.

ຢູ່​ທີ່​ແຂວງເລ​ເຕ (Layte) ​ທາງ​ພາກ​ກາງ​ຂອງ​ປະ​ເທດ ແມ່ນ​ໄດ້​ຮັບຜົນ​ກ​ະ​ທົບ
ຮ້າຍ​ແຮງ​ສຸດຈາກ​ພາ​ຍຸເມກີ​ ​ຊຶ່ງ​ພາ​ໃຫ້​ເກີດ​ດິນ​ເຈື່ອນ​ ແລະ​ສ້າງ​ຄວາມ​ເສຍ​ຫາຍ
​ໜັກ ໂດຍທຳ​ລາຍ​ໄຮ່ນາຮົ້ວ​ສວນ ແລະປະ​ຊາ​ຄົ​ມ​ຊາວ​ປະ​ມົງ ໂດຍ​ໄດ້​ທຳ​ລາຍ
​ເຮືອນ​ຊານ​ຂອງປະ​ຊາ​ຊົນ​ໃຫ້​ກາຍ​ເປັນ​ທົ່ງ​ພຽງ.

​ຟີ​ລິບ​ປິນ​ຊຶ່ງ​ເປັນ​ປະ​ເທດທີ່​ມັກ​ມີ​ລົມ​ພາ​ຍຸ​ພັດ​ເຂົ້າ​ຖະ​ຫຼົ່ມ​ເປັນ​ປະ​ຈຳ​ນັ້ນ ​ແມ່ນ​ຮວມ
​ທັງ​ການ​ພັດ​ເຂົ້າ​ຖະ​ຫລົ່ມ​ໂດຍ​ກົງ ຈາກ​ຊູ​ເປີ້​ໄຕ້​ຝຸ່ນ​ໄຮ​ຢານໃນ​ປີ 2013 ຊຶ່ງ​ພວກ​ນັກ​
ວິ​ທະ​ຍາ​ສາດ​ເຕືອນ​ວ່າ ລົມ​ພາ​ຍຸ​ເຫຼົ່າ​ນີ້​ຈະ​ມີ​ຄວາມ​ຮ້າຍ​ແຮງ​ເພີ້ມ​ຂຶ້ນ ໃນ​ຂະ​ນະ​ທີ່​
ໂລກ​ມີສະ​ພາບ​ອາ​ກາດຮ້ອນ​ເອົ້າ​ຂຶ້ນກວ່າ​ເກົ່າ ເພາະ​ການ​ປ່ຽນ​ແປງຂອງດິນ​ຟ້າ
​ອາ​ກາດ.

ໜ່ວຍ​ກູ້​ໄພ​ຢູ່​ໃນເຂດ​ເມືອງອາ​ບູ​ຢອກ (Abuyok) ​ໄດ້​ເກັບ​ເອົາ​ຊາກ​ສົບ​ຫຼາຍ​ສິບ​ຄົນ
ຈາກບ້ານ​ແຄມ​ຝັ່ງທະ​ເລ​ປີລາ (Pila) ຊຶ່ງ​ໄດ້​ຖືກ​ທຳ​ລາຍຍ້ອນ​ດິນ​ເຈື່ອນ​ໃນ​ວັນ​ອັງ
​ຄານ​ຜ່ານ​ມາ. ​ມີ​ຢ່າງ​ໜ້ອຍ 42 ຄົນ ​ໄດ້​ເສຍ​ຊີ​ວິດຍ້ອນ​ດິນ​ເຈື່ອນ​ ຢູ່​ 3​ບ້ານ​ໃນ​ເຂດ​
ເທດ​ສະ​ບານ​ເມືອງດັ່ງ​ກ່າວ ​ອີງ​ຕາມ​ຄຳ​ເວົ້າ​ ຂອງ​ຕຳ​ຫລວດ​. ​ອີກ​ຄົນ​ນຶ່ງ ​ໄດ້​ຈົມ
​ນ້ຳ​ຕາຍ.

The death toll from landslides and flooding in the Philippines triggered by tropical storm Megi rose to 148 on Thursday, official figures showed, as more bodies were found in mud-caked villages.

Scores of people were still missing and feared dead after the strongest storm to strike the archipelago nation this year dumped heavy rain over several days, forcing tens of thousands into evacuation centers.

In the central province of Leyte — the worst affected by Megi — devastating landslides smashed farming and fishing communities, wiping out houses and transforming the landscape.

The disaster-prone region is regularly ravaged by storms, including a direct hit from Super Typhoon Haiyan in 2013, with scientists warning they are becoming more powerful as the world gets warmer because of climate change.

Emergency personnel in the Abuyog municipality have retrieved dozens of bodies from the coastal village of Pilar, which was destroyed by a landslide on Tuesday.

At least 42 people died in landslides that hit three villages in the municipality, police said. Another person drowned.

XS
SM
MD
LG