ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລັດວິສາຫະກິດໄຟຟ້າລາວ ຈະເຈລະຈາກັບບັນດາກຸ່ມຜູ້ລົງທຶນ ຈາກຕ່າງປະ ເທດ ເພື່ອຊຳລະລາຄາພະລັງງານໄຟຟ້າ ດ້ວຍເງິນກີບ


ບັນດາເຄື່ອນໄຟຟ້າໃນ ສປປ ລາວ
ບັນດາເຄື່ອນໄຟຟ້າໃນ ສປປ ລາວ

ລັດວິສາຫະກິດໄຟຟ້າລາວ ຈະເຈລະຈາກັບບັນດາກຸ່ມຜູ້ລົງທຶນ ຈາກຕ່າງປະເທດ
ເພື່ອຊຳລະລາຄາພະລັງງານໄຟຟ້າ ດ້ວຍເງິນກີບ ໃນສັດສ່ວນບໍ່ໜ້ອຍ ກວ່າ 30
ເປີເຊັນ ຂອງການຊື້ພະລັງງານໄຟຟ້າທັງໝົດ ຊຶ່ງຊົງລິດ ໂພນເງິນ ມີລາຍງານ
ຈາກບາງກອກ.



ທ່ານຈັນທະບຸນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (EDL)ຖະແຫລງວ່າ ວິທີການນຶ່ງທີ່ຈະມີການຈັດຕັ້ງປະຕິບັດເພື່ອຫລຸດຜ່ອນ ບັນຫາທີ່ກ່ຽວ
ກັບການຂາດສະພາບຄ່ອງ ດ້ານເງິນຕາຕ່າງປະເທດໃນການດຳ ເນີນທຸລະກິດຂອງ
EDL ໃນໄລຍະຕໍ່ໄປນີ້ ກໍຄືການເຈລະຈາກັບບັນດາກຸ່ມຜູ້ ລົງທຶນ ກໍ່ສ້າງເຂື່ອນໄຟຟ້າ
ໃນລາວ ເພື່ອຂໍໃຫ້ຍອມຮັບ ການຊຳລະລາຄາຄ່າ ພະລັງງານໄຟຟ້າດ້ວຍເງິນກີບໃນ
ສັດສ່ວນບໍ່ໜ້ອຍກວ່າ 30 ເປີເຊັນຂອງມູນ ຄ່າໄຟຟ້າທັງໝົດທີ່ EDL ຊື້ຈາກທຸກໂຄງ
ການໃນລາວທີ່ລວມເຖິງບັນດາໂຄງ ການທີ່ກຳລັງກໍ່ສ້າງ ໃນປັດຈຸບັນ ແລະໂຄງການ
ລົງທຶນ ໃນໄລຍະຕໍ່ໄປດ້ວຍ ພ້ອມກັນນີ້ ການຈັດຕັ້ງປະຕິບັດດັ່ງກ່າວ ຍັງຈະເປັນການ
ຊ່ອຍສົ່ງເສີມ ການ ຜະລິດສິນຄ້າ ພາຍໃນລາວ ທີ່ກ່ຽວກັບພາກພະລັງງານໄຟຟ້າອີກ
ດ້ວຍ ດັ່ງທີ່ ທ່ານຈັນທະບຸນ ໄດ້ໃຫ້ການ ຢືນຢັນວ່າ:

“ພວກເຮົາຈະໄດ້ກຳໜົດໂຄງສ້າງລາຄາໄຟຟ້າທີ່ເຮົາຈະຊຶ້ຈາກນັກລົງທຶນຕ້ອງມີເງິນ
ກີບກວມເອົ າຢ່າງໜ້ອຍ 30 ເປີເຊັນ ຊຶ່ງຈະຊ່ວຍເຮັດໃຫ້ມີການນຳໃຊ້ເງິນກີບເຂົ້າໃນ
ການຈັດຊື້ ຈັດຫາ ວັດຖຸອຸບປະກອນ ທີ່ສາມາດສະໜອງໄດ້ພາຍໃນ ປະເທດ ນອກ
ຈາກນັ້ນບັນດາທະນາຄານທຸລະກິດຢູ່ພາຍໃນ ກະສາມາດປ່ອຍເງິນເປັນສະກຸນເງິນ
ກີບໄດ້ ຊຶ່ງຈະເປັນການສ້າງເສດຖະກິດໝູນວຽນຢູ່ພາຍໃນຊຶ່ງຕ່າງຈາກເມື່ອກ່ອນ ທີ່
ແຫລ່່ງທຶນສ່ວນໃຫຍ່ມາຈາກຕ່າງປະເທດ ເງິນກູ້ເປັນເງິນກູ້ຕ່າງປະເທດທັງໝົດ ແລະ
ເຮັດໃຫ້ໄຟຟ້າລາວ ຕ້ອງແບກຫາບຄວາມສ່ຽງ ໃນການຈ່າຍເງິນເປັນເງິນຕາຕ່າງ
ປະເທດແຕ່ວ່າເວລາຂາຍໄຟຟ້າເປັນເງິນກີບ.”

ໂດຍປັດຈຸບັນ ລາວມີແຫລ່ງຜະລິດໄຟຟ້າ 90 ແຫ່ງ ທີ່ມີກໍາລັງຕິດຕັ້ງລວມ ເກືອບ
11,000 ເມກາວັດ ໃນນີ້ 72 ເປີເຊັນເປັນໄຟຟ້າທີ່ສົ່ງອອກໄປຕ່່າງ ປະເທດ ແລະ
28ເປີເຊັນ ຕອບສະໜອງການຊົມໃຊ້ ພາຍໃນ ໂດຍສະ ເພາະແມ່ນໃນເຂດໂຕ
ເມືອງເຂດເທດສະບານ ແລະເຂດນະຄອນນັ້ນ EDL ສາມາດຕອບສະໜອງພະລັງ
ງານໄຟຟ້າໄດ້ 100 ເປີເຊັນແລ້ວ ທັງຍັງຕອບສະໜອງໄຟຟ້າໄດ້ເຖິງ 93 ເປີເຊັນ
ຂອງຈຳນວນບ້ານທັງໝົດໃນທົ່ວປະເທດ

ແຕ່ຢ່າງໃດກໍຕາມ ລັດວິສາຫະກິດໄຟຟ້າລາວ (EDL) ກໍຕ້ອງປະເຊີນກັບບັນຫາ
ຂາດສະພາບຄ່ອງທາງການເງິນຢ່າງຮຸນແຮງໃນປັດຈຸບັນ ຊຶ່ງມີສາເຫດສຳ ຄັນມາ
ຈາກການມີພາລະໜີ້ສິນສູງ ທີ່ສົມທົບດ້ວຍ ການຂາດທຶນຈາກການດຳ ເນີນທຸລະ
ກິດຢ່າງຕໍ່ເນື່ອງ ເພາະການບໍລິຫານງາມີປະສິດທິພາບຕໍ່າແລະເຮັດ ໃຫ້ EDL ມີ
ພາລະໜີ້ສິນເກີນກວ່າ 2,000 ລ້ານໂດລາສະຫະລັດ ຈຶ່ງຈະຕ້ອງ ມີການປັບຂຶ້ນອັດ
ຕາຄ່າຊົມໃຊ້ພລັງງານໄຟຟ້າໃນໄວໆນີ້ ໂດຍໃນປັດຈຸບັນກຳ ລັງລໍຖ້າ ພຽງການຕົກ
ລົງອະນຸມັດ ຈາກລັດຖະບານລາວເທົ່ານັ້ນ.

ທັງນີ້ການກຳນົດອັດຕາຄ່າໄຟຟ້າໃນລາວ ຈະພິຈາລະນາຈາກຕົ້ນທຶນການຜະລິດ
ທີ່ເປັນຈິງ ເພາະວ່າໂຄງການເຂື່ອນໄຟຟ້າສ່ວນໃຫຍ່ໃນລາວເປັນການລົງ ທຶນຂອງ
ບໍລິສັດຕ່າງຊາດ ທີ່ມຸ້ງຜົນປະໂຫຍດຈາກການລົງທຶນເປັນດ້ານຫລັກ ລັດຖະບານ
ລາວຈຶ່ງບໍ່ສາມາດທີ່ຈະໃຊ້ອຳນາດເຂົ້າແຊກແຊງທາງທຸລະກິດເພື່ອກຳໜົດລາຄາ
ໄຟຟ້າທີ່ຜະລິດໂດຍບັນດາເຂື່ອນໄຟຟ້າ ທີ່ບໍລິສັດຕ່າງຊາດເປັນ ຜູ້ລົງທຶນໄດ້ເລີຍ.

ແຕ່ຢ່າງໃດກໍຕາມ EDL ໄດ້ຈັດຕັ້ງຜະລິດໄຟຟ້າລາວ (ມະຫາຊົນ) ຈຳກັດ (EDL-
GEN) ເພື່ອລະດົມເງິນທຶນທາງພາຍໃນແລະຕ່າງປະເທດເມື່ອທ້າຍປີ 2010 ອັນ
ເປັນແນວທາງນຶ່ງ ຂອງການແກ້ບັນຫາດ້ານໜີ້ສິນດັ່ງກ່າວ ລວມເຖິງ ການປັບປຸງບໍ
ລິການງານໃຫ້ຄ່ອງໂຕຫລາຍຂຶ້ນ ຊຶ່ງຜ່ານມາ EDL-GEN ໄດ້ ລະດົມທຶນຈາກຕະ
ຫລາດຫລັກຊັບ ແຫ່ງປະເທດໄທເຖິງ 34,050 ລ້ານບາດ ຊຶ່ງໃນນີ້ໄດ້ຄົບກຳໜົດ
ສັນຍາ ແລະໄດ້ຊຳລະຄືນແລ້ວ 5,030 ກວ່າລ້ານບາດ ໃນປີ 2021 ທີ່ຜ່ານມາ ໂດຍ
ນຳໃຊ້ເງິນທຶນກູ້ຢືມຈາກຕະຫລາດຮຸ້ນໄທເພີ້ມຂຶ້ນ ອີກ 6,000 ລ້ານບາດນັ້ນເອງ.

ສຳລັບແຫລ່ງຜະລິດໄຟຟ້າ 90 ແຫ່ງໃນລາວກໍມີພຽງແຕ່ 10 ແຫ່ງທີ່ເປັນຂອງ EDL-
GEN ສ່ວນນອກນັ້ນ ເປັນການລົງທຶນຂອງຕ່າງຊາດໃນລາວ ທັງຍັງມີ ເຂື່ອນໄຟຟ້າ
ທີ່ກຳລັງກໍ່ສ້າງ 12 ໂຄງການ ທີ່ກຳໜົດຈະແລ້ວເສັດໃນປີ 2022 ນີ້ອັນຈະເຮັດໃຫ້
ລາວມີແຫລ່ງຜະລິດໄຟຟ້າກວ່າ 100 ແຫ່ງມີກຳລັງຕິດຕັ້ງລວມ ເຖິງ 13,000 ເມກາ
ວັດ ຜະລິດໄຟຟ້າໄດ້ເຖິງ 67,000 ລ້ານກິໂລວັດ/ໂມງຕໍ່ ປີ ໃນນີ້ 85 ເປີເຊັນ ຈະສົ່ງ
ອອກໄປຕ່າງປະເທດ ຊຶ່ງຄາດວ່າຈະມີມູນຄ່າເພີ້ມຂຶ້ນຈາກ 2,000 ກວ່າລ້ານໂດລາ
ສະຫະລັດ ໃນປີ 2021 ເປັນ 2,700 ກວ່າ ລ້ານໂດລາສະຫະລັດໃນປີ 2022 ທີ່ເປັນ
ການສົ່ງອອກໂດຍບໍລິສັດຕ່າງຊາດ ທີ່ລົງທຶນສ້າງເຂື່ອນໃນລາວ.

XS
SM
MD
LG