ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການມາຕັ້ງຖິ່ນຖານໃໝ່ ຢູ່ໃນ ສ​ຫລ ຂອງ ທ່ານສຸກສະຫວັນ ທໍາມະບານວົງ ເມຊັນ ຍ້ອນໂອກາດທາງດ້ານການສຶກສາ


ທ່ານສຸກສະຫວັນ ພ້ອມດ້ວຍພັນລະຍາຂອງເພິ່ນ ໃນງານບຸນໃສ່ບາດ ຢູ່ທີ່ວັດລາວ ໃນລັດຢູທາ.
ທ່ານສຸກສະຫວັນ ພ້ອມດ້ວຍພັນລະຍາຂອງເພິ່ນ ໃນງານບຸນໃສ່ບາດ ຢູ່ທີ່ວັດລາວ ໃນລັດຢູທາ.

ທ່ານສຸກສະຫວັນ ທໍາມະບານວົງ ເມຊັນ, ມາຕັ້ງຖິ່ນຖານ ຢູ່ໃນສະຫະ ລັດ ເມື່ອ 40 ປີກ່ອນ ຍ້ອນຄວາມປາດຖະໜາ ແລະໄຝ່ຝັນໃນດ້ານການສຶກສາທີ່ດີກວ່າ, ຫຼັງຈາກນັ້ນ ເພິ່ນກໍໄດ້ນໍາໃຊ້ວິຊາຊີບດັ່ງກ່າວເຂົ້າມາຊ່ວຍເຫຼືອຊຸມຊົນລາວ ຢູ່ໃນລັດຢູທາ. ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານສຸກສະຫວັນ ທໍາມະບານວົງ ເມຊັນ ອາຍຸ 61 ປີ, ເກີດແລະເຕີບໃຫຍ່ຢູ່ໃນຕົວເມືອງສະຫວັນນະເຂດ ແຂວງສະຫວັນນະເຂດ, ປັດຈຸບັນອາໄສຢູ່ເມືອງ ເຊົາທ໌ເລກຊີຕີ້, ລັດຢູທາ. ເພິ່ນອອກຈາກປະເທດລາວເມື່ອປີ 1980 ແລະມາຕັ້ງຖິ່ນຖານຢູ່ສະລັດເມື່ອປີ 1982, ທໍາອິດທີ່ມາເຖິງສະຫະລັດ ເພິ່ນກໍອາໄສຢູ່ທີ່ລັດຢູທາ ແຫ່ງນີ້, ແຕ່ດ້ວຍວຽກງານ ຈຶ່ງເຮັດໃຫ້ເພິ່ນໄດ້ໄປອາໄສຢູ່ລັດເທັກ ຊັສເປັນເວລາປະມານ 3 ປີ, ຈາກນັ້ນ ເພິ່ນກໍໄດ້ຍ້າຍກັບມາທີ່ລັດຢູທາ ແຫ່ງນີ້ອີກ, ແລະເພິ່ນກໍອາໄສຢູ່ທີ່ນີ້ ໂດຍບໍ່ໄດ້ຍ້າຍໄປທາງໃດອີກ ຈົນເຖິງປັດຈຸບັນ.

ລິງໂດຍກົງ

ທ່ານສຸກສະຫວັນ ກ່າວໃຫ້ຟັງວ່າ ມັນມີຫຼາຍເຫດຜົນທີ່ເຮັດໃຫ້ທ່ານຕ້ອງໄດ້ຕັດ ສິນໃຈຍົກຍ້າຍຖິ່ນຖານມາຢູ່ສະຫະລັດ, ນັ້ນກໍເພາະວ່າ ພື້ນຖານຂອງຄອບຄົວທ່ານ ແລະລະບອບການເມືອງທີ່ມີການປ່ຽນແປງແມ່ນແຕກຕ່າງກັນ, ທີ່ສໍາຄັນ ໂອກາດໃນການສຶກສາຮໍ່າຮຽນຂອງທ່ານແມ່ນບໍ່ມີເໝືອນດັ່ງກັບໝູ່ເພື່ອນທີ່ຮຽນຢູ່ໃນຊັ້ນດຽວກັນ, ເມື່ອເຫັນໝູ່ເພື່ອນຄົນອື່ນໆໄດ້ຮັບການສຶກສາແລະຖືກຊັບຊ້ອນໃຫ້ໄດ້ໄປຮຽນຕໍ່ຕ່າງແຂວງ ແລະຕ່າງປະເທດ ຈຶ່ງຄິດວ່າ ຖ້າຍ້າຍມາຢູ່ສະຫະ ລັດ ໂອກາດທາງດ້ານການສຶກສາ ກໍຄົງຊິມີຫຼາຍກວ່າ.

ທ່ານສຸກສະຫວັນ ແລະພັນລະຍາ.
ທ່ານສຸກສະຫວັນ ແລະພັນລະຍາ.
ລິງໂດຍກົງ

ເພິ່ນໄດ້ກ່າວໃຫ້ຟັງວ່າ ໃນຊ່ວງທີ່ອອກຈາກສະຫວັນນະເຂດມານັ້ນ ແມ່ນຕ້ອງໄດ້ລັກອອກມາ ໂດຍໄດ້ຈ້າງໃຫ້ຄົນພາພາຍເຮືອຂ້າມນໍ້າຂອງໃນຍາມກາງຄືນ ເພາະຊ່ວງນັ້ນເປັນຊ່ວງທີ່ບ້ານເມືອງສັບສົນວຸ້ນວາຍ, ເມື່ອຂ້າມໄປເຖິງຝັ່ງໄທ ເພິ່ນກໍເຂົ້າໄປຢູ່ທີ່ສູນ ໂດຍເພິ່ນໄດ້ອາໄສຢູ່ສອງສູນອົບພະຍົບ ແລະບ່ອນນັ້ນເອງ ທີ່ເຮັດໃຫ້ເພິ່ນໄດ້ພົບກັນກັບຜູ້ທີ່ຈະມາເປັນຄູ່ຊີວິດຂອງເພິ່ນ ເມື່ອມາເຖິງສະຫະລັດ.

ລິງໂດຍກົງ

ທ່ານສຸກສະຫວັນບອກວ່າ ບ່ອນທີ່ເພິ່ນອາໄສຢູ່ໃນປັດຈຸບັນນີ້ ມີຄົນລາວຢູ່ປະ ມານ 500 ກວ່າຄອບຄົວ, ເຊິ່ງໃນນັ້ນ ກໍໄດ້ມີການຈັດຕັ້ງກັນເປັນສະມາຄົມ ໂດຍສະມາຄົມຈະເຮັດວຽກເປັນສັດເປັນສ່ວນ ເຊິ່ງສ່ວນໃຫຍ່ ແມ່ນຊ່ວຍເຫຼືອປະຊາຊົນອາເມຣິກັນເຊື້ອສາຍລາວ ທີ່ຢູ່ໃນຂົງເຂດນັ້ນ ໂດຍສະເພາະເຊັ່ນ ເຫດການຕ່າງໆທີ່ເກີດຂຶ້ນກັບຄົນຢູ່ໃນສະມາຄົມ, ຊ່ວຍເຫຼືອກັນກ່ຽວກັບການຊອກວຽກງານ, ຂໍ້ມູນຂ່າວສານຕ່າງໆ, ງານວັດ, ງານຣາຕຣີສະໂມສອນ ແລະອື່ນໆ...

ທ່ານສຸກສະຫວັນ (ຊ້າຍສຸດ) ແລະໝູ່ເພື່ອນທີ່ຢູ່ໃນສະຄົມລາວນໍາກັນ.
ທ່ານສຸກສະຫວັນ (ຊ້າຍສຸດ) ແລະໝູ່ເພື່ອນທີ່ຢູ່ໃນສະຄົມລາວນໍາກັນ.
ລິງໂດຍກົງ

ນອກຈາກຊ່ວຍເຫຼືອວຽກງານຢູ່ໃນສະມາຄົມຂອງຊຸມຊຸນຄົນລາວອາເມຣິກັນຢູ່ໃນຂົງເຂດເຊົາທ໌ເລກຊິຕີ້ແລ້ວ ເພິ່ນຍັງໄດ້ຊ່ວຍເຫຼືອຄົນລາວນໍາກັນ ທີ່ຕ້ອງການວຽກເຮັດງານທໍາ ໂດຍການໃຫ້ຄວາມຊ່ວຍເຫຼືອໃນການແນະນໍາ ເພື່ອເຂົ້າໄປເຮັດວຽກຢູ່ໃນເໝືອງຄໍາອີກດ້ວຍ ເຊິ່ງເປັນບ່ອນທີ່ເພິ່ນເຮັກວຽກຢູ່ທີ່ນັ້ນກ່ຽວກັບ Information Technology, ເຊິ່ງມີໜ້າທີ່ເປັນ IT Management ຢູ່ທີ່ນັ້ນມາເປັນເວລາຫຼາຍປີ.

ລິງໂດຍກົງ

ເພິ່ນກ່າວວ່າ ຢູ່ທີ່ນີ້ມີວັດລາວຢູ່ສອງວັດ ເຊິ່ງຈະບໍ່ໄກກັນຫຼາຍປານໃດ ແລະທັງສອງວັດນີ້ ກໍມີຊາວພຸດລາວອາເມຣິກັນ ໄປຄໍ້າໝົດທັງສອງວັດ. ວັດກໍບໍ່ໃຫຍ່ຫຼາຍ ແຕ່ກໍມີດິນກວ້າງພຽງພໍ ສໍາລັບຈັດງານບຸນປະເພນີຕ່າງໆ ຂອງຄົນຢູ່ໃນຊຸມຊົນ, ນອກນັ້ນເພິ່ນຍັງກ່າວຕື່ມວ່າ ທາງວັດຍັງຕ້ອງການການສະໜັບສະໜຸນ ແລະກໍຍັງຕ້ອງສ້າງ ຫຼືຕໍ່ເຕີມໄປເລື້ອຍໆ ເຊິ່ງເພິ່ນເອງບອກວ່າ ມີຄວາມພູມໃຈທີ່ຄົນລາວທຸກຄົນຢູ່ໃນຊຸມຊົນສາມັກຄີກັນ ແລະຊ່ວຍກັນຄໍ້າພະພຸດທະສາດສະໜາ.

ທ່ານສຸກສະຫວັນ ຮ່ວມຫຼິ້ນດົນຕຣີ ຢູ່ວົງດົນຕຣີລາວ ໃນລັດ ຢູທາ.
ທ່ານສຸກສະຫວັນ ຮ່ວມຫຼິ້ນດົນຕຣີ ຢູ່ວົງດົນຕຣີລາວ ໃນລັດ ຢູທາ.
ລິງໂດຍກົງ

ທີ່ຜ່ານມາ ຄົນລາວຢູ່ໃນຊຸມຊົນ ຈະມາພົບປະກັນໃນຍາມບຸນປີໃໝ່ລາວ ມາໃສ່ບາດຮ່ວມກັນ ໂອ້ລົມກັນ ຫຼືປຶກສາຫາລືກັນກ່ຽວກັບດ້ານຕ່າງໆຢູ່ໃນຊຸມຊົນ, ເຊິ່ງສ່ວນຫຼາຍກໍຈະຈັດການພົບປະກັນຢູ່ວັດ ຫຼືງານລາຕີສະໂມສອນທີ່ຈັດຢູ່ວັດ, ເພິ່ນໄດ້ກ່າວອີກວ່າ ຄົນເຊື້ອສາຍສາຍລາວທີ່ອາໄສຢູ່ໃນຊຸມຊົນ ແມ່ນພາກັນໄປຮ່ວມໝົດ ທັງຮຸ້ນພໍ່-ແມ່ ແລະລູກໆທີ່ເກີດໃໝ່ໃຫຍ່ລຸນຢູ່ທີ່ສະຫະລັດອາເມຣິກາ.

ລິງໂດຍກົງ

ທ່ານສຸກສະຫວັນຍັງໄດ້ກ່າວຕື່ມວ່າ ສະຖານທີ່ຕ່າງໆຢູ່ແຖວນີ້ແມ່ນງາມຫຼາຍ ມີທໍາມະຊາດ ມີທະເລສາບ ມີພູຜາ, ອາກາດກໍດີ, ຍາມຮ້ອນ ຜູ້ຄົນມັກພາກັນໄປນອນປ່າ ຫຼື Camping, ເພິ່ນ ແລະຄອບຄົວພ້ອມດ້ວຍລູກໆ ກໍມັກພາກັນໄປຕັ້ງແຄມປ໌ ເຊັ່ນກັນ.

ທ່ານສຸກສະຫວັນ ແລະໝູ່ເກົ່າສະໄໝຮຽນອຸດົມດ້ວຍກັນ ພ້ອມດ້ວຍລູກສາວຂອງໝູ່ເພິ່ນ, ຖ່າຍຮູບຢູ່ທີ່ອຸທະຍານແຫ່ງຊາດ ໃນໂອກາດທີ່ໝູ່ຂອງເພິ່ນມາຢາມແຕ່ຕ່າງລັດ.
ທ່ານສຸກສະຫວັນ ແລະໝູ່ເກົ່າສະໄໝຮຽນອຸດົມດ້ວຍກັນ ພ້ອມດ້ວຍລູກສາວຂອງໝູ່ເພິ່ນ, ຖ່າຍຮູບຢູ່ທີ່ອຸທະຍານແຫ່ງຊາດ ໃນໂອກາດທີ່ໝູ່ຂອງເພິ່ນມາຢາມແຕ່ຕ່າງລັດ.

ທ່ານສຸກສະຫວັນ ຮຽນຈົບຫຼາຍຂະແໜງວິຊາ ເຊິ່ງລວມມີປະຣິນຍາໂທ 2 ໃບ ເຊັ່ນປະລິນຍາໂທທາງດ້ານຂໍ້ມູນຂ່າວສານກ່ຽວກັບ Computer ຫຼື MSCIS, ແລະ MBA ອັນໄດ້ເປັນສ່ວນໃນການເຕີມເຕັມຄວາມສຸກ ແລະຄວາມປາດຖະໜາດັ່ງທີ່ເພິ່ນຕັ້ງໃຈ, ພ້ອມກັນນັ້ນ ການສຶກສາກໍ່ຍັງໄດ້ຊ່ວຍໃຫ້ເພິ່ນ ສາມາດຊ່ວຍເຫຼືອຄົນຢູ່ໃນຊຸມຊົນ ແລະຊາວອາເມຣິກັນເຊື້ອສາຍລາວ ຢູ່ໃນຂົງເຂດທີ່ເພິ່ນອາໄສຢູ່ ໃນຫຼາຍໆດ້ານນໍາດ້ວຍ.

XS
SM
MD
LG