ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອົງການ ສປຊ ກ່າວວ່າ ໂລກສາມາດຫຼີກລ້ຽງຈາກການປ່ຽນແປງຂອງສະພາບອາກາດທີ່ສູງຂຶ້ນນີ້ໄດ້ ດ້ວຍມາດຕະການທີ່ເຂັ້ມງວດເທົ່ານັ້ນ


ແຟ້ມຮູບ- ຜູ້ຄົນພາກັນຂັບລົດ ທ່າມກາງໝອກຄ​ວັນໃນຕອນເຊົ້າ ແລະອາຍພິດ ຢູ່ໃນນະຄອນຫຼວງນິວເດລີ, ປະເທດອິນເດຍ, ເມື່ອວັນທີ 17 ພະຈິກ 2021.
ແຟ້ມຮູບ- ຜູ້ຄົນພາກັນຂັບລົດ ທ່າມກາງໝອກຄ​ວັນໃນຕອນເຊົ້າ ແລະອາຍພິດ ຢູ່ໃນນະຄອນຫຼວງນິວເດລີ, ປະເທດອິນເດຍ, ເມື່ອວັນທີ 17 ພະຈິກ 2021.

ໜ່ວຍງານຊັ້ນນໍາທາງສະພາບອາກາດແຫ່ງອົງການສະຫະປະຊາຊາດ ກ່າວວ່າ ການ​ເອົາມາດຕະການ​ແບບ​ເດັດ​ຂາດ ເຊິ່ງລວມມີ ການຫຼຸດຈໍານວນໃນການໃຊ້​ເຊື້ອ​ໄຟ​ຟອ​ສ​ເຊີ​ລ​ທີ່​ມາ​ຈາກ​ຊາກ​ພືດ​ຊາກ​ສັດ, ແມ່ນມີຄວາມຈໍາເປັນຢ່າງຍິ່ງເພື່ອ​ຈະຄວບຄຸມພາວະໂລກຮ້ອນ ໃຫ້​ຢູ່​ໃນ​ລະ​ດ​ຫັບ 1.5 ອົງສາແຊ​ລ​ເຊີ​ສ ສູງກວ່າອຸນຫະພູມກ່ອນຍຸກ.

ເລຂາທິການໃຫຍ່ແຫ່ງອົງການສະຫະປະຊາຊາດ ທ່ານແອນໂຕນິໂອ ກູເຕເຣສ ກ່າວວ່າ ລາຍງານໂດຍຄະນະກໍາມະການລະຫວ່າງລັດຖະບານໃນມື້ວັນຈັນວານນີ້ ກ່ຽວກັບການປ່ຽນແປງຂອງສະພາບອາກາດໄດ້ສະແດງໃຫ້ເຫັນວ່າ ໂລກກໍາລັງ “ຢູ່ໃນເສັ້ນທາງໄປ​ສູ່ໄພພິບັດທາງ​ສະພາບອາກາດຢ່າງໄວວາ,” ລັດຖະບານ ແລະອົງກອນຕ່າງໆ ໄດ້ມີສ່ວນຮ່ວມ ໃນ “ຄວາມຮັບຜິດຊອບ ກ່ຽວກັບການ​ບໍ່​ປະ​ຕິ​ບັດສັນຍາທາງສະພາບອາກາດ.”

ທ່ານກູເຕເຣສ ກ່າວຢູ່ໃນຂໍ້ຄວາມວີດີໂອ ທີ່ນໍາອອກເຜີຍແຜ່ ພ້ອມກັນກັບບົດລາຍງານວ່າ “ມັນເປັນຂໍ້ມູນທີ່ໜ້າອັບອາຍ, ໜັງສືສັນຍາທີ່ເປົ່າຫວ່າງ ໄດ້ເຮັດໃຫ້ພວກເຮົາຢູ່ໃນຫົນທາງ ທີ່ກ້າວໄປສູ່ໂລກທີ່ບໍ່​ສາ​ມາດ​ອາ​ໄສ​ຢູ່​ໄດ້.”

ທ່ານກູເຕເຣສ ກ່າວວ່າ ວິຖີທາງໃນປັດຈຸບັນຂອງໂລກ ແມ່ນພາວະໂລກຮ້ອນຂຶ້ນຫຼາຍກວ່າ 2 ເທົ່າ ຂອງຂີດຈໍາກັດ 1.5 ອົງສາແຊ​ລ​ເຊີ​ສ ທີ່ໄດ້ເຄີຍຫາລືກັນໄວ້ ກ່ຽວກັບສະພາບອາກາດ ຢູ່ທີ່ປາຣີ ເມື່ອປີ 2015.

ເພື່ອຮັກສາລະດັບ 1.5 ອົງສາໃຫ້ຢູ່ໃນຂອບເຂດຈໍາກັດນັ້ນ, ທ່ານກ່າວວ່າ ທົ່ວໂລກຕ້ອງຫຼຸດ ການປ່ອຍແກັ​ສ​ເຮືອນ​ແກ້ວລົງໃຫ້ໄດ້ 45 ເປີເຊັນ ພາຍໃນທົດສະວັດນີ້.

ໃນບົດລາຍງານ 2,800 ໜ້າກ່າວວ່າ ມີພຽງແຕ່ຫຼຸດການປ່ອຍ​ແກັ​ສ​ເຮືອນ​ແກ້ວ​ຢ່າງ​ຫຼວງ​ຫຼາຍລົງ ພາຍໃນທົດສະວັດນີ້ເທົ່ານັ້ນ ຈຶ່ງຈະສາມາດປ່ຽນແປງສະຖາ ນະການຕ່າງໆໄດ້. ເຖິງແມ່ນບົດລາຍງານໄດ້ກ່າວວ່າ ມາດຕະການດັ່ງກ່າວຈໍາເປັນຕ້ອງໄດ້ລວມກັບແຜນການປູກປ່າຂອງລັດຖະບານປະເທດຕ່າງໆ ໃນການປູກຕົ້ນໄມ້ໃຫ້ໄດ້ຫຼາຍຂຶ້ນ ແລະພັດທະນາເທັກໂນໂລຈີທີ່ສາມາດກໍາຈັດອາຍພິດຄາຣ໌ບອນບາງສ່ວນ ຢູ່ໃນຊັ້ນບັນຍາກາດໄດ້ແລ້ວກໍຕາມ.

ທ່ານເຈມສ ສກີ (James Skea), ປະທານຮ່ວມລາຍງານຂອງ IPCC ກ່າວຢູ່ໃນຖະແຫຼງການພ້ອມດ້ວຍບົດລາຍງານວ່າ “ຈະເລີ້ມຕົ້ນແຕ່ດຽວນີ້ ຫຼືບໍ່ເຮັດຫຍັງເລີຍ.”

ທ່ານກ່າວຕື່ມວ່າ “ຖ້າຫາກບໍ່ມີການຫຼຸດປະລິມານການປ່ອຍແກັ​ສ​ເຮືອນ​ແກ້ວລົງໃນທຸກໆພາກສ່ວນ, ມັນຈະບໍ່ມີທາງທີ່ເປັນໄປໄດ້ເລີຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG