ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

English in a Minute, ບົດ​ທີ 37 "Treat him with kid gloves" ແປ​ວ່າ "ຈົ່ງດູ​ແລລາວດ້ວຍຄວາມ ລະມັດ ລະວັງ ແລະອ່ອນໂຍນ"


English in a Minute: Treat Him WIth Kid Gloves
please wait

No media source currently available

0:00 0:01:00 0:00
ລິງໂດຍກົງ

ເຊີນ​ເບິ່ງວີ​ດິ​ໂອ​ລາຍ​ການ​ພາ​ສາ​ອັງ​ກິດ English in a Minute, ບົດ​ທີ 37 "Treat him with kid gloves" ຊຶ່ງແປ​ວ່າ "ຈົ່ງດູ​ແລ ຫລື​ປະ​ຕິບັດ​ຕໍ່​ລາວດ້ວຍຄວາມລະມັດລະວັງ ແລະອ່ອນໂຍນ"

Welcome to English in a minute.
ພົບ​ກັນ​ອີກ​ທ່ານໃນ​ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

If you have ever heard American English, you might have heard this. “You better treat him with kid gloves.”

ຖ້າທ່ານເຄີຍໄດ້ຍິນສຳ​ນວນພາສາອັງກິດແບບອາເມຣິກາ, ທ່ານອາດຈະໄດ້ຍິນ ສຳ​ນວນ “You better treat him with kid gloves.” ມາ​ແລ້ວເນາະ.

Is someone telling you to put on a pair of gloves? Let's listen again.

ມັນ​ແມ່ນມີຄົນບອກທ່ານໃຫ້ເຈົ້າໃສ່ຖົງມືບໍ? ລອງຟັງຕື່ມ​ອີກເບິ່ງ​ເນາະ.

I heard Sam is really upset.
ຂ້ອຍໄດ້ຍິນວ່າ​ແຊມຮູ້ສຶກເສຍໃຈຫລາຍ​ໄດ໋.

Really?
ອີ່​ຫລີຫວະ?

Yes. And he may be upset for a while.
ແມ່ນ. ແລະ​ລາວກໍ​ຄືຈະ​ເສຍໃຈ​ໄປອີກ​ດົນ.

You better treat him with kid gloves.
ເຈົ້າຄວນ​ຈະ​ເອົາ​ໃຈ​ໃສ່​ລາວ​ແດ່​ໄດ໋

It sounds as if Sam needs to be treated carefully and gently. That's what treat him with kid gloves means.
ຟັງໆ​ແລ້ວ​ປາ​ກົດວ່າ ແຊມຕ້ອງການ​ການດູ​ແລ​ເບິ່ງ​ແຍງ​ດ້ວຍ​ຄວາມ​ລະ​ມັດ ລະ​ວັງ ແລະອ່ອນ​ໂຍນ. ນັ້ນຫລະ​ຄື​ຄວາມ​ໝາຍ​ຂອງ ຄຳ​ວ່າ “treat him with kid gloves.”

Gloves made from kid leather, leather from a lamb or a young goat. Are soft.
ຖົງມື ຫລືຊົບ​ມື ເຮັດຈາກໜັງສັດນ້ອຍ, ໜັງແກະ ຫຼືແບ້ນ້ອຍ ມັນ​ນຸ້ມ ແລະ ອ່ອນດີ.

So if someone is angry or upset, you might need to treat him with kid gloves very carefully. You better treat him with kid gloves.
ສະນັ້ນ ຖ້າເຮົາ​ເຫັນໃຜຜູ້ນຶ່ງໃຈຮ້າຍ ຫຼື ​ເສຍໃຈ ເຮົາກໍ​ຄວນຈະ​ປະ​ຕິ​ບັດ​ກັບຜູ້ນັ້ນດ້ວຍ​ຄວາມລະມັດລະວັງ ແລະດ້ວຍຄວາ​ມ​ອ່ອນ​ໂຍນທີ່​ສຸດ.

“treat him with kid gloves.”

ບັດ​ນີ້ ພວກ​ເຮົາ​ມາ​ລົມ​ກັນ​ເລື້ອງ​ຄໍ​າ​ສັບໃນ​ສຳ​ນວນນີ້​ນຳ​ກັນ​ເບິ່ງ​ເນາະ​ທ່ານ. ຄຳ​ທຳ​ອິດ​ແມ່ນ treat, t-r-e-a-t = treat ແປ​ວ່າ​ປະ​ຕິ​ບັດ​ຕໍ່ ຫລື​ເຮັດ​ນຳ ເຊັ່ນ​ເຮັດ​ດີ​ນຳ​ຜູ້ນັ້ນ ຜູ້ນີ້ ເຊັ່ນ​ວ່າ treat her well, treat him well ດັ່ງ​ນັ້ນ​ເປັນ​ຕົ້ນ.

“treat him with kid gloves.”

Kid, k, I, d = kid ແປ​ວ່າ​ແບ້​ນ້ອຍ ຊຶ່ງ​ພາ​ສາ​ອັງ​ກິດ​ແມ່ນ

ຄຳ​ວ່າ glove, g-l-o-v-e ແປ​ວ່າ ຖົງ​ມື ຫລື​ຊົບ​ມື ຖ້າ​ມີ​ຊົບ​ມື​ຄູ່​ນຶ່ງ ພວກ​ເຮົາ​ກໍ​ຈະ​ເວົ້າ​ວ່າ a pair of gloves ໂດຍ​ຕື່ມ ໃສ່​ທາງ​ຫລັງ

and that's English in a minute.

XS
SM
MD
LG