ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄຮເປີໂຊນິກ ແມ່ນອາວຸດແບບໃດ ແລະປະເທດໃດແດ່ ມີຢູ່ໃນຄວາມຄອບຄອງ?


ແຟ້ນ - ລູກສອນໄຟຄຣູສໄຮເປີໂຊນິກ Tsirkon ຍິງຈາກກຳປັ່ນລົບຂອງຣັດເຊຍລົບຕິດລູກສອນໄຟນຳວິຖີພົນເອກກໍສກັອບ ໃນລະຫວ່າງການທົດລອງທີ່ທະເລຂາວ ໃນຮູບນິ້ງທີ່ຖ່າຍຈາກວີດີໂອທີ່ນຳອອກເຜີຍແຜ່ເມື່ອວັນທີ 7 ຕຸລາ 2020. (Russian Defense Ministry/handout via Reuters)
ແຟ້ນ - ລູກສອນໄຟຄຣູສໄຮເປີໂຊນິກ Tsirkon ຍິງຈາກກຳປັ່ນລົບຂອງຣັດເຊຍລົບຕິດລູກສອນໄຟນຳວິຖີພົນເອກກໍສກັອບ ໃນລະຫວ່າງການທົດລອງທີ່ທະເລຂາວ ໃນຮູບນິ້ງທີ່ຖ່າຍຈາກວີດີໂອທີ່ນຳອອກເຜີຍແຜ່ເມື່ອວັນທີ 7 ຕຸລາ 2020. (Russian Defense Ministry/handout via Reuters)

ຫຼາຍໆ​ປະ​ເທດ​ກຳ​ລັງ​ເວົ້າ​ເຖິງ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ພັດ​ທະ​ນາ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ ໂດຍ​ກ່າວ​ເຖິງ​ອາ​ວຸດ​ເຫຼົ່າ​ນີ້​ວ່າ ເປັນ “​ຕົວພິກ​ເກມ​” ແຕ່​ວ່າ​ອາ​ວຸດ​ເຫຼົ່າ​ນີ້​ແມ່ນ​ຫຍັງ? ປະ​ເທດ​ໃດແດ່ມີ​? ແລະ​ຮ້າຍ​ແຮງ​ສ່ຳ​ໃດ?

ອາ​ວຸດ​ໄຮ​ເປີ​ໂຊ​ນິກ ແມ່ນ​ຫຍັງ?

ອາ​ວຸດ​ໄຮ​ເປີ​ໂຊ​ນິກ ສາ​ມາດ​ບິນ​ໄດ້​ ໃນ​ຄວາມ​ໄວ​ບໍ່​ຕ່ຳ​ກວ່າ 5 ມາກ ແລະ​ສາ​ມາດ​ປັບ​ປ່ຽນຕຳ​ແໜ່ງ​ ແລະ​ທິດ​ທາງ​ໄດ້ ໃນ​ລະ​ຫວ່າງ​ທີ່​ກຳ​ລັງ​ບິນ​ຢູ່. ອາ​ວຸດນີ້
ແມ່ນ​ຕ່າງ​ຈາກ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ຊຶ່ງ​ສາ​ມາດ​ເດີນ​ທາງ​ໄປ​ດ້ວຍ​ຄວາມ​ໄວ
ແບບ​ໄຮ​ເປີ​ໂຊ​ນິກ (ຢ່າງ​ໜ້ອຍ 5 ມາກ) ແຕ່​ໄດ້ຖືກ​ກຳ​ນົດ​ໃນການ​ຕົກ​ໃນ​ແນວ​ໂຄ້ງ ແລະ​ຈຳ​ກັດ​ຕໍ່ການ​ປ່ຽ​ນ​ຕຳ​ແໜ່ງ​ແລະ​ທິດ​ທາງ.

ອາ​ວຸດ​ໄຮ​ເປີ​ໂຊ​ນິກ ມີຈັກ​ປະ​ເພດ?

ອາ​ວຸດ​ໄຮ​ເປີ​ໂຊ​ນິກ ມີ​ຢູ່ 2 ປະ​ເພດ​ໃຫຍ່: ​ປະ​ເພດ​ທີ່ເປັນ​ຍານ​ເວີ່ນ ແລະ​ເປັນ​ລູກ​ສອນ​ໄຟ​ຄ​ຣູ​ສ.

ຊະ​ນິດ​ທີ່​ເປັນ​ຍານ​ເວີ່ນນີ້ ແມ່ນ​ຍິງ​ຈາກ​ຈະ​ຫຼວດ. ຫຼັງ​ຈາກນັ້ນ ຍານ​ເວີ່ນ​ກໍ​ຈະ​ແຍກ​ໂຕ​ອອກ​ຈາກ​ຈະ​ຫຼວດ ແລະ​ເວີ່ນ​ໄປ​ຫາ​ເປົ້າ​ໝາຍ ​ດ້ວຍ​ຄວາມ​ໄວ ​ຢ່າງ​ນ້ອຍ​ບໍ່​ຫຼຸດ 5 ມາກ.

ຊະ​ນິດ​ທີ່​ເປັນ​ລູກ​ສອນ​ໄຟ​ຄ​ຣູ​ສນັ້ນ ແມ່ນ​ຂັບ​ດັນດ້ວຍເຄື່ອງ​ຈັກ​ທີ່​ໃຊ້​ອາ​ກາດ​ເຜົາ​ໄໝ້​ດ້ວຍ​ຄວາມ​ໄວ​ສູງ.

ມັນ​ມີ​ຄວາມ​ສຳ​ຄັນ​ຢ່າງ​ໃດ?

ຄວາມ​ສາ​ມາດ​ໃນ​ການ​ຍິງ​ອາ​ວຸດ​ທີ່​ສາ​ມາດ​ປັບ​ປ່ຽນ​ຕຳ​ແໜ່ງ​ແລະ​ທິດ​ທາງ​ດ້ວຍ​ຄວາມ​ໄວ​ໄຮ​ເປີ​ໂຊ​ນິກນີ້ ແມ່ນ​ອຳ​ນວຍ​ໃຫ້​ປະ​ເທດ​ໃດ​ກໍ​ຕາມ​ທີ່​ມີ​ຄວາມ​ສາ​ມາດ ດັ່ງ​ກ່າວ​ເປັນ​ຜູ້​ໄດ້​ປຽບຍ້ອ​ນ​ອາ​ວຸດ​ດັ່ງ​ກ່າວ​ສາ​ມາດ​ຫຼົບ​ຫຼີກ​ທຸກໆ​ລະ​ບົບ​ການ​ປ້ອງ​ກັນ​ທີ່​ມີ​ຢູ່​ໃນ​ເວ​ລານີ້. ນາຍ​ພົນ​ຈອນ ໄຮ​ເຕັນ (John Hyten) ​ອະ​ດີດ​ຮອງປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ກ່າວ​ຕໍ່​ບັນ​ດາ​ແຂກ​ ທີ່​ວໍ​ຊິງ​ຕັນ ໃນ​ເດືອນ​ມັງ​ກອນ ​ປີ 2020 ຜ່ານ​ມານີ້​ວ່າ “ມັນບໍ່​ສຳ​ຄັນ​ວ່າ​ການ​ຂົ່ມ​ຂູ່​ແມ່ນ​ຫຍັງ. ຖ້າ​ຫາກ​ເຈົ້າ​ບໍ່​ສາ​ມາດ​ເຫັນ​ມັນ​ແລ້ວ ເຈົ້າ​ກໍ​ບໍ່​ສາ​ມາດ​ປ້ອງ​ກັນ​ມັນ​ໄດ້.”

ໃນ​ຖາ​ນະ​ທີ່​ເປັນ​ຜູ້​ບັນ​ຊາ​ການ ​ກຳ​ລັງ​ຍຸດ​ທະ​ສາດ ​ຂອງ​ສະ​ຫະ​ລັດ ໃນ​ປີ 2018 ນາຍ​ພົນ​ໄຮ​ເຕັນ ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ການ​ປ້ອງ​ກັນ​ໃດໆ​ທີ່​ສາ​ມາດ​ປະ​ຕິ​ເສດ​ຕໍ່​ການ​ສົ່ງ​ອາ​ວຸດ​ໃນ​ທຳ​ນອງນີ້​ໃສ່​ພວກ​ເຮົາ….. ການ​ປ້ອງ​ກັນ​ຂອງ​ພວກ​ເຮົາ​ກໍ​ຄວາມສາ​ມາດໃນ​ການ​ສະ​ກັດ​ກັ້ນ.”

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ໃນ​ຂະ​ນະ​ທີ່​ມີ​ເຣ​ດ້າ​ພາກ​ພື້ນ​ດິນ​ບາງ​ຊະ​ນິດ ​ສາ​ມາດຈັບ​ການ​ເຄື່ອນ​ໄຫວ​ຂອງ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ​ໄດ້ ແຕ່​ມັນ​ກໍ​ບໍ່​ມີ​ເວ​ລາ​ພຽງ​ພໍ​ທີ່​ຈະ​ແຈ້ງ​ເຕືອນ​ກ່ຽວ​ກັບ​ການ​ໂຈມ​ຕີ. ເຈົ້າ​ໜ້າ​ທີ່ຄື​ກັນ​ກັບ​ນາຍ​ພົນ​ເບ້ຍ​ບຳ​ນານ​ໄຮ​ເຕັນ ໄດ້​ສະ​ເໜີ​ໃຫ້​ມີ​ການ​ສ້າງ​ລະ​ບົບ​ເຣ​ດ້າ​ທີ່​ມີ​ຖານ​ປະ​ຕິ​ບັດ​ງານ​ຢູ່​ອະ​ວະ​ກາດ.

ອາ​ວຸດ​ໄຮ​ເປີ​ໂຊ​ນິກ ມີ​ຄວາມ​ແຕກ​ຕ່າງ​ຈາກ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ຈັ່ງ​ໃດ?

ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ ສາ​ມາດ​ເດີນ​ທາງ​ດ້ວຍ​ຄວາມ​ໄວ​ແບບ​ໄຮ​ເປີ​ໂຊ​ນິກ ບໍ່​ຫຼຸດ 5 ມາກ ແຕ່​ໄດ້ຖືກ​ກຳ​ນົດ​ ການ​ຕົກ​ເປັນ​ແນວ​ໂຄ້ງ ​ໄວ້​ແລ້ວ ແລະ​ຈຳ​ກັດ​ຕໍ່ການ​ປ່ຽ​ນ​ຕຳ​ແໜ່ງ​ແລະ​ທິດ​ທາງ.

ມີ​ປະ​ເທດ​ໃດ​ແດ່​ກຳ​ລັງ​ພັ​ດ​ທະ​ນາ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ?

ສະ​ຫະ​ລັດ ຣັດ​ເຊຍ ແລະ​ຈີນ ຕ່າງ​ກໍ​ພວມ​ພັດ​ທະ​ນາ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ. ນອກ ນັ້ນ​ແລ້ວກໍ​ຍັງ​ມີ​ອີກ​ຫຼາຍ​ປະ​ເທດ​ ພວມ​ທຳ​ການ​ຄົ້ນ​ຄວ້າ​ ກ່ຽວ​ກັບ​ອາ​ວຸດ​ດັ່ງ​ກ່າວ ຊຶ່ງມີ​ບາງ​ປະ​ເທດ​ໄດ້​ກ່າວ​ອ້າງ ໃນ​ການ​ທົດ​ລອ​ງວຸດ​ໄຮ​ເປີ​ໂຊ​ນິກທີ່​ຍັງ​ບໍ່​ສາ​ມາດ
ມີ​ການ​ພິ​ສູດ​ໄດ້​ເທື່ອ.

ນີ້​ແມ່ນ​ປະ​ເທດ​ຕ່າງໆ​ທີ່​ພວມ​ພັດ​ທະ​ນາ​ອາ​ວຸດ​ເຫຼົ່າ​ນີ້:

ສະ​ຫະລັດ: ກອງ​ທັບ​ສະ​ຫະ​ລັດ​ໄດ້​ຂໍ​ງົບ​ປະ​ມານ 3 ພັນ 800 ລ້ານ​ໂດ​ລາເພື່ອພັ​ດ​ທະ​ນາ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ ສຳ​ລັບ​ສົກ​ງົບ​ປະ​ມານ 2022 ແລະ​ອີກ 246 ລ້ານ 9 ແສນ​ໂດ​ລາ​ສຳ​ລັບ​ການ​ຄົ້ນ​ຄວ້າ ​ເພື່ອ​ປ້ອງ​ກັນ​ ອາ​ວຸດ​ຊະ​ນິດ​ດັ່ງ​ກ່າວ. ອາ​ວຸດ​ໄຮ​ເປີ​ໂຊ​ນິກ​ສ່ວນ​ໃຫຍ່​ຂອງ​ສະ​ຫະ​ລັດ​ແມ່ນ​ກຳ​ລັງ​ຢູ່​ໃນ​ລະ​ຫວ່າງ​ການ​ພັດ​ທະ​ນາ ແລະ​ການ​ທົດ​ລອງ ແຕ່​ກໍ​ຄາດ​ວ່າ​ມີ​ຢ່າງ​ໜ້ອຍ 1 ລະ​ບົບ​ຈະ​ສົ່ງ​ເຂົ້າ​ປະ​ຈຳ​ການ​ໃນ​ປີນີ້. ອາ​ວຸດ​ໄຮ​ເປີ​ໂຊ​ນິກ​ຂອງ​ສະ​ຫະ​ລັດ ແມ່ນ​ຕິດ​ຫົວ​ລະ​ເບີດ​ທຳ​ມະ
ດາ.

ຣັດ​ເຊຍ: ຣັດ​ເຊຍ​ໄດ້​ເລີ້ມ​ດຳ​ເນີນ​ການ​ດ້ານ​ເທັກ​ໂນ​ໂລ​ຈີໄຮ​ເປີ​ໂຊ​ນິກ​ມາ​ແຕ່​ຊຸມ​ປີ 1980. ເຈົ້າ​ໜ້າ​ທີ່ກອງ​ທັບ​ຣັດ​ເຊຍ ກ່າວ​ໃນ​ວັນ​ເສົ​າ​ແລ້ວນີ້​ວ່າ ຕົນ​ໄດ້​ຍິງ​ລູກສອນ​ໄຟ​ໄຮ​ເປີ​ໂຊ​ນິກ​ເປັນ​ເທື່ອ​ທຳ​ອິດ​ໃນ​ຢູ​ເຄ​ຣນໂດຍ​ແນ​ເປົ້າ​ໝາຍ​ໃສ່​ສາງ​ເກັບ​ອາ​ວຸດ​ໃຕ້​ດິນ​ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ໃນ​ປີ 2018 ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ​ ປູ​ຕິນ ຄຸ​ຍ​ໂມ້​ກ່ຽວ​ກັບ​ລູກ​ສອນ​ໄຟ​ໄຮ​ເປີ​ໂຊ​ນິກ​ກິນ​ໂຊ​ລແລະ​ຍານ​ເວີ່ນ​ໄຮ​ເປີ​ໂຊ​ນິກ​ອາ​ວັງ​ກາດ. ນອກນັ້ນ ມົ​ສ​ກູ​ຍັງ​ໄດ້​ພັດ​ທະ​ນາ​ລູກ​ສອນ​ໄຟຄ​ຣູ​ສເຊີ​ກອນ ທີ່​ຍິງ​ຈາກ​ກຳ​ປັ່ນ​ລົບ. ລາຍ​ງານ​ແຈ້ງວ່າ ຍານ​ເວີ່ນ​ອາ​ວັງ​ກາດ​ແມ່ນ​ຕິດ​ຫົວ​ລະ​ເບີດ​ນິວ​ເຄ​ລຍ. ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣັດ​ເຊຍ ຍັງ​ກ່າວ​ອ້າງວ່າ ຍານ​ເວີ່ນ​ອາ​ວັງ​ກາດ​ໄດ້​ສົ່ງ​ເຂົ້າ​ປະ​ຈຳ​ການ​ແລ້ວ ໃນ​ເດືອນ​ທັນ​ວາ 2019.

ຈີນ: ທາງກອງ​ທັບ​ແລະ​ເຈົ້າ​ໜ້າ​ທີ່​ສືບ​ລັບ​ຂອງ​ສະ​ຫະ​ລັດ ກ່າວ​ວ່າ ຈີນ​ພວມ​ດຳ​ເນີນ​ການ​ກ່ຽວ​ກັບ​ລູກ​ສອນ​ໄຟ​ຄ​ຣູ​ສ​ແລະ​ຍານ​ເວີ່ນ​ໄຮ​ເປີ​ໂຊ​ນິກ ແລະ​ເວົ້າ​ວ່າ ມີລູກ​ສອນ​ໄຟຢ່າງ​ນ້ອຍ​ຊະ​ນິດ​ນຶ່ງ​ສາ​ມາ​ດ​ບັນ​ທຸກ​ຍານ​ເວີ່ນ​ໄຮ​ເປີ​ໂຊ​ນິກ​ທີ່​ອາດ​ຖືກ​ສົ່ງ​ເຂົ້າ​ປະ​ຈຳ​ການ​ແລ້ວ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ວ່າ ໃນ​ລະ​ຫວ່າງ​ປີ 2016 ຫາ 2021 ປັກ​ກິ່ງ​ ໄດ້​ທຳ​ການ​ທົດ​ລອງ ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ “ຫຼາຍໆ​ຮ້ອຍ​ຄັ້ງ​” ໃນ​ຂະ​ນະ​ທີ່​ວໍ​ຊິງ​ຕັນ​ໄດ້​ທຳ​ການ​ທົດ​ລອງ​ແຕ່​ພຽງ​ 9 ເທື່ອ​ເທົ່າ​ນັ້ນພາຍ​ໃນ​ໄລ​ຍະດ​ຽວ​ກັນ. ນາຍ​ພົນ​ມາກ ມິ​ລ​ລີ ​ປະ​ທານເສ​ນາ​ທິ​ການ​ຮ່ວມ ​ຂອງກອງ​ທັບ​ສ​ະ​ຫະ​ລັດ ກ່າວ​ເຖິງ​ການ​ທົດ​ລອງອາ​ວຸດ​ໄຮ​ເປີ​ໂຊ​ນິກ​ໃນ​ລະ​ດັບ​ສູງ​ຂອງ​ຈີນ ທີ່​ມີ​ຂຶ້ນ​ໃນ​ເດືອນ​ສິງ​ຫາ​ປີ 2021 ນັ້ນ​ວ່າ "ມີ​ຄວາມ​ສຳ​ຄັນ​ຫຼາຍ.”

ທ່ານ​ມິ​ລ​ລີ ກ່າວ​ຕື່ມ​ວ່າ "ພວກ​ເຮົາ​ໄດ້​ຮູ້​ເຫັນ​ເປັນ​ພະ​ຍານ ນຶ່ງ​ໃນ​ການ​ປ່ຽນ​ແປງ​ ທີ່​ໃຫຍ່​ທີ່​ສຸດ​ ໃນ​ດ້ານ​ອຳ​ນາດ​ຍຸດ​ທະ​ສາດ​ພູ​ມີ​ສາດ​ຂອງ​ໂລກ ມັນ​ເກີດ​ຂຶ້ນ ​ແຕ່​ພຽງ​ເທື່ອ​ດຽວ ໃນ​ຊົ່ວ​ໄລ​ຍະ​ເວ​ລາ​ນຶ່ງ ​ເທົ່າ​ນັ້ນ.”

ເກົາ​ຫຼີ​ເໜືອ: ເກົາ​ຫຼີ​ເໜືອ​ກ່າວ​ອ້າງວ່າ ຕົນ​ໄດ້​ທົດ​ລອງ​ຢ່າງ​ເປັນ​ຜົນ​ສຳ​ເລັດ​ໃນ​ການ​ຍິງ​ລູກ​ສອນ​ໄຟ​ໄຮ​ເປີ​ໂຊ​ນິກ 2 ເທື່ອ​ໃນ​ປີນີ້ ຄື​ເທື່ອ​ທີ 1 ໃນ​ວັນ​ທີ 5 ມັງກອນ ແລະ​ອີກ​ເທື່ອ​ນຶ່ງ​ໃນ​ວັນ​ທີ 11 ມັງ​ກອນ ອີງ​ຕາມ​ອົງ​ການ​ຂ່າວ​ສູນ​ກາງ. ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດຍັງ​ບໍ່​ໄດ້​ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ກ່າວ​ອ້າງ​ດັ່ງ​ກ່າວ​ໂດຍ​ເວົ້າ​ວ່າ ການ​ຍິງ​ເປັນ​ພຽງ​ການ​ທົດ​ລອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ເທົ່າ​ນັ້ນ. ຜູ້​ນຳ​ຂອງ​ເກົາ​ຫຼີ​ເໜືອ ທ່ານ​ກິມ ຈົງ ອຶນ ກ່າວ​ວ່າ ລູກ​ສອນ​ໄຟ​ໄຮ​ເປີ​ໂຊ​ນິກ ຈະ​ເພີ້ມ​ຄວາມ​ສາ​ມາດ​ຂອງ​ປະ​ເທດ​ທ່ານ “ໃນ​ກາ​ນ​ສະ​ກັດ​ກັ້ນ​ສົງ​ຄາມ” ນິວ​ເຄ​ລຍ ຊຶ່ງ​ເປັນ​ທ່າ​ທີ​ ທີ່​ພວກ​ນັກ​ຊ່ຽວ​ຊານ​ຫຼາຍໆ​ຄົນ​ກ່າວ​ວ່າ ເຮັດ​ໃຫ້​ເກົາ​ຫຼີ​ໃຕ້​ຕົກ​ຢູ່​ໃນ​ຄວາມ​ສ່ຽງ.

ປະ​ເທດ​ອື່ນໆ: ອອ​ສ​ເຕ​ຣ​ເລຍ ອິນ​ເດຍ ຝ​ຣັ່ງ ແລະ ຍີ່​ປຸ່ນ ຕ່າງ​ກໍ​ພວມ​ພັດ​ທະ​ນາ​ເທັກ​ໂນ​ໂລ​ຈີອາ​ວຸດ​ໄຮ​ເປີ​ໂຊ​ນິກ. ອີ​ຣ່ານ ອິ​ສ​ຣາ​ແອ​ລ ແລະເກົາ​ຫຼີ​ໃຕ້​ ກໍ​ມີ​ລາຍ​ງານ​ວ່າ ໄດ້​ດຳ​ເນີນ​ການໄປ​ແລ້ວ​ ໃນ​ອັນ​ທີ່​ເອີ້ນ​ກັນ​ວ່າ “ພື້ນ​ຖານ​ການ​ຄົ້ນ​ຄວ້າ” ກ່ຽວ​ກັບ​ອາ​ວຸດ​ໄຮ​ເປີ​ໂຊ​ນິກ.

Sources: Congressional Research Service, VOA reporting

XS
SM
MD
LG